ໜ້າຫຼັກ Muan.la - ສາລະບັນເທີງ The Interview ເພາະມັກຄວາມທ້າທາຍ ແລະ ການຮຽນຮູ້ສິ່ງໃໝ່ ສາຍສະຫວັນ ອາພິລົມ ຈາກລາຍການ GIRL$GURL CHITCHAT
The Interview

ເພາະມັກຄວາມທ້າທາຍ ແລະ ການຮຽນຮູ້ສິ່ງໃໝ່ ສາຍສະຫວັນ ອາພິລົມ ຈາກລາຍການ GIRL$GURL CHITCHAT

ແບ່ງປັນ

ພາມາຮູ້ຈັກ Sydney ພິທີກອນໜ້າໃໝ່ຈາກລາຍການ GIRL$GURL CHITCHAT ເຊິ່ງມື້ນີ້ມ່ວນກໍໄດ້ນຳເອົາຄວາມສົດໃສໜ້າຮັກ ແລະ ມາບອກເລົ່າເຖິງຕົວຕົນວ່າລາວເປັນໃຜມາຈາກໃສ, ຈຸດເລິ່ມຕົ້ນຂອງລາວໃນການເດີນທາງສາຍນີ້ ແລະ ເລື່ອງໃດແດ່ທີ່ລາວຈະເລົ່າໃຫ້ທຸກຄົນຟັງ, ມາຮຽນຮູ້ກ່ຽວກັບລາວໄປພ້ອມກັບມ່ວນໄດ້ເລີຍ.

Sydney: ຊື່ ສາຍສະຫວັນ ອາພິລົມ ຫຼື ຊິດນີ້ (Sydney) ອາຍຸ 17 ປີ, ຮຽນຈົບມໍ 7 ຈາກໂຮງຮຽນ ກຽດຕິສັກນານາຊາດ (KIS). ປັດຈຸບັນເປັນໜຶ່ງໃນສະມາຊິກ GIRL$GURL ເເລະ ພິທີກອນລາຍການ GIRL$GURL CHITCHAT.

FB: Sydney Aphilom

IG: whoss.ny

ມ່ວນ: ຊ່ວຍບອກນິໄສທີ່ເປັນຕົນເອງທີ່ສຸດໃຫ້ຟັງແດ່?

Sydney: ທີ່ໄດ້ຍິນມາຈາກຄົນອື່ນຄືຊິດນີ້ມັກຢູ່ບໍ່ຄືຄົນ, ເປັນຄົນ chill chill, ເປັນຄົນງ່າຍໆຈັ່ງໃດກະໄດ້ ແລະ ບ້າຈີ້ໝູ່ພາເຮັດຫຍັງກະເຮັດໝົດ, ມັກຊອກຮູ້ຊອກເຫັນມັກຮຽນຮູ້ສິ່ງໃໝ່ໆ ແລະ ມັກການ Challenge ແນວທ້າທາຍຕ່າງໆ.

ມ່ວນ: ເຄີຍ Test MBTI ບໍ? ນ້ອງເປັນ Type ຫຍັງ?

Sydney: MBTI ຂອງຊິດນີ້ກໍຄື ENFP ເນາະ, ກະເປັນ extroverted ປະມານໜຶ່ງ, ເປັນຄົນມັກເຮັດຕາມສັນຊາດຕະຍານໂຕເອງ, ມັກອງຕາມຄວາມຮູ້ສຶກເລີຍ, ຈະບໍ່ Judge ມັກເບິ່ງໄປຕາມ Prospective ນັ້ນໆ ເເລະ ເປັນຄົນບໍ່ມີ schedule ໜ່ອຍໜຶ່ງ.

ມ່ວນ: ຕອນນີ້ກຳລັງເຮັດລາຍການຫຍັງຢູ່? ເລົ່າໃຫ້ຟັງເຖິງຈຸດເລີ່ມຕົ້ນກ່ອນຈະມາເຮັດລາຍການນີ້

ອ່ານຕື່ມ:  ລົມກັບ PT Flow ແຣັປເປີສຽງເຈົ້າສະເໜ່ຈາກຫຼວງພະບາງ ຜູ້ຮ້ອງທ່ອນຮຸກຕິດຫູໃນເພງ ”ເທບທິດາ”

Sydney: ຕອນນີ້ຊິດນີ້ກັບໝູ່ອີກ 2 ຄົນກຳລັງເຮັດລາຍການ GIRL$GURL CHITCHAT ອີງຕາມຊື່ເລີຍໂດຍທີ່ເຮົາຈະເຊີນຄົນໃນວົງການມາ Chitchat interview ເຖິງທີ່ມາທີ່ໄປລວມເຖິງ Lifestyle ຂອງເຂົາເຈົ້າ.

