ໜ້າຫຼັກ ພຶດຕິກຳ

ພຶດຕິກຳ

56 ບົດຄວາມ

ເບື່ອ! ບໍ່ຢາກເຮັດແລ້ວແຕ່ມັນຈຳເປັນ 4 ສິ່ງທີ່ຈະຊ່ວຍກະຕຸ້ນໃຫ້ເຮົາເຮັດໃນສິ່ງທີ່ບໍ່ຢາກເຮັດ

‘‘ອີຫຍັງທີ່ບໍ່ຢາກເຮັດ ກໍບໍ່ຈຳເປັນຕ້ອງຝືນເຮັດ’’ ປະໂຫຍກນີ້ເຮົາມັກຈະໄດ້ຍິນຄຳແນະນຳໃນການໃຊ້ຊີວິດຫຼາຍຄັ້ງ ເຊິ່ງມັນມີທັງສ່ວນຖືກ ແລະ ບໍ່ຖືກ. ໃນໂລກແຫ່ງຄວາມເປັນຈິງແລ້ວການທີ່ເຮົາເລືອກທີ່ຈະບໍ່ຝືນທົນໃນສິ່ງທີ່ບໍ່ຢາກເຮັດນັ້ນ ເປັນສິ່ງທີ່ເປັນໄປບໍ່ໄດ້ທັງໝົດ ເພາະການທີ່ເຮົາຝືນເຮັດບາງຢ່າງມັນອາດຈະເປັນຜົນດີຕໍ່ເຮົາຫຼາຍກໍໄດ້. ແຕ່ກໍມີຫຼາຍຄົນທີ່ຮູ້ສຶກບໍ່ຢາກເຮັດສິ່ງໃດສິ່ງໃດໜຶ່ງ ບໍ່ແມ່ນວ່າຍ້ອນເຮົາຂີ້ຄ້ານ, ໝົດໄຟ ຫຼື ອີຫຍັງກໍຕາມ ແຕ່ ເຫດຜົນງ່າຍໆກໍຄືຕັ້ງບໍ່ຢາກເຮັດນິລະ! ບໍ່ວ່າຈະເປັນເຮັດວຽກບ້ານ,ອານະໄມເຮືອນ, ອອກກຳລັງກາຍ, ອອກໄປສັງສັນ ແລະ ເຮັດວຽກ. ເຊິ່ງມ່ວນກໍມີ 4...

ມີຫຍັງເປັນຂອງຕົວເອງລະ? ຍຸກການແຂ່ງຂັນເພື່ອຜົນສຳເລັດ ອາດເຮັດໃຫ້ Gen Z ຄິດວ່າຕົວເອງ “ບໍ່ດີພໍ”

ອາຍຸນ້ອຍຮ້ອຍລ້ານ, ຊື້ບ້ານຊື້ລົດແຕ່ນ້ອຍ, ສິ່ງທີ່ສັງຄົມຍ້ອງຍໍ ແລະ ຄອບຄົວຂອງໃຜຫຼາຍໆຄົນຕ່າງກໍຄາດຫວັງໃຫ້ພວກເຮົາປະສົບຜົນສໍາເລັດຕັ້ງແຕ່ຫໜຸ່ມໆ ອາດສົ່ງຜົນເຖິງຈິດໃຈຂອງເຮົາໄດ້ເລີຍໃດ. ທຸກມື້ນີ້ເວລາຜ່ານໄປໄວຈົນເຮົາບໍ່ທັນຕັ້ງຕົວ ເຮັດໃຫ້ໃຜຫຼາຍຄົນຮູ້ສຶກບໍ່ໝັ້ນໃຈໃນຕົວເອງ, ຮູ້ສຶກບໍ່ເກັ່ງພໍ, ບໍ່ງາມພໍ ໂດຍສະເພາະຢ່າງຍິ່ງແມ່ນໄວລຸ້ນຍຸກປັດຈຸບັນ ຫຼື Gen Z ທີ່ໄດ້ເຕີບໃຫຍ່ມາພ້ອມກັບໂຊຊຽວມີເດຍ ແລະ ຕ້ອງເຈິກັບຄວາມກົດດັນໃນການໃຊ້ຊີວິດໃນສັງຄົມໃນໂລກອອນລາຍ. ບໍ່ວ່າຈະເຫັນໝູ່ເພື່ອນທີ່ກຳລັງມີຄອບຄົວ ຊື້ບ້ານ ຊື້ລົດ, ເຫັນຊີວິດດີໆຂອງດາລາຄົນດັງທີ່ກໍາລັງມີຄວາມສຸກ ເຮັດໃຫ້ເບິ່ງຍ້ອນກັບມາທີ່ຕົວເອງ ວ່າເປັນຫຍັງເຮົາຈຶ່ງບໍ່ມີຄືເຂົາ,...

