ມື້ນີ້ຂໍພາໄປຮູ້ຈັກກັບເລື່ອງຊີວິດທີ່ເຕັມໄປດ້ວຍແຮງບັນດານໃຈຂອງ ພົງສະຫວັນ ແສງອາຄົມ ຊື່ຫຼິ້ນແມ່ນ ລິ້ວ ແຕ່ໝູ່ຂອງລາວເອີ້ນວ່າ ພົງ ໜຸ່ມບາຣິສຕາຈາກຊຳເໜືອທີ່ເຕີບໃຫຍ່ມາຈາກພາກໃຕ້ຂອງລາວ ຜູ້ທີ່ໃຊ້ທຸກໂອກາດໃນຊີວິດຢ່າງເຕັມທີ່ ດ້ວຍຄວາມເຊື່ອທີ່ວ່າ “ຊີວິດມີການປ່ຽນແປງຕະຫຼອດ ສະນັ້ນຕ້ອງເຮັດທຸກຢ່າງໃຫ້ສຸດຄວາມສາມາດ”.

ພົງ ອາຍຸ 25 ປີ ເກີດທີ່ຊຳເໜືອ ແລະ ເຕີບໃຫຍ່ມາທ່າມກາງຄວາມສະຫງົບ, ທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຂອງ ປາກເຊ ແຂວງຈຳປາສັກ. ດ້ວຍຄວາມມັກໃນສິລະປະຕັ້ງແຕ່ນ້ອຍ, ພົງ ຕັດສິນໃຈຮຽນຕໍ່ປະລິນຍາຕີສາຂາຈິດຕະກຳ ຈາກສະຖາບັນວິຈິດສິນແຫ່ງຊາດ. ແຕ່ຊີວິດບໍ່ໄດ້ຢຸດຢູ່ພຽງແຕ່ການແຕ້ມຮູບ ຫຼື ທາສີ. ພົງ ເລືອກທີ່ຈະທ້າທາຍຕົນເອງດ້ວຍການກ້າວເຂົ້າສູ່ວົງການບາຣິສຕາ.
ປັດຈຸບັນ ພົງ ເປັນບາຣິສຕາທີ່ຮ້ານກາເຟແຫ່ງໜຶ່ງ ບ່ອນທີ່ລາວບໍ່ພຽງແຕ່ຊົງກາເຟທີ່ຫອມ ແຕ່ຍັງສ້າງຮອຍຍິ້ມໃຫ້ລູກຄ້າດ້ວຍບຸກຄະລິກທີ່ສົດໃສແລະ ເປັນກັນເອງ. ກາເຟທຸກຈອກທີ່ພົງຊົງອອກມາ ບໍ່ພຽງແຕ່ເປັນເຄື່ອງດື່ມ, ແຕ່ຍັງເປັນສິລະປະທີ່ລາວຖ່າຍທອດຄວາມຕັ້ງໃຈໃຫ້ກັບຜູ້ດື່ມ.
ນອກຈາກການເປັນບາຣິສຕາ ພົງຍັງເປັນຟຣີແລນສ໌ດ້ານສິລະປະ ຮັບງານແຕ້ມຮູບ ແລະ ທາສີຕາມຄວາມມັກ.

