ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?
Muan RelationTips

ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?

ແບ່ງປັນ
Getting your Trinity Audio player ready...

ລົມກັນມາຕັ້ງດົນແຕ່ສະຖານະບໍ່ໄດ້ເປັນຫຍັງກັນເລີຍ ເປັນໄດ້ແຕ່ຄົນລົມກັນ. ຫຼາຍຄົນເປັນແບບນີ້ບໍ? ຢາກລົມແຕ່ບໍ່ຢາກຄົບ, ເຮັດທຸກຢ່າງແບບແຟນກັນແຕ່ບໍ່ໄດ້ເປັນແຟນກັນ, ຈີບມາຕັ້ງດົນກໍບໍ່ມີຫຍັງຄືບໜ້າແລ້ວສະຫຼຸບເຮົາເປັນຫຍັງກັນລະ? ຫຼື ເຮົາຍັງດີບໍ່ພໍ ຫຼື ແນວໃດ? ຄຳຖາມທີ່ບໍ່ມີຄຳຕອບຕໍ່ໃຫ້ຖາມຈັກເທື່ອກໍຄົງຕອບໄດ້ວ່າ ເຮົາກະລົມກັນໄປຊິແຫຼະ..! ລົມໄປເລື້ອຍໆ..!

ໃຜແດ່ຢູ່ໃນສະຖານະແບບນີ້ ຢາກເລື່ອນສະຖານະຈັກເທື່ອກະບໍ່ໄດ້. ຈະບອກວ່ານີ້ແມ່ນແຟນຂ້ອຍກໍຢ້ານອີກຄົນປະຕິເສດໄປເລີຍ, ແລ້ວເຮົາຕ້ອງເຮັດແນວໃດລະ? ແຕ່ໃນຄວາມເປັນຈິງແລ້ວເລື່ອງນີ້ມັນອາດຈະຊັບຊ້ອນກວ່ານັ້ນອາການແບບນີ້ຄົນນັ້ນໆແມ່ນຄິດຫຍັງຢູ່ ເພື່ອມາໃຫ້ທຸກຄົນໄຂຂໍ້ສົງໄສ ແລະ ອາດຈະເຮັດທຸກຄົນມີວິທີໃນການຊະນະໃຈຄົນທີ່ເຮົາມັກໄດ້ເປັນແຟນສົມໃຈເຮົາມາເບິ່ງຄຳຕອບໄປພ້ອມໆກັນເລີຍ.

1. ບໍ່ຢາກຜູກມັດ

ຫຼັກໆເລີຍຄືຢ້ານການໃຊ້ຊີວິດຮ່ວມກັບຄົນອື່ນ ແລະ ຍັງບໍ່ພ້ອມ, ຍັງຢ້ານວ່າມັນຈະຜິດຜາດແບບໃນອະດີດ, ບໍ່ຢາກເຮັດໃຫ້ໃຜເສຍໃຈ ຫຼື ເສຍໃຈນຳໃຜອີກ, ບໍ່ຢາກຮັບຜິດຊອບຄວາມຮູ້ສຶກໃຜ, ມັກຢູ່ຄົນດຽວຫຼາຍກວ່າຢູ່ແບບບໍ່ໄວ້ໃຈໃຜບໍ່ເຊື່ອໃຈໃຜງ່າຍໆ, ຮູ້ສຶກວ່າການມີໃຜມັນເປັນພາລະທີ່ໜັກ ຈົນເຖິງຄວາມຄິດທີ່ວ່າເຂົາເຈົ້າອາດຈະບໍ່ແມ່ນສຳລັບຄົນໃນຄອບຄົວ ເຮັດໃຫ້ມັກຈະປະຕິເສດ ຫຼື ຍື້ເວລາທີ່ຈະຄົບຢ່າງຈິງຈັງອອກໄປເລື້ອຍໆ.

