ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ໂສດແລ້ວສຸກໃຈ ໃຜໆກໍແຮັບປີ້ ລວມ 5 ເຫດຜົນທີ່ເຮັດໃຫ້ຄົນໂສດມີຄວາມສຸກ
Muan RelationTips

ໂສດແລ້ວສຸກໃຈ ໃຜໆກໍແຮັບປີ້ ລວມ 5 ເຫດຜົນທີ່ເຮັດໃຫ້ຄົນໂສດມີຄວາມສຸກ

ແບ່ງປັນ
Getting your Trinity Audio player ready...

ຄວາມຝັນຂອງຫຼາຍຄົນຄົງຈະແມ່ນ ຢາກມີແຟນທີ່ດີຈັກຄົນໜຶ່ງໃນຊີວິດ, ແຕ່ເຊື່ອວ່າບໍ່ແມ່ນຄົນໂສດທຸກຄົນທີ່ຈະຄິດແບບນີ້! ສຳລັບບາງຄົນການມີແຟນມັນກໍດີ ແຕ່ບໍ່ມີແຟນຈະດີກວ່າ. ເພາະບາງທີເຮົາຈະມີແຟນໄປເຮັດຫຍັງ?​ ໃນເມື່ອທີ່ເຮົາສາມາດມີຄວາມສຸກໄດ້ດ້ວຍຊີວິດໂສດໆຂອງເຮົາໂດຍບໍ່ຕ້ອງງໍ້ແຟນ, ມື້ນີ້ມ່ວນຈະພາທຸກຄົນມາເບິ່ງກັນວ່າຍ້ອນຫຍັງຄົນເຫຼົ່ານີ້ ຈຶ່ງສາມາດ “Happy” ກັບຊີວິດໂສດຂອງຕົນເອງໄດ້ຂະໜາດນີ້.

1. ມັກໃຊ້ເວລາກັບຕົນເອງຫຼາຍກວ່າ:

ເປັນຄຳຕອບຍອດຮິດຂອງຄົນໂສດຫຼາຍໆຄົນເວລາຖືກຖາມວ່າເປັນຫຍັງຄືບໍ່ມີແຟນ? ເພາະບາງຄົນກໍເປັນຄົນໂລກສ່ວນຕົວສູງ ແລະ ບາງຄົນກໍຫວງເວລາກັບພື້ນທີ່ສ່ວນຕົວຂອງຕົນເອງ, ພາຍໃນ 24 ຊົ່ວໂມງຂອງເຂົາເຈົ້າກໍຕ້ອງແບ່ງເວລາໃຫ້ວຽກງານ, ຄອບຄົວ ແລະ ໝູ່ເພື່ອນ ຈຶ່ງເຮັດໃຫ້ເວລາທີ່ເຫຼືອໃນມື້ນັ້ນເຂົາເຈົ້າຢາກຈະໃຊ້ເວລາກັບຕົນເອງ ແລະ ເຮັດສິ່ງທີ່ມັກເຊັ່ນ: ເບິ່ງໜັງ, ຟັງເພງ, ຊັອບປິ້ງ ເປັນຕົ້ນ.

2. ມີອິດສະຫຼະ:

ຄົນໂສດແປວ່າຄົນທີ່ສາມາດເຮັັດຫຍັງຕາມໃຈຕົນເອງໄດ້, ໂດຍບໍ່ຕ້ອງມີແຟນມາຫ້າມນັ້ນຫ້າມນີ້, ຢາກໄປຫຼິ້ນໃສກໍໄດ້, ຢາກກັບຈັກໂມງກໍໄດ້, ຢາກເຮັດຫຍັງກໍເຮັດໄດ້ຕາມໃຈໂດຍທີ່ບໍ່ຕ້ອງໄດ້ລາຍງານໃຜກ່ອນ ເວົ້າໄດ້ວ່າສະບາຍສຸດໆໄປເລີຍສຳລັບຊີວິດຄົນໂສດ.

3. ມີເວລາໃຫ້ຄອບຄົວ ແລະ ໝູ່ຄູ່ເຕັມທີ່:

ຄົນໂສດບາງຄົນຂໍພຽງແຕ່ມີຄອບຄົວທີ່ອົບອຸ່ນ ແລະ ໝູ່ເພື່ອນທີ່ຮູ້ໃຈ ເທົ່ານີ້ກໍມີຄວາມສຸກຫຼາຍແລ້ວ, ມີພີ່ນ້ອງທີ່ສາມາດປຶກສາ ຫຼື ລົມນຳໄດ້ທຸກເລື່ອງ, ມີໝູ່ຄູ່ທີ່ພາກັນໄປຫຼິ້ນຕະຫຼອດ ນີ້ແຫຼະຄືຄວາມສຸກຂອງເຂົາເຈົ້າ ແລະ ບໍ່ຕ້ອງການໃຜເຂົ້າມາເພີ່ມເພາະເທົ່ານີ້ກໍແຮັບປີ້ແລ້ວ.

4.​ ດູແລຕົນເອງໄດ້:

ການດູແລຕົນເອງໄດ້ນີ້ແຫຼະ ເຮັດໃຫ້ຄົນໂສດສ່ວນໃຫຍ່ບໍ່ຄ່ອຍຢາກມີແຟນ, ເພາະວ່າເຖິງເຮົາຈະຢູ່ຄົນດຽວ ແຕ່ເຮົາສາມາດດູແລຕົນເອງໄດ້, ຫາເງິນເອງໄດ້, ຮັກສາສຸຂະພາບໄດ້ດີ ຫຼື ສາມາດຢູ່ຄົນດຽວໄດ້ແບບແຮັບປີ້.

ແລະ ທີ່ກ່າວມາກໍແມ່ນເຫດຜົນທີ່ຄົນໂສດດບາງຄົນບໍ່ຕ້ອງການແຟນ ເພາະພວກເຂົາສາມາດມີຄວາມສຸກໄດ້ດ້ວຍຕົນເອງ ແລະ ສິ່ງເຫຼົ່ານີ້ນັ້ນເອງ, ແຕ່ຢ່າງໃດກໍຕາມ ການມີແຟນ ຫຼື ໂສດ ກໍມີຂໍ້ດີແຕກຕ່າງກັນໄປ ເພາະສິ່ງທີ່ສຳຄັນກໍຄື ສິ່ງທີ່ເຮັດໃຫ້ເຮົາມີຄວາມສຸກ ເຮົາຈະໃຊ້ຊີວິດແບບໃດກໍໄດ້, ແບບໂສດ ຫຼື ມີແຟນ ກໍໄດ້ ຂຶ້ນກັບວ່າເຮົາມີຄວາມສຸກກັບແບບໃດຫຼາຍກວ່າ. ສິ່ງນັ້ນແຫຼະ ສຳຄັນທີ່ສຸດແລ້ວ.

ອ່ານຕື່ມ:  ຮູ້ແບບນີ້ບໍ່ເຮັດດີກວ່າ ວິທີປ່ອຍວາງ ແລະ ປ້ອງກັນຕົວເອງບໍ່ໃຫ້ຢ້ານການຕັດສິນໃຈ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.