ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢຸດເປັນຄົນ Self Esteem ຕ່ຳ ໃຜບອກວ່າດີເຈົ້າກໍເຮັດຕາມທັງໆທີ່ບໍ່ມັກ ພໍໃຈ ແລະ ໝັ້ນໃຈໃນຄຸນຄ່າດ້ວຍຕົວເຈົ້າເອງ
Muan RelationTips

ຢຸດເປັນຄົນ Self Esteem ຕ່ຳ ໃຜບອກວ່າດີເຈົ້າກໍເຮັດຕາມທັງໆທີ່ບໍ່ມັກ ພໍໃຈ ແລະ ໝັ້ນໃຈໃນຄຸນຄ່າດ້ວຍຕົວເຈົ້າເອງ

ຢຸດເປັນຄົນ Self Esteem ຕ່ຳ ທີ່ໃຜບອກວ່າດີ ເຈົ້າກໍເຮັດຕາມທັງໆທີ່ບໍ່ມັກ ລອງສ້າງຄວາມພໍໃຈ ແລະ ໝັ້ນໃຈໃນຄຸນຄ່າດ້ວຍຕົວເຈົ້າເອງ

ແບ່ງປັນ
Getting your Trinity Audio player ready...
ຢາກເປັນຄົນທີ່ພໍໃຈ ແລະ ເຫັນຄຸນຄ່າໃນຕົວເອງຕ້ອງເຮັດແນວໃດ?

ການມີຄວາມພາກພູມໃຈໃນຕົນເອງ ຫຼື  ການມີ Self-Esteem ທີ່ແຂງແຮງມັນຊ່ວຍໃຫ້ພວກເຮົາເຫັນຄຸນຄ່າຂອງຕົວເອງ ແລະ ມັນຍັງເປັນການສະແດງອອກທາງດ້ານຄວາມຮູ້ສຶກ ແລະ ທັດສະນະຄະຕິທີ່ດີທີ່ມີຕໍ່ຕົນເອງໃນການຮັບຮູ້ຄຸນຄ່າ ແລະ ຄວາມສຳຄັນ, ມັນແມ່ນຄວາມເຊື່ອກ່ຽວກັບຄວາມສາມາດທີ່ໂຕເຈົ້າມີ, ຄວາມໝັ້ນໃຈ, ຄວາມຮູ້ສຶກໃນແງ່ບວກທີ່ພວກເຮົາມີຕໍ່ຕົວເອງ ຮູ້ຈັກຍອມຮັບຂໍ້ດີ ແລະ ຂໍ້ບົກຜ່ອງ ທີ່ສາມາດນຳພັດທະນາຕົນເອງໄດ້ຢ່າງຕໍ່ເນື່ອງ.

ແຕ່ຖ້າເຮົານັ້ນມີ self-esteem ຕໍ່າ, ມັນຈະເຮັດໃຫ້ເຮົາຮູ້ສຶກບໍ່ໝັ້ນໃຈໃນຕົວເອງ, ຢ້ານຄວາມລົ້ມເຫຼວ ຫຼື ບໍ່ພໍໃຈກັບຕົວເອງເຖິງໃຜຈະບອກວ່າເຮົານັ້ນເກັ່ງແລ້ວກໍຕາມ ເຊິ່ງສິ່ງເຫຼົ່ານີ້ມັນກໍມີພື້ນຖານມາຈາກຫຼາຍປັດໃຈເຊັ່ນ: ປະສົບການໃນໄວເດັກ, ຄຳເວົ້າຈາກຄົນອ້ອມຂ້າງ ຫຼື ຄວາມສຳເລັດໃນຊີວິດທີ່ຖຶກປຽບທຽບກັບຄົນທີ່ເຮັດໄດ້ດີກວ່າ.

ປະໂຫຍດຂອງ Self-Esteem ທີ່ດີແມ່ນເຮັດໃຫ້ເຈົ້າມີຄວາມໝັ້ນໃຈໃນການຕັດສິນໃຈ ແລະ ເຮັດສິ່ງຕ່າງໆດ້ວຍຕົວເອງ, ມັນຍັງຊ່ວຍສົ່ງເສີມສຸຂະພາບຈິດທີ່ດີຫຼຸດຜ່ອນຄວາມວິຕົກກັງວົນ ແລະ ອາການຊຶມເສົ້າ, ການທີ່ມີ Self-Esteem ທີ່ດີຍັງສົ່ງຜົນໃຫ້ມີຄວາມສຳພັນໄປໃນເຊິ່ງບວກກັບຄົນຮອບຂ້າງ ເພາະເຈົ້າຈະສາມາດຮັບຟັງ ແລະ ໃຫ້ຄຸນຄ່າກັບຜູ້ອື່ນໂດຍບໍ່ຕັດສິນ.

ວິທີການພັດທະນາ Self-Esteem ໃຫ້ດີຂຶ້ນ

1. ຍອມຮັບຕົວເອງ: ໃຫ້ຄວາມສຳຄັນກັບຂໍ້ດີຂອງຕົວເອງ, ຍອມຮັບຂໍ້ບົກຜ່ອງ ແລະ ຢ່າຕຳໜິຕົວເອງຫຼາຍເກີນໄປ.

2. ເຝິກການຄິດໃນເຊິ່ງບວກ: ປ່ຽນຄວາມຄິດໃນດ້ານລົບກ່ຽວກັບຕົວເອງໃຫ້ເປັນຄວາມຄິດໃນທາງບວກ ເພື່ອສ້າງທັດສະນະຄະຕິທີ່ດີ.

3. ຕັ້ງເປົ້າໝາຍນ້ອຍໆ: ພະຍາຍາມຕັ້ງເປົ້າໝາຍທີ່ເຈົ້າສາມາດເຮັດໄດ້ສຳເລັດ ແລະ ໃຫ້ລາງວັນຕົວເອງເມື່ອເຮັດສຳເລັດ.

4. ຮຽນຮູ້ຈາກຄວາມລົ້ມເຫຼວ: ເບິ່ງຄວາມລົ້ມເຫຼວເປັນໂອກາດໃນການຮຽນຮູ້ ແລະ ພັດທະນາຕົນເອງ.

5. ຢ່າປຽບທຽບກັບຜູ້ອື່ນ: ການປຽບທຽບຕົວເອງກັບຄົນອື່ນອາດຈະເຮັດໃຫ້ຮູ້ສຶກຕົກຕ່ຳ, ເຈົ້າຄວນໃຫ້ຄວາມສຳຄັນກັບການພັດທະນາຕົນເອງແທນທີ່ຈະປຽບທຽບກັບຄົນອື່ນ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.