ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຄວນເລືອກ “ຮັກແທ້” ຫຼື “ເງິນ”? ເຈາະວິທີຈັດການບັນຫາທາງການເງິນ ເພື່ອໃຫ້ຄວາມສຳພັນໄປຕໍ່ໄດ້
Muan RelationTips

ຄວນເລືອກ “ຮັກແທ້” ຫຼື “ເງິນ”? ເຈາະວິທີຈັດການບັນຫາທາງການເງິນ ເພື່ອໃຫ້ຄວາມສຳພັນໄປຕໍ່ໄດ້

ບົດຄວາມນີ້ເປີດເຜີຍມຸມມອງກ່ຽວກັບຄວາມຮັກ ແລະ ການເງິນ ພ້ອມຄຳແນະນຳທີ່ເປັນປະໂຫຍດສຳລັບຄູ່ຮັກທຸກຄົນ.

ແບ່ງປັນ
Getting your Trinity Audio player ready...

ເມື່ອບໍ່ດົນມານີ້ ມີປະເດັນສຸດຮ້ອນໃນໂລກອອນລາຍ ທີ່ຫຼາຍຄົນອອກມາສະແດງຄວາມຄິດເຫັນກ່ຽວກັບການເລືອກຄູ່ຄອງ. ໂດຍສະເພາະຄຳເວົ້າທີ່ວ່າ: “ນອກຈາກຈະເລືອກຜູ້ຊາຍທີ່ດີແລ້ວ, ຄວນເລືອກຜູ້ຊາຍທີ່ມີເງິນ ແລະ ສາມາດ Support ເຈົ້າໄດ້. ຢ່າໄປເລືອກແຕ່ຮັກແທ້ທີ່ບໍ່ມີເງິນ ເພາະຊີວິດຈິງທຸກຢ່າງລ້ວນຂັບເຄື່ອນດ້ວຍເງິນ.”

ແລ້ວຄຳຖາມກໍຄື: ເງິນຄຳສຳຄັນແນວໃດໃນຄວາມສຳພັນ? ແລະ ຖ້າຕັດສິນໃຈຄົບກັນແລ້ວ, ເຮົາຈະຈັດການບັນຫາການເງິນທີ່ແຕກຕ່າງກັນແນວໃດ ເພື່ອໃຫ້ຄວາມຮັກໄປຕໍ່ໄດ້ແບບຍືນຍົງ? Muan.space ຂໍນຳສະເໜີ RelationTips ທີ່ຈະຊ່ວຍໃຫ້ໝູ່ເພື່ອນທຸກຄົນເຫັນພາບທີ່ຊັດເຈນຂຶ້ນ!

ຄວາມຮັກທີ່ບໍ່ໂຣແມນຕິກ: ເມື່ອເງິນເຂົ້າມາກ່ຽວຂ້ອງ

ເຮົາມັກຖືກສອນມາວ່າ “ຄວາມຮັກຊະນະທຸກຢ່າງ”, ແຕ່ໃນຊີວິດຈິງ, ໃນບາງມິຕິຂອງຄວາມຮັກມັນບໍ່ໄດ້ໂຣແມນຕິກປານໃດ. ໂດຍສະເພາະເລື່ອງ “ເງິນຄຳ” ທີ່ມັກຈະເປັນຕົວປ່ຽນຜັນກຳນົດທິດທາງຂອງຄວາມສຳພັນວ່າຈະສັ້ນ ຫຼື ຍາວ.

ເງິນ ເຂົ້າໄປກ່ຽວຂ້ອງກັບຄວາມສຳພັນເພາະມັນເປັນຕົວແທນຂອງຫຼາຍສິ່ງຫຼາຍຢ່າງສຳລັບຄົນເຮົາ: ບໍ່ວ່າຈະເປັນ ອຳນາດ, ການໂອບອ້ອມ ຫຼື ຄວາມປອດໄພ ທີ່ກ່ຽວຂ້ອງກັບການເກັບອອມ ແລະ ອິດສະລະພາບ ໃນການໃຊ້ຊີວິດ.

