Creator ມີເຮ Threads ອັບເດດຟີເຈີຣ໌ຜູ້ໃຊ້ສາມາດຕັ້ງຄ່າເວລາໂພສລວ່ງໜ້າໄດ້ສູງສຸດ 75 ມື້

ແບ່ງປັນ

Creator ມີເຮ Threads ອັບເດດຟີເຈີຣ໌ຜູ້ໃຊ້ສາມາດຕັ້ງຄ່າເວລາໂພສລວ່ງໜ້າໄດ້ສູງສຸດ 75 ມື້

07 March 2025 160

Threads ອັບເດດຟີເຈີຣ໌ໃໝ່ທີ່ຈະຊ່ວຍໃຫ້ຜູ້ໃຊ້ສາມາດຕັ້ງຄ່າໂພສລ່ວງໜ້າໄດ້ສູງສຸດ 75 ມື້ ເຮັດໃຫ້ Creator ແລະ ຜູ້ໃຊ້ສາມາດວາງແຜນ ແລະ ໂພສເນື້ອຫາຕາມເວລາທີ່ຕ້ອງການໄດ້ຢ່າງສະດວກສະບາຍ.

ຍັງມີຂ່າວອັບເດດມາຕື່ມອີກວ່າ Threads ນັ້ນກຳລັງພັດທະນາຟີເຈີຣ໌ “Markup” ທີ່ຈະຊ່ວຍໃຫ້ສາມາດ Highlight ຫຼື ເພີ່ມລູກສອນລົງໃນໂພສທີ່ມີຢູ່ແລ້ວ ແລະ ແຊຣ໌ໃໝ່ໄດ້.

ຟີເຈີຣ໌ນີ້ຈະຊ່ວຍເພີ່ມຄວາມສະດວກໃນການປັບແຕ່ງເນັ້ນສ່ວນສຳຄັນຂອງໂພສທີ່ຜູ້ໃຊ້ຕ້ອງການນຳສະເໜີ ແລະ ຟີເຈີຣ໌ນີ້ຈະເປີດຕົວຢູ່ໃນບາງປະເທດໃນໄວໆນີ້.

ໂດຍ: ທີມ Gadzila

ອ່ານຕື່ມ:  FACEBOOK ມີອາຍຸຄົບຮອບ 21 ປີແລ້ວ ຈາກໂປຣເຈັກໃນຫໍພັກຮາວາດ ສູ່ຍັກໃຫຍ່ລະດັບໂລກ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.