ມີສະເໜ່ດ້ວຍຮອຍຍິ້ມ? ລອງສ້າງ The Smiling Theory ຍິ້ມທີ່ຈິງໃຈຊ່ວຍສ້າງຄວາມສໍາພັນໃຫ້ດີຂຶ້ນ

ແບ່ງປັນ

ມີສະເໜ່ດ້ວຍຮອຍຍິ້ມ? ລອງສ້າງ The Smiling Theory ຍິ້ມທີ່ຈິງໃຈຊ່ວຍສ້າງຄວາມສໍາພັນໃຫ້ດີຂຶ້ນ

30 May 2025 329

Duchenne smile ມີຄວາມໝາຍວ່າ “ຮອຍຍິ້ມທີ່ຈິງໃຈ” ຫຼື “ຮອຍຍິ້ມຈາກໃຈ” ຄຳນີ້ມາຈາກຊື່ຂອງນັກວິທະຍາສາດຊາວຝຣັ່ງ Guillaume Duchenne ຜູ້ທີ່ສຶກສາກ່ຽວກັບການສະແດງອອກທາງໃບໜ້າ ໂດຍມີຄຳນິຍາມລັກສະນະຄືການຍົກຂຶ້ນຂອງມຸມປາກທີ່ເປັນຮູບໂຄງ, ຮອຍຮອບດວງຕາ (ມັກເອີ້ນວ່າ Crow’s feet) ເຊິ່ງເກີດຈາກການຫົດຕົວຂອງກ້າມຊີ້ນຮອບດວງຕາ (Orbicularis oculi).

ຮອຍຍິ້ມຈາກໃຈ ຫຼື ທີ່ເອີ້ນວ່າ Duchenne smile ແມ່ນຮອຍຍິ້ມທີ່ສະແດງອອກທັງຈາກປາກ ແລະ ດວງຕາ. ນີ້ແມ່ນຮອຍຍິ້ມທີ່ສາມາດສ້າງຄວາມປະທັບໃຈ ແລະ ດຶງດູດໃຈຄົນໄດ້ດີທີ່ສຸດ, ເພາະມັນສະແດງເຖິງຄວາມຈິງໃຈ ແລະ ຄວາມອົບອຸ່ນທີ່ຜູ້ອື່ນສາມາດຮັບຮູ້ໄດ້.

ຮອຍຍິ້ມແມ່ນພາສາສາກົນທີ່ບໍ່ຕ້ອງມີຄຳເວົ້າໃດໆ ແຕ່ສາມາດສື່ສານຄວາມຮູ້ສຶກໄດ້ຢ່າງຊັດເຈນ, ພຽງແຕ່ການຍິ້ມກໍເຮັດໃຫ້ເຈົ້າເບິ່ງເປັນມິດແຖມຍັງຊ່ວຍເຮັດໃຫ້ບັນຍາກາດຜ່ອນຄາຍຂຶ້ນ ແລະ ເຮັດໃຫ້ຄົນອ້ອມຂ້າງຮູ້ສຶກສະບາຍໃຈ ແລະ ເປີດໃຈ.

ການຍິ້ມຊ່ວຍກະຕຸ້ນການຫຼັ່ງສານເອັນດໍຟິນ (Endorphins) ໃນສະໝອງ ເຊິ່ງເປັນສານທີ່ເຮັດໃຫ້ພວກເຮົາຮູ້ສຶກມີຄວາມສຸກ. ບໍ່ພຽງແຕ່ຕົວເຮົາເອງທີ່ໄດ້ຮັບຜົນດີຈາກການຍິ້ມ ແຕ່ມັນຍັງສົ່ງຜົນດີຕໍ່ຄົນອ້ອມຂ້າງນຳ. ເມື່ອເຈົ້າຍິ້ມ, ຄົນອື່ນກໍມັກຈະຍິ້ມຕອບ ເຊິ່ງນຳໄປສູ່ການເຊື່ອມໂຍງທາງອາລົມ ແລະ ຄວາມຮູ້ສຶກໃນທາງບວກທີ່ສ້າງຄວາມສຳພັນທີ່ດີໄດ້ຢ່າງໄວວາ.

