ຈາກສາວນ້ອຍຂີ້ອາຍ ແລະ ເປັນຄົນຫງຽບໆບໍ່ມັກເວົ້າສາມາດພັດທະນາຕົນເອງ, ມີຄວາມຄິດອີກມຸມໜື່ງທີ່ມ່ວນຫາກໍໄດ້ຮູ້ມາວ່ານ້ອງເມໄດ້ພົບກັບປະສົບການຕ່າງໆມາຫຼາກຫຼາຍພໍສົມຄວນ ແລະ ລວມເຖິງທັດສະນະຄະຕິທີ່ດີຈະຊ່ວຍໃຫ້ສາມາດພິສູດໃຫ້ພວກເຮົາເຫັນໄດ້ດ້ວຍຄວາມຕັ້ງໃຈໄດ້.
ມື້ນີ້ ມ່ວນກໍມີໂອກາດໄດ້ພາທຸກຄົນມາທຳຄວາມຮູ້ຈັກກັບນ້ອງໃໝ່ໃນວົງການລາວເຮົາ, ເຊິ່ງກໍຄື: ເມ ຫຼື ຣຸ້ງອາລຸນ ກຸລະວົງ (May Koulavong) ອາຍຸ 18 ປີ ຮຽນຈົບ ມ.7 ຈາກໂຮງຮຽນກຽດຕິສັກນານາຊາດ ເປັນສະມາຊິກໃນ GIRL$GURL ແລະ ເປັນພິທີກອນຈາກລາຍການ GIRL$GURL CHITCHAT.

IG: mmorniing
ຕໍ່ຈາກນີ້ພວກເຮົາໄປຟັງເລື່ອງເລົ່າ ແລະ ມາຮູ້ຈັກເມໃຫ້ຫຼາຍຂື້ນຜ່ານແບບຄຳຖາມທີ່ມ່ວນໄດ້ຖາມໄປ ແລະ ຄຳຕອບຈາກມຸມມອງຂອງເມຈະເປັນແນວໃດນັ້ນມາອ່ານກັນເລີຍ.
ມ່ວນ: ເຄີຍ Test MBTI ບໍ? ເມເປັນ Type ຫຍັງ?
ເມ: ໂດຍ ນ້ອງເມໄດ້ລອງ Test MBTI ຄັ້ງແລກແມ່ນເດືອນທີ່ແລ້ວນີ້ ແລະ ນ້ອງເມໄດ້ Type INTJ-T
ມ່ວນ: ແມ່ນຫຍັງທີ່ນ້ອງວ່າຍາກທີ່ສຸດໃນການມາເປັນພິທີກອນ
ເມ: ການເປັນພິທີກອນສຳລັບນ້ອງເມມັນບໍ່ງ່າຍເລີຍເພາະນ້ອງເມເປັນຄົນເວົ້າບໍ່ເກັ່ງ ແລະ ການເປັນພິທີກອນບໍ່ເຄີຍຢູ່ໃນຫົວເລີຍເພາະເປັນສິ່ງທີ່ໂຕເອງບໍ່ຖະໜັດ.
ຕອນເລີ່ມເຮັດລາຍການ GIRL$GURL CHITCHAT ໃໝ່ໆກໍມີຄົນບອກວ່າເປັນພິທີກອນຕ້ອງເວົ້າເກັ່ງໃດ໋ຕ້ອງເວົ້າ
ຫຼາຍໃດ໋ ແລະ ນ້ອງເມຍັງໄດ້ຍິນຄຳເວົ້າໜຶ່ງວ່າ “ເຊື່ອນິພວກນີ້ຕາຍໄມແນ່ນອນ” ກໍເລີຍເຮັດໃຫ້ກົດດັນ.
