ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ສ້າງສະເໜ່ດ້ວຍ The Listening Theory ພ້ອມສະໜັບສະໜຸນຄູ່ສົນທະນາດ້ວຍຄວາມຮອຍຍິ້ມ ແລະ ຄວາມເຂົ້າໃຈ
Muan RelationTips

ສ້າງສະເໜ່ດ້ວຍ The Listening Theory ພ້ອມສະໜັບສະໜຸນຄູ່ສົນທະນາດ້ວຍຄວາມຮອຍຍິ້ມ ແລະ ຄວາມເຂົ້າໃຈ

ແບ່ງປັນ
Getting your Trinity Audio player ready...

ການຟັງເປັນທັກສະທີ່ສຳຄັນທີ່ຫຼາຍຄົນເບິ່ງຂ້າມແຕ່ໃນຄວາມເປັນຈິງແລ້ວການຟັງຢ່າງຕັ້ງໃຈ ແລະ ມີສະມາທິສາມາດຊ່ວຍສ້າງຄວາມສຳພັນທີ່ໜຽວແໜ້ນ ແລະ ມີຄວາມໝາຍໄດ້.

ການຟັງທີ່ດີບໍ່ໄດ້ໝາຍເຖິງພຽງແຕ່ການໄດ້ຍິນຄຳເວົ້າຂອງອີກຝ່າຍເທົ່ານັ້ນແຕ່ເປັນການຟັງເພື່ອໃຫ້ເຂົ້າໃຈອາລົມ, ຄວາມຮູ້ສຶກ ແລະ ຄວາມຕ້ອງການທີ່ແທ້ຈິງຂອງພວກເຂົາ.

ການຟັງຢ່າງຕັ້ງໃຈ (Active Listening) ຄືການເປີດຮັບທຸກສິ່ງທີ່ອີກຝ່າຍເວົ້າໂດຍບໍ່ຂັດຈັງຫວະ ຫຼື ຮີບຮ້ອນທີ່ຈະຕອບສະໜອງໃນທັນທີເພື່ອສະແດງອອກວ່າເຈົ້າໃສ່ໃຈ, ບໍ່ວ່າຈະເປັນການສະແດງອອກດ້ວຍພາສາກາຍ, ການງຶກຫົວ ຫຼື ການສົບຕາທີ່ເຮັດໃຫ້ອີກຝ່າຍຮູ້ສຶກວ່າເຈົ້າໃຫ້ຄວາມສຳຄັນກັບສິ່ງທີ່ລາວກຳລັງເວົ້າ ແລະ ເຮັດໃຫ້ລາວຮູ້ສຶກໄດ້ຮັບການສະໜັບສະໜຸນດ້ວຍຄວາມເຂົ້າໃຈ (Empathy) ຢ່າງຈິງໃຈ.

ໃນທາງຈິດຕະວິທະຍາ, ການຟັງທີ່ດີເຮັດໃຫ້ຜູ້ຄົນຮູ້ສຶກວ່າໄດ້ຖືກການຍອມຮັບ ເພາະສິ່ງນີ້ຈະຊ່ວຍໃຫ້ເກີດຄວາມໄວ້ວາງໃຈ, ສ້າງຄຸນຄ່າໃຫ້ຄູ່ສົນທະນາຫຼາຍ ແລະ ຄວາມສຳພັນທີ່ດີຍິ່ງຂຶ້ນ.

ຄົນທີ່ຟັງໄດ້ດີມັກຈະເປັນຄົນທີ່ມີສະເໜ່ມີຄວາມເປັນມິດສາມາດເຂົ້າໃຈ ແລະ ເປັນຄົນທີ່ໜ້າຈື່ຈຳ. ແກ້ໄຂບັນຫາໄດ້ຢ່າງມີປະສິດທິພາບ ເພາະພວກເຂົາຮັບຮູ້ສິ່ງທີ່ເປັນຮາກຖານຂອງບັນຫາຢ່າງແທ້ຈິງ.

ການຟັງຢ່າງມີປະສິດທິພາບ The Listening Theory

  1. ຟັງໂດຍບໍ່ຕັດສິນ: ຫຼີກເວັ້ນການສະແດງທ່າທາງ ຫຼື ຄວາມຄິດທີ່ເຮັດໃຫ້ອີກຝ່າຍຮູ້ສຶກວ່າຖືກຕັດສິນ, ໃຫ້ຟັງດ້ວຍຄວາມເປີດໃຈ ແລະ ເຄົາລົບຄວາມຄິດຂອງລາວ.

2. ໃຊ້ພາສາກາຍ: ສະແດງຄວາມສົນໃຈຜ່ານທ່າທາງເຊັ່ນ: ການສົບຕາ, ການງຶກຫົວ ຫຼື ຍິ້ມ, ເພື່ອສະແດງວ່າເຈົ້າໃສ່ໃຈໃນສິ່ງທີ່ລາວກຳລັງເວົ້າ.

3. ສະຫຼຸບສິ່ງທີ່ໄດ້ຍິນ: ລອງເວົ້າຊ້ຳ ຫຼື ສະຫຼຸບສິ່ງທີ່ລາວເວົ້າ, ເພື່ອຢືນຢັນວ່າເຈົ້າເຂົ້າໃຈກົງກັນ ແລະ ສ້າງຄວາມໝັ້ນໃຈໃຫ້ອີກຝ່າຍຮູ້ສຶກວ່າເຈົ້າຟັງແທ້.

4. ລອງຕັ້ງຄຳຖາມທີ່ດີ ແລະ ສ້າງສັນ: ຖາມຄຳຖາມເພີ່ມເຕີມທີ່ສ້າງສັນເພື່ອໃຫ້ລາວໄດ້ອະທິບາຍຄວາມຮູ້ສຶກ ຫຼື ມຸມມອງຂອງລາວຢ່າງເລິກເຊິ່ງ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.