ການທີ່ຄົນເຮົາຢາກຮູ້ຢາກເຫັນນັ້ນເປັນເລື່ອງປົກກະຕິ ເພາະມັນຄືທຳມະຊາດຂອງມະນຸດ ໂດຍສະເພາະຄົນທີ່ເຮົາສົນໃຈ, ຊື່ນຊົມ ແລະ ຢາກຕິດຕາມຊີວິດການເປັນຢູ່ຂອງເຂົາເຈົ້າ. ແຕ່ກໍຍັງມີອີກດ້ານໜຶ່ງທີ່ຄົນເຮົາເຮັດໃນສິ່ງດຽວກັນແຕ່ຄວາມຮູ້ສຶກຕ່າງກັນ ກໍຄືການສ່ອງຕາມຕິດຊີວິດຂອງຄົນທີ່ຕົວເອງບໍ່ມັກ!
ຕ້ອງຂໍບອກກ່ອນວ່າມັນບໍ່ແມ່ນເລື່ອງແປກຫຍັງໃນໂລກອອນລາຍ ເຊັ່ນດຽວກັບໂລກແຫ່ງຄວາມເປັນຈິງ ແຕ່ປະຕິເສດບໍ່ໄດ້ເລີຍວ່າ: ທຸກຄຳເວົ້າ, ຄອມເມັ້ນ ແລະ ຮູບພາບຕ່າງໆຈະຖືກໃຈເຮົາໄປໝົດທຸກຢ່າງກໍບໍ່ແມ່ນທັງໝົດ. ເຖິງເຂົາເຈົ້າຈະບໍ່ໄດ້ເຮັດຫຍັງໃຫ້ເຮົາກໍຕາມແຕ່ເຮົາກໍຍັງຮູ້ສຶກຄັນແຂ້ວ, ຄັນປາກຢາກເຮັດຫຍັງບາງຢ່າງ ຫຼື ເວົ້າງ່າຍໆວ່າຊັງຂີ້ໜ້າແບບບໍ່ມີເຫດຜົນ. ຈຶ່ງເກີດພຶດຕິກຳເຮັດໃຫ້ເຮົາມັກທີ່ຈະສ່ອງຕາມຕິດຊີວິດຂອງຄົນນັ້ນຜ່ານທາງໂຊຊຽວມີເດຍຢູ່ສະເໝີ.
ເຖິງວ່າແນວໃດກໍຕາມການສ່ອງໂຊຊຽວຄົນທີ່ບໍ່ມັກນັ້ນເບິ່ງຄືສິບໍ່ໄດ້ຮ້າຍແຮງຫຍັງ ແຕ່ເຮົາຕ້ອງແຍກໃຫ້ອອກລະຫວ່າງການສ່ອງຫງຽບໆແບບປົກກະຕິກັບການສ່ອງເພື່ອສະແດງຄວາມຊັງ, ບູລີ ້ຫຼື ສະແດງພຶດຕິກຳໃນທາງດ້ານລົບຢ່າງຮ້າຍແຮງ, ເຊິ່ງມັນຈະສ້າງຜົນເສຍໃຫ້ແກ່ເຮົາ ແລະ ຄົນອື່ນໄດ້.
ແນ່ອນເຮົາກໍບໍ່ມັກທີ່ໂຕເອງເປັນແນວນີ້ດອກ ແລ້ວເຮົາສາມາດຢຸດພຶດຕິກໍານີ້ໄດ້ແນວໃດ?
1 ສັງເກດ ແລະ ພະຍາຍາມເຂົ້າໃຈພຶດຕິກຳ
ເຮົາລອງສັງເກດຕົວເອງເບິ່ງວ່າ ເຮົາສ່ອງໄປນັ້ນເພື່ອຫຍັງ, ເຮົາໄດ້ຫຍັງຈາກສິ່ງນີ້ ແລ້ວເຮົາເອງກໍຈະເຂົ້າໃຈຫຼາຍຂຶ້ນໃນສິ່ງເຮົາກຳລັງເຮັດຢູ່.
2 ຫຼີກລ່ຽງໃຫ້ໄດ້ ຫຼື ຫາເຮັດກິດຈະກຳອື່ນທົດແທນ
ຖ້າການສ່ອງນັ້ນບໍ່ໄດ້ເປັນຜົນດີຕໍ່ເຮົາ ຫຼື ມັນສ້າງຜົນເສຍແກ່ເຮົາ ເປັນໄປໄດ້ໃຫ້ເຮົາຄ່ອຍໆຫຼີກລ່ຽງໃນການສ່ອງແລ້ວຫາກິດຈະກຳອື່ນທົດແທນເຊັ່ນ: ເບິ່ງໜັງ,ຟັງເພງ, ອ່ານໜັງສື…
3 ສ່ອງໄດ້ແຕ່ຕ້ອງມີສະຕິ
ກ່ອນທີ່ຈະສ່ອງນັ້ນໃຫ້ນັ່ງຢູ່ຊື່ໆແລ້ວຄິດວ່າ ຕອນທີ່ເຮົາກຳລັງສ່ອງນັ້ນເຮົາກຳລັງຮູ້ສຶກແນວໃດ? ອິດສາ? ລຳຄານ? ໝັນໄສ້? ໃຫ້ຮູ້ເທົ່າທັນອາລົມໃນຕອນນັ້ນເພື່ອດຶງສະຕິບໍ່ໃຫ້ເກີດຄວາມຄິດລົບໃນຫົວ .
4 ຍອມຮັບກັບມັນ
ຍອມຮັບວ່າມັນຄືສິ່ງເສບຕິດແບບໜຶ່ງ ເພາະມັນເປັນຈຸດເລີ່ມຕົ້ນທີ່ກະຕຸ້ນໃຫ້ເຮົາເກີດຄວາມໝົກໝຸ້ນຫຼາຍຈົນເກີນໄປ ເມື່ອສ່ອງແລ້ວກໍຮູ້ສຶກດີ ແລະ ພໍໃຈຈົນລຶ້ງເຄີຍໄປກັບພຶດຕິກຳນີ້.
ດັ່ງນັ້ນ ເຮົາຄວນສຳຫຼວດຕົວເອງເພື່ອໃຫ້ຮັບຮູ້ເຖິງພຶດຕິກຳ ແລະ ຈັດການກັບຄວາມຮູ້ສຶກເຫຼົ່ານັ້ນ, ແຕ່ເຖິງແມ່ນວ່າຊິພະຍາຍາມບໍ່ສ່ອງແຕ່ກໍອົດບໍ່ໄດ້ຢູ່ດີ ແລ້ວການສ່ອງກໍບໍ່ໄດ້ແປວ່າເຮົາເປັນຄົນບໍ່ດີສະເໝີໄປ ຖ້າເຮົາບໍ່ໄດ້ໄປສ້າງຄວາມລຳຄານ ແລະ ຄວາມເດືອດຮ້ອນໃຫ້ຜູ້ອື່ນ.
ໂດຍ: ທີມບັນນາທິການ Muan