ການທີ່ຈະບໍ່ເວົ້າເລື່ອງເງິນອອກມາແບບກົງໄປກົງມາ ເພາະຄິດວ່າເປັນເລື່ອງທີ່ລະອຽດອ່ອນນັ້ນ, ມັນຄືກັບການປ່ອຍໃຫ້ບັນຫາຄ່ອຍໆເຕີບໃຫຍ່ໃນຄວາມສຳພັນ. ມີຫຼາຍໆຜົນການວິໄຈທີ່ກ່ຽວຂ້ອງກັບເລື່ອງຂອງການເງິນທີ່ມີຜົນກະທົບກັບຊີວິດຄູ່ ເຊັ່ນ:

ຄວາມຂັດແຍ່ງເລື່ອງເງິນຄືສາເຫດອັນດັບຕົ້ນໆຂອງການຢ່າຮ້າງ: ຕາມຜົນການສຶກສາຈາກມະຫາວິທະຍາໄລລັດແຄນຊັສ (Kansas State University) ພົບວ່າ: ການໂຕ້ຖຽງກັນເລື່ອງເງິນຄຳແມ່ນປັດໄຈສຳຄັນທີ່ສຸດທີ່ນຳໄປສູ່ການຢ່າຮ້າງໄດ້ ເຊິ່ງມີນ້ຳໜັກຫຼາຍກວ່າການໂຕ້ຖຽງກັນເລື່ອງລູກ, ເພດສຳພັນ ຫຼື ເລື່ອງຄອບຄົວຝ່າຍໃດຝ່າຍໜຶ່ງ. ການໂຕ້ຖຽງກັນເລື່ອງເງິນມັກຈະ ຍາວນານ ແລະ ຮຸນແຮງ ກວ່າການໂຕ້ຖຽງເລື່ອງອື່ນໆ.

ເຫດຜົນກໍຄື ການຖົກຖຽງກັນເລື່ອງເງິນບໍ່ພຽງແຕ່ເປັນເລື່ອງຂອງຈຳນວນເງິນເທົ່ານັ້ນ, ແຕ່ມັນສະທ້ອນເຖິງ “ຄຸນຄ່າ” ຂອງຄົນສອງຄົນຕໍ່ກັບເງິນ ເຊັ່ນ: ຄົນໜຶ່ງເຫັນເງິນເປັນຄວາມໝັ້ນຄົງ ຫຼື ອີກຄົນເຫັນເປັນເຄື່ອງມືສູ່ການໃຊ້ຊີວິດ. ດັ່ງນັ້ນ, ມັນຈຶ່ງກາຍເປັນບັນຫາທີ່ຝັງເລິກ ເພາະມັນກ່ຽວຂ້ອງກັບ ຄວາມໄວ້ວາງໃຈ ແລະ ຄວາມຮູ້ສຶກປອດໄພ ໃນຊີວິດຄູ່.

ອ່ານຕື່ມ:  ຊູນໂຕກັນແລ້ວມັນຟິນ? ຮູ້ຈັກອາການເສບຕິດການສຳຜັດຈາກຄົນຮັກ

ຄູ່ຮັກທີ່ “ເຂົ້າກັນໄດ້ດີ” ທາງການເງິນຈະມີຄວາມສຸກກວ່າ: ການສຶກສາໜຶ່ງໂດຍ LendingTree ພົບວ່າ ເກືອບ 1 ໃນ 4 ຂອງຄູ່ຮັກເຄີຍຢຸດຄວາມສຳພັນຍ້ອນບັນຫາຄວາມບໍ່ລົງຕົວທາງການເງິນ (Financial Incompatibility). ນີ້ສະແດງໃຫ້ເຫັນວ່າ ການເຂົ້າໃຈ ແລະ ມີເປົ້າໝາຍການເງິນທີ່ສອດຄ່ອງກັນເປັນສ່ວນສຳຄັນສຳລັບຄວາມສຳພັນທີ່ຍືນຍົງ.