ແຕ່ນ້ອງເມກໍນຶກໄດ້ວ່າຖ້ານ້ອງເມບໍ່ລອງອອກຈາກ Safe zone ແລະ ລົງມືເຮັດເລີຍ, ນ້ອງເມກໍຈະບໍ່ໄດ້ພັດທະນາໂຕເອງກໍເລີຍຕັດສິນໃຈລົງມືເຮັດໃນສິ່ງທີ່ບໍ່ເຄີຍເຮັດ ເພາະມີໂອກາດໄດ້ເຮັດແລ້ວກໍຢາກເຮັດໃຫ້ເຕັມທີ່.

ມ່ວນ: ສິ່ງທີ່ຄິດວ່າເຮົານັ້ນແຕກຕ່າງຫຼາຍທີ່ສຸດເວລາຕອນຢູ່ໜ້າຈໍ ແລະ ນອກຈໍ
ເມ: ສິ່ງທີ່ຄິດວ່າແຕກຕ່າງຫຼາຍທີ່ສຸດເວລາຕອນຢູ່ໜ້າຈໍ ແລະ ນອກຈໍແມ່ນເລື່ອງການເວົ້ານິແຫຼະ, ໜ້າຈໍນ້ອງເມຈະເວົ້າຫຼາຍກວ່າປົກກະຕິແຕ່ນອກຈໍນ້ອງເມແທບຈະບໍ່ເວົ້າເລີຍ.
ມ່ວນ: ເຫດການທີ່ບໍ່ຄາດຄິດວ່າຈະເກີດຂຶ້ນໄດ້ຕອນຫຼັງຈາກທີ່ມາເປັນພິທີກອນແລ້ວ
ເມ: ຫຼັງຈາກມາເປັນພິທີກອນແມ່ນບໍ່ຄາດຄິດວ່າຈະໄດ້ຮ່ວມງານກັບຄົນໃນວົງການຫຼາຍຂະໜາດນີ້ ແຕ່ກໍເປັນປະສົບການທີ່ດີສຳຫຼັບນ້ອງເມເລີຍ ເພາະໄດ້ພົບກັບຄົນຈາກສາຍອາຊີບຕ່າງໆໃນວົງການ ແລະ ໄດ້ຮູ້ເບື້ອງຫຼັງການເຮັດວຽກຂອງເຂົາເຈົ້າທີ່ນ້ອງເມບໍ່ເຄີຍຮູ້ມາກ່ອນ.
ມ່ວນ: ມີຫຍັງແດ່ທີ່ຢາກເຮັດ ແລະ ໄດ້ເຮັດມາແລ້ວເລົ່າໂມເມັ້ນນັ້ນໃຫ້ຟັງແດ່?
ເມ: ສິ່ງທີ່ຢາກເຮັດ ແລະ ໄດ້ເຮັດແລ້ວແມ່ນການໄດ້ເຮັດວຽກໃນສາຍງານຂອງພໍ່ແມ່ ເພາະຕັ້ງແຕ່ນ້ອຍຈົນໃຫຍ່ນ້ອງເມເຫັນເພີ່ນເຮັດວຽກໜັກມາໂດຍຕະຫຼອດ. ແຕ່ກໍບໍ່ຮູ້ເລີຍວ່າເພີ່ນຕ້ອງເຮັດຫຍັງແດ່ໃນແຕ່ລະມື້, ເພື່ອຈະພັດທະນາໂຕເອງ ແລະ ບໍລິສັດໃຫ້ໄປທາງຫນ້າ.
