ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຜິດກັນຍາມໃດລະບອກເລີກ ຖ້າບໍ່ຢາກໃຫ້ຄວາມສຳພັນຂາດສະບັ້ນຈະຢຽວຢາຫົວໃຈກັນແນວໃດ?
Muan RelationTips

ຜິດກັນຍາມໃດລະບອກເລີກ ຖ້າບໍ່ຢາກໃຫ້ຄວາມສຳພັນຂາດສະບັ້ນຈະຢຽວຢາຫົວໃຈກັນແນວໃດ?

ແບ່ງປັນ

ການຜິດຖຽງກັນລະຫວ່າງຄູ່ຮັກຖືເປັນເລື່ອງປົກກະຕິໃນຄວາມສໍາພັນແຕ່ສິ່ງສໍາຄັນຫຼັງຈາກການບໍ່ເຂົ້າໃຈ ຫຼື ຜິດຖຽງກັນນັ້ນມັນຍາກທີ່ຈະປັບຄວາມເຂົ້າໃຈ, ເພາະການບໍ່ຢາກເວົ້າຄືນ ແລະ ຢ້ານກັບມາຜິດກັນອີກ, ແລ້ວຄວາມຮູ້ສຶກທີ່ເສຍໄປແລ້ວຈະເອົາກັບຄືນມາກໍຍາກຫຼາຍ.

ບາງຄັ້ງການທີ່ເຮົາໃຈຮ້ອນຈົນເກີນໄປ, ຍັງບໍ່ທັນໄດ້ໄຕ່ຕອງຫຍັງໃຫ້ຖີ່ຖ້ວນ ແລ້ວອອກປາກບອກ “ເຮົາເລີກກັນເທາະ” ກໍອາດເຮັດໃຫ້ເຮົາຕ້ອງມາກິນແໜງໃນພາຍຫຼັງ.
ຖ້າຍັງຮັກກັນຢູ່ກໍຕ້ອງລົມກັນໃຫ້ເຂົ້າໃຈເດີ, ຊ່ວຍກັນເອົາຊະນະອຸປະສັກທີ່ເຂົ້າມາເພື່ອຜ່ານມັນໄປໃຫ້ໄດ້ເພື່ອເຮັດໃຫ້ຄວາມສຳພັນໝັ້ນຄົງ ແລະ ໜ້ຽວແໜ້ນຂຶ້ນ.


ເຮົາຈະຮັກສາຄວາມສຳພັນນີ້ໄດ້ແນວໃດ? ມື້ນີ້ມ່ວນຈະມາແນະນຳຂັ້ນຕອນທີ່ຈະຊ່ວຍໃນການຟື້ນຟູຮັກສາຄວາມສໍາພັນຫຼັງ​ຈາກ​ການ​ຈາກຜິດຖຽງກັນດ້ວຍ 4 ວິທີນີ້.


1. ໃຫ້ທົບທວນບັນຫາ ແລະ ເປີດໃຈຍອມຮັບຄວາມຜິດພາດ

ການຜິດຖຽງກັນລະຫວ່າງຄູ່ຮັກມັນອາດຈະມີຫຼາຍກໍລະນີບໍ່ວ່າຈະເປັນເລື່ອງເງີນ, Sex, ການຢູ່ຮ່ວມກັນ ຫຼື ອື່ນໆ, ໃຫ້ຫາຕົ້ນຕໍຂອງເລື່ອງລາວ, ຫຼັງຈາກອາລົມສະຫງົບລົງໃຫ້ທົບທວນ​ຕົວ​ເອງ​ ແລະ ​ຍອມ​ຮັບຄວາມຜິດພາດ.

ຂໍ​ໂທດ​ດ້ວຍ​ຄວາມ​ຈິງ​ໃຈ​ຈະ​ເປັນ​ການເລີ່ມຕົ້ນ​ໃນ​ການ​ຮັກສາ​ຄວາມສຳພັນ, ບໍ່ຕ້ອງອາຍ ຫຼື ຮູ້ສຶກເສຍໜ້າເພາະການທີ່ເຮົາຍອມເປີດໃຈຍອມຮັບຜິດມັນ​ສະ​ແດງ​ໃຫ້​ເຫັນເຖິງ​ຄວາມ​ເຄົາ​ລົບ​ ແລະ ​ຄວາມ​ເປັນ​ຫ່ວງ​ຕໍ່​ຄວາມ​ຮູ້​ສຶກ​ຂອງ​ຄົນ​ອື່ນ.

2. ສື່ສານຢ່າງຈິງໃຈ ແລະ ເປີດໃຈ

ຄວນເລີ່ມຕົ້ນການປັບຄວາມເຂົ້າໃຈດ້ວຍຢ່າງໃຈເຢັນ ແລະ ຈິງໃຈ, ພະຍາຍາມຢ່າໂຍນຄວາມຜິດໃຫ້ກັນ ຫຼື ວິຈານກັນໃນທາງທີ່ບໍ່ດີທີ່ຈະກະທົບຈິດໃຈກັນ ແລະ ພະຍາຍາມອະທິບາຍຢ່າງລະອຽດເປັນຂັ້ນເປັນຕອນ.

3. ໃຊ້ເວລາໃນການຟື້ນຟູຮັກສາ

ການຜິດຖຽງກັນມັນມັກຈະສ້າງຄວາມບາດໝາງກັນ ແລະ ຄວາມເຈັບປວດໃຫ້ກັນ, ສະນັ້ນ ເລື່ອງຂອງເວລາແມ່ນເປັນສິ່ງສຳຄັນທີ່ຈະຕ້ອງໄດ້ໃຊ້ ແລະ ບໍ່ຄວນຄາດຫວັງວ່າທຸກຢ່າງຈະກັບມາເປັນຄືເກົ່າໄດ້ທັນທີ. ຄວນໃຫ້ພື້ນທີ່ ແລະ ເວລາສ່ວນຕົວເຊິ່ງກັນ ແລະ ກັນກ່ອນ.

4. ຮຽນຮູ້ຈາກປະສົບການ ແລະ ສ້າງຂໍ້ຕົກລົງ

ການຜິດຖຽງກັນອາດເປັນໂອກາດທີ່ດີໃນການຮຽນຮູ້ກັນຫຼາຍຂຶ້ນ ແລະ ໃຫ້ຫາສິ່ງທີ່ຕ້ອງປັບປຸງແກ້ໄຂເພື່ອບໍ່ໃຫ້ເກີດເຫດການໃນອານາຄົດອີກ ແລະ ຈະໄດ້ສ້າງຂໍ້ຕົກລົງທີ່ທັງສອງຮູ້ສຶກວ່າຈະຕ້ອງໄດ້ຫຼີກລ້ຽງການຜິດຖຽງກັນ.


ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

Muan RelationTips

Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

Muan RelationTips

ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

Muan RelationTips

ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.