ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ “ຄົນບໍ່ຖືກຮັກ” ເປໝົດຕັກເຂົາກໍບໍ່ເຫັນຄ່າ ເພງດັງຍອດວິວ 10 ລ້ານຈາກ ເທ້ ຈໍາປາສັກ ແລະ ຢຸດ ສາລະວັນ
Muan Listen - ມ່ວນຊວນຟັງ

“ຄົນບໍ່ຖືກຮັກ” ເປໝົດຕັກເຂົາກໍບໍ່ເຫັນຄ່າ ເພງດັງຍອດວິວ 10 ລ້ານຈາກ ເທ້ ຈໍາປາສັກ ແລະ ຢຸດ ສາລະວັນ

ແບ່ງປັນ

ຢາກເປັນຄົນທີ່ຖືກຮັກ ສໍ່ານີ້ກໍບໍ່ໄດ້ບໍ? ເທ້ ຈໍາປາສັກ ແລະ ຢຸດ ສາລະວັນ ພາ “ຄົນບໍ່ຖືກຮັກ” ອົກຫັກໄປກັບເພງໃໝ່ຫຼ້າສຸດທີ່ເປັນກະແສຮິດ ຕິດເທຣນອັນດັບ 1 ຂອງຢູທູບໃນເຂດປະເທດລາວ!

ສິນລະປິນສອງຄົນນີ້ບໍ່ເຄີຍເຮັດໃຫ້ແຟນຄລັບຜິດຫວັງອີ່ຫຼີ, ເພາະເພງຂອງພວກເຂົານັ້ນມ່ວນຕິດຫູ ແລະ ຍັງເຂົ້າເຖິງຊີວິດຮັກຂອງພວກເຮົາ (ບາງຄົນ) ອີກດ້ວຍ.

ເພງ ບໍ່ຖືກຮັກ ເປັນເພງທີ່ເລົ່າເຖິງຄົນທີ່ຮັກເຂົາຂ້າງດຽວ ແລະ ເຂົາກໍຍັງບໍ່ຄິດຈະຮັກເຮົາເຖິງວ່າຈະເປ, ດູແລ, ມອບສິ່ງຕ່າງໆໃຫ້ຫຼາຍສໍ່າໃດ. ກໍຍ້ອນເຮົາບໍ່ໄດ້ເປັນຄົນນັ້ນຂອງເຂົາເນາະ ຊິຍອມຕາຍເພື່ອເຂົາກໍບໍ່ຖືກຮັກຢູ່ດີ

Thay Champasak ແລະ Youd Salavan ຫາກໍກັບມາຈາກທົວຄອນເສີດທີ່ເມກາກໍມອບຜົນງານໃຫ້ພວກເຮົາໄດ້ຟັງແລ້ວ. ສອງຄົນນີ້ຂະຫຍັນແບບບໍ່ພັກອີ່ຫຼີເນາະ

ໂດຍ: ທີມຂ່າວບັນເທີງ Muan

ອ່ານຕື່ມ:  ReeRiew Comeback ຈັດເຕັມຫຼິ້ນໃຫຍ່ທຸກຊີນ ຊວນຟັງເພງໃໝ່ຈາກ ReeRiew ໃນເພງ ຢ່າບູລີ້ ft Poppy Master
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.