ນອນກໍເມື່ອຍ ຢູ່ລ້າໆກໍເມື່ອຍ ແນະນຳ 5 ວິທີເອົາຊະນະຄວາມເມື່ອຍລ້າ

ນອນໄວສໍ່າໃດກໍຍັງເມື່ອຍ, ກິນກາເຟເຂັ້ມໆກໍຍັງລ້າ. ຖ້າໝູ່ເພື່ອນຄົນໃດເປັນແບບນີ້ມ່ວນຂໍບອກເລີຍວ່າເພິ່ນບໍ່ໄດ້ເມື່ອຍຢູ່ຄົນດຽວເດີ. ງານວິໄຈຂອງ Radboud University ໄດ້ສໍາຫຼວດຜູ້ຄົນ 2 ໝື່ນກວ່າຄົນແລ້ວພົບວ່າ 30% ມີອາການເມື່ອຍລ້າຕະຫຼອດເວລາຈົນກະທົບການໃຊ້ຊີວິດປະຈໍາວັນ, ເຮັດໃຫ້ວຽກງານມີຄວາມສ່ຽງ ແລະ ລາມໄປເຖິງຄວາມສໍາພັນອ້ອມໂຕ. ອາການເມື່ອຍຂອງແຕ່ລະຄົນນັ້ນບໍ່ຄືກັນເນື່ອງຈາກຮ່າງກາຍ ແລະ ສຸຂະພາບຈິດໃຈທີ່ແຕກຕ່າງການໄປ, ແຕ່ທາງການແພດມີຫຼັກຖານວ່າຄວາມເມື່ອຍສາມາດນໍາພາໄປສູ່ໂລກໄພຕ່າງໆໄດ້. ຫາກຄົນເມື່ອຍ 24 ຊົ່ວໂມງແບບເຮົາຢາກຈະເອົາຊະນະຄວາມເມື່ອຂອງຕົນເອງຄວນເລີ່ມຕົ້ນແນວໃດ? ແອັດມິນຂໍແນະນໍາ 5...

ລວມຍາດພີ່ນ້ອງເທື່ອໃດມັກຖືກຍິງຄຳຖາມ ທີ່ເຮັດໃຫ້ບໍ່ສະບາຍໃຈຄວນເຮັດແນວໃດ?

ຮອດງານລວມຍາດພີ່ນ້ອງເທື່ອໃດກໍເຮັດໃຫ້ຮູ້ສຶກບໍ່ຢາກໄປທຸກຄັ້ງ, ແຕ່ກໍຫຼີກໜີບໍ່ໄດ້ ແລະ ຈຳເປັນຕ້ອງໄປຮ່ວມງານ ແຕ່ພໍໄປເຫັນກັນຄົບໜ້າເທື່ອໃດກໍ່ຈະຖືກຍິງຄຳຖາມທີ່ເຮັດໃຫ້ອຶດອັດໃຈໃສ່ກັນຕະຫຼອດເຊັ່ນ: ຕຸ້ຍຂຶ້ນຫວາ, ຮຽນຈົບແລ້ວຈະເຮັດຫຍັງຕໍ່, ໄດ້ເງີນເດືອນເທົ່າ, ປານໃດຈະມີແຟນ ຫຼື ປານໃດຈະແຕ່ງງານ ເປັນຕົ້ນ. ການທີ່ຕ້ອງປະເຊີນໜ້າກັບຄຳຖາມຈາກຍາດພີ່ນ້ອງທີ່ເຮັດໃຫ້ເຮົາຮູ້ສຶກບໍ່ສະບາຍໃຈເປັນສິ່ງທີ່ຫຼາຍຄົນມັກພົບໃນງານລ້ຽງຄອບຄົວ, ເຮົາຈະເຮັດແນວໃດດີເພາະບໍ່ຢາກພົບກັບສະຖານະການແບບນີ້ອີກແລ້ວ. ມື້ນີ້ມ່ວນມີ 4 ວິທີເພື່ອຮັບມືກັບບັນດາຍາດພີ່ນ້ອງໃນງານລວມຕົວຂອງຄອບຄົວມາແນະນຳໃຫ້ຟັງກັນ. 1. ກຽມຄຳຕອບລ່ວງໜ້າ ພະຍາຍາມມາກັບຄໍາຕອບທີ່ສັ້ນ ແລະ ສຸພາບ. ທີ່ສາມາດຕອບໄດ້ໂດຍບໍ່ຕ້ອງມີການອະທິບາຍລາຍລະອຽດຫຼາຍເຊັ່ນ:...

