ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຄົນຮັກນອກໃຈຕ້ອງໃຫ້ອະໄພບໍ? ແຟນມີຄົນອື່ນແລ້ວເຮົາຈັບໄດ້ ລອງ 4 ຂັ້ນຕອນກ່ອນຕັດສິນໃຈ
Muan RelationTips

ຄົນຮັກນອກໃຈຕ້ອງໃຫ້ອະໄພບໍ? ແຟນມີຄົນອື່ນແລ້ວເຮົາຈັບໄດ້ ລອງ 4 ຂັ້ນຕອນກ່ອນຕັດສິນໃຈ

ແບ່ງປັນ
Getting your Trinity Audio player ready...

ເຮົາຈະສາມາດໃຫ້ອະໄພຄົນທີ່ນອກໃຈເຮົາໄດ້ແທ້ບໍ? ແນ່ນອນວ່າເວລາທີ່ເຮົາຖືກຄົນທີ່ເຮົາຮັກນອກໃຈເຮົາກໍຕ້ອງຮູ້ສຶກໃຈຮ່້າຍ, ຜິດຫວັງ ແລະ ເສຍໃຈຢູ່ແລ້ວ. ແຕ່ມັນກໍຢູ່ທີ່ເຮົາແລ້ວວ່າຈະໃຫ້ອະໄພເຂົາ ຫຼື ຈົບຄວາມສໍາພັນເພື່ອຕົວເຮົາເອງ?

ອີງຕາມຂໍ້ມູນສະຖິຕິຈາກ Newsweek ໂດຍສະເລ່ຍແລ້ວຄົນເຮົານັ້ນມີໂອກາດທີ່ຈະນອກໃຈແຟນເຖິງ 35-40% ເຊິ່ງຖືວ່າເປັນຕົວເລກທີ່ສູງພໍສົມຄວນ. ການນອກໃຈສາມາດເກີດຈາກຫຼາຍໆເຫດຜົນຄື: ຄວາມບໍ່ພໍໃນໃນຄວາມສໍາພັນ, ຄວາມເຈົ້າຊູ້ຂອງເຈົ້າຂອງເອງ, ຄວາມຕ້ອງການທາງເພດທີ່ສູງ, ຄົນຮັກບໍ່ສາມາ່ຕອບສະໜອງເລື່ອງເທິງຕຽງໄດ້ ແລະ ອື່ນໆ. ບໍ່ວ່າຈະຍ້ອນເຫດຜົນໃດກໍຖືວ່ານອກໃຈຢູ່ດີ.

ກ່ອນທີ່ເຮົາຈະຕັດສິນໃຈວ່າຄວນໃຫ້ອະໄພ ຫຼື ຈົບຄວາມສໍາພັນກັບອີກຝ່າຍໃຫ້ລອງຢຸດຫາຍໃຈແລ້ວລອງເລີ່ມຈາກ:

1. ໃຫ້ເວລາຕົວເອງໄດ້ຄິດ ແລະ ຮັກສາແຜໃຈ

ໃຊ້ເວລາຈັດການຄວາມຮູ້ສຶກຂອງຕົນເອງກ່ອນເພາະເຮົາຈະຮູ້ສຶກເຖິງຫຼາກຫຼາຍອາລົມຫຼັງຈາກຮູ້ວ່າແຟນຂອງເຮົານອກໃຈເຊິ່ງມັນບໍ່ຕ່າງຫຍັງກັບຄວາມຮູ້ສຶກອົກຫັກ. ຖ້າຢູ່ກັບຕົວເອງແລ້ວບໍ່ໄຫວແທ້ໆໃຫ້ໄປລະບາຍກັບໝູ່ ຫຼື ຄອບຄົວທີ່ເຮົາໄວ້ໃຈເພື່ອໃຫ້ມີຄົນຊ່ວຍຮັບຟັງເຮົາ.

2. ຖາມແຟນວ່າ ‘ເປັນຫຍັງຈຶ່ງນອກໃຈ?’

ຕັ້ງຄໍາຖາມກັບອີກຝ່າຍເພື່ອຫາເຫດຜົນທີ່ເຮັດໃຫ້ລາວໄປມີຄົນອື່ນ. ເຮົາຕ້ອງຮູ້ຄໍາຕອບວ່າ ເຂົາກັບຄົນອື່ນໄປຮອດຂັ້ນຕອນໃດແດ່? ໄປກິນເຂົ້າ, ເບິ່ງໜັງ, ລົມກັນທຸກມື້ ຫຼື ພຽງແຕ່ມີເພດສໍາພັນນໍາກັນເທົ່ານັ້ນ? ຫຼື ຮັກຄົນອື່ນໄປແລ້ວ?

3. ຢືນຢັນຄວາມຮູ້ສຶກຂອງກັນແລະກັນ

ຫາກເຂົາໃຫ້ຄໍາຕອບມາວ່າພຽງເຜີໄປມີຄວາມສໍາພັນກັບຄົນອື່ນ, ແຕ່ຄວາມຮູ້ສຶກຂອງເຂົາທີ່ມີໃຫ້ເຮົານັ້ນຍັງບໍ່ປ່ຽນແປງ ເຮົາກໍອາດຈະສາມາດພະຍາຍາມຮັກສາຄວາມສໍາພັນນີ້ໄດ້. ຫາກຄໍາຕອບທີ່ໄດ້ແມ່ນເຂົາ ‘ຮັກຄົນອື່ນແລ້ວ’ ສະແດງວ່າເຮົາຄວນຈະເລີ່ມທໍາໃຈແລ້ວ.

4. ເລືອກວ່າຈະ ຕັດໃຈ ຫຼື ໃຫ້ອະໄພ

ຂັ້ນຕອນສຸດທ້າຍຕ້ອງແມ່ນເພິ່ນເອງທີ່ຕັດສິນໃຈ. ຫຼັງຈາກທີ່ໄດ້ທົບທວນ, ຕັ້ງຄໍາຖາມ ແລະ ໄດ້ຄໍາຕອບຈາກເຂົາມາແລ້ວກໍຕ້ອງມາຊັ່ງນໍ້າໜັກເບິ່ງວ່າເພິ່ນຮັກລາວພໍທີ່ຈະໃຫ້ອະໄພບໍ່? ແລະ ເພິ່ນຮັກຕົວເອງຫຼາຍພໍທີ່ຈະປ່ອຍເຂົາໄປບໍ?

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຄືໂຊກດີຕະຫຼອດ? ມາຮູ້ຈັກຄຳວ່າ “走运” (Zou Yun) ຄຳໃນພາສາຈີນທີ່ບອກວ່າ: ຢາກເຮັງຕ້ອງບໍ່ຢູ່ຊື່ໆ! ໄປຖອດລະຫັດຮາກຄຳທີ່ຊ່ວຍປ່ຽນດວງໃຫ້ເປັນຂາຂຶ້ນຕະຫຼອດປີ ພ້ອມເຄັດລັບດຶງດູດໂອກາດດີໆໃຫ້ແລ່ນເຂົ້າຫາ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.