ສ່ວນຫຼາຍພວກເຮົາມັກຈະເບິ່ງຂ້າມຜົນກະທົບຂອງຄວາມເຄັ່ງຄຽດກົດດັນ, ເພາະວ່າໃສ່ໃຈກັບເລື່ອງອື່ນຫຼາຍກວ່າທີ່ຈະກັບມາເບິ່ງສຸຂະພາບຕົວເອງ. ສິ່ງທີ່ເຮົາມັກພົບບັນຫາໃນແຕ່ລະວັນນັ້ນແຫຼະຄືບັນຫາໃຫຍ່ທີ່ເຊື່ອງຊ້ອນໄວ້ຢູ່ທັງຜົນກະທົບຕໍ່ສຸຂະພາບຈິດຄວາມເຄັ່ງຄຽດກົດດັນໃນໄລຍະຍາວສາມາດນໍາໄປສູ່ໂລກຊຶມເສົ້າ, ໂລກວິຕົກກັງວົນ ແລະ ສະພາບອາລົມອື່ນໆ. ຄວາມເຄັ່ງຄຽດເຮັດໃຫ້ສະໝອງເຮັດວຽກໜັກຂຶ້ນ, ບໍ່ມີສະມາທິ ແລະ ມັນຍັງເພີ່ມຄວາມດັນເລືອດສູງ ແລະ ເພີ່ມຄວາມສ່ຽງຕໍ່ການເປັນໂລກທີ່ກ່ຽວກັບຫົວໃຈ ແລະ ຫຼອດເລືອດ. ເຮັດໃຫ້ຫົວໃຈເຮັດວຽກໜັກຂຶ້ນມັນໄດ້ສົ່ງຜົນໃຫ້ເສັ້ນເລືອດຕີບລົງ ແລະ ອາດເປັນອັນຕະລາຍເຖິງຊີວິດໄດ້. ມື້ນີ້ມ່ວນເລີຍນຳສິ່ງທີ່ຈະກໍ່ໃຫ້ເກີດຜົນກະທົບມາແຊຣ໌ໃຫ້ທຸກຄົນຮູ້ ແລະ ພວກເຮົາຄວນຕ້ອງໄດ້ເອົາໃຈໃສ່ຢ່າງຈິງຈັງ. ກັບວິທີຫຼີກລ້ຽງບັນຫາຄວາມເຄັ່ງຄຽດກົດດັນທີ່ສົ່ງຜົນກະທົບທາງອ້ອມກັບຮ່າງກາຍ ແລະ ຈິດໃຈ....
ລອງມາສັງເກດໂຕເອງເບິ່ງວ່າ ຕອນນີ້ໝູ່ເພື່ອນກຳລັງຮັກຄົນອື່ນເກີນໄປຈົນລືມໃສ່ໃຈຄວາມຮູ້ສຶກໂຕເອງຢູ່ ຫຼື ບໍ່? ຈົນປ່ອຍໃຫ້ຄົນອື່ນທຳຮ້າຍຈິດໃຈໂຕເອງ ກາຍເປັນຄົນທີ່ຮັກໂຕເອງໜ້ອຍລົງ. ລອງຖາມໂຕເອງກັນເບິ່ງ ເພາະມັນບໍ່ແມ່ນສິ່ງທີ່ດີຢ່າງແນ່ນອນ ຖ້າກາຍເປັນຄົນທີ່ບໍ່ຮັກໂຕເອງ ແລະ ຂັບເຄື່ອນຊີວິດດ້ວຍຄວາມຮັກຈາກຄົນອື່ນຈົນສູນເສຍຄວາມເປັນໂຕເອງໄປ. ມາລອງກວດເບິ່ງກັນວ່າ ໝູ່ເພື່ອນກຳລັງບໍ່ຮັກໂຕເອງຢູ່ ຫຼື ບໍ່? 1. ໃຫ້ຄວາມສຳຄັນກັບຄົນອື່ນຫຼາຍເກີນໄປ ເປັນເລື່ອງທີ່ບໍ່ສົມຄວນປານໃດ ເພາະຍິ່ງໃຫ້ໃຈໄປກັບຄົນທີ່ເບິ່ງເຫັນຄ່າຂອງເຈົ້າພຽງແຕ່ບາງເວລາ ຍິ່ງຖືວ່າເປັນການທຳຮ້າຍໂຕເອງແບບບໍ່ທັນຮູ້ໂຕອີກຊໍ້າ. 2. ຮ້ອງໄຫ້ເສຍໃຈກັບຄວາມຮັກທີ່ບໍ່ດີ ຈົນບໍ່ເປັນອັນເຮັດຫຍັງອັນອື່ນ....