ໃຊ້ບັນຊີກາງຍິ່ງເພີ່ມຄວາມສຸກ: ການສຶກສາຂອງ UCLA Anderson Review ພົບວ່າ ຄູ່ຮັກທີ່ ຮວມເງິນກັນ ໃນບັນຊີຮ່ວມ (Joint Accounts) ມີທ່າອ່ຽງທີ່ຈະ ເພິງພໍໃຈໃນຄວາມສຳພັນຫຼາຍກວ່າ ຄູ່ຮັກທີ່ແຍກບັນຊີກັນໝົດ, ເພາະມັນຊ່ວຍສ້າງຄວາມຮູ້ສຶກ “ເປັນໜຶ່ງດຽວກັນທາງການເງິນ” (Financial Togetherness) ເຮັດໃຫ້ເປົ້າໝາຍ ແລະ ການໃຊ້ຈ່າຍຮູ້ສຶກເປັນເລື່ອງຮ່ວມກັນ.

4 ຂັ້ນຕອນສຳຄັນ: ຈັດການເລື່ອງເງິນໃນຄວາມສຳພັນຢ່າງມີລະບົບ

ເພື່ອໃຫ້ຄວາມຮັກ ແລະ ການເງິນໄປນຳກັນໄດ້ແບບຍືນຍົງ ແລະ ຫຼີກລ່ຽງການໂຕ້ຖຽງທີ່ບໍ່ມີປະໂຫຍດ, ເຮົາຄວນເລີ່ມຈາກການສື່ສານທີ່ເປີດໃຈ ແລະມີລະບົບຕາມຂັ້ນຕອນ ເຊັ່ນ:

1. ເລີ່ມສົນທະນາແບບພື້ນຖານເພື່ອເຂົ້າໃຈ “ທັດສະນະຄະຕິຕໍ່ເງິນ”

ເຮົາແຕ່ລະຄົນມີ “ປະຫວັດເລື່ອງເງິນ” (Money Story) ທີ່ແຕກຕ່າງກັນ ທີ່ໄດ້ຮັບການຫຼໍ່ຫຼອມມາຕັ້ງແຕ່ຕອນເປັນເດັກນ້ອຍຈາກຄອບຄົວ. ການເລີ່ມຕົ້ນສົນທະນາແບບພື້ນຖານຈະຊ່ວຍໃຫ້ເຂົ້າໃຈເຖິງທັດສະນະຄະຕິແລະຄ່ານິຍົມຂອງກັນແລະກັນຕໍ່ກັບເງິນຄຳ.

ຕົວຢ່າງຄຳຖາມ: “ຖ້າເຈົ້າຕ້ອງເລືອກອົດ, ເຈົ້າຈະຍອມອົດກິນ ຫຼື ອົດທ່ຽວ?”, “ຖ້າມີເງິນ 1 ຕື້, ເຈົ້າຈະເອົາໄປເຮັດຫຍັງ?” (ການລົງທຶນ, ການໃຊ້ຈ່າຍ, ຫຼື ການຊ່ວຍເຫຼືອຄົນອື່ນ)

2. ເປີດຕົວເລກໃຫ້ເຫັນຊັດເຈນຂຶ້ນ (ສ້າງ “ຄວາມໃກ້ຊິດທາງການເງິນ”)

ເມື່ອຄວາມສຳພັນເລີ່ມໃກ້ຊິດ, ຄວາມໂປ່ງໃສຄືສິ່ງສຳຄັນ. ການປິດບັງໜີ້ສິນ, ບັນຊີລັບ ຫຼື ລາຍໄດ້ ຖືເປັນ “ການນອກໃຈທາງການເງິນ” (Financial Infidelity) ເຊິ່ງສາມາດທຳລາຍຄວາມໄວ້ວາງໃຈໃນຄວາມສຳພັນໄດ້ບໍ່ຕ່າງຈາກການນອກໃຈທາງຮ່າງກາຍ.

ອ່ານຕື່ມ:  4 ເຫດຜົນທີ່ຄວນເຂົ້າໃຈອາລົມຂອງຕົວເອງ

ຕົວຢ່າງທີ່ຄວນເປີດເຜີຍ: ລາຍໄດ້ປະຈຳ, ຄ່າໃຊ້ຈ່າຍຕໍ່ເດືອນ, ເປົ້າໝາຍທ້ອນເງິນ ຫຼື ໜີ້ສິນທີ່ມີຢູ່.