2. ຍັງຫວງຄວາມໂສດຢູ່

ຍັງມີຄວາມຫວງອິດສະລະໃນຊີວິດ ເພາະໂສດແປວ່າອິດສະລະ! ບາງຄົນອາດຍັງບໍ່ພ້ອມທີ່ຈະໃຫ້ຄົນອື່ນມາຮ່ວມຕັດສິນໃຈ, ເພາະຖ້າເຂົາເຂົ້າມາໃນຊີວິດເຮົາແລ້ວບໍ່ມີຫຍັງດີຂຶ້ນ ຢູ່ໂສດໆໄປແບບນີ້ກໍດີກວ່າ ເລີຍບໍ່ຢາກຕົກລົງເປັນແຟນໃຜງ່າຍໆ.

3. ພຽງແຕ່ຢາກບໍລິຫານສະເໜ່

ສຳລັບບາງຄົນຄວາມສຳພັນກໍຄືກັບເກມທີ່ເຂົາເຈົ້າຢາກຈະລອງຫຼິ້ນໆ ຄົບພໍແກ້ເຫງົາແກ່ເບື່ອໄປຊື່ໆ, ພໍໝົດຄວາມສົນໃຈ ຫຼື ບໍ່ໄດ້ດັ່ງໃຈກໍເຊົາຄົບໄປເທົ່ານັ້ນ. ຄົບພໍໃຫ້ຮູ້ສຶກຕື່ນເຕັ້ນ ພໍມີຫຍັງເຮັດ, ພໍມີຄົນລົມໄປຊື່ໆ ເຊິ່ງຖ້າເຮົາພົບຄົນແບບນີ້ກໍຄົງຕ້ອງເຈັບໜັກໄປໜ້ອຍໜຶ່ງເລີຍ

4. ພຽງແຕ່ຢາກມີຄົນລົມ

ກັບບາງຄົນກໍຄືເກັ່ງແຕ່ປາກ ພໍຊິເອົາແທ້ຂຶ້ນມາກັບບໍ່ມີຄວາມກ້າຮັກໃຜຈິງຈັງ, ບໍ່ໝັ້ນໃຈ ເປັນແຕ່ຄົນທີ່ຂີ້ເຫງົາໄປຊັ້ນແຫຼະ ແຖມຍັງເອົາຄວາມເຫງົາໄປລົງນຳຄົນອື່ນອີກ ຖ້າພົບຄົນແບບນີ້ເຮົາກໍຕ້ອງທຳໃຈໜ້ອຍໜຶ່ງເພາະເຮົາກໍຄືຄົນແກ້ເຫງົາຂອງເຂົາເຈົ້າໄປວັນໆເທົ່ານັ້ນເອງ.

5. ບໍ່ຢາກຄອບຄອງໃຜ

ເປັນຄວາມຮູ້ສຶກທີ່ເຮົາໄປເຫັນດອກໄມ້ງາມໆ ແຕ່ຖ້າເຮົາເດັດມັນມາມັນກໍຢູ່ນຳເຮົາໄດ້ບໍ່ດົນແປບໜຶ່ງກໍຕາຍກໍແຫ່ວໄປ ແລ້ວມັນຈະດີກວ່າບໍຖ້າເຮົາຈະປ່ອຍໃຫ້ມັນງາມຄາຕົ້ນຢູ່ແບບນັ້ນ ມັນຈະໄດ້ອວດຄວາມງາມຂອງມັນໃຫ້ໃຜຕໍ່ໃຜໄດ້ແຍງໄດ້ຊົມ, ຄວາມມັກທີ່ບໍ່ຢາກຄອບຄອງກໍຈະປະມານນັ້ນແຫຼະ. ບາງຄັ້ງການທີ່ມາຄົບນຳເຮົາມັນກໍບໍ່ໄດ້ໝາຍຄວາມວ່າຈະດີຈະສົມຫວັງຕະຫຼອດຈະດີກວ່າບໍ ຖ້າຍື້ຄວາມສຳພັນບໍ່ໃຫ້ເກີນເລີຍໃຫ້ເຂົາໄດ້ມີໂອກາດເບິ່ງຄົນໃໝ່ໆອີກຕື່ມທີ່ອາດຈະດີກວ່າເຮົາ.

