ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ຢ່າປ່ອຍໃຫ້ຖືກດ້ອຍຄ່າ ຈົນສູນເສຍຄວາມເປັນຕົວຕົນ ຈາກ Narcissist
Muan RelationTips

ຢ່າປ່ອຍໃຫ້ຖືກດ້ອຍຄ່າ ຈົນສູນເສຍຄວາມເປັນຕົວຕົນ ຈາກ Narcissist

ຢ່າປ່ອຍໃຫ້ຖືກດ້ອຍຄ່າ ຈົນສູນເສຍຕົວຕົນ ຈາກ Narcissist ວິທີຮັກສາຄວາມສຳພັນ-ຈິດໃຈຂອງເຈົ້າ

ແບ່ງປັນ

ພວກເຮົາມາຮູ້ຈັກຄົນປະເພດ Narcissist ກັນໃຫ້ຫຼາຍຂຶ້ນດີກວ່າທຸກຄົນວ່າເປັນຫຍັງໃນຊ່ວງໄລຍະທີ່ຜ່ານມາເຮົາຄືໄດ້ຍິນບັນດາ Content Creator ແລະ Influencers ຈາກຕ່າງປະເທດມັກຍົກປະເດັ່ນ ຫຼື ບັນຫານີ້ກັນມາເວົ້າຫຼາຍແທ້.

Narcissist ແມ່ນເລີ່ມເປັນທີ່ຮູ້ຈັກກັນຫຼາຍຂຶ້ນໃນໂລກອອນລາຍຢ່າງແຜ່ຫຼາຍເມື່ອພຶດຕິກຳຂອງຄົນຈຳນວນໜຶ່ງມັກສະແດງອອກມາໃນທາງດ້ານຈິດຕະວິທະຍາເຮັດໃຫ້ຄົນໃນອອນລາຍມັກອອກມາວິເຄາະຄວາມຮູ້ທີ່ມີກ່ຽວກັບລັກສະນະຂອງສະພາວະທາງຈິດໃຈຂອງບຸກຄົນນັ້ນ.

“ຢ່າມັກເຮັດໂຕເປັນໜ່ວຍໂລກທີ່ໝຸນອ້ອມຕົວເອງ ຫຼື ຢ່າເປັນສູນກາງຂອງຈັກກະວານແມ້”

ຄຳນີ້ພວກເຮົາມັກຈະເວົ້າເຖິງຄົນທີ່ເປັນ Narcissist ເຊິ່ງແຕ່ກ່ອນໃນບ້ານເຮົານັ້ນກໍຍັງບໍ່ຮູ້ແບບຊັດເຈນວ່າອາການເຫຼົ່ານີ້ ມັນເອີ້ນວ່າຫຍັງຄິດພຽງວ່າມັນເປັນເລື່ອງປົກກະຕິເລີຍນິຍາມບຸກຄົນເຫຼົ່ານັ້ນອອກມາໃນປະໂຫຍກບອກເລົ່າ.

Narcissistic Personality Disorder (NPD) ແມ່ນຊື່ເຕັມທາງວິທະຍາສາດທີ່ໃຊ້ເອີ້ນຄົນທີ່ມີອາການສະພາວະທາງຈິດໂລກບຸກຄະລິກຄະພາບຫຼົງຕົວເອງ, ພວກເຮົາສາມາດສັງເກດເຫັນຄົນທີ່ເປັນ Narcissist ໄດ້ຈາກການກະທຳເຊັ່ນ: ມັກເຮັດຄືວ່າຕົວເອງນັ້ນສຳຄັນກວ່າໃຜ ແລະ ຄິດວ່າຕົນເອງພິເສດເໜືອກວ່າຄົນອື່ນ, ຕ້ອງການການຍ້ອງຍໍຈາກພາຍນອກຫຼາຍເກີນໄປ, ມັກຄວບຄຸມລວມເຖິງການຢຽດຢາມ-ດູຖູກ ແລະ ຂາດຄວາມເຫັນອົກເຫັນໃຈຕໍ່ຜູ້ອື່ນ (Empathy).

ຖ້າວ່າສັງຄົມທີ່ເຮົາຢູ່ມີຄົນທີ່ເປັນ Narcissist ຢູ່ຮ່ວມກັນເຮົາຄວນທີ່ຈະຢູ່ໃຫ້ຫ່າງຈາກລາວດີກວ່າເພື່ອລົບຫຼີກບັນຫາທີ່ Narcissist ຈະສ້າງຂຶ້ນ, ແຕ່ຖ້າຫາກວ່າຈຳເປັນຈະຕ້ອງຢູ່ໃກ້ກັບຄົນລັກສະນະນີ້ແບບຫຼີກລ້ຽງບໍ່ໄດ້ກໍຕ້ອງມີວິທີທີ່ຈະຮັບມື.