2 ປີຫຼັງມານີ້ ນ້ອງເມໄດ້ມີໂອກາດເຂົ້າມາຊ່ວຍວຽກໃນບໍລິສັດເລີຍໄດ້ຮູ້ເຖິງຄວາມຍາກລຳບາກ ແລະ ໄດ້ຮຽນຮູ້ຫຼາຍຢ່າງຈາກເພີ່ນບໍ່ວ່າຈະເປັນຫນ້າວຽກທີ່ເຮັດຢູ່, ສັງຄົມ ແລະ ຍັງມີອີກຫຼາຍຢ່າງທີ່ນ້ອງເມຈະຕ້ອງໄດ້ຮຽນຮູ້ຈາກຈາກພໍ່ແມ່

ມ່ວນ: ປະສົບການທີ່ຮູ້ສຶກບໍ່ດີຈົນລືມບໍ່ລົງ
ເມ: ປະສົບການທີ່ຮູ້ສຶກບໍ່ດີຈົນລືມບໍ່ລົງເເມ່ນຕອນຍັງນ້ອຍເຄີຍຈົມນ້ຳແຕ່ດີທີ່ໝູ່ຊ່ວຍໄດ້ທັນ ເເລະ ໂຊກດີຂອງນ້ອງເມເລີຍຄືນ້ອງເມເປັນຄົນຂີ້ລືມໂດຍສະເພາະເລື່ອງທີ່ເຮັດໃຫ້ໂຕເອງຮູ້ສຶກບໍ່ດີ, ເຮັດໃຫ້ບໍ່ຄ່ອຍຈື່ເຫດການນັ້. ເລີຍບໍ່ໄດ້ເຮັດໃຫ້ຢ້ານນ້ຳເພາະບາງຄົນຖ້າຈົມນ້ຳຂະໜາດນັ້ນກະອາດຈະຢ້ານນ້ຳໄປເລີຍ.
ມ່ວນ: ພາຍໃນອະນາຄົດອີກ 5 ປີຫຼັງຈາກນີ້ຄິດວ່າເຮົາຈະເຮັດຫຍັງຢູ່
ເມ: 5 ປີຫຼັງຈາກນີ້ນ້ອງເມຄິດວ່າໜ້າຈະເຮັດວຽກໃນສາຍງານຂອງພໍ່ແມ່, ແຕ່ເປັນບົດບາດທີ່ແຕກຕ່າງອອກໄປຈາກຕອນີ້ ອາດຈະເປັນເບື້ອງຫຼັງ ຫຼື ເບື້ອງໜ້າກໍຝາກຕິດຕາມແນ່ເດີ້.
ມ່ວນ: ຖ້າຮູ້ສຶກເມື່ອຍ ແລະ ທໍ້ ມີສິ່ງໃດທີ່ຈະຊ່ວຍເຮັດໃຫ້ເຮົາຮູ້ສຶກດີຂື້ນ
ເມ: ເວລາເມື່ອຍ ແລະ ທໍ້ຈະມີຢູ່ 2 ຢ່າງທີ່ນ້ອງເມມັກເຮັດຄື: ປິດໂທລະສັບແລ້ວໄປນອນເລີຍ ຫຼື ເຮັດວຽກໜັກໆແບບຫັກໂຫມໂຕເອງໄປເລີຍ.
ມ່ວນ: ຢາກບອກຫຍັງກັບຄົນທີ່ເປັນກຳລັງໃຈໃຫ້ເຮົາທີ່ຊຸກຍູ້ເຮົາແດ່?
ເມ: ຢາກບອກວ່າຂອບໃຈທີ່ເປັນກຳລັງໃຈໃຫ້, ເພາະການທີ່ນ້ອງເມຈະກ້າອອກຈາກ Safe zone ໂຕເອງໄດ້ຂະໜາາດນີ້ກໍຍ້ອນມີກຳລັງໃຈດີໆຈາກຄອບຄົວ ແລະ ໝູ່ເພື່ອນ. ນອກຈາກນັ້ນທີ່ຂາດໄປບໍ່ໄດ້ເລີຍແມ່ນກຳລັງໃຈຈາກຄົນເບິ່ງທີ່ຄອຍໃຫ້ Feedbacks ໃຫ້ກຳລັງໃຈມາໂດຍຕະຫຼອດ ຂອບໃຈຫຼາຍໆ.
ມ່ວນຂໍຝາກທຸກຄົນເຂົ້າໄປໃຫ້ກຳລັງໃຈ ແລະ ຍ້ອນເບິ່ງລາຍການເພື່ອຊົມຜົນງານນ້ອງເມ ທີ່ GIRL$GURL CHITCHAT ທາງ YOUTUBE: @girlsgurlhood
ໂດຍ: ທີມບັນນາທິການ Muan