ຄວາມສຳພັນທີ່ເປັນຕາຢ້ານ ແລະ ຄວນຫຼີກລ່ຽງທີ່ສຸດຄື ການທີ່ເຮົາມັກແລ້ວບໍ່ໄດ້ຄົບ ໃຫ້ໃຈໄປແລ້ວກະຍັງຢູ່ແບບບໍ່ມີສະຖານະ ແລ້ວເຂົາຍັງບໍ່ຍອມປ່ອຍເຮົາໄປອີກ ຍັງມາເຮັດເປັນຫວງແບບກັກໄວ້ຢູ່ ແຕ່ກໍຍັງບໍ່ໃຫ້ຄວາມຊັດເຈນ ເປັນຄົນລົມໄປແບບນັ້ນແຫຼະ ແບບນີ້ບອກໄດ້ເລີຍວ່າເຮົາຕ້ອງຕັດໃຈ ຮິບໜີອອກມາ ເຖິງຈະມັກສຳໃດ໋ກໍຕ້ອງ save ໃຈຕົວເອງໄວ້ກ່ອນເພາະຖ້າຝືນຫ້ອງ ICU ກໍອາດເອົາບໍ່ທັນ.

ອ່ານຕື່ມ:  ເປັນຫຍັງບາງຄົນຈຶ່ງມັກນອກໃຈ? ຮູ້ຈັກທິດສະດີ 90/10 ທີ່ອະທິບາຍເລື່ອງນີ້ໄວ້

ແຕ່ກໍບໍ່ແມ່ນວ່າຄວາມສຳພັນແບບນີ້ຈະບໍ່ມີວັນໄດ້ເລື່ອນສະຖານະເລີຍ ບາງຄົນອາດຍັງຕ້ອງການໄດ້ໃຊ້ເວລາ, ບາງຄົນອາດຈະຍັງມີອະດີດທີ່ຝັງໃຈຢ້ານທີ່ຈະເລີ່ມຕົ້ນ ຢ້ານທີ່ຈະມີຄວາມຮັກໄປເລີຍ ເຊິ່ງຖ້າເຂົາຮັກເຮົາມີໃຈໃຫ້ເຮົາອີ່ຫຼີເຊື່ອເທາະວ່າມັນຈະມີມື້ທີ່ເຂົາຈະຕອບຮັບເຮົາເຂົ້າໄປໃນຊີວິດ, ແຕ່ຖ້າຄົບໄປແລ້ວບໍ່ມີຄວາມໝັ້ນໃຈເລີຍບໍ່ຈະມີຫຍັງປ່ຽນແປງກໍຕ້ອງອອກມາເດີ້ ຄົນໃໝ່ຖ້າຢູ່ໃດ໋!!. ແຕ່ຢ່າງໃດກໍຕາມຖ້າເຮົາພົບຄົນທີ່ແມ່ນ ແລ້ວມັນແມ່ນຄົນນີ້ອີ່ຫຼີກໍບໍ່ແຄ້ວກັນດອກທຸກຄົນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຄືໂຊກດີຕະຫຼອດ? ມາຮູ້ຈັກຄຳວ່າ “走运” (Zou Yun) ຄຳໃນພາສາຈີນທີ່ບອກວ່າ: ຢາກເຮັງຕ້ອງບໍ່ຢູ່ຊື່ໆ! ໄປຖອດລະຫັດຮາກຄຳທີ່ຊ່ວຍປ່ຽນດວງໃຫ້ເປັນຂາຂຶ້ນຕະຫຼອດປີ ພ້ອມເຄັດລັບດຶງດູດໂອກາດດີໆໃຫ້ແລ່ນເຂົ້າຫາ.

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.