ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ
Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

ແບ່ງປັນ
Getting your Trinity Audio player ready...

ຄວາມໝັ້ນໃຈເປັນໜຶ່ງໃນຄຸນສົມບັດທີ່ດຶງດູດໃຈຄົນໄດ້ຫຼາຍທີ່ສຸດ ເພາະມັນສະແດງເຖິງສະເໜ່ທີ່ແຕ່ລະຄົນມີຄວາມເຊື່ອໝັ້ນໃນໂຕເອງ, ຄວາມສາມາດໃນການຮັບມືກັບສະຖານະການຕ່າງໆ ແລະ ການສະແດງອອກຢ່າງໜັກແໜ້ນໃນສິ່ງທີ່ເຮົາເຊື່ອ ຫຼື ເຮັດ, ຄົນທີ່ມີຄວາມໝັ້ນໃຈມັກຈະເຮັດໃຫ້ຄົນອ້ອມຂ້າງຮູ້ສຶກເຊື່ອໝັ້ນ ແລະ ໄວ້ວາງໃຈໄດ້ງ່າຍ.

ຄວາມໝັ້ນໃຈບໍ່ໄດ້ໝາຍເຖິງການທີ່ເຮົາຕ້ອງຮູ້ທຸກສິ່ງທຸກຢ່າງ ຫຼື ບໍ່ມີຄວາມຢ້ານເລີຍ ແຕ່ມັນຄືການສະແດງອອກວ່າເຮົານັ້ນພ້ອມທີ່ຈະປະເຊີນໜ້າກັບສິ່ງທີ່ເຂົ້າມາ ແລະ ພ້ອມທີ່ຈະຮຽນຮູ້ຈາກມັນ. ນອກຈາກນີ້, ຄວາມໝັ້ນໃຈຍັງສົ່ງເສີມໃຫ້ເຮົາເປັນໂຕຂອງໂຕເອງ ແລະ ສະແດງຄວາມເປັນໂຕຕົນອອກມາໄດ້ຢ່າງຊັດເຈນ ເຊິ່ງເປັນສະເໜ່ທີ່ສຳຄັນໃນການສ້າງຄວາມສຳພັນທີ່ດີ ແລະ ມີອິດທິພົນຕໍ່ຜູ້ອື່ນເຊັນກັນ.

Albert Bandura ນັກຈິດຕະວິທະຍາຊາວແຄນນາດາ-ອາເມລິກາ ໄດ້ໃຫ້ແນວຄິດເລື່ອງ “Self-Efficacy Theory” ການໃຫ້ຄວາມສຳຄັນກັບໂຕເອງສູ່ທິດສະດີທີ່ຈະຊ່ວຍປ່ຽນແປງພຶດຕິກຳ ເພາະຄົນເຮົາມີຄວາມສາມາດທີ່ຈະບັນລຸເປົ້າໝາຍໃດໜຶ່ງໄດ້ສຳເລັດ (self-efficacy) ເຊິ່ງເປັນປັດໄຈທີ່ສຳຄັນໃນການກຳນົດພຶດຕິກຳ.

Albert Bandura ໄດ້ລະບຸ 4 ຢ່າງຂອງການໃຫ້ຄວາມສຳຄັນກັບໂຕເອງ ແລະ ຄວາມໝັ້ນໃຈຄື: ປະສົບການທີ່ສຳເລັດ (Mastery Experiences), ປະສົບການທີ່ເຫັນຈາກຄົນອື່ນ (Vicarious Experiences), ການຊັກຈູງດ້ວຍຄຳເວົ້າ (Verbal Persuasion), ສະພາບທາງຮ່າງກາຍ ແລະ ອາລົມ (Physiological and Affective States).

