ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຮູ້ແລ້ວຄືຍັງບໍ່ເຊົາ? ເປັນຫຍັງເຮົາຈຶ່ງຮັກຄົນທີ່ບໍ່ຮັກເຮົາ
Muan RelationTips

ຮູ້ແລ້ວຄືຍັງບໍ່ເຊົາ? ເປັນຫຍັງເຮົາຈຶ່ງຮັກຄົນທີ່ບໍ່ຮັກເຮົາ

ແບ່ງປັນ
Getting your Trinity Audio player ready...

ເປັນຫຍັງ​ເຮົາ​ມັກ​ຮັກ​ຄົນທີ່​ບໍ່​ຮັກ​ເຮົາ, ເປັນຫຍັງ​ເຮົາຈຶ່ງ​ພະຍາຍາມ​ກັບ​ຄົນທີ່​ເຂົາ​ຈະ​ບໍ່​ຮັກ​ເຮົາ​ຄືນຢ່າງ​ແນ່​ນອນ. ມັນ​ຕື່ນ​ເຕັ້ນ ແລະ ມັນ​ທ້າ​ທາຍບໍ? ມື້​ນີ້​ເຮົາ​ມາ​ຫາ​ຄຳ​ຕອບ​ກັນ​ດີກວ່າ​ວ່າ ​ເປັນຫຍັງ​ເຮົາຈຶ່ງ​ຕ້ອງ​ໄປ​ຮັກ​ຄົນ​ແບບ​ນີ້​? ທັງ​ໆ​ທີ່​ຕອນ​ຈົບ​ຫຼາຍ​ເທື່ອມັນ​ຈົບ​ດ້ວຍ​ເຮົາ​ເສຍ​ນ້ຳ​ຕາ​ທຸກເທື່ອ.

1. ເຂົາ​ເປັນ​ຄົນທີ່​ເຮົາ​ຢາກ​ເປັນ

ຄົນ​ເຮົາ​ມັກ​ມີ​ພາບ​ຝັນ​ໄວ້​ວ່າ​ເຮົາ​ຢາກ​ຈະ​ເປັນ​ແບບ​ນີ້, ເຮົາ​ຢາກ​ເຮັດ​ແບບ​ນີ້, ເຮົາ​ຢາກ​ມີ​ຄວາມ​ສາມາດ​ແບບ​ນີ້, ເປັນ​ສະ​ເປັກ​ໃນ​ອຸດົມຄະຕິ​ຂອງ​ເຮົາ. ເມື່ອ​ເຮົາ​ໄດ້​ພົບ ເຮົາ​ເລີຍ​ຮູ້​ວ່າ​ສ່ວນ​ທີ່​ຫາຍ​ໄປ​ຂອງ​ເຮົາ​ໄດ້​ຖືກ​ເຕີມ​ເຕັມ​ຂຶ້ນ​ມາ ຊີວິດ​ເຮົາ​ຮູ້ສຶກ​ສົມບູນ​ຂຶ້ນ​ຈາກ​ທີ່​ເຄີຍ​ເປັນ. ຍິ່ງ​ຖ້າ​ໄດ້ລົມ, ໄດ້​ຮູ້​ຈັກ ເຮົາ​ຍິ່ງ​ຈະ​ຢາກ​ມີ​ເຂົາ​ໄວ້​ເລື້ອຍ​ໆ.

2. ຕົກ​ຂຸມຮັກ​ຈົນ​ເບິ່ງຂ້າມ​ຂໍ້​ເສຍ

ຕໍ່​ເນື່ອງ​ຈາກ​ຂໍ້​ທີ 1 ເມື່ອ​ເຮົາ​ຕົກ​ຂຸມຮັກ ເຮົາ​ໄດ້​ເຈີ​ຄົນ​ໃນ​ສະ​ເປັກ ເຮົາ​ມັກ​ເບິ່ງຂ້າມ​ຂໍ້​ເສຍ ເບິ່ງແຕ່​ຂໍ້​ດີ​ທີ່​ເຂົາ​ມີ ເຖິງວ່າ​ເຂົາ​ຈະ​ເຮັດໃຫ້​ເຮົາ​ເສຍ​ໃຈ ເຮົາ​ກໍ​ພ້ອມ​ທີ່​ຈະ​ເບິ່ງຂ້າມ​ໄປ ແລ້ວ​ເກັບ​ແຕ່​ສິ່ງ​ດີ​ໆ ໄວ້ ແລ້ວ​ຍົກ​ມັນ​ຂຶ້ນ​ມາ. ໃຫ້​ນຶກ​ເຖິງເວລາ​ເຮົາລົມ​ກັບ​ໝູ່​ເລື່ອງ​ຄົນ​ນີ້ ແລ້ວ​ໝູ່ຍົກ​ຕົວ​ຢ່າງ​ວ່າ​ເຂົາ​ທຳ​ຮ້າຍ​ເຮົາ​ຫຼາຍ​ຂະໜາດ​ໃດ ເຮົາ​ມັກ​ມັກ​ຕອບ​ວ່າ “ເຮີ້ຍ.. ມຶງ. ແຕ່​ເຂົາ…”.