ຮ້າຍຄົນສະໜິດເກັ່ງແຕ່ເວົ້າດີກັບຄົນອື່ນສຸດໆ ເປັນຫຍັງຈຶ່ງເປັນແບບນີ້

ເຄີຍສັງເກດໂຕເອງບໍ່ວ່າເປັນຫຍັງເຮົາຈຶ່ງມັກເວົ້າດີກັບຄົນອື່ນ, ແຕ່ມັກສະແດງຄວາມໃຈຮ້ອນອອກມາເມື່ອຢູ່ກັບຄອບຄົວ ແລະ ຄົນທີ່ຢູ່ໃກ້ໂຕເຮົາ? ມື້ນີ້ມ່ວນຈະມາອະທິບາຍໃຫ້ຟັງວ່າ ເປັນຫຍັງເຮົາຈຶ່ງມີພຶດຕິກໍາແບບນີ້. ບາງຄົນອາດຈະມີທັດສະນະຄະຕິວ່າເຮົາຢູ່ກັບຄອບຄົວ ຫຼື ຄົນໃກ້ໂຕແລ້ວເຮົາຈະເຮັດຫຍັງກໍໄດ້, ເພາະເຮົາໝັ້ນໃຈວ່າພວກເຂົາຈະບໍ່ຖິ້ມເຮົາໄປໃສແນ່ນອນ, ໃນບາງເທື່ອກໍເປັນຍ້ອນວ່າພວກເຂົາເຮັດໃຫ້ເຮົາຮູ້ສຶກປອດໄພ ເລີຍສາມາດສະແດງນິໄສທີ່ແທ້ຈິງຂອງຕົນອອກມາ. ບາງຄົນກໍໄປເຈິເຫດການຕ່າງໆທີ່ບໍ່ດີຈາກນອກບ້ານ, ເລີຍເຮັດໃຫ້ເກີດມີພາວະເກັບກົດ ແລ້ວມາລະບາຍກັບຄົນຢູ່ບ້ານທີ່ອາດຈະເປັນຄອບຄົວ ຫຼື ຄົນຮັກ ໂດຍການສະແດງຄວາມໂມໂຫຮ້າຍອອກໄປ. ພຶດຕິກໍາເຫຼົ່ານີ້ ເປັນກົນໄກການປ້ອງກັນທາງຈິດໃຈທີ່ມະນຸດມີໂດຍທໍາມະຊາດ, ແຕ່ເນື່ອງຈາກວ່າຄວາມອົດທົນຂອງແຕ່ລະບຸກຄົນນັ້ນບໍ່ເທົ່າກັນ ກໍເລີຍມີການລະບາຍອາລົມຮ້າຍອອກມາໃສ່ຄົນໃນບ້ານຂອງຕົນເອງ. ແນ່ນອນວ່າ...

“ເຊົາລະເຊົາເດີ ເມົາແລ້ວມັກໂທຫາແຟນເກົ່າ” ວິທີຢຸດອາການເມົາແລ້ວມັກໂທຫາອະດີດຄົນຮັກເກົ່າ

ກົດເຫຼັກສຳລັບແລງມື້ນີ້ກໍຄື “ຈົ່ງເອົາມືຖືໜີໃຫ້ໄກຈາກຄົນເມົາ” ເພາະເຂົາເຈົ້າອາດກົດສົ່ງຂໍ້ຄວາມໄປຫາຄົນທີ່ບໍ່ຄວນສົ່ງຫາ ໂດຍສະເພາະຄົນໃນຄວາມສຳພັນເກົ່າໆ. ຫຼາຍຄັ້ງ ຮູ້ໂຕອີກເທື່ອກໍຕອນທີ່ສວ່າງເມົາ ແລ້ວເຈົ້າໂຕກັບໄປອ່ານແຊັດຄືນ ຈົນເຖິງຂັ້ນຕ້ອງອຸທານອອກມາວ່າ “ຈິບຫາຍ!” ອາການເມົາແລ້ວແຊັດໄປຫາເຂົາເຈົ້າໂດຍບໍ່ຕັ້ງໃຈ ນັບເປັນໜຶ່ງພິດຕິກຳທີ່ພົບເຫັນໄດ້ທົ່ວໄປ ຈົນເຖິງຂັ້ນຕ່າງປະເທດມາເຮັດວິໄຈກັນກ່ຽວກັບອາການແຊັດຕອນເມົານີ້. ໃນທາງພຶດຕິກຳ, ການດື່ມເຄື່ອງດື່ມມຶນເມົາມີຄວາມສຳພັນກັບຄວາມບອບບາງທາງຄວາມຮູ້ສຶກທີ່ເກີດຈາກການດື່ມ ແລະ ສຳພັນກັບການສົ່ງຂໍ້ຄວາມທາງອອນລາຍ. ເຫດຜົນກໍຍ້ອນພາວະແອວກໍຮໍໃນເລືອດສູງ ເຮັດໃຫ້ສະໝອງບາງສ່ວນເຮັດວຽກໄດ້ໜ້ອຍລົງ ໂດຍສະເພາະສ່ວນທີ່ຄວບຄຸມການຢັບຢັ້ງຊັ່ງໃຈ ສົ່ງຜົນໃຫ້ການຄິດໄຕ່ຕອງເຖິງຜົນຂອງການກະທຳເຮັດວຽກໄດ້ບໍ່ເທົ່າຕອນທີ່ບໍ່ເມົາ. ນອກຈາກນັ້ນ ຍັງມີຜົນການວິໄຈທີ່ວ່າ ແອວກໍຮໍຊ່ວຍເພີ່ມຄວາມໝັ້ນໃຈໃນຕົວເອງ...