ຄໍາເວົ້າມີບົດບາດສໍາຄັນໃນການໃຫ້ກໍາລັງໃຈຜູ້ທີ່ເປັນຊຶມເສົ້າ, ຄວາມໃສ່ໃຈຂອງເຮົາສາມາດເຮັດໃຫ້ພວກເຂົາຮູ້ສຶກດີທີ່ຍັງມີຄົນທີ່ເຂົ້າອົກເຂົ້າໃຈເຮົາ. ແຕ່ໃນທາງກົງກັນຂ້າມ, ການເວົ້າໂດຍທີ່ບໍ່ໄດ້ຄິດ ແລະ ກັ່ນກອງດີໆອາດເຮັດໃຫ້ເຂົາຮູ້ສຶກບໍ່ດີ ແລະ ເຮັດໃຫ້ພວກເຂົາມີອາການຊຶມເສົ້າໜັກກວ່າເກົ່າໄດ້. ເວົ້າງ່າຍໆຄືຄໍາເວົ້າມີຜົນກະທົບຕໍ່ຜູ້ທີ່ເປັນຊຶມເສົ້າສູງ ແລະ ມີຜົນຕໍ່ການຮັກສາອາການຊຶມເສົ້າຂອງພວກເຂົາອີກດ້ວຍ. ສະນັ້ນ, ມ່ວນຢາກມາບອກໝູ່ເພື່ອນໃຫ້ລະວັງ, ເອົາໃຈໃສ່ບຸກຄົນທີ່ເປັນຊຶມເສົ້າໃຫ້ຫຼາຍຂຶ້ນ ແລະ ຢ່າເວົ້າ 5 ສິ່ງນີ້ກັບພວກເຂົາ. 1. “ຊີວິດເຈົ້າດີແລ້ວເດ, ເປັນຫຍັງຕ້ອງຊຶມເສົ້ານໍາ?” ຄວາມເຂົ້າໃຈແບບຜິດໆທີ່ຫຼາຍຄົນມີແມ່ນ ‘ຄົນທີ່ຊຶມເສົ້າຕ້ອງມີຊີວິດທີ່ລໍາບາກ’...
ຄວາມຜິດພາດໃນອາດີດທີ່ນຳມາຫຼອກຫຼອນເຮົາໃນປັດຈຸບັນ ມັນເກີດຈາກການຕັດສິນໃຈເລື່ອງໃດໜຶ່ງທີ່ຜິດພາດໃນອາດີດຈົນສົ່ງຜົນມາສູ່ເຮົາໃນປັດຈຸບັນ. ຈາກເຫດການນັ້ນເຮັດໃນເຮົາກັບມາຄິດຍ້ອນຄືນຫຼາຍຢ່າງ, ເປັນຫຍັງເຮົາຄືບໍ່ເຮັດແບບນັ້ນ? ຮູ້ຊິກະບໍ່ເຮັດແບບນີ້ລະ! ເກີດມີຄຳຖາມໃນຫົວຕີກັນໄປມາເຮັດໃຫ້ເຮົາຮູ້ສຶກເຈັບໃຈ ແລະ ເສຍດາຍທີ່ຕັດສິນໃຈແບບນັ້ນໄປ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຕາມ. ສິ່ງນີ້ເອງທີ່ເປັນສາເຫດໃຫ້ເຮົາຢ້ານທີ່ຈະຕັດສິນໃຈໃນເລື່ອງຕ່າງໆ. ການຢ້ານທີ່ຈະຕັດສິນໃຈນັ້ນສົ່ງຜົນກະທົບຕໍ່ເຮົາຫຼາຍເຊັ່ນ:ບໍ່ກ້າທີ່ຈະສ່ຽງ, ບໍ່ກ້າລອງສິ່ງໃໝ່ໆ, ປິດກັ້ນໂອກາດທີ່ຈະເຂົ້າມາໃນຊີວິດ ແລະ ບໍ່ກ້າຕັ້ງເປົ້າໝາຍ ຫຼື ຄາດຫວັງສູງກັບສິ່ງທີ່ເຮັດ. ແລ້ວເຮົາຈະມີປ້ອງກັນແນວໃດລະໃຫ້ບໍ່ເສຍໃຈກັບສິ່ງທີ່ຕັດສິນໃຈລົງໄປ? 1. ຮູ້ເທົ່າທັນອາລົມຂອງຕົວເອງ ຮັບຮູ້ເຖິງອາລົມທີ່ກຳລັງເກີດຂຶ້ນ...
