ໜ້າຫຼັກ ມ່ວນຊວນຟັງ ຖ້າຢຸດເວລາໄດ້ກໍຢຸດໄປແລ້ວ ມາຟັງເພງໃໝ່ຂອງ LUHWVN ຟີດກັບ FATBOII MQT
ມ່ວນຊວນຟັງ

ຖ້າຢຸດເວລາໄດ້ກໍຢຸດໄປແລ້ວ ມາຟັງເພງໃໝ່ຂອງ LUHWVN ຟີດກັບ FATBOII MQT

ແບ່ງປັນ

ຖ້າມັກເພງທີ່ເຮັດໃຫ້ຫຼົງຮັກຫົວປັກຫົວປຳເຕັມໄປດ້ວຍຄວາມຮູ້ສຶກຮິວໃຈ, ຕ້ອງບໍ່ພາດເພງ “Found You” ຈາກ Luh Wvn ທີ່ຮ່ວມງານກັບ FATBOII MQT ສະມາຊິກ MQT Squad ເຈົ້້າຂອງຜົນງານ “Would You” ທີ່ໄດ້ Diamond MQT ມາຟີດ.

ເພງນີ້ມາໃນສາຍ Pop ແລະ R&B, ພ້ອມກັບສຽງດົນຕີສະມູດຫູສະບາຍໃຈ ແລະ ຈັງຫວະຊິວຕັ້ງແຕ່ທຳອິດທີ່ໄດ້ຍິນ. Found You” ເປັນການຖ່າຍທອດຄວາມຮູ້ສຶກຂອງຄົນທີ່ຕົກຫຼຸມຮັກບາງຄົນ, ຄົນທີ່ເຮັດໃຫ້ຫົວໃຈຫວັ່ນໄຫວ ແລະ ມີຄວາມສຸກດີທຸກຄັ້ງທີ່ໄດ້ຢູ່ນໍາກັນ. ທາງນີ້ທາງນັ້ນຍັງໄດ້ເວົ້າເຖິງຄວາມປາຖະໜາທີ່ຢາກໃຫ້ເວລາຍືດຍາວອອກໄປທຸກຄັ້ງເມື່ອໄດ້ຢູ່ກັບຄົນນັ້ນ, ຖ້າການເວລາຊື້ໄດ້ກໍພ້ອມຈ່າຍໄປແລ້ວ ແຕ່ຄົງເປັນໄປບໍ່ຖ້າຈະຊື້ເວລາ.

ດ້ວຍສຽງຮ້ອງທີ່ລຽບງ່າຍຂອງ Luh wvn ປະສົມກັບການແຣັປຂອງ FATBOII MQT ເຮັດໃຫ້ເພງນີ້ມີສະເໜ່ທີ່ເປັນເອກະລັກ ແລະ ເຂົ້າໄປໃນຫົວໃຈຂອງຜູ້ຟັງໄດ້ງ່າຍໆ.

ໂດຍ: ທີມບັນນາທິການ Muan

ບົດຄວາມທີ່ໃກ້ຄຽງ
ມ່ວນຊວນຟັງ

“ບົວລະພາ” ເພງຮັກຕ້ອງຫ້າມ ທີ່ສະທ້ອນຄວາມເຈັບປວດ ແລະ ຄວາມງົດງາມຂອງຫົວໃຈ ຜົນງານຫຼ້າລຸດຂອງ AIILA และ Taiy Akard

ເມື່ອຄວາມຮັກບໍ່ເປັນພຽງຄວາມຮູ້ສຶກ ແຕ່ມີເສັ້ນແບງຂອງຖານະຄອບຄົວຂວາງກັ້ນໂຊກສະຕາໄວ້. ເພງນີ້ທີ່ຈະນຳພາເຫຼົ່າຜູ້ຟັງສູ່ເລື່ອງລາວຂອງຄູ່ຮັກທີ່ແມ່ນວ່າຈະມີຮັກແທ້ຕໍ່ກັນ ແຕ່ຕ້ອງພັດພາກຈາກກັນເພາະຄວາມແຕກຕ່າງທາງຖານະທາງຄອບຄົວ . “ບົວລະພາ” ທີ່ໝາຍເຖິງທິດຕາເວັນອອກ ໃນບໍລິບົດເພງນີ້ປຽບເປີຍເຖິງຄົນຮັກທີ່ຢູ່ສູງເກີນຄືດັ່ງ ດວງອາທິດທີ່ຂື້ນໃນທິດຕາເວັນອອກ ໄກເກີນທີ່ເອື້ອມເຖິງ ແມ່ນວ່າຈະຮັກແທ້ ແຕ່ຊອງວ່າງລະວ່າງຖານະທີ່ແຕກຕ່າງກັນຈຶ່ງເຮັດໃຫ້ຕ້ອງມືອອກຈາກກັນ....