ສິ່ງທີ່ເຮັດໃຫ້ພົງໂດດເດັ່ນ ບໍ່ແມ່ນພຽງແຕ່ຄວາມສາມາດທີ່ຫຼາກຫຼາຍ ແຕ່ຍັງເປັນທັດສະນະຕໍ່ຊີວິດ. ລາວເຊື່ອວ່າທຸກໂອກາດທີ່ເຂົ້າມາໃນຊີວິດ ບໍ່ວ່າຈະນ້ອຍ ຫຼື ໃຫຍ່ ລ້ວນແຕ່ເປັນບາດກ້າວໄປສູ່ການຄົ້ນພົບຕົນເອງ. “ຊີວິດຄືການປ່ຽນແປງ” ພົງເວົ້າ, “ຖ້າບໍ່ລອງ ກໍບໍ່ຮູ້ວ່າຕົນເອງສາມາດໄປໄດ້ໄກສໍ່າໃດ.”
ຈາກຄົນທີ່ມັກແຕ່ງໂຕແບບສະຕຣີດ ສູ່ ນາຍແບບແບຣນເສື້ອຜ້າສະຕຣີດຊື່ດັງ
ຖ້າຈະເວົ້າເຖິງສະໄຕລ໌, ພົງ ແມ່ນຄົນທີ່ມີຄວາມຕິສແບບສຸດໆ. ລາວມັກການແຕ່ງໂຕແນວສະຕຣີດ, ຖ່າຍຮູບທີ່ສະແດງຕົວຕົນຢ່າງຊັດເຈນ ແລະ ຝັນຢາກໃສ່ເຄື່ອງນຸ່ງຈາກແບຣນລາວທີ່ທັນສະໄໝຢ່າງ Crazimazing. “ໜຶ່ງໃນແບຣນເສື້ອຜ້າຂອງຄົນລາວທີ່ຂ້ອຍຢາກນຸ່ງແມ່ນ Crazimazing. ມັນຄືແບຣນທີ່ສະແດງຄວາມເປັນຕົນເອງໄດ້ດີ. ແຕ່ດ້ວຍງົບທີ່ຈຳກັດ, ຂ້ອຍໄດ້ແຕ່ຍ່າງຜ່ານຮ້ານ ແລະ ເບິ່ງຜ່ານແກ້ວໜ້າຮ້ານເທົ່ານັ້ນ,” ພົງເລົ່າດ້ວຍຮອຍຍິ້ມ.
ຫຼາຍຄັ້ງທີ່ພົງຢືນຢູ່ໜ້າຮ້ານ Crazimazing, ຈ້ອງເບິ່ງໂພສເຕີນາຍແບບ-ນາງແບບທີ່ໃສ່ເຄື່ອງງາມໆ, ພົງ ຄິດໃນໃຈວ່າ “ຖ້າຂ້ອຍໄດ້ຢືນຢູ່ໃນນັ້ນເດ, ມັນຈະເປັນແນວໃດ?” ມັນເປັນພຽງຝັນກາງວັນທີ່ລາວຄິດວ່າຄົງໄກເກີນໄປ ລາວຄິດພ້ອມກັບຫົວໃນໃຈ. ແຕ່ຊີວິດກໍມັກມີແນວໃຫ້ແປກໃຈສະເໝີ.

ມື້ໜຶ່ງ, Crazimazing ປະກາດເປີດຮັບນາຍແບບ-ນາງແບບໃໝ່. ພົງຕັດສິນໃຈສະໝັກແບບບໍ່ຄາດຫວັງ, ຄິດວ່າເປັນການລອງຫຼິ້ນໆ. ແຕ່ສະໄຕລ໌ການແຕ່ງໂຕທີ່ໂດດເດັ່ນ ແລະ ສະເໜ່ສ່ວນຕົວຂອງພົງຈັບໃຈເຈົ້າຂອງແບຣນ. ຜົນອອກມາແມ່ນ ພົງ ໄດ້ຖືກເລືອກໃຫ້ເປັນຄົນໜຶ່ງທີ່ເຂົ້າຮ່ວມໂປຣເຈັກ!
“ເກືອບຈະເປັນບ້າ! ແມ່ນແລ້ວ ຟັງບໍ່ຜິດມັນມີຄວາມຮູ້ສຶກທີ່ຫຼາກຫຼາຍອາລົມໃນເວລານັ້ນ ທັງ ດີໃຈ ແລະ ມັນຄືຝັນທີ່ເປັນຈິງ,” ພົງເລົ່າພ້ອມທັງຫົວ.


