ຢ້ອນຜົນງານ 15 ປີ Tim Cook ທີ່ Apple: 7 ເຕັກໂນໂລຊີປ່ຽນໂລກ ແລະ ຊີວິດເຮົາ

ແບ່ງປັນ

ຢ້ອນຜົນງານ 15 ປີ Tim Cook ທີ່ Apple: 7 ເຕັກໂນໂລຊີປ່ຽນໂລກ ແລະ ຊີວິດເຮົາ

21 April 2026 15

ເຖິງວ່າ Tim Cook ຈະກຽມລົງຈາກຕຳແໜ່ງ CEO ຂອງ Apple ໃນເດືອນກັນຍາ 2026 ນີ້ ຫຼັງຈາກຮັບໄມ້ຕໍ່ຈາກ Steve Jobs ມາຕັ້ງແຕ່ປີ 2011, ລາວໄດ້ຝາກຜົນງານທີ່ໂດດເດັ່ນຫຼາຍຢ່າງໄວ້ ບໍ່ວ່າຈະເປັນ ການເຮັດໃຫ້ Apple Watch & AirPods ກາຍມາເປັນສິນຄ້າຍອດນິຍົມ, ປ່ຽນມາໃຊ້ຊິບ Apple Silicon ຂອງໂຕເອງໃນ Mac ແລະ ຂະຫຍາຍອານາຈັກ Apple ໃຫ້ເປັນຫຼາຍກວ່າບໍລິສັດຂາຍອຸປະກອນສະມາດດີໄວຊ໌ ທີ່ເຊື່ອມໂຍງທັງ ຮາດແວ, ຊອບແວ ແລະ ການບໍລິການ.

ໄປເບິ່ງນຳກັນວ່າ ມີຜະລິດຕະພັນເດັ່ນໆອັນໃດແດ່ ທີ່ໄດ້ມີການເປີດໂຕ ແລະ ສ້າງການປ່ຽນແປງໃຫ້ກັບ Apple ໃນໄລຍະການບໍລິຫານຂອງ Tim Cook.

Apple Watch (2015)

ເປີດຕົວໃນປີ 2015 ແລະ ໄດ້ປ່ຽນໂສມໜ້າຈາກອຸປະກອນເສີມທົ່ວໄປ ກາຍມາເປັນເຄື່ອງມືເບິ່ງແຍງສຸຂະພາບທີ່ທັນສະໄໝ (ເຊັ່ນ: ການກວດຄື້ນຫົວໃຈ ແລະ ລະບົບກວດຈັບການລົ້ມ). ມັນບໍ່ພຽງແຕ່ເຮັດໃຫ້ໂມງອັດສະລິຍະເປັນທີ່ນິຍົມໃນວົງກວ້າງເທົ່ານັ້ນ, ແຕ່ຍັງເປັນການຂະຫຍາຍລະບົບນິເວດຂອງ Apple ໃຫ້ໄກກວ່າພຽງແຕ່ສະມາດໂຟນ.

AirPods (2016)

ເຖິງວ່າຈະມີການທົດລອງຫູຟັງໄຮ້ສາຍມາແຕ່ປີ 2014, ແຕ່ AirPods ຂອງ Apple ທີ່ເປີດຕົວໃນປີ 2016 ແມ່ນຈຸດປ່ຽນສຳຄັນທີ່ເຮັດໃຫ້ຫູຟັງໄຮ້ສາຍແບບ True Wireless ກາຍເປັນທີ່ນິຍົມແທນທີ່ຫູຟັງແບບມີສາຍ. ປັດຈຸບັນ, AirPods ໄດ້ພັດທະນາໃຫ້ມີຟີເຈີທີ່ລໍ້າສະໄໝຂຶ້ນ ເຊັ່ນ: ລະບົບສຽງຮອບທິດທາງ, ການແປພາສາແບບທັນທີ ແລະ ການກວດວັດອັດຕາການເຕັ້ນຂອງຫົວໃຈ.

iPhone X (2017)

ການເປີດຕົວ iPhone X ໃນປີ 2017 ຖືເປັນການປະຕິຮູບການອອກແບບຄັ້ງໃຫຍ່ຂອງ Apple ໂດຍການຕັດປຸ່ມ Home ອອກ ແລະ ແທນທີ່ດ້ວຍໜ້າຈໍ OLED ແບບເຕັມຂອບ, ລະບົບ Face ID ແລະ ການຄວບຄຸມດ້ວຍທ່າທາງ (Gestures). ການປ່ຽນແປງນີ້ໄດ້ກາຍເປັນຕົ້ນແບບໃຫ້ກັບສະມາດໂຟນຍຸກໃໝ່ ທີ່ທົ່ວໂລກນຳມາໃຊ້ຈົນເຖິງປັດຈຸບັນ.