ປະໂຫຍດຂອງຄວາມໝັ້ນໃຈ

  1. ເພີ່ມສະເໜ່: ຄົນທີ່ມີຄວາມໝັ້ນໃຈຈະເຮັດໃຫ້ຄົນອ້ອມຂ້າງຮູ້ສຶກວ່າມີຄວາມໜ້າເຊື່ອຖື ແລະ ເປັນຄົນທີ່ສາມາດເພິ່ງພາໄດ້.
  2. ສ້າງຄວາມໄວ້ວາງໃຈ: ຄວາມໝັ້ນໃຈເຮັດໃຫ້ຄົນອື່ນຮູ້ສຶກວ່າເຮົາມີຄວາມສາມາດໃນການຕັດສິນໃຈ ແລະ ຮັບມືກັບບັນຫາໄດ້, ເຮັດໃຫ້ພວກເຂົາໄວ້ວາງໃຈໃນຄຳເວົ້າ ແລະ ການກະທຳຂອງເຮົາ.
  3. ກະຕຸ້ນໃຫ້ເກີດການປ່ຽນແປງ: ຄົນທີ່ມີຄວາມໝັ້ນໃຈມັກຈະເປັນແຮງບັນດານໃຈໃຫ້ຄົນອື່ນ ເພາະພວກເຂົາສະແດງອອກເຖິງພະລັງງານບວກ ແລະ ຄວາມກ້າທີ່ຈະປ່ຽນແປງໂຕເອງກັບສິ່ງທີ່ເຈິ ຫຼື ສະພາບແວດລ້ອມໃໝ່ໆ.
  4. ເພີ່ມໂອກາດໃໝ່ໆ: ຄວາມໝັ້ນໃຈໃນການສະແດງຄວາມຄິດເຫັນ ແລະ ການສະແດງອອກໃນສະຖານທີ່ຕ່າງໆ ຫຼື ບ່ອນເຮັດວຽກເປັນກຸນແຈສຳຄັນທີ່ເຮັດໃຫ້ເຮົານັ້ນໂດດເດັ່ນໃນສາຍຕາຂອງຜູ້ບໍລິຫານ ຫຼື ເພື່ອນຮ່ວມງານ.
ອ່ານຕື່ມ:  ຍ້ອນຫຍັງເວລາຜູ້ຍິງຄຽດ ຈຶ່ງມັກເວົ້າວ່າ "ບໍ່ເປັນຫຍັງ"

ວິທີເພີ່ມຄວາມໝັ້ນໃຈ

  1. ຕັ້ງເປົ້າໝາຍນ້ອຍໆ ແລະ ເຮັດໃຫ້ສຳເລັດ: ການຕັ້ງເປົ້າໝາຍທີ່ສາມາດເຮັດໄດ້ ແລະ ບັນລຸຜົນສຳເລັດຈະຊ່ວຍສ້າງຄວາມໝັ້ນໃຈໃນຄວາມສາມາດຂອງໂຕເອງ.
  2. ພັດທະນາໂຕເອງຢ່າງຕໍ່ເນື່ອງ: ການຮຽນຮູ້ທັກສະໃໝ່ໆ ຫຼື ພັດທະນາຄວາມສາມາດທີ່ມີຢູ່ຈະຊ່ວຍໃຫ້ເຮົາຮູ້ສຶກໝັ້ນໃຈໃນຄວາມສາມາດ ແລະ ຄຸນຄ່າໃນໂຕເອງຫຼາຍຂຶ້ນ.
  3. ປະເຊີນໜ້າກັບຄວາມຢ້ານ: ແທນທີ່ຈະຫຼີກລ້ຽງສະຖານະການທີ່ເຮັດໃຫ້ເກີດຄວາມຢ້ານ ໃຫ້ລອງປະເຊີນໜ້າກັບມັນ ແລະ ເບິ່ງວ່າມັນເປັນໂອກາດໃນການຮຽນຮູ້ເຮັດໃຫ້ເຕີບໂຕ.
  4. ດູແລຮູບຮ່າງໜ້າຕາຂອງໂຕເອງ: ການນຸ່ງເຄື່ອງໃຫ້ດູດີ ແລະ ການດູແລໂຕເອງຊ່ວຍເສີມຄວາມໝັ້ນໃຈໄດ້, ການມີຮູບຮ່າງໜ້າຕາທີ່ດີເຮັດໃຫ້ເຮົາຮູ້ສຶກດີ ແລະ ມີຄວາມໝັ້ນໃຈໃນໂຕເອງຫຼາຍຂຶ້ນ.
  5. ຝຶກການສະແດງອອກ: ຝຶກການເວົ້າ ແລະ ການສະແດງຄວາມຄິດເຫັນໃນທີ່ສາທາລະນະ ຫຼື ໃນກຸ່ມນ້ອຍໆ ເພື່ອເສີມສ້າງຄວາມໝັ້ນໃຈໃນການສະແດງອອກ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.