ບໍ່ດີບ່ອນໃດ ແລະ ເປັນຫຍັງຂ້ອຍຕ້ອງປ່ຽນ? ນີ້ຄືປະໂຫຍກທີ່ເຮົາມັກໄດ້ຍິນເວລາໝູ່ຄູ່ ຫຼື ຄົນອ້ອມຕົວເຮົາມັກມາເວົ້າເລື່ອງບັນຫາທີ່ເຂົາເຫຼົ່ານັ້ນພົບພໍ້ໃນຊີວິດໃຫ້ເຮົາຟັງ. ເພາະພວກເຂົາຄິດວ່າສິ່ງທີ່ເຄີຍເຮັດມາມັນກໍ່ດີຢູ່ແລ້ວ ແລະ ບໍ່ຈຳເປັນຕ້ອງປ່ຽນແປງຫຍັງ, ເຊິ່ງມັນກໍມີທັງຖືກ ແລະ ບໍ່ຖືກຕ້ອງໄປໝົດທຸກຢ່າງ, ມັນກໍຂຶ້ນກັບເຫດການບາງກໍລະນີທີ່ເຮົາຕ້ອງຊັ່ງຊາກັນດ້ວຍເຫດຜົນໃຫ້ຫຼາຍພໍສົມຄວນ. ແຕ່ຖ້າເຮົາລອງຄິດໃນມຸມມອງທີ່ກວ້າງໆຄິດເຖິງສາເຫດ, ວິທີແກ້ໄຂຕ່າງໆ ແລະ ຄິດວ່າທີ່ເຂົາເວົ້າມາມັນກໍຖືກໃດ໋ເນາະເລີຍຢາກປ່ຽນມຸມມອງໃໝ່ຢາກໃຫ້ມັນດີຂຶ້ນ, ແລ້ວການຢາກເປັນຄົນທີ່ດີຂຶ້ນເຮົາຕ້ອງເຮັດຫຍັງກ່ອນ? ຕ້ອງເລີ່ມແນວໃດ? ຍິ່ງຄິດກໍ່ບໍ່ເຂົ້າໃຈເພາະເກີດຄຳຖາມແບບນີ້ວົນໃນຫົວຊໍ້າໄປຊໍ້າມາ, ເພາະມັນມີຫຼາຍອົງປະກອບຫຼາຍຢ່າງອີ່ຫຼີ່ ແລະ ມື້ນີ້ມ່ວນເລີຍຢາກຈະຊວນທຸກຄົນມາຫາຄຳຕອບນຳກັນ....