ກົນລະຍຸດ iPhone ຫຼາຍຮຸ່ນ (ຫຼັງປີ 2017)

ຫຼັງຈາກ iPhone X, Apple ໄດ້ປ່ຽນມານຳໃຊ້ກົນລະຍຸດເປີດຕົວຫຼາຍຮຸ່ນພ້ອມກັນ (ເຊັ່ນ: ຮຸ່ນມາດຕະຖານ, Pro ແລະ Pro Max) ແທນການເປີດຕົວພຽງຮຸ່ນດຽວຕໍ່ປີ. ວິທີນີ້ຊ່ວຍໃຫ້ Apple ສາມາດເຈາະກຸ່ມລູກຄ້າໄດ້ທຸກລະດັບລາຄາ ແຕ່ຍັງຄົງຄວາມເປັນສິນຄ້າພຣີມຽມໄວ້ໄດ້, ເຊິ່ງກາຍເປັນປັດໄຈຫຼັກທີ່ສ້າງການເຕີບໂຕໃຫ້ກັບບໍລິສັດໃນປັດຈຸບັນ.

Apple Silicon Macs (2020)

ການປ່ຽນມາໃຊ້ຊິບ Apple Silicon (M1) ໃນປີ 2020 ແທນຊິບ Intel ໄດ້ປະຕິຮູບການສ້າງ Mac ໃໝ່ທັງໝົດ ໂດຍໃຊ້ສະຖາປັດຕະຍະກຳດຽວກັນກັບ iPhone ແລະ iPad. ການປ່ຽນແປງນີ້ຊ່ວຍໃຫ້ຮາດແວ ແລະ ຊອບແວເຮັດວຽກປະສານກັນໄດ້ດີຂຶ້ນ ເຮັດໃຫ້ Mac ແບັດເຕີຣີທົນທານຂຶ້ນ, ເຄື່ອງເຢັນ ແລະ ງຽບກວ່າເກົ່າ. ນອກຈາກນີ້, Apple ຍັງສາມາດກຳນົດທິດທາງການພັດທະນາໄດ້ດ້ວຍຕົນເອງ ໂດຍບໍ່ຕ້ອງເພິ່ງພາຜູ້ຜະລິດພາຍນອກ.

AirTags (2021)

ການເປີດຕົວ AirTag ໃນປີ 2021 ເຮັດໃຫ້ Apple ກ້າວເຂົ້າສູ່ຕະຫຼາດອຸປະກອນຕິດຕາມສິ່ງຂອງ ໂດຍຜ່ານເຄືອຂ່າຍ Find My. ດ້ວຍເຕັກໂນໂລຊີ Ultra-Wideband ທີ່ຊ່ວຍໃຫ້ຄົ້ນຫາຕຳແໜ່ງໄດ້ຢ່າງຊັດເຈນ (Precision Finding), AirTag ໄດ້ຊ່ວຍຂະຫຍາຍລະບົບນິເວດຂອງ Apple ໃຫ້ເຂົ້າເຖິງການໃຊ້ຊີວິດປະຈຳວັນທີ່ສະດວກສະບາຍຂຶ້ນ.

Vision Pro (2024)

Apple Vision Pro ແມ່ນການກ້າວເຂົ້າສູ່ໂລກ Spatial Computing (ຄອມພິວເຕີເຊີງພື້ນທີ່) ທີ່ປ່ຽນວິທີການຄວບຄຸມອຸປະກອນຈາກການໃຊ້ຕົວບັງຄັບ ມາເປັນການໃຊ້ສາຍຕາ, ທ່າທາງມື ແລະ ສຽງແທນ. ມັນຈຳລອງແອັບຕ່າງໆໃຫ້ຢູ່ ໃນຮູບແບບ 3 ມິຕິ ເທິງ “Infinite Canvas” ຫຼື ພື້ນທີ່ເຮັດວຽກທີ່ບໍ່ມີຂີດຈຳກັດ ເຮັດໃຫ້ຜູ້ໃຊ້ສາມາດຈັດວາງ ແລະ ປັບຂະໜາດໜ້າຈໍໄດ້ຕາມໃຈໂດຍບໍ່ຖືກຈຳກັດຢູ່ພຽງແຕ່ໜ້າຈໍແບບເດີມ.

ອ່ານຕື່ມ:  ເຕືອນແລ້ວເດີ! ໃຊ້ AI ຫຼາຍເກີນໄປ ລະວັງ "ສະໝອງຝໍ່" ແຖມຂີ້ລືມ ຜົນວິໄຈຈາກ MIT

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.