ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເປັນຫຍັງຕ້ອງປ່ຽນ? 9 ວິທີຍອມຮັບໃນຂໍ້ເສຍຂອງຕົວເອງເພື່ອພັດທະນາເປັນຄົນທີ່ດີຂຶ້ນ
Muan RelationTips

ເປັນຫຍັງຕ້ອງປ່ຽນ? 9 ວິທີຍອມຮັບໃນຂໍ້ເສຍຂອງຕົວເອງເພື່ອພັດທະນາເປັນຄົນທີ່ດີຂຶ້ນ

ແບ່ງປັນ
Getting your Trinity Audio player ready...

ບໍ່ດີບ່ອນໃດ ແລະ ເປັນຫຍັງຂ້ອຍຕ້ອງປ່ຽນ? ນີ້ຄືປະໂຫຍກທີ່ເຮົາມັກໄດ້ຍິນເວລາໝູ່ຄູ່ ຫຼື ຄົນອ້ອມຕົວເຮົາມັກມາເວົ້າເລື່ອງບັນຫາທີ່ເຂົາເຫຼົ່ານັ້ນພົບພໍ້ໃນຊີວິດໃຫ້ເຮົາຟັງ.

ເພາະພວກເຂົາຄິດວ່າສິ່ງທີ່ເຄີຍເຮັດມາມັນກໍ່ດີຢູ່ແລ້ວ ແລະ ບໍ່ຈຳເປັນຕ້ອງປ່ຽນແປງຫຍັງ, ເຊິ່ງມັນກໍມີທັງຖືກ ແລະ ບໍ່ຖືກຕ້ອງໄປໝົດທຸກຢ່າງ, ມັນກໍຂຶ້ນກັບເຫດການບາງກໍລະນີທີ່ເຮົາຕ້ອງຊັ່ງຊາກັນດ້ວຍເຫດຜົນໃຫ້ຫຼາຍພໍສົມຄວນ.

ແຕ່ຖ້າເຮົາລອງຄິດໃນມຸມມອງທີ່ກວ້າງໆຄິດເຖິງສາເຫດ, ວິທີແກ້ໄຂຕ່າງໆ ແລະ ຄິດວ່າທີ່ເຂົາເວົ້າມາມັນກໍຖືກໃດ໋ເນາະເລີຍຢາກປ່ຽນມຸມມອງໃໝ່ຢາກໃຫ້ມັນດີຂຶ້ນ, ແລ້ວການຢາກເປັນຄົນທີ່ດີຂຶ້ນເຮົາຕ້ອງເຮັດຫຍັງກ່ອນ? ຕ້ອງເລີ່ມແນວໃດ? ຍິ່ງຄິດກໍ່ບໍ່ເຂົ້າໃຈເພາະເກີດຄຳຖາມແບບນີ້ວົນໃນຫົວຊໍ້າໄປຊໍ້າມາ, ເພາະມັນມີຫຼາຍອົງປະກອບຫຼາຍຢ່າງອີ່ຫຼີ່ ແລະ ມື້ນີ້ມ່ວນເລີຍຢາກຈະຊວນທຸກຄົນມາຫາຄຳຕອບນຳກັນ.

ກ່ອນອື່ນເລີຍການທີ່ເຮົາຢາກສ້າງ ຫຼື ພັດທະນາສິ່ງຕ່າງໆ, ເຮົາຕ້ອງເລີ່ມຈາກຕົນເອງ ແລະ ຄວາມຕັ້ງໃຈຂອງເຮົາ. ຕ້ອງໄດ້ໃຊ້ຄວາມອົດທົນພະຍາຍາມຢ່າງສະໝໍ່າສະເໝີ, ມີເປົ້າໝາຍ ແລະ ມີລະບຽບວິໄນກັບຕົນເອງ.

1. ສຶກສາ ແລະ ຮູ້ຈັກຕົນເອງ:

ເປັນສິ່ງທຳອິດທີ່ສຳຄັນ ແລະ ທຸກຄົນຕ້ອງໃສ່ໃຈ, ເພາະເຮົາຈະຕ້ອງໄດ້ຮູ້ເຖິງຂໍ້ດີ – ຂໍ້ເສຍຂອງຕົນເອງ ແລະ ຍອມຮັບເພື່ອຮຽນຮູ້ແລ້ວນໍາມາປັບປຸງຕົນເອງ.

2. ເຝິກຝົນໃຫ້ມີຄວາມເຫັນອົກເຫັນໃຈຜູ້ອື່ນ:

ການທີ່ເຮົາມີຄວາມເຫັນໃຈຜູ້ອື່ນແມ່ນເປັນສິ່ງທີ່ດີ ເພາະຖ້າວ່າເຮົາຕົກຢູ່ໃນສະຖານະການດຽວກັນກັບເຂົາເຈົ້າ ເຮົາຈະຮູ້ສຶກແບບໃດ ການເຂົ້າໃຈຄວາມຮູ້ສຶກຜູ້ອື່ນຈະຊ່ວຍໃຫ້ເຮົາໃຊ້ຄວາມຄິດ ແລະ ຈຶ່ງສະແດງອອກມາໄດ້ຢ່າງເໝາະສົມໃຫ້ເຂົ້າກັບສະຖານະການ.