ມ່ວນ: ສິ່ງທີ່ທ້າທາຍທີ່ສຸດໃນການເຮັດລາຍການແມ່ນຫຍັງ?

Sydney: ຈຸດເລີ່ມຕົ້ນຂອງ GIRL$GURL ກໍມາຈາກ 3 ສາວທີ່ຫາກໍຮຽນຈົບ, ແລ້ວພາກັນກອດຄໍກັນມາເຝິກງານທີ່ບໍລິສັດ ActionPro ແລ້ວພວກເຮົາກໍໄດ້ຮັບໂອກາດຈາກຜູ້ໃຫຍ່ໃຈດີ, ແລ້ວກໍບ້າຈີ້ນຳກັນຈົນກາຍມາເປັນ GIRL$GURL CHITCHAT.

ມ່ວນ: ຢາກເຮັດຫຍັງໃນອານາຄົດ ແລະ ນ້ອງຄິດວ່າຢາກພັດທະນາດ້ານໃດຕື່ມ?

Sydney: ສິ່ງທີ່ທ້າທາຍທີ່ສຸດໃນການເຮັດລາຍການ ແມ່ນການໄດ້ພົບໜ້າລົມນຳຄົນຫຼາຍໆ, ເພາະສ່ວນໂຕຊິດນີ້ເຖິງຈະເປັນ extroverted ແຕ່ສ່ວນໂຕແລ້ວເປັນຄົນຂີ້ອາຍ ແລະ ມັກທຳທ່າສຸຂຸມ.

ມ່ວນ: ຜົນງານທີ່ໄດ້ເຮັດຜ່ານມາ? ແລະ ຢາກເລົ່າກ່ຽວກັບໂມເມັ້ນນັ້ນ

Sydney: ຖ້າຖາມວ່າຊິດນີ້ຢາກເຮັດຫຍັງໃນອານາຄົດກໍຄືຈະຕອບບໍ່ໄດ້ຕາຍໂຕ, ເພາະຊິດນີ້ມັກລອງແນວໃໝ່ໆໄປຕະຫຼອດ ແລະ ມັກເຮັດແນວທີ່ມັນ exciting ທ້າທາຍ, ແລ້ວສິ່ງທີ່ຢາກພັດທະນາແມ່ນຢາກຮຽນຮູ້ທີ່ຈະພຶງພາໂຕເອງ

ຫຼາຍຂຶ້ນ.

ມ່ວນ: ສິ່ງທີ່ມັກທີ່ສຸດ ແລະ ກິດຈະກຳຍາມວ່າງ

Sydney: ຜົນງານທີ່ຜ່ານມາຂອງຊິດນີ້ແມ່ນການເປັນໜຶ່ງໃນສະພານັກຮຽນ ເຊິ່ງມັນອາດຈະບໍ່ໄດ້ wow ຫຍັງຫຼາຍແຕ່ມັນໂຄດຈະ Special ກັບຊິດນີ້ເລີຍ ເເລະ ຊິດນີ້ຍັງໄດ້ຮັບໂອກາດເປັນນັກຮ້ອງນຳໃນງານຈົບການສຶກສາຂອງ KIS ບໍ່ເເນ່ GIRL$GURL ອາດຈະມີຜົນງານເພງມາໃຫ້ຟັງກະໄດ້.

ມ່ວນ: ສິ່ງທີ່ບໍ່ມັກ ແລະ ບໍ່ຄິດຈະເຮັດເລີຍ ຍ້ອນຫຍັງ?

