ໜ້າຫຼັກ Muan.La - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຫຼົງເຈົ້າແລ້ວ ຢ່າມາເຮັດໂຕໜ້າຮັກຢູ່ນີ້ ຟັງເພງ “ບອກມາ” ຈາກ lilfishyyy ft lilg
Muan Listen - ມ່ວນຊວນຟັງ

ຫຼົງເຈົ້າແລ້ວ ຢ່າມາເຮັດໂຕໜ້າຮັກຢູ່ນີ້ ຟັງເພງ “ບອກມາ” ຈາກ lilfishyyy ft lilg

ແບ່ງປັນ

“ເຈົ້າຢ່າມາເຮັດໂຕໜ້າຮັກຢູ່ນີ້”


lilfishyyy ສິລະປິນສະໄຕລ໌ R&B ສຸດ Cool ຈາກບ້ານ Huen Crew ທີ່ເປັນທີ່ຈັບຕາເບິ່ງອີກຄົນໜຶ່ງ, ໄດ້ປ່ອຍເພງໃໝ່ “Tell me ຫຼື ບອກມາ” ໂດຍໄດ້ lilg ມາຮ່ວມ ft. ດ້ວຍທຳນອງທີ່ມີເອກະລັກ, ສະໄຕລ໌ໃຫ້ຟິວອິນເຕີເບົາໆ.


ເພງນີ້ໃຫ້ຟິລຮ້ອງເພງຈີບສາວ ແລະ ເຕັ້ນໂຍກໄດ້ເບົາໆ, ແຕ່ພິເສດດ້ວຍການແຣັບທີ່ມີສະເໜ່ໂຄດເທ່ບໍ່ຄືໃຜ. ເພງ Tell me ຈະກ່ຽວກັບຄົນຄຣັ່ງຮັກຄົນໜຶ່ງ ແລະ ບໍ່ວ່າຄົນທີ່ເຮົາຮັກຈະເຮັດຫຍັງກໍໜ້າຮັກໄປໝົດ, ຖ້າບອກຮັກ ຫຼື ເຮັດຫຍັງຖືກໃຈພຽງບອກມາຈະເປໃຫ້ທຸກຢ່າງ .


lilfishyyy ຍັງເປັນເຈົ້າຂອງເພງຮິດຢ່າງ “ສາວຕິກຕອກ” ທີ່ຕອນນີ້ມີຍອດວິວແຕະ 1.5 ລ້ານແລ້ວ ທີ່ lilfishyyy ຮ່ວມຮ້ອງກັບ TONGFOW11, UKNOWHATIMEAN, SNAKEF, BOMBLEB, SWAGWAZZ) ແລະ ເພງ ”ຫຼາຍກວ່າໝູ່” ທີ່ເຮັດກັບໝູ່ໆຂອງລາວ.


ຜົນງານທີ່ຜ່ານກໍມີເພງ ຮັກເຈົ້າ 8 ນາທີ, ຖ້າເຈົ້າຢູ່ຄຳມ່ວນ, CIRCLE ວົງມົນ. ບອກເລີຍວ່າມີແຕ່ເພງມ່ວນໆ ແລະ ຍັງມີອີກຫຼາຍເພງທີ່ຄົນຮູ້ຈັກຫຼາຍ, ແຕ່ມື້ນີ້ມ່ວນຂໍເອົາມາແຕ່ຕົວຕຶງໆ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Muan Listen - ມ່ວນຊວນຟັງ

Serious ເພງຂອງຄົນທີ່ທຸ້ມເທສູ້ເພື່ອຄວາມຝັນຈາກ Zamio P FT. PEKY DUANGCHAMPA

Serious ເພງໄຟແຮງຈາກ Zamio P และ PEKY DUANGCHAMPA ສິລະປິນເລືອດລາວທີ່ປຸກພະລັງຄົນມີຝັນໃຫ້ລຸກຂື້ນມາສູ້ອີກຄັ້ງ. ບອກເລົ່າເລື່ອງລາວຂອງການເຮັດວຽກໜັກສູ້ເພື່ອສິ່ງທີ່ຢາກໄດ້ ແລະ ບໍ່ຢຸດຈົນກວ່າຈະຄວ້າຄວາມສຳເລັດມາຄອງ. ເພງນີ້ຄືສຽງຂອງຄົນທີ່ກຳລັງໄລ່ຕາມເປົ້າໝາຍຂອງຕົວເອງກາງດົງອຸປະສັກ,...