ໃນໂປຣເຈັກນັ້ນ, ພົງບໍ່ພຽງແຕ່ໄດ້ນຸ່ງເຄື່ອງໃນແບບທີ່ຕົນເອງຮັກ, ແຕ່ຍັງຖ່າຍທອດຄວາມມັກໃນສະໄຕລ໌ຂອງຕົນໃຫ້ອອກມາຜ່ານກ້ອງ. ລາວເຮັດທຸກຢ່າງຢ່າງເຕັມທີ່, ດັ່ງວ່າກຳລັງບອກເລື່ອງລາວຂອງຕົນເອງຜ່ານເຄື່ອງນຸ່ງທີ່ລາວໃສ່.
ຈາກບາຣິສຕາ ສູ່ ກ້ອງຮູບເງົາ
ນອກຈາກການເປັນບາຣິສຕາທີ່ສ້າງກາເຟເປັນສິລະປະ ແລະ ນາຍແບບທີ່ມີสະເໜ່, ພົງຍັງມີບົດບາດໃນວົງການໂປຣດັກຊັນໃນຖານະ Art Director ອິດສະລະ. ລາວຮັບຜິດຊອບດູແລພາບລວມຂອງໂປຣເຈັກ, ຈັດສາກ, ເລືອກສີ ແລະສ້າງບັນຍາກາດໃຫ້ສອດຄ່ອງກັບວິໄສທັດຂອງຜູ້ກຳກັບ.
ແຕ່ຄວາມຝັນຂອງພົງບໍ່ຢຸດຢູ່ພຽງແຕ່ນັ້ນ. ລາວມີຄວາມມຸ່ງມາດປາດຖະໜາທີ່ຈະກ້າວໄປເປັນ ຜູ້ກຳກັບຮູບເງົາ. ຄວາມມັກນີ້ນຳພາພົງໄປສູ່ການສ້າງຮູບເງົາສັ້ນເລື່ອງ The Box of Feel, ເລື່ອງທີ່ເລົ່າເຖິງຊີວິດ ແລະ ຄວາມຄິດພາຍໃນຂອງພະນັກງານຮັກສາຄວາມປອດໄພຄົນໜຶ່ງ. ດ້ວຍການຖ່າຍທຳຜ່ານ iPhone ຂອງຕົນເອງ, ພົງສາມາດຖ່າຍທອດຄວາມຮູ້ສຶກອອກມາໄດ້ຢ່າງໜ້າປະທັບໃຈ. ຜົນງານນີ້ບໍ່ພຽງແຕ່ໄດ້ຮັບຄຳຍ້ອງຍໍ, ແຕ່ຍັງຖືກເຊີນໄປສາຍໃນ Blue Chair Festival ເຊິ່ງເປັນບຸນມະໂຫລານຮູບເງົາລະດັບປະເທດຂອງລາວທີ່ຂຶ້ນທຸກປີຢູ່ຫຼວງພະບາງ.

ຊີວິດຄືການປ່ຽນແປງ: ຈົ່ງຄວ້າທຸກໂອກາດ
ສິ່ງທີ່ເຮັດໃຫ້ພົງໂດດເດັ່ນບໍ່ແມ່ນພຽງແຕ່ຄວາມສາມາດທີ່ຫຼາກຫຼາຍ, ແຕ່ຍັງເປັນທັດສະນະຕໍ່ຊີວິດທີ່ເຕັມໄປດ້ວຍຄວາມກ້າຫານ.
“ຊີວິດມັນມີການປ່ຽນແປງຕະຫຼອດ ມື້ອື່ນເຮົາອາດຈະບໍ່ຮູ້ວ່າຈະເປັນແນວໃດຈະມີເລື່ອງຫຍັງເກີດຂຶ້ນ. ຖ້າຮູ້ສຶກວ່າມີສິ່ງໃດທີ່ຍັງບໍ່ເຮັດ ແຕ່ຢາກເຮັດໃນຕອນທີ່ຍັງເຮັດໄດ້ ກໍຄວນເລີ່ມລົງມືເຮັດມັນ,” ພົງກ່າວ.
ລາວຍັງຝາກຂໍ້ຄິດທີ່ເປັນແຮງບັນດານໃຈໃຫ້ກັບທຸກຄົນ: “ສຸດທ້າຍຜົນຈະເປັນແນວໃດ, ຢ່າງນ້ອຍຄັ້ງໜຶ່ງເຮົາກໍເຄີຍໄດ້ລອງມັນ. ຈົ່ງເອັນຈອຍກັບທຸກໂມເມັ້ນເຖິງແມ່ນວ່າຈະເປັນຊ່ວງເວລາໃດກໍຕາມ. ຕໍ່ໃຫ້ເປັນເລື່ອງຮ້າຍສຸດທ້າຍມັນກໍຈະຜ່ານໄປໃນມື້ອື່ນ.”