3. ຮ່ວມກັນວາງລະບົບການຈັດການເງິນ (ຕັດສິນໃຈແບບ “ທີມດຽວກັນ”)

ສິ່ງທີ່ຄວນຕົກລົງກັນແມ່ນວິທີການຈັດການເງິນຮ່ວມກັນ ໂດຍຄຳນຶງເຖິງຄວາມສະດວກຂອງທັງສອງຝ່າຍ.

ລະບົບກະເປົາສ່ວນຕົວ + ກະເປົາກາງ (Hybrid/Yours, Mine, Ours): ວິທີນີ້ເປັນທີ່ນິຍົມ ເພາະທຸກຄົນຍັງມີເງິນສ່ວນຕົວໄວ້ໃຊ້ຈ່າຍຕາມທີ່ຕົນເອງຕ້ອງການ (ສ້າງຄວາມຮູ້ສຶກເປັນອິດສະລະ) ແລະ ມີບັນຊີກອງກາງສຳລັບຄ່າໃຊ້ຈ່າຍຮ່ວມ ແລະ ການເກັບເງິນຮ່ວມກັນ. ວິທີນີ້ເຮັດໃຫ້ທັງສອງຝ່າຍຮູ້ສຶກວ່າມີ ສຽງທີ່ສະເໝີພາບ ໃນການຕັດສິນໃຈ.

4. ຈັດລຳດັບຄວາມສຳຄັນ ແລະ ຕັ້ງເປົ້າໝາຍຮ່ວມກັນ

ສິ່ງທີ່ທຳລາຍຄວາມສຳພັນບໍ່ແມ່ນການມີເງິນໜ້ອຍ, ແຕ່ແມ່ນການມີເປົ້າໝາຍການເງິນທີ່ແຕກຕ່າງກັນໂດຍສິ້ນເຊີງ. ການວາງແຜນຮ່ວມກັນຈະເຮັດໃຫ້ຮູ້ວ່າຈະໃຊ້ເງິນເພື່ອແນໃສ່ອະນາຄົດໃດກ່ອນ.

ຕົວຢ່າງການຈັດລຳດັບ: ຊຳລະໜີ້ສິນ (ສ້າງຄວາມໝັ້ນຄົງ) → ທ້ອນເງິນສຳລັບການລົງທຶນຮ່ວມ (ສ້າງຄວາມຮັ່ງມີ) → ທ້ອນເງິນສຳລັບການທ່ອງທ່ຽວ (ສ້າງປະສົບການຮ່ວມ).

ສະຫຼຸບ: ຄວາມຮັກບໍ່ຈຳເປັນຕ້ອງເສຍສິ່ງໃດສິ່ງໜຶ່ງໄປ

ຄຳກ່າວທີ່ວ່າ “ຊີວິດຈິງທຸກຢ່າງລ້ວນຂັບເຄື່ອນດ້ວຍເງິນ” ແມ່ນເປັນຄວາມຈິງສ່ວນໜຶ່ງ. ແຕ່ເງິນພຽງຢ່າງດຽວກໍບໍ່ສາມາດຊື້ຄວາມເຂົ້າໃຈ ແລະ ຄວາມໄວ້ວາງໃຈໄດ້.

ເຮົາອາດບໍ່ຈຳເປັນຕ້ອງເລືອກລະຫວ່າງ “ຮັກແທ້” ແລະ “ເງິນ”. ຖ້າຫາກເຮົາສາມາດເປີດໃຈລົມກັນ, ເຂົ້າໃຈທັດສະນະຄະຕິທາງເງິນຂອງກັນ ແລະ ກັນ ແລະ ຮ່ວມກັນຈັດການບັນຫາການເງິນຢ່າງມີລະບົບ ກໍຈະສາມາດສ້າງອະນາຄົດທີ່ມີທັງຄວາມຮັກ ແລະ ເງິນຄຳໄປພ້ອມກັນໄດ້.

ໝູ່ເພື່ອນເດ, ຄິດແນວໃດກັບເລື່ອງຂອງການເງິນໃນຄວາມສຳພັນ? ເຄີຍມີວິທີຈັດການບັນຫາການເງິນແບບໃດທີ່ໄດ້ຜົນແດ່? ສາມາດຮ່ວມສະແດງຄວາມເຫັນກັບເຮົາໄດ້ເດີ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.