ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເຈົ້າບໍ່ແມ່ນ “ສູນກາງຈັກກະວານ” ເດີ ເຮັດແນວໃດຈຶ່ງຈະຫຼຸດພົ້ນຈາກຄົນທີ່ເຮັດໂຕຄືກັບໂລກໝຸນອ້ອມຕົວເອງ
Muan RelationTips

ເຈົ້າບໍ່ແມ່ນ “ສູນກາງຈັກກະວານ” ເດີ ເຮັດແນວໃດຈຶ່ງຈະຫຼຸດພົ້ນຈາກຄົນທີ່ເຮັດໂຕຄືກັບໂລກໝຸນອ້ອມຕົວເອງ

ແບ່ງປັນ
Getting your Trinity Audio player ready...

ໃນຄັ້ງໜຶ່ງເຮົາອາດຈະພົບເຫັນຄົນປະເພດເຮັດຕົວເປັນ “ສູນກາງຈັກກະວານ ຫຼື ໂລກໝຸນອ້ອມຕົວຂ້ອຍ” ການພົວພັນກັບຄົນປະເພດນີ້ເຮັດໃຫ້ເຮົາຮູ້ສຶກອຶດອັດບໍ່ສະບາຍໃຈເພາະມັກຖືກດູດພະລັງງານບວກໄປຈົນໝົດ, ໃຫ້ຢູ່ຫ່າງໆໄດ້ຍິ່ງດີ.

ຜົນກະທົບຈາກການຖືກດູດພະລັງງານບວກແມ່ນຖືວ່າມີຜົນຮ້າຍຫຼາຍກວ່າທີ່ຄິດ, ເພາະພວກເຂົາເຫຼົ່ານີ້ມັກສ້າງບັນຍາກາດທີ່ເປັນພິດຜ່ານພຶດຕິກຳຂອງຕົນເອງຢ່າງບໍ່ຮູ້ໂຕເຮັດໃຫ້ຄົນທີ່ຢູ່ອ້ອມຂ້າງໄດ້ຮັບຜົນກະທົບເຕັມໆ.

ແຕ່ຖ້າຫາກວ່າເຮົາຫຼີກລ່ຽງບໍ່ໄດ້ເພາະວ່າຄົນປະເພດນັ້ນອາດຈະມາໃນຮູບແບບຄົນສະໜິດຄື: ໝູ່ເພື່ອນ, ຍາດພີ່ນ້ອງ ຫຼື ຫົວໜ້າເຮົາ. ຈະມີວິທີຈັດການແນວໃດໃຫ້ບໍ່ມີບັນຫາ ແລະ ຫຼີກລ່ຽງການຂັດແຍ້ງໃຫ້ດີທີ່ສຸດ:

1. ສ້າງກົດ ແລະ ຕັ້ງ​ຂອບ​ເຂດ​ຢ່າງຊັດເຈນ

ທຸກຄົນມີຂີດຈຳກັດແຕກຕ່າງກັນ ແລະ ຮູ້ຂອບເຂດທີ່ຕົນເອງວ່າມີພື້ນທີ່ເທົ່າໃດ, ຖ້າເຈົ້າຮູ້ສຶກວ່າຄົນນີ້ລົບກວນພື້ນທີ່ສ່ວນຕົວເຈົ້າຫຼາຍເກີນໄປໃຫ້ເລີ່ມຕົ້ນສ້າງກົດເພື່ອເຮັດໃຫ້ມີຄວາມເຄົາລົບເຊິ່ງກັນ ແລະ ກັນ. ກຳນົດຂອບເຂດຂອງເຈົ້າວ່າເຂົາສາມາດເຮັດຫຍັງໄດ້ແດ່ເພື່ອສ້າງພື້ນທີ່ຄວາມສະບາຍໃຈ.