ໃຈດີໂພດຈົນຖືກເອົາປຽບ 4 ຂໍ້ສັງເກດທີ່ບອກວ່າເຮົາຄວນພໍແລ້ວກັບຄວາມໃຈດີ

ແຮງໃຈດີກໍແຮງຖືກເອົາປຽບແມ່ນແທ້ບໍ?! ທຸກຄົນຄິດວ່າແນວໃດກັບເລື່ອງນີ້?… ເມື່ອຄວາມໃຈດີຫຼາຍເກີນໄປອາດຍ້ອນກັບມາທຳຮ້າຍໂຕເຮົາເອງ ແລ້ວເຮົາຍັງຈະຕ້ອງໃຈດີຢູ່ແບບນີ້ຕໍ່ອີກບໍ? ຕັ້ງແຕ່ນ້ອຍຈົນໃຫຍ່ມາເຮົາຖືກສອນຢູ່ສະເໝີວ່າ ໃຫ້ເຮັດດີນໍາຜູ້ອື່ນ, ຕ້ອງຮູ້ຈັກແບ່ງປັນ, ເຫັນອົກເຫັນໃຈຜູ້ອື່ນ ແລະ ຊ່ວຍເຫຼືອຜູ້ອື່ນເທົ່າຄວາມສາມາດທີ່ເຮົາຈະຊ່ວຍໄດ້. ແນ່ນອນວ່າການເປັນຄົນຈິງໃຈ ແລະ ຈິດໃຈດີ ເປັນສິ່ງທີ່ເຮັດໃຫ້ຄົນຮັກຄົນແພງ ແລະ ໜ້ານັບຖືໃນສັງຄົມ ແຕ່ຄົງຈະເປັນຕາຢູ່ຂຶ້ນຖ້າມີຄົນແບບນີ້ຫຼາຍໆ ເພາະຫາກເບິ່ງໃນແງ່ຂອງໂລກແຫ່ງຄວາມເປັນຈິງແລ້ວ ການທີ່ເປັນຄົນໃຈດີອາດຈະເປັນເລື່ອງທີ່ບໍ່ດີພໍປານໃດ ໃນບາງເທື່ອອາດຖືກທຳຮ້າຍຈິດໃຈເອົາງ່າຍໆ ແລະ ສຸດທ້າຍກໍເຮັດໃຫ້ເຮົາເກີດຄວາມລຳບາກໃຈ ພ້ອມທັງກາຍເປັນການສ້າງຄວາມທຸກໃຫ້ຕົນເອງແບບບໍ່ຕັ້ງໃຈເອົາຊື່ໆ....