3. ຮັບຜິດຊອບຕໍ່ການກະທຳຕົນເອງ:

ຮຽນຮູ້ທີ່ຈະຍອມຮັບຜິດ ແລະ ຂໍໂທດ, ນີ້ແມ່ນການສະແດງເຖິງຄວາມຮັບຜິດຊອບຕໍ່ການກະທຳຂອງຕົນເອງໂດຍການບໍ່ໂຍນຄວາມຜິດໃຫ້ໃຫ້ຜູ້ອື່ນ ເຊິ່ງມັນຈະຊ່ວຍເຮັດໃຫ້ເຮົາມີຄວາມໜ້າເຊື່ອຖື ແລະ ເປັນທີ່ເຄົາລົບນັບຖື.

4. ຕັ້ງເປົ້າໝາຍ:

ການຕັ້ງເປົ້າໝາຍໃຫ້ຊັດເຈນ ແລະ ມຸ່ງໝັ້ນທີ່ຈະເຮັດໃຫ້ສຳເລັດຈະຊ່ວຍໃຫ້ເຮົາມີແຮງຈູງໃຈໃນການພັດທະນາຕົນເອງ, ໃຫ້ລອງແບ່ງເປົ້າໝາຍໃຫຍ່ອອກເປັນສ່ວນໆເພື່ອສາມາດຕິດຕາມຄວາມກ້າວໜ້າໄດ້ງ່າຍຂຶ້ນ.

5. ພັດທະນາທັກສະການສື່ສານ:

ການພັດທະນາການສື່ສານເປັນສິ່ງທີ່ສຳຄັນໃນການສ້າງຄວາມສຳພັນທີ່ດີ ເຝິກຝົນການຟັງຢ່າງຕັ້ງໃຈ ການສະແດງຄວາມຮູ້ສຶກຢ່າງໃຫ້ກຽດເຊີ່ງກັນ ແລະ ກັນ, ໂອ້ລົມກັນຢ່າງກົງໄປກົງມາດ້ວຍຄວາມອ່ອນໂຍນຈິງໃຈ.

6. ເຝິກຝົນການໃຫ້ອະໄພ:

ຮຽນຮູ້ທີ່ຈະໃຫ້ອະໄພທັງຕົນເອງ ແລະ ຄົນອື່ນ, ເຊິ່ງເປັນການສະແດງອອກເຖິງຄວາມເມດຕາ. ການເກັບຄວາມໃຈຮ້ອນ ຫຼື ໃຈຮ້າຍໄວ້ຈະເຮັດໃຫ້ເຮົາໜັກໃຈ ແລະ ບໍ່ສາມາດກ້າວໄປທາງໜ້າໄດ້ຢ່າງເຕັມທີ່.

ອ່ານຕື່ມ:  ລົມກັນເກືອບຕາຍສຸດທ້າຍບໍ່ໄດ້ເປັນຫຍັງກັນ ຍ້ອນຫຍັງຈຶ່ງເປັນແບບນີ້?

7. ໃຊ້ເວລາໃຫ້ເປັນປະໂຫຍດ:

ການບໍລິຫານເວລາໃຫ້ດີຈະຊ່ວຍໃຫ້ເຮົາມີເວລາໃນການເຮັດສິ່ງທີ່ສຳຄັນກ່ອນ, ການຈັດລະດັບຄວາມສຳຄັນ ແລະ ຫຼີກຫຼ່ຽງການເຮັດສິ່ງທີ່ບໍ່ຈຳເປັນຈະເຮັດໃຫ້ຊີວິດມີລະບຽບຂຶ້ນ.

8. ດູແລສຸຂະພາບທັງກາຍ ແລະ ໃຈ:

ການດູແລຕົນເອງທັງກາຍ ແລະ ໃຈຄືສິ່ງທີ່ສຳຄັນທີ່ສຸດ. ເລີ່ມຕົ້ນດ້ວຍການອອກກໍາລັງກາຍ, ກິນອາຫານທີ່ມີປະໂຫຍດ ແລະ ພັກຜ່ອນໃຫ້ພຽງພໍຈະເຮັດໃຫ້ເຮົາມີສຸຂະພາບທີ່ດີ ແລະ ພ້ອມທີ່ຈະພົບກັບຄວາມທ້າທາຍຕ່າງໆ.

9. ຮຽນຮູ້ ແລະ ປັບປຸງຕົວເອງຢູ່ສະເໝີ:

ການຮຽນຮູ້ຈາກປະສົບການທັງດີ ແລະ ບໍ່ດີ ຈະເຮັດໃຫ້ເຮົາໃຫຍ່ຂຶ້ນ, ການເປີດໃຈຮັບຟັງຄຳແນະນຳ ແລະ ການວິຈານຈະຊ່ວຍໃຫ້ເຮົາມີມຸມມອງທີ່ກວ້າງຂຶ້ນ ແລະ ສາມາດປັບປຸງຕົນເອງໄດ້.

ການເປັນຄົນທີ່ດີຂຶ້ນບໍ່ໄດ້ໝາຍຄວາມວ່າເຮົາຈະຕ້ອງປ່ຽນແປງຕົນເອງທັນທີ ແຕ່ຄືການພະຍາຍາມປັບປຸງຕົວເອງຢ່າງສະໝ່ຳາສະເໝີ ແລະ ບໍ່ຢຸດທີ່ຈະພັດທະນາ, ປ່ຽນແປງໄປເທື່ອລະໜ້ອຍໃນທຸກມື້ຈະເຮັດໃຫ້ເຮົາເປັນຄົນທີ່ດີຂຶ້ນ ແລະ ມີຊີວິດທີ່ມີຄວາມສຸກຫຼາຍຂຶ້ນໃນໄລຍະຍາວ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.