Muan Listen - ມ່ວນຊວນຟັງ

Warm ເພງຈາກ Luhwvn ທີ່ຈະພາໃຈຍ້ອນໄປຫາຄວາມຮູ້ສຶກທີ່ບໍ່ເຄີຍຈາງຫາຍ

Warm ເພງທີ່ຍັງເຮັດໃຫ້ໃຈອຸ່ນສະເໝີກັບສິລະປິນສາວສຽງເປັນເອກະທີ່ຫາທຽບໄດ້ຢາກໃນບ້ານເຮົາຢາງ Luhwvn ກັບແນວດົນຕີ Pop, Soul Ballad ຖ່າຍທອດອາລົມຂອງການຄິດຮອດໃຜບາງຄົນທີ່ເຄີຍມີຄວາມໝາຍ ແລະ ຍັງຄົງສົງໃສຢູ່ໃນໃຈວ່າຈະເປັນແນວໃດຖ້າເຮົາຍັງຮັກກັນ. ເພງທີ່ບໍ່ມີຈັງຫວະຂອງກອງເລີຍແມ້ແຕ່ບາດເຄາະດຽວມີພຽງແຕ່ໃຫ່ເປຍໂນຂັບເຄື່ອນເປັນດົນຕີຫຼັ້ກພ້ອມກັບດົນຕີຊິ້ນອື່ນທີ່ຄ່ອຍບິ້ວອາລົມ ສ່ວນໃຫ້ຜູ້ຟັງຈິນຕະນາການຈັງຫວະໃນຫົວເອງໃຫ້ເຮົາໄດ້ລອງລ່ອຍໄປກັບສຽງຮ້ອງທີ່ສື່ຄວາມໝາຍໄດ້ຢ່າງເລິກຊຶ່ງ...

Muan Listen - ມ່ວນຊວນຟັງ

ສອງຄຳກໍດັງ ເພງພາກຕໍ່ຈາກ ສະຕິ ຂອງແຣັບເປີສາວຮ້ອນແຮງເບຣກແຕກນະເວລານີ້ NAEMZ

ເພງຈາກແຣັບເປີສາວພາກໃຕ້ທີ່ເວົ້າເຖິງການໃຊ້ສະຕິຢູ່ໃນໂລກອອນລາຍເວົ້າງ່າຍໆກໍຄືເພງ ສະຕິພາກສອງນັ້ນເອງ. ເພງນີ້ມີການປະສົມກັນລະຫວ່າງ beat trap ແລະ ດົນຕີພື້ນເມື່ອງລາວອີສານນັ້ນກໍເພາະວ່າ ໄດ້ Esan Ambient ສິລະປິນ ແລະ...

Muan Listen - ມ່ວນຊວນຟັງ

ສາຍປາຕີ້ຫ້າມພາດ ເພາະສອງສາວສິລະປິນລາວ NutDao ແລະ Thinlamphone ມາພ້ອມກັບຜົນງານ ມາເດີອ້າຍ

ສາຍແດນຊສາຍຕື່ດຕຽມຕົວໂຍກໃຫ້ສຸດກັບເພງ ມາເດີອ້າຍ ຊິງເກີ້ນໃໝ່ ຈາກສອງສິລະປິນລາວເຮົາຢ່າງ NutDao ແລະ Thinlamphone ທີ່ໂຄຈອນມາຮ່ວມຄໍແລັບກັນໄດ້ຢ່າງລົງໂຕເພາະເພງນີ້ຈະມາໃນການເຊີນຊວນທຸກຄົນໃຫ້ມາປົດປ່ອຍຈອຍປ່ອຍໃຈໃຫ້ສຸດມັນ ດ້ວຍຈັງຫວັງເພງທີ່ປະສົມປະສານຢ່າງຫຼາກຫຼາຍກັບ Electronic Dance ສຸດເດືອດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.