ຢຸດ CF ຖ້າຢາກເກັບເງິນ ລວມ 5 ສາເຫດທີ່ເຮັດໃຫ້ເງິນໝົດກ່ອນຮອດທ້າຍເດືອນຕະຫຼອດ

ບັນຫາທີ່ມະນຸດເງິນເດືອນຕ້ອງເຈິຕະຫຼອດ! ເຄີຍສົງໄສບໍ່ວ່າເປັນຫຍັງເຮົາຄືບໍ່ມີເງິນເກັບ? ເປັນຫຍັງຈຶ່ງເກັບເງິນບໍ່ໄດ້? ການຕອບຄໍາຖາມເຫຼົ່ານີ້ບໍ່ຍາກເລີຍ ແຕ່ການປະຕິບັດຕາມຫັ້ນຕິຍາກສຸດໆ. ເຮົາມາເບິ່ງກັນວ່າສາເຫດຫຼັກໆທີ່ເຮັດໃຫ້ເຮົາເກັບເງິນບໍ່ໄດ້ນັ້ນມີຫຍັງແດ່. 1. ບໍ່ບໍລິຫານການເງິນຂອງຕົນເອງ ເປີດມາຂໍ້ທໍາອິດກໍສໍາຄັນແລ້ວ, ເພາະຖ້າເຮົາຈັດການເງິນຂອງເຮົາໄດ້ດີເຮົາກໍຈະສະບາຍທຸກເດືອນແນ່ນອນ ແຕ່ຄົນສ່ວນຫຼາຍພັດເບິ່ງຂ້າມຂໍ້ນີ້ໄປແລ້ວຈ່າຍເງິນຕາມໃຈໂຕເອງຈົນຕ້ອງນັ່ງກິນເຂົ້າກັບເກືອທ້າຍເດືອນ. 2. ບໍ່ແບ່ງສ່ວນເງິນຂອງໂຕເອງ ການແບ່ງເງິນສາມາດຊ່ວຍໃຫ້ເຮົາຈັດການເງິນຂອງເຮົາໄດ້ດີຂຶ້ນແທ້ໆໃດ, ພຽງແຕ່ແບ່ງເງິນເດືອນເຮົາອອກເປັນ 3 ສ່ວນຄື: ສ່ວນທີ່ຈໍາເປັນຕ້ອງຈ່າຍ, ສ່ວນທີ່ໄວ້ໃຊ້ຊື້ກິນ, ສ່ວນທີ່ເອົາໄວ້ຊື້ເຄື່ອງໃຫ້ໂຕເອງ ແລະ ສ່ວນທີ່ເຮົາຢາກເກັບທ້ອນໄວ້. 3....

ຮູ້ແບບນີ້ບໍ່ເຮັດດີກວ່າ ວິທີປ່ອຍວາງ ແລະ ປ້ອງກັນຕົວເອງບໍ່ໃຫ້ຢ້ານການຕັດສິນໃຈ

ຄວາມຜິດພາດໃນອາດີດທີ່ນຳມາຫຼອກຫຼອນເຮົາໃນປັດຈຸບັນ ມັນເກີດຈາກການຕັດສິນໃຈເລື່ອງໃດໜຶ່ງທີ່ຜິດພາດໃນອາດີດຈົນສົ່ງຜົນມາສູ່ເຮົາໃນປັດຈຸບັນ. ຈາກເຫດການນັ້ນເຮັດໃນເຮົາກັບມາຄິດຍ້ອນຄືນຫຼາຍຢ່າງ, ເປັນຫຍັງເຮົາຄືບໍ່ເຮັດແບບນັ້ນ​​​? ຮູ້ຊິກະບໍ່ເຮັດແບບນີ້ລະ! ເກີດມີຄຳຖາມໃນຫົວຕີກັນໄປມາເຮັດໃຫ້ເຮົາຮູ້ສຶກເຈັບໃຈ ແລະ ເສຍດາຍທີ່ຕັດສິນໃຈແບບນັ້ນໄປ, ບໍ່ວ່າຈະເປັນເລື່ອງໃຫຍ່ ຫຼື ເລື່ອງນ້ອຍກໍຕາມ. ສິ່ງນີ້ເອງທີ່ເປັນສາເຫດໃຫ້ເຮົາຢ້ານທີ່ຈະຕັດສິນໃຈໃນເລື່ອງຕ່າງໆ. ການຢ້ານທີ່ຈະຕັດສິນໃຈນັ້ນສົ່ງຜົນກະທົບຕໍ່ເຮົາຫຼາຍເຊັ່ນ:ບໍ່ກ້າທີ່ຈະສ່ຽງ, ບໍ່ກ້າລອງສິ່ງໃໝ່ໆ, ປິດກັ້ນໂອກາດທີ່ຈະເຂົ້າມາໃນຊີວິດ ແລະ ບໍ່ກ້າຕັ້ງເປົ້າໝາຍ ຫຼື ຄາດຫວັງສູງກັບສິ່ງທີ່ເຮັດ. ແລ້ວເຮົາຈະມີປ້ອງກັນແນວໃດລະໃຫ້ບໍ່ເສຍໃຈກັບສິ່ງທີ່ຕັດສິນໃຈລົງໄປ? 1. ຮູ້ເທົ່າທັນອາລົມຂອງຕົວເອງ ຮັບຮູ້ເຖິງອາລົມທີ່ກຳລັງເກີດຂຶ້ນ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.