ການເປັນແຟນຄລັບ ຫຼື “ຕິ່ງ” ສິລະປິນທີ່ເຮົາມັກ ເປັນຫຼາຍກວ່າການຕິດຕາມຜົນງານ ຫຼາຍຄັ້ງມັນສ້າງແຮງບັນດານໃຈ, ເປັນທີ່ເພິ່ງພາທາງໃຈ ແລະ ເປັນສ່ວນໜຶ່ງຂອງການໃຊ້ຊີວິດຢ່າງມີຄວາມສຸກ. ຫຼາຍຄັ້ງທີ່ເຮົາໄດ້ຍິນຄຳເວົ້າຈາກຄົນອ້ອມໂຕ ເຊັ່ນ: “ເປັນຫຍັງຈຶ່ງຕ້ອງຕິດຕາມຂະໜາດນັ້ນ?” ຫຼື “ມັນໄຮ້ສາລະໂພດຕິເບາະ?” ເຊິ່ງຄຳເວົ້າເຫຼົ່ານີ້ ອາດເຮັດໃຫ້ເຮົາຮູ້ສຶກບໍ່ໝັ້ນໃຈ ແລະ ເລີ່ມຕັ້ງຄຳຖາມກັບສິ່ງທີ່ເຮົາຮັກ. ແນວໃດກໍຕາມ ການເປັນແຟນຄລັບເປັນເລື່ອງຄວາມສຸກສ່ວນຕົວ. ການມີຄວາມສຸກຖືເປັນເລື່ອງທີ່ໄຮ້ສາລະຂະໜາດນັ້ນບໍ່? ຊີວິດນັ້ນສັ້ນເກີນກວ່າທີ່ຈະບໍ່ເຮັດໃນສິ່ງທີ່ເຮົາຮັກ ເຮົາບໍ່ຮູ້ວ່າຊີວິດເຮົາໃນມື້ອື່ນຈະເປັນແນວໃດ...
ການທີ່ເຈົ້າເປັນຄົນໃຈດີ ແລະ ມັກຊ່ວຍເຫຼືອຄົນອື່ນນັ້ນຖືວ່າເປັນສິ່ງທີ່ດີ, ແຕ່ຖ້າມັນຫຼາຍເກີນໄປຈົນບໍ່ມີໃຜເກງໃຈເດເພາະມັນໄດ້ເລີ່ມສ້າງຄວາມລຳບາກເພີ່ມຕື່ມໃຫ້ເຈົ້າຈົນທົນບໍ່ໄຫວແລ້ວ. ແຕ່ສຸດທ້າຍກໍປະຕິເສດບໍ່ໄດ້ເພາະຮູ້ສຶກຜິດເຮັດໃຫ້ຕັດສິນໃຈຊ່ວຍທຸກຄັ້ງ. ໃຜທີ່ເປັນຄົນປະເພດ “People Pleaser ຫຼື ໂດຍ ເຮັດໄດ້ໝົດ, ໂອເຄ ດຽວເຮັດໃຫ້” ເຈົ້າຕ້ອງຢຸດອ່ານກ່ອນເລີຍເດີ. ເພາະການເປັນຄົນທີ່ອີ່ຫຍັງກະໄດ້, ຂີ້ເກງໃຈໃຜຂໍຫຍັງມາກໍເຮັດໃຫ້ໝົດ, ເພາະເປັນຄົນມັກຊ່ວຍເຫຼືອຄົນອື່ນບາງຄັ້ງມັນກໍເກີນໂຕຫຼາຍເກີນໄປ ແລະ ອາດຈະຝືນຕົວເອງໄປຫຼາຍກໍຍອມໄປກ່ອການນຈົນເຮັດໃຫ້ຕົວເອງລຳບາກເອງ. ການຢຸດເປັນຄົນແບບ People Pleaser ຫຼຶ...
ຄໍາວ່າ ” Chronically Single ຫຼື ໂສດຊໍາເຮື້ອ” ແມ່ນໃຊ້ເພື່ອອະທິບາຍສະຖານະຂອງການເປັນໂສດມາເປັນເວລາດົນ, ມັນອາດຈະມີສາເຫດມາຈາກຫຼາຍປັດໃຈເຊັ່ນ: ການເລືອກຢູ່ເປັນໂສດໂດຍບໍ່ຮູ້ສຶກກົດດັນຈາກສັງຄົມ, ຍັງບໍ່ພົບຄົນທີ່ຮູ້ສຶກວ່າແມ່ນ ຫຼື ຢ້ານທີ່ຈະເປີດໃຈ ແລະ ເລີ່ມຕົ້ນຄວາມສໍາພັນໃໝ່. ສໍາລັບບາງຄົນການເປັນໂສດແບບຊໍາເຮື້ອມັນໄດ້ສ້າງຄວາມຮູ້ສຶກຂອງເຫງົາ ແລະ ໂດດດ່ຽວ ແຕ່ບາງຄົນອາດຈະມີຄວາມສຸກເພາະມັກຄວາມເປັນອິດສະຫຼະໃນການຢູ່ຄົນດຽວ. ສາເຫດທີ່ເຮັດໃຫ້ເປັນຄົນໂສດຊຳເຮື້ອກໍມີຫຼາກຫຼາຍປັດໄຈຫຼັກນຳກັນເຊັ່ນ: ມາດຕະຖານສູງ ແລະ ມີຄວາມຄາດຫວັງສູງ (ຈົນບໍ່ສາມາດຫາຄົນທີ່ກົງກັບຄວາມຄາດຫວັງໄດ້),...