3. ຄາດ​ຫວັງ​ໃນຄວາມຮັກຄັ້ງ​ນີ້​ໄປ​ແລ້ວ

ເຮົາ​ມັກ​ເວົ້າ​ກັນ​ສະເໝີວ່າ ຄວາມ​ຮັກ​ທີ່​ດີ​ເຮົາ​ຕ້ອງ​ບໍ່​ຄາດ​ຫວັງ​ຜົນ​ຕອບ​ແທນ ແຕ່​ໃນ​ຄວາມ​ເປັນ​ຈິງ​ເມື່ອ​ເຮົາ​ເລີ່ມ​ຮັກ​ໃຜ​ຈັກ​ຄົນ ຄາວໜຶ່ງ​ເຮົາ​ໄປ​ເຖິງ​ຈຸດ​ທີ່​ບໍ່​ສາມາດ​ຖອຍ​ກັບ​ມາ​ໄດ້ ເຣີ່ມ​ເກີດ​ຄວາມ​ຫວັງ​ໃນ​ຄວາມ​ຮັກ​ເທື່ອ​ນີ້ ແລະ​ບໍ່​ຢາກ​ຈະ​ຍອມ​ແພ້ ເຮັດໃຫ້​ເຖິງ​ແມ່ນ​ຈະ​ຮູ້​ວ່າ​ເຂົາ​ບໍ່​ສົນ​ໃຈ ເຮົາ​ກໍ​ຈະ​ພະຍາຍາມ​ຢູ່​ແນວ​ນັ້ນ.

4. ມັນ​ທ້າ​ທາຍ ຮູ້ສຶກ​ຕື່ນ​ເຕັ້ນ

ແປກ​ແຕ່​ແທ້ ເຮົາ​ມັກ​ຮູ້ສຶກ​ມ່ວນ​ໄປ​ກັບ​ຄວາມ​ຮັກ​ທີ່​ບໍ່​ໄດ້​ມາ​ງ່າຍໆ ເຮົາ​ຮູ້ສຶກ​ມີ​ແຮງ​ກັບ​ຄວາມ​ຮັກ​ທີ່​ບໍ່​ແນ່ນອນ, ມັນ​ເປັນ​ຄວາມ​ຮູ້ສຶກ​ຢາກ​ເອົາ​ຊະນະ, ເລື່ອງ​ແບບ​ນີ້​ມັກ​​ເກີດ​ເວລາ​ເຈິ​ຄົນທີ່​ເຮົາ​ບໍ່​ຮັກ​ເຮົາ. ໃນ​ສ່ວນໜຶ່ງ​ມັນ​ຄື​ຄວາມ​ມັກ ອີກ​ສ່ວນ​ມັນ​ເປັນ​ຄວາມ​ຮູ້ສຶກ​ທີ່​ຢາກ​ຈະ​ເອົາ​ຊະນະ​ໃຫ້​ໄດ້.

ຄົງ​ບໍ່​ຜິດ​ທີ່​ເຮົາ​ຈະ​ຕົກ​ຂຸມຮັກ​ໃຜ​ຈັກ​ຄົນ ແລະ​ ກໍ​ບໍ່​ຜິດນຳ​ທີ່​ຈະ​ພະຍາຍາມ​ກັບ​ໃຜຈັກ​ຄົນ. ແຕ່​ສຸດ​ທ້າຍ​ຂໍ​ໃຫ້​ເບິ່ງ​ຄວາມ​ຮູ້ສຶກ​ຕົວ​ເອງນຳ ວ່າ​ໄຫວ ​ຫຼື ​ບໍ່? ຢ່າ​ພະຍາຍາມ​ຫຼາຍ​ໄປ​ຈົນ​ເປັນ​ເຮົາ​ທີ່​ຕ້ອງ​ເສຍ​ທຸກ​ຢ່າງ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຄືໂຊກດີຕະຫຼອດ? ມາຮູ້ຈັກຄຳວ່າ “走运” (Zou Yun) ຄຳໃນພາສາຈີນທີ່ບອກວ່າ: ຢາກເຮັງຕ້ອງບໍ່ຢູ່ຊື່ໆ! ໄປຖອດລະຫັດຮາກຄຳທີ່ຊ່ວຍປ່ຽນດວງໃຫ້ເປັນຂາຂຶ້ນຕະຫຼອດປີ ພ້ອມເຄັດລັບດຶງດູດໂອກາດດີໆໃຫ້ແລ່ນເຂົ້າຫາ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.