ໜ້າຫຼັກ Gadzila Facebook ໂພສອັບເດດ New Feature ເນັ້ນໄປທີ່ການສະແດງເນື້ອຫາຈາກໝູ່ເພື່ອນ ແລະ ຄົນພິເສດ
Gadzila

Facebook ໂພສອັບເດດ New Feature ເນັ້ນໄປທີ່ການສະແດງເນື້ອຫາຈາກໝູ່ເພື່ອນ ແລະ ຄົນພິເສດ

ແບ່ງປັນ

Facebook ໄດ້ປັບປຸງ Friends tab ໃຫ້ດີຂຶ້ນໂດຍເນັ້ນການເຊື່ອມຕໍ່ກັບຄົນທີ່ສຳຄັນຂອງຜູ້ໃຊ້ງານເຊັ່ນ: ເຫດການຊີວິດ, ວັນເກີດ ແລະ ການອັບເດດຈາກຊຸມຊົນທີ່ໃກ້ຊິດ.

ຟີເຈີຣ໌ໃໝ່ Friends tab ທີ່ Facebook ໄດ້ປັບປຸງນີ້ ມີຈຸດປະສົງເພື່ອເຮັດໃຫ້ຜູ້ໃຊ້ສາມາດເຊື່ອມຕໍ່ກັບໝູ່ເພື່ອນ ແລະ ຄົນທີ່ຜູ້ໃຊ້ໃຫ້ຄວາມສຳຄັນໄດ້ງ່າຍຂຶ້ນ.

Facebook ຍັງມີເປົ້າໝາຍທີ່ຈະເຮັດໃຫ້ປະສົບການຂອງຜູ້ໃຊ້ມີຄວາມສ່ວນຕົວ ແລະ ມີຄວາມໝາຍຫຼາຍຂຶ້ນ ໂດຍການເຊື່ອມໂຍງກັບຄົນທີ່ເປັນສ່ວນໜຶ່ງໃນຊີວິດປະຈຳວັນຂອງຜູ້ໃຊ້.

ລາຍລະອຽດເພີ່ມເຕີມກ່ຽວກັບຟີເຈີຣ໌ນີ້ມີດັ່ງນີ້:

1. ການໃຫ້ຄວາມສຳຄັນກັບຄົນໃກ້ຊິດ: Friends tab ຈະຖືກອອກແບບໃຫ້ເນັ້ນໄປທີ່ການສະແດງເນື້ອຫາຈາກໝູ່ເພື່ອນທີ່ຜູ້ໃຊ້ມີການໂຕ້ຕອບຫຼາຍທີ່ສຸດ ຫຼື ຄົນທີ່ຖືວ່າເປັນ “ຄົນພິເສດ” ໃນຊີວິດ.

2. ເຫດການຊີວິດ (Life Events): ຈະເນັ້ນສະແດງເຫດການສຳຄັນຕ່າງໆເຊັ່ນ: ການແຕ່ງງານ, ການຍ້າຍບ່ອນຢູ່ ຫຼື ການມີລູກ ຂອງໝູ່ທີ່ຢູ່ໃນກຸ່ມຂອງຜູ້ໃຊ້.

3. ການແຈ້ງເຕືອນວັນເກີດ: ຈະເຫັນຂໍ້ມູນກ່ຽວກັບວັນເກີດຂອງໝູ່ໃນ Friends tab, ໃຫ້ຜູ້ໃຊ້ສາມາດສົ່ງຄຳອວຍພອນ ຫຼື ຕິດຕໍ່ໄດ້ສະດວກຂຶ້ນ.

4. ການອັບເດດຈາກຊຸມຊົນແບບໃກ້ຊິດ: ຈະເກັບກຳ ແລະ ສະແດງການອັບເດດຕ່າງໆເຊັ່ນ: ໂພສຕ໌, ຮູບພາບ ຫຼື ສະຖານະ ຈາກກຸ່ມໝູ່ທີ່ຜູ້ໃຊ້ມັກຕິດຕາມ ເພື່ອໃຫ້ບໍ່ພາດຂໍ້ມູນສຳຄັນຈາກຄົນເຫຼົ່ານັ້ນ.

ໂດຍ: ທີມບັນນາທິການ Gadzila

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Gadzila

Facebook ຈຳກັດການສ້າງລາຍໄດ້ຫຼຸດການເບິ່ງເຫັນ ບັນຊີທີ່ແອບອ້າງເປັນຜູ້ອື່ນ ແລະ ສ້າງໂພສສະແປມ

ພວກເຮົາຈະບໍ່ຕ້ອງທົນລຳຄານໃຈກັນອີກຕໍ່ໄປແລ້ວເມື່ອ Facebook ອອກນະໂຍບາຍໃໝ່ປັບປຸງໜ້າ Feed ເພື່ອຈັດການກັບໂພສທີ່ເປັນສະແປມ, ມີເປົ້າໝາຍເພື່ອຍົກລະດັບຄຸນນະພາບຂອງເນື້ອຫາພ້ອມສ້າງປະສົບການທີ່ດີຂອງຜູ້ໃຊ້ໃນແພລັດຟອມ ແລະ ເຮັດໃຫ້ແພລັດຟອມຍັງເປັນພື້ນທີ່ທີ່ເຮັດໃຫ້ໜ້າສົນໃຈສຳລັບຜູ້ໃຊ້ງານ. Meta ຖືກສ້າງຂຶ້ນເພື່ອເປັນສະຖານທີ່ທີ່ຜູ້ຄົນທີ່ໃຊ້ງານແພລັດຟອມສາມາດສະແດງອອກໄດ້ຢ່າງເສລີ. ເນຶ້ອຫາທີ່ເປັນສະແປມແມ່ນຖືວ່າເປັນອີກສ່ວນໜຶ່ງທີ່ເຮັດໃຫ້ພວກເຮົາຖືກຂັດຂວາງການຫຼິ້ນການເບິ່ງຜົນງານຕ່າງໆໃນໜ້າ Feed...

Gadzila

Edits ແອັບຕັດຕໍ່ວິດີໂອ ທີ່ Content Creator ຮັກ ໃຊ້ງ່າຍ ລອງເລີຍບໍ່ມີລາຍນ້ຳ ບໍ່ມີໂຄສະນາ

Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ,...

Gadzila

ຣີວິວ TECNO CAMON 40 Pro 5G ໂທລະສັບກ້ອງງາມ ຈໍຄົມ ສະເປັກແຮງ ດ້ວຍງົບບໍ່ຮອດ 5 ລ້ານກີບ!

ໃນຍຸກທີ່ໂທລະສັບສະມາດໂຟນລາຄາຫຼັກສິບລ້ານເປັນເລື່ອງປົກກະຕິ, ການມາເຈິກັບໂທລະສັບທີ່ໃຫ້ປະສົບການລະດັບສູງໃນລາຄາຫຼັກລ້ານຈຶ່ງເປັນເລື່ອງທີ່ໜ້າສົນໃຈຫຼາຍ. ນັ້ນຄືສິ່ງທີ່ TECNO CAMON 40 Pro 5G ເຮັດໄດ້ຢ່າງໜ້າປະທັບໃຈ. ເປີດຕົວເມື່ອເດືອນມີນາ 2025 ທີ່ຜ່ານມາ...

Gadzila

Google ອັບເດດເພີ່ມ Gemini AI ເຂົ້າໃນ Google Docs ແລະ Google Sheets

ຫຼ້າສຸດ Google ມີການອັບເດດເພີ່ມ Gemini ຜູ້ຊ່ວຍ AI ຂອງ Google ເຂົ້າໃນແພລັດຟອມ Google Docs ແລະ...