2. ລົມກັນແບບເປີດໃຈກົງໄປກົງມາ

ຖ້າພວກເຂົາເຫຼົ່ານັ້ນມັກຈະເຮັດໃຫ້ເຈົ້າຮູ້ສຶກບໍ່ສະບາຍໃຈ, ເຈົ້າ​ສາມາດ​ເວົ້າ​ຢ່າງ​ເປີດ​ໃຈ​ ແລະ​ ລົມດ້ວຍເຫດຜົນດ້ວຍ​ນໍ້າ​ສຽງ​ທີ່​ສຸພາບ​, ເລົ່າໃຫ້ເຂົາຟັງເຖິງບັນຫາ ແລະ ສະເໜີວິທີແກ້ໄຂ.

3. ຍ້ອງ​ຍໍ​ໃນ​ເວ​ລາ​ທີ່ເຂົາເຈົ້າ​ຕ້ອງ​ການ

ບາງຄັ້ງຄົນເຮັດເປັນສູນກາງຂອງທຸກສິ່ງທຸກຢ່າງອາດຈະຕ້ອງການຄວາມສົນໃຈ ແລະ ການຍອມຮັບ, ພະຍາຍາມໃຫ້ກຳລັງໃຈເມື່ອພວກເຂົາເຮັດບາງສິ່ງບາງຢ່າງໄດ້ດີ. ເພື່ອຊ່ວຍໃຫ້ເຂົາເຈົ້າຮູ້ສຶກພໍໃຈໂດຍທີ່ບໍ່ຕ້ອງສະແດງອອກເກີນໄປ.

4. ໃຊ້ເວລາເພື່ອແຍກຕົວເອງອອກມາ

ຖ້າຢູ່ກັບຄົນແບບນັ້ນເຮັດໃຫ້ເຈົ້າຮູ້ສຶກອິດເມື່ອຍ ຫຼື ເຮັດໃຫ້ພະລັງງານບວກຫຼຸດລົງຕໍ່າ, ເຈົ້າຄວນຈັດສັນເວລາ ແລະ ຢູ່ຫ່າງຈາກພວກເຂົ້າໃນບາງຄັ້ງທີ່ສາມາດເຮັດໃຫ້ເຈົ້າພັກຜ່ອນໄດ້ຢ່າງສະບາຍໃຈ. ຖ້າຮູ້ສຶກວ່າໄດ້ເພີ່ມພະລັງງານບວກໄດ້ພຽງພໍແລ້ວກໍກັບໄປຫາເຂົາໄດ້ເພື່ອຮັກສາຄວາມສໍາພັນໃນໄລຍະຍາວ.

5. ເດັດຂາດ ຫ້າມໃຈອ່ອນ

ສ້າງກົດມາແລ້ວແຕ່ບໍ່ຍອມປະຕິບັດກໍບໍ່ມີຄວາມໝາຍ ເພາະພວກເຂົາເຫຼົ່ານັ້ນບາງຄັ້ງກໍຈະເຮັດໂຕເປັນເຫຍື່ອເພື່ອເຮັດໃຫ້ເຮົາສົງສານ ແລະ ຢາກໄດ້ໃນສິ່ງທີ່ຕ້ອງການຫຼາຍເກີນໄປ. ສະນັ້ນເຮົາຄວນເຄົາລົບຕົນເອງໂດຍການຮຽນຮູ້ທີ່ຈະປະຕິເສດເພື່ອປົກປ້ອງຄວາມຮູ້ສຶກຕົນເອງ ແລະ ປະຕິບັດຕາມກົດທີ່ຕົນເອງສ້າງຂຶ້ນ.

ການ​ຮັບ​ມື​ກັບ​ຄົນແບບ​ນີ້​ຕ້ອງ​ໃຊ້​ຄວາມ​ອົດ​ທົນ​ ແລະ ​ຄວາມ​ເຂົ້າ​ໃຈ. ແຕ່ສິ່ງທີ່ສໍາຄັນແມ່ນການຮັກສາຄວາມສຳພັນໃຫ້ສົມດຸນກັນ ແລະ ໃຫ້ແນ່ໃຈວ່າເຈົ້າບໍ່ຮູ້ສຶກອຶດອັດຫຼາຍເກີນໄປ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.