Wazabi ປ່ອຍເພງໃໝ່ “ສ່ວນເລິກຂອງຫົວໃຈ” ຜົນງານລຳດັບທີ 2 ຂອງພວກເຂົາ.
ຫຼັງຈາກທີ່ປ່ອຍເພງທຳອິດ “ພົບຄົນທີ່ດີ” ອອກມາເມື່ອກາງປີ 2024 ເຊິ່ງຖືເປັນຜົນງານເປີດໂຕຂອງເຂົາເຈົ້າໃນຖານະສິລະປິນກຸ່ມ.
ຈາກເພງທີ່ບອກໃຫ້ຄົນຮັກເກົ່າໄປເຈິກັບຄົນທີ່ດີໆ ແລະ ລືມເລື່ອງເກົ່າໆໄປໃຫ້ໝົດ, ກັບມາໃນຄັ້ງນີ້ ພວກເຂົາພາທຸກຄົນ ມາສຳຫຼວດສິ່ງທີ່ຢູ່ໃນສ່ວນເລິກຂອງຫົວໃຈຂອງຄົນທີ່ກຳລັງຈະຈາກລາໃນຄວາມສຳພັນ.
ວົງ Wazabi ປະກອບດ້ວຍສະມາຊິກ 6 ຄົນ ຄື: ນູ່ (ນັກຮ້ອງນຳ), ຄາລັອດ (ກີຕ້າ), ແອັດດີ້ (ກີຕ້າ), ໂດ້ (ເບສ), ແບ້ງ (ກອງ) ແລະ ມອສ (ຄີບອດ) ເຊິ່ງຈັບກຸ່ມກັນຕັ້ງວົງຂຶ້ນໃນປີ 2021.
ຈຸດພິເສດຂອງພວກເຂົາແມ່ນ ຄວາມຫຼາກຫຼາຍທາງດ້ານແນວເພງຂອງດົນຕີ ເພາະແຕ່ຄົນເສບດົນຕີແຕກຕ່າງກັນ ແຕ່ເມື່ອເອົາແນວເພງຂອງທຸກຄົນມາລວມເຂົ້າກັນແລ້ວ ມັນຈຶ່ງກາຍເປັນຄວາມລົງໂຕທີ່ເປັນເອກະລັກສະເພາະວົງ ແລະ ພວກເຂົາບອກວ່າ ເພງທີ່ພວກເຂົາຈະເຮັດແຕ່ລະເພງຈະມີ Character ແຕກຕ່າງກັນເກືອບທຸກເພງ.
ຟັງເພງ “ສ່ວນເລິກຂອງຫົວໃຈ” ໄດ້ທາງ YouTube WAZABI Official