ຢ່າລືມອັບເດດ! Phetsarath OT ເວີຊັນໃໝ່ ມາພ້ອມ 12 ນ້ຳໜັກ, ແກ້ໄຂວັນນະຍຸດລອຍ ແລະ ຕັດຄຳເປະກວ່າເກົ່າ

ແບ່ງປັນ

ຢ່າລືມອັບເດດ! Phetsarath OT ເວີຊັນໃໝ່ ມາພ້ອມ 12 ນ້ຳໜັກ, ແກ້ໄຂວັນນະຍຸດລອຍ ແລະ ຕັດຄຳເປະກວ່າເກົ່າ

20 August 2026 180

Phetsarath OT ຟອນລາວມາດຕະຖານສຳລັບນຳໃຊ້ຢ່າງເປັນທາງການໃນເອກະສານທາງການຕ່າງໆໄດ້ມີການອັບເດດໃໝ່ ໂດຍມີການປັບປຸງຫຼາຍຢ່າງ ເພື່ອໃຫ້ການໃຊ້ງານສະດວກຂຶ້ນກວ່າເກົ່າ ເຊິ່ງປ່ຽນຈາກເວີຊັນ 2.00 ມາເປັນເວີຊັນ 4.

ໃນການອັບເດດໃໝ່ຫຼ້າສຸດນີ້ ຟອນດັ່ງກ່າວໄດ້ທຳການປັບປຸງ ແລະ ແກ້ໄຂບັນຫາຕ່າງໆທີ່ເຄີຍເກີດຂຶ້ນກັບເວີຊັນກ່ອນ ບໍ່ວ່າຈະເປັນ ຟອນເກົ່າມີນໍ້າໜັກດຽວ, ການຕັດແຖວພາສາລາວຜິດພາດ, ວັນນະຍຸດລອຍຜິດບ່ອນ ຫຼື ຊ້ອນທັບສະຫຼະ, ບໍ່ມີຕົວອັກສອນສຳລັບພາສາບາລີ-ສັນສະກຣິດ ແລະ ກຶມມຸບາງຕົວ ແລະ ອື່ນໆ.

ບັນຫາເຫຼົ່ານີ້ໄດ້ຮັບການປັບປຸງແກ້ໄຂແລ້ວ ສາມາດອ່ານລາຍລະອຽດການປ່ຽນແປງທັງໝົດໄດ້ຕາມລຸ່ມນີ້.

ນ້ຳໜັກຕົວອັກສອນ
– ເວີຊັນເກົ່າມີພຽງນໍ້າໜັກດຽວ ການກົດປຸ່ມ B ໃນ Word ແລ້ວໂປຣແກຣມຈະປອມຕົວອັກສອນແບບໜາໃຫ້ເອງ ເຊິ່ງເຮັດໃຫ້ຕົວອັກສອນເປື້ອນ
– ເວີຊັນໃໝ່ ມາພ້ອມກັບຟອນແທ້ 12 ນໍ້າໜັກ ຕັ້ງແຕ່ Light ຫາ Black ພ້ອມທັງມີຕົວອຽງ ທຸກນໍ້າໜັກ. ການກົດ B ຫຼື I ໃນ Office ຈະເອີ້ນໃຊ້ຟອນແທ້ອັດຕະໂນມັດ.

ການຕັດຄຳຂຶ້ນແຖວໃໝ່
– ເວີຊັນເກົ່າ ຂໍ້ມູນພາຍໃນຟອນເສຍຫາຍ (ອ້າງວ່າຮອງຮັບທຸກພາສາໃນໂລກ) ເຮັດໃຫ້ບາງໂປຣແກຣມຕັດແຖວພາສາລາວຜິດພາດ
– ເວີຊັນໃໝ່ ແກ້ໄຂຕາມສູດຂອງຟອນ Saysettha (LaoScript) ແລະ ພິສູດແລ້ວດ້ວຍການທົດສອບຈິງໃນ Word, Excel ແລະ PowerPoint ເຊິ່ງຈະຕັດຄຳຖືກຂອບເຂດຄຳສະເໝີ

ຕຳແໜ່ງສະຫຼະ-ວັນນະຍຸດ
– ເວີຊັນເກົ່າ ໃນບາງໂປຣແກຣມ ວັນນະຍຸດລອຍຜິດບ່ອນ ຫຼື ຊ້ອນທັບສະຫຼະ ເພາະຟອນເກົ່າບໍ່ໄດ້ລົງທະບຽນກົດຕຳແໜ່ງແບບ DFLT
– ກວດສອບຄົບ 1,204 ຊຸດປະສົມ (ພະຍັນຊະນະ×ສະຫຼະ×ວັນນະຍຸດ) ໃນທຸກນ້ຳໜັກ ເຊິ່ງຈະບໍ່ມີການຊ້ອນທັບແມ່ນແຕ່ຈຸດດຽວ

ຕົວອັກສອນບາລີ-ສັນສະກຣິດ
– ເວີຊັນເກົ່າ ຂາດຕົວອັກສອນ ໑໔ ຕົວ ສຳລັບພາສາບາລີ, ສັນສະກຣິດ ແລະ ກຶມມຸ ທີ່ເພີ່ມເຂົ້າ Unicode ປີ 2019
– ເວີຊັນໃໝ່ ຄົບແລ້ວ: ຆ ຉ ຌ ຎ ຏ ຐ ຑ ຒ ຓ ຘ ຠ ຨ ຩ ຬ — ທຸກນ້ຳໜັກ ພ້ອມການວາງວັນນະຍຸດຖືກຕ້ອງ

ຄວາມເຂົ້າກັນໄດ້
– ເວີຊັນເກົ່າ ຊື່ PostScript ຜິດມາດຕະຖານ (ມີວົງເລັບ ແລະ ຍະຫວ່າງ) ອາດເຮັດໃຫ້ການສົ່ງອອກ PDF ຜິດພາດ; ຈຳກັດການຝັງຟອນ
– ເວີຊັນໃໝ່ ຂໍ້ມູນຟອນສະອາດຕາມມາດຕະຖານ, ຝັງໄດ້ເສລີ (fsType 0), ໃຊ້ໄດ້ທັງ Windows, macOS, iOS ແລະ ເວັບ — ຊຸດດຽວກັນ

ໂຄງຮ່າງເດີມ ຄົງໄວ້ 100%
– ເວີຊັນເກົ່າ ຄວາມສ່ຽງຂອງການປັບປຸງຟອນທາງການ ຈະເຮັດໃຫ້ຮູບຮ່າງຕົວອັກສອນປ່ຽນ ຫຼື ເອກະສານເກົ່າຈັດໜ້າຄືນໃໝ່
– ເວີຊັນໃໝ່ ນ້ຳໜັກປົກກະຕິ (Regular) ໃຊ້ເສັ້ນຂອບ ແລະ hinting ເດີມຂອງສະບັບທາງການ 2012 ບໍ່ປ່ຽນແປງ ເຮັດໃຫ້ເອກະສານເກົ່າຄົງໜ້າຕາເດີມທຸກປະການ

ສາມາດດາວໂຫຼດ ແລະ ຕິດຕັ້ງຟອນໃໝ່ ໄດ້ທີ່ https://phetsarath.mts.la/


ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.