Sydney: ຊິດນີ້ມັກຮ້ອງເພງບໍ່ວ່າຈະຕອນຂັບລົດ ຫຼື ເວລາວ່າງໆ, ກໍຈະເເອບໄປລັກຮ້ອງເພງໃນຫ້ອງນ້ຳຕະຫຼອດ ບາງເທື່ອກໍໄປຮ້ອງກວນເເມ່ເວລາເເມ່ເຮັດເເນວກິນ. ສ່ວນສິ່ງທີ່ບໍ່ຄິດຈະເຮັດເລີຍຄືການເຮັດອາຫານ ຊິດນີ້ເຂົ້າຄົວບໍ່ໄດ້ເລີຍ, ມັນກໍມີບາງຄັ້ງທີ່ຢາກໄປຊ່ວຍເເມ່ເເຕ່ເເມ່ໄລ່ໜີເພາະລາວວ່າຈະເຮັດໝໍ້ລາວໄໝ້ອີກ…

ອ່ານຕື່ມ:  ຕ້າ ກິນດາວອນ: 22 ປີທີ່ແສນບໍ່ທຳມະດາ ຜູ້ທີ່ຂັບເຄື່ອນຊີວິດດ້ວຍການສະແດງ ການຂຽນເພງ ແລະ ສິລະປະ

ມ່ວນ: ສຸດທ້າຍນີ້ຢາກຝາກຫຍັງໃຫ້ຄົນທີ່ຜ່ານມາເຫັນໃຫ້ຮູ້ເຮົາຫຼາຍຂຶ້ນ

Sydney: ຝາກສະບາຍດີຕອນເຊົ້າ, ຕອນເເລງ, ຕອນສວຍເດີ້ທຸກຄົນ~ ຊິດນີ້ເປັນຄົນເວົ້າຫຼາຍ, ຂີ້ອາຍ ແລະ ຢາກໃຫ້ທຸກຄົນລອງເຂົ້າມາເບິ່ງຊ່ອງ ແລະ ມາເປັນ The Gang Girlsgurl ໄປນຳກັນທຸກຄົນເລີຍ.

ຈາກທີ່ໄດ້ຟັງ Sydney ເລົ່າມາກໍໄດ້ເຮັດໃຫ້ພວກເຮົາຮູ້ຈັກລາວກັນຫຼາຍຂື້ນແລ້ວ ແລະ ມ່ວນຢາກຝາກທຸກຄົນເຂົ້າໄປໃຫ້ກຳລັງໃຈ ແລະ ຍ້ອນເບິ່ງລາຍການເພື່ອຊົມຜົນງານ Sydney ທີ່ GIRL$GURL CHITCHAT ທາງ YOUTUBE: @girlsgurlhood

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຕ໋ອດ ລີນ້າ ເຜີຍມຸມມອງຊີວິດ ສູ່ການເປັນແຮງບັນດານໃຈໃນວົງການແຟຊັ່ນລາວ

ນັບຕັ້ງແຕ່ບາດກ້າວທຳອິດທີ່ເລີ່ມຈາກຄວາມໃຝ່ຝັນ… ຈົນກາຍເປັນ “ຕົວແມ່” ທີ່ຄອງວົງການທັງເບື້ອງໜ້າ ແລະ ເບື້ອງຫຼັງ. ບໍ່ວ່າຈະເປັນ ນັກຮ້ອງ, ນັກສະແດງ, ນາງແບບ ຫຼື ພິທີກອນ,...

ຈາກຄຳວ່າບໍ່ກ້າ ສູ່ 1st Runner Up Mister Teen Laos 2025 | ຢູກິ ກິດຕິພູມ ຈັນທະວົງ

“ຕະຫຼອດເວລາ 3 ເດືອນນີ້ ມັນບໍ່ໄດ້ດົນເລີຍ, ແຕ່ຍັງເຮັດໃຫ້ຢູກິໄດ້ຮຽນຮູ້ສິ່ງໃໝ່ໆ ໄດ້ຫຼາຍຂະໜາດນີ້, ຮູ້ສຶກພູມໃຈ ແລະ ຢາກຂອບໃຈໃນຕົວເອງທີ່ຕັດສິນໃຈເອົາຊະນະຄວາມຢ້ານແລ້ວລົງສະໝັກ audition ໃນມື້ນັ້ນ.” ປະໂຫຍກນີ້ຄົງສະຫຼຸບເລື່ອງລາວຂອງ...

ຈາກຜູ້ຟັງສູ່ຜູ້ຫຼິ້ນ ລົມນຳ Kino ມືເບສຜູ້ທີ່ເຊື່ອວ່າດົນຕີຄືເສັ້ນທາງທີ່ຊີວິດເລືອກ

ຈາກຜູ້ຟັງກາຍເປັນນັກດົນຕີ! Kino ນັກເບສອິດສະລະຜູ້ໃຊ້ດົນຕີນຳເສັ້ນທາງຊີວິດ. ຕິດຕາມການເດີນທາງຂອງລາວໃນອຸດສາຫະກຳດົນຕີລາວ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.