ປະໂຫຍດຂອງຮອຍຍິ້ມ

  1. ເພີ່ມຄວາມດຶງດູດ: ຮອຍຍິ້ມເຮັດໃຫ້ເຈົ້າເບິ່ງເປັນຄົນທີ່ເຂົ້າຫາງ່າຍ ແລະ ມີສະເໜ່ຫຼາຍຂຶ້ນໃນສາຍຕາຂອງຄົນອ້ອມຂ້າງ.
  2. ເສີມສ້າງຄວາມສຳພັນ: ການຍິ້ມເຮັດໃຫ້ບັນຍາກາດຜ່ອນຄາຍ ແລະ ເປີດໂອກາດໃຫ້ເກີດການເຊື່ອມໂຍງທີ່ດີລະຫວ່າງເຈົ້າກັບຄົນອື່ນ.
  3. ຫຼຸດຄວາມຕຶງຄຽດ: ຮອຍຍິ້ມຊ່ວຍຫຼຸດລະດັບຄວາມຄຽດໄດ້ທັງກັບຕົວເຈົ້າເອງ ແລະ ຄົນທີ່ເຈົ້າກຳລັງສົນທະນານຳ, ເຮັດໃຫ້ສະຖານະການທີ່ຕຶງຄຽດຜ່ອນຄາຍລົງໄດ້.
  4. ສ້າງຄວາມປະທັບໃຈທຳອິດ: ຮອຍຍິ້ມທີ່ຈິງໃຈຊ່ວຍສ້າງຄວາມປະທັບໃຈທຳອິດທີ່ດີ ແລະ ເຮັດໃຫ້ຄົນອື່ນຮູ້ສຶກວ່າເຈົ້າເປັນຄົນເປີດກວ້າງ ແລະ ໃຈດີ.
ອ່ານຕື່ມ:  ຖ້າມາຫຼິ້ນໆກໍເຊີນປ້າຍໜ້າ Breadcrumbing ວິທີຢຸດຄວາມສຳພັນທີ່ຫຼອກລວງ ແລະ ການໃຫ້ຄວາມຫວັງໂດຍທີ່ບໍ່ຈິງຈັງ

ເທັກນິກໃນການໃຊ້ຮອຍຍິ້ມເພື່ອເພີ່ມສະເໜ່

  • ຍິ້ມຢ່າງເປັນທຳມະຊາດ: ຢ່າຝືນຍິ້ມ ຫຼື ຍິ້ມດ້ວຍຄວາມບໍ່ສະບາຍໃຈ, ເພາະຮອຍຍິ້ມທີ່ມາຈາກໃຈຈະດຶງດູດຄົນຫຼາຍກວ່າຮອຍຍິ້ມທີ່ເບິ່ງບໍ່ຈິງໃຈ.
  • ຍິ້ມຕອນສົບຕາ: ການຍິ້ມຕອນສົບຕາເປັນການສະແດງອອກເຖິງຄວາມສົນໃຈ ແລະ ການເປີດຮັບ, ເຮັດໃຫ້ຄົນທີ່ເຈົ້າສົນທະນານຳຮູ້ສຶກໄດ້ຮັບການຕ້ອນຮັບ.
  • ຝຶກຮອຍຍິ້ມ: ຖ້າເຈົ້າເປັນຄົນທີ່ຍິ້ມຍາກ, ລອງຝຶກຍິ້ມໜ້າແວ່ນເພື່ອສ້າງຄວາມໝັ່ນໃຈ ແລະ ເພື່ອໃຫ້ຕົວເອງຮູ້ສຶກຄຸ້ນເຄີຍກັບການຍິ້ມ.

ຮອຍຍິ້ມແມ່ນເຄື່ອງມືທີ່ມີພະລັງໃນການສ້າງສະເໜ່ ແລະ ເຊື່ອມໂຍງຄວາມສຳພັນກັບຄົນອື່ນ, ເຖິງວ່າຈະເປັນສິ່ງນ້ອຍໆແຕ່ກໍມີຜົນກະທົບໃນທາງບວກຫຼາຍຢ່າງທັງຕໍ່ສຸຂະພາບຈິດ ແລະ ຄວາມສຳພັນຂອງເຈົ້າກັບຜູ້ອື່ນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.