ມ່ວນຊວນຟັງ

ເພງໄວຣໍຄອງໃຈຊາວ TikTok “ຮອຍຍິ້ມຂອງເຈົ້າມັນຫວານໄປ” ຈາກ Zixna ແລະ Ran_Dom

ເຊື່ອວ່າຫຼາຍໆຄົນທີ່ີຫຼິ້ນ TikTok ຄົງຕ້ອງເຄີຍໄດ້ຍິ່ນເພງນີ້ຜ່ານຫູກັນມາແນ່ ເພາະໃນທີ່ສຸດ Zixna ແລະ Ran_Dom ກໍໄດ້ປ່ອຍເພງເຕັມອອກມາແລ້ວ ຫຼັງຈາກທີ່ຖ້າຄອຍມາດົນກັບເພງເກົ່າເວີຊັນໃໝ່ມາໃນແນວແຣັປແບບໜ້າຮັກ “ຮອຍຍິ້ມຂອງເຈົ້າມັນຫວານໄປ” ທີ່ເປັນກະແສໃນຊ່ວງນີ້ ຈົນເຮັດໃຫ້ຊາວ...

ມ່ວນຊວນຟັງ

ເດັກຫຼຽວໂຕວ໌-ເພງເປີດໂຕຂອງ ALPHA ແຣັປເປີໄວເຍົາແຕ່ຄວາມສາມາດບໍ່ນ້ອຍ

ນ້ອຍເຜັດຂີ້ໜູ່ອີຫຼີສຳລັບແຣັປເປີໄວເຍົາ AKA ALPHA ທີ່ໄດ້ປ່ອຍເພງໃໝ່ “ເດັກຫຼຽວໂຕ (DEX LIEWTO)” ບອກເລີຍວ່າຟັງຮອບດຽວຮ້ອງໄດ້ເລີຍ. ເນື້ອຫາໃນເພງມີສ່ວນທີ່ບໍ່ສຸພາບແຕ່ດ້ວຍບີດແນວເດັກແທຣັບທີ່ມາພ້ອມສະກິວການແຣັປທີ່ລຽນໄຫຼ ບໍ່ທຳມະດາສຳລັບນ້ອງອາຍຸຍັງນ້ອຍຖືວ່າມີພອນສະຫວັນ ບອກໄດ້ເລີຍວ່າອານາຄົດຂອງນ້ອງສົດໃສ່ແນ່ນອນໃນເສັ້ນທາງວົງການຮິບຮັອບລາວ. ບໍ່ແປກໃຈເລີຍວ່າເປັນຫຍັງຫຼາຍຄົນໃນວົງການຮິບຮັອບລາວໂດຍສະເພາະແຣັປເປີລາວຈຶ່ງພາກັນແຊເພງນີ້ຕາມກັນໄປເພາະເດັກຫຼຽວໂຕບໍ່ໄດ້ມາຫຼິ້ນໆ...

ມ່ວນຊວນຟັງ

ພ້ອມບໍ່ທີ່ຈະດຳດິ່ງສູ່ໂລກແຫ່ງຄວາມຝັນທີ່ບໍ່ເປັນຈິງກັບ ເພງ “ເປັນພຽງຝັນ” ຈາກ BAY6IX ແລະ LALA

“ເປັນພຽງຝັນ” ເປັນການເດີນທາງຂອງຫົວໃຈທີ່ຈະພາເຮົາໄປສຳຜັດກັບຄວາມຮູ້ສຶກທີ່ເລິກເຊິ່ງ, ປະສົມກັບສຽງດົນຕີທີ່ຄ່ອຍໆດຶງຄວາມຮູ້ສຶກໃນໃຈອອກມາຢ່າງອ່ອນໂຍນ ແລະ ຈັງຫວະທີ່ຈະຕິດຢູ່ໃນໃຈຜູ້ຟັງຕະຫຼອດໄປ. ໂດຍແນວເພງຈະເປັນເພງຊ້າທີ່ເຂົ້າໃຈງ່າຍເຮັດໃຫ້ຜູ້ຟັງຮູ້ສຶກຄືກັບກຳລັງດຳດິ່ງຢູ່ໃນໂລກແຫ່ງຄວາມຝັນ ແລະ ຄວາມຮັກ. ການຖ່າຍທອດເລື່ອງລາວຂອງຄວາມຮັກທີ່ງົດງາມແຕ່ເຕັມໄປດ້ວຍຄວາມເຈັບປວດ. ເນື້ອເພງຍັງບອກເລົ່າເຖິງຄວາມຮັກທີ່ເລີ່ມຕົ້ນດ້ວຍຄວາມຫວັງ ແລະ ຄວາມຜູກພັນ,...