ຕັ້ງຂອບເຂດໃຫ້ຊັດເຈນ (Set Boundaries)

ຢ່າປ່ອຍໃຫ້ Narcissist ເຂົ້າມາຄວບຄຸມ ຫຼື ມີສ່ວນໃນການຕັດສິນໃຈຂອງເຈົ້າ, ຫາກເຂົາມັກເຮັດໃຫ້ເຈົ້ານັ້ນມີຄວາມຮູ້ສຶກຜິດຊ້ຳໆຫຼາຍຄັ້ງ ຫຼື ຢຽດຢາມ-ດູຖູກເຈົ້າໃຫ້ລອງໃຊ້ຄຳເວົ້າຕອບກັບໄປວ່າ “ເຈົ້າບໍ່ມັກກັບສິ່ງທີ່ລາວເຮັດ ແລະ ລາວເວົ້າ” ຫຼື “ຂໍພັກກ່ອນ ບໍ່ສະດວກທີ່ຈະຢູ່ກັບລາວຕອນນີ້”

ຢ່າພະຍາຍາມປ່ຽນເຂົາ ແລະ ຮີບຮ້ອນຕອບກັບດ້ວຍອາລົມ

Narcissist ຈະແນມບໍ່ເຫັນວ່າຕົນເອງນັ້ນມີບັນຫາ, ການຫວັງໃຫ້ລາວປ່ຽນແປງດ້ວຍຕົວເອງອາດເຮັດໃຫ້ເຈົ້າເຈັບຊ້ຳກວ່າເກົ່າ, ຖ້າມີເລື່ອງຜິດໃຈກັນ ການຕອບກັບດ້ວຍອາລົມທີ່ຮ້ອນຈະເປັນການກະຕຸ້ນໃຫ້ເຈົ້າຮູ້ສຶກຜິດ ຫຼື ງຸດງິດ ໃຫ້ໃຊ້ສະຕິຄວບຄຸມຄົວເອງ ຫຼື ຍ່າງຖອຍອອກມາເມື່ອເຈົ້າເລີ່ມຮູ້ສຶກບໍ່ສະບາຍໃຈ.

ເຈົ້າມີຄຸນຄ່າໃນຕົວເອງ

Narcissist ມັກເຮັດໃຫ້ຄົນອ້ອມຂ້າງຮູ້ສຶກດ້ອຍຄ່າ, ສະນັ້ນ ເຈົ້າຄວນໝັ້ນໃຈ ແລະ ບອກກັບຕົວເຈົ້າເອງວ່າ “ເຈົ້ານັ້ນກໍເປັນຄົນສຳຄັນ ແລະ ມີຄ່າກັບໃຜອີກຫຼາຍຄົນ” ການມີຄຸນຄ່າບໍ່ໄດ້ຂຶ້ນກັບ Narcissist ຄົນນັ້ນພຽງຜູ້ດຽວ.

ອ່ານຕື່ມ:  ຢຸດເປັນຄົນ Self Esteem ຕ່ຳ ໃຜບອກວ່າດີເຈົ້າກໍເຮັດຕາມທັງໆທີ່ບໍ່ມັກ ພໍໃຈ ແລະ ໝັ້ນໃຈໃນຄຸນຄ່າດ້ວຍຕົວເຈົ້າເອງ

ຄວາມສຳພັນທີ່ໄດ້ຢູ່ກັບຄົນທີ່ມີລັກສະນະ Narcissist ບໍ່ວ່າຈະເປັນໝູ່ເພື່ອນ, ຄົນຮັກ, ຄົນໃນຄອບຄົວ ຫຼື ການເຮັດວຽກ, ສິ່ງທີ່ສຳຄັນທີ່ສຸດຄືການຮັກສາຂອບເຂດຂອງຕົວເອງ ແລະ ຮັກສາສຸຂະພາບຈິດຂອງຕົວເຈົ້າເອງໄວ້ໃຫ້ດີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ?

ໂສດຈົນເມື່ອຍລະເດີ! ຢາກມີແຟນ ແຕ່ຢາກຢູ່ຄົນດຽວ ແຖມບໍ່ມັກອອກຈາກເຮືອນ ແລ້ວເຮັດແນວໃດຈຶ່ງຈະເຊົາໂສດ? ນີ້ເປັນບັນຫາລະດັບຊາດສຳລັບຊາວເຮົາ ແລ່ວຈະເຮັດແນວໃດຈຶ່ງຈະມີແຟນຈັກເທື່ອ? ນີ້ແມ່ນວິທີແກ້ໄຂສຳລັບຄົນທີ່ມັກຢູ່ຕິດຢ້າວຕິດເຮືຶອນ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ຮັກຄືເລື່ອງຫົວໃຈ ແຕ່ຊີວິດຄູ່ບໍ່ມີເປົ້າໝາຍ ຄວນໄປຕໍ່ ຫຼື ຢຸດຄວາມສຳພັນ?

ຫຼາຍຄັ້ງທີ່ເຮົາມັກຈະເບິ່ງວ່າການທີ່ຢູ່ໃນຄວາມສຳພັນໃດໜຶ່ງ ພຽງຮັກກັນກໍພໍແລ້ວ ແຕ່ເວລາຜ່ານໄປຄວາມຮັກພຽງຢ່າງດຽວອາດຈະບໍ່