ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຄົບກັນແບບ “ກັກໆ” ໃສ່ໃຈແຕ່ບໍ່ມີສະຖານະ ຄວນພັກ ຫຼື ໄປຕໍ່?
Muan RelationTips

ຄົບກັນແບບ “ກັກໆ” ໃສ່ໃຈແຕ່ບໍ່ມີສະຖານະ ຄວນພັກ ຫຼື ໄປຕໍ່?

ແບ່ງປັນ
Getting your Trinity Audio player ready...

“ເຮົາເຮັດໂຕຄືກັບເປັນແຟນກັນເລີຍ ໄປກິນເຂົ້າ ໄປທ່ຽວ ແຕ່ເຮົາບໍ່ໄດ້ເປັນຫຍັງກັນ”

ນີ້ຄືສິ່ງທີ່ເກີດຂຶ້ນ ເມື່ອສອງຄົນຕົກຢູ່ໃນຄວາມສຳພັນທີ່ບໍ່ມີສະຖານະທີ່ຊັດເຈນ. ຖ້າໃຜໄດ້ເບິ່ງຊີຣີໄວລຸ້ນທີ່ກຳລັງມາແຮງຂອງໄທ “Gelboys” ຄົງຈະໄດ້ເຫັນແລ້ວວ່າ ຄວາມສຳພັນແບບນີ້ມັນ Toxic ແລະ ພານແຕ່ຈະສ້າງຄວາມຮູ້ສຶກທີ່ບໍ່ດີໃຫ້ກັບທັງສອງຄົນ.

ອີກດ້ານໜຶ່ງຄວາມສຳພັນນີ້ເອີ້ນວ່າ Situationship ຫຼື ຄວາມສຳພັນທີ່ຄົນສອງຄົນເຊື່ອມຕໍ່ກັນທາງອາລົມ, ທາງກາຍະພາບ ແຕ່ບໍ່ມຸ່ງຫວັງ ຫຼື ພັດທະນາສູ່ຄວາມສຳພັນທີ່ມີການຜູກມັດ.

ຄວາມສຳພັນແບບນີ້ ມັນເປັນຄວາມສຳພັນທີ່ເຮັດໃຫ້ເຮົາເປັນອິດສະລະ ສາມາດເຮັດຫຍັງກໍໄດ້ໂດຍທີ່ບໍ່ຕ້ອງກັງວົນວ່າອີກຝ່າຍຈະຄິດແນວໃດ ຫຼື ມັນເປັນພຽງແຕ່ເຫດຜົນຂອງຄົນເຫັນແກ່ຕົວທີ່ເອົາໄວ້ເປັນຂໍ້ອ້າງ ເພື່ອຫາທາງໜີທີໄລ່ໃຫ້ກັບຕົວເອງເທົ່ານັ້ນ?

ແຕ່ຮູ້ບໍ່ວ່າ ຄວາມສຳພັນແບບກັກໆນີ້ ເຮັດໃຫ້ເຮົາເຈັບປວດໄດ້ຫຼາຍກວ່າການອົກຫັກແບບຊັດເຈນອີກ? ເຫດຜົນກໍຍ້ອນ ສະໝອງຂອງເຮົາຕ້ອງການຄວາມຊັດເຈນ ເພື່ອປະມວນຜົນອາລົມໄດ້ຢ່າງເໝາະສົມ. ບາດນີ້ ເມື່ອຄວາມສຳພັນນັ້ນບໍ່ມີຄຳນິຍົມ ຈຶ່ງກາຍເປັນວ່າ ສະໝອງເຮົາກໍສັບສົນເຄັ່ງຕຶງຕະຫຼອດເວລາ ແລະ ພະຍາຍາມຫາຄຳຕອບ ແລະ ຄວາມຊັດເຈນ ຈົນພາໃຫ້ເກີດບັນຫາຫຼາຍຢ່າງ ບໍ່ວ່າຈະເປັນ ຕິດໃນພາວະຄວາມຮູ້ສຶກທີ່ຄ້າງຄາ ຈະເດີນໜ້າກໍບໍ່ໄດ້ ຈະຖອຍຫຼັງກໍບໍ່ອອກ, ການຄາດຫວັງທີ່ບໍ່ກົງກັນ, ຄວາມວິຕົກກັງວົນແບບຊໍາເຮື້ອ ກ້າວໄປຈົນເຖິງການສູນເສຍຕົວຕົນ.

ແລ້ວຈະເຮັດແນວໃດດີ ຖ້າຫາກພົບວ່າອີກຝ່າຍໃຫ້ເຮົາຢູ່ໃນສະຖານະແບບ ກັກໆ ນີ້?

  1. ຕັ້ງຂອບເຂດທີ່ຊັດເຈນ: ໃຫ້ຮູ້ວ່າໂຕເອງຕ້ອງການຫຍັງ ແລະ ບໍ່ຕ້ອງການຫຍັງຈາກຄວາມສຳພັນນີ້
  2. ສື່ສານແບບກົງໄປກົງມາ ເພື່ອໃຫ້ອີກຝ່າຍຮູ້ເຖິງຄວາມຮູ້ສຶກ, ຄວາມຄາດຫວັງ ແລະ ພຶດຕິກຳຂອງເຂົາທີ່ສ້າງຄວາມສັບສົນໃຫ້ເຮົາ.
  3. ຍອມຮັບຄວາມຈິງ ແລະ ຕັດສິນໃຈວ່າຈະເຮັດແນວໃດຕໍ່ ຖ້າຫາກອີກຝ່າຍບໍ່ຊັດເຈນຫຍັງເລີຍ
  4. ເຫັນຄວາມສຳຄັນຂອງໂຕເອງ ເຮັດໃນສິ່ງທີ່ມັກ, ພັດທະນາຕົນເອງ ແລະ ຢູ່ກັບໝູ່ເພື່ອນ–ຄອບຄົວ.

ຢ່າລືມວ່າ ຄວາມສຳພັນທີ່ດີຄວນສ້າງຄວາມຮູ້ສຶກທີ່ໝັ້ນຄົງ–ປອດໄພ ບໍ່ແມ່ນຄວາມວິຕົກກັງວົນ–ສົງໄສ ແລະ ການຍອມຢູ່ໃນຄວາມສຳພັນແບບນີ້ເປັນເວລາດົນ ກໍອາດເຮັດໃຫ້ເຮົາພາດໂອກາດທີ່ຈະພົບກັບຮັກທີ່ດີ. ຢ່າລືມວ່າ ການກ້າທີ່ຈະຖາມຫາຄວາມຊັດເຈນ ຫຼື ຍ່າງອອກມາຈາກຄວາມສຳພັນແບບນັ້ນ ເປັນສິ່ງທີ່ກ້າຫານທີ່ສຸດທີ່ເຮົາສາມາດເຮັດໄດ້ເພື່ອສະແດງວ່າເຮົາເຫັນຄວາມສຳຄັນ ແລະ ຮັກໂຕເອງຫຼາຍສໍ່າໃດ.

ອ່ານຕື່ມ:  ຢ່າເບິ່ງຂ້າມຜົນຈາກຄວາມເຄັ່ງຄຽດກົດດັນ ລອງ 5 ວິທີດູແລຕົວເອງທັງຮ່າງກາຍ ແລະ ຈິດໃຈ

ພາບ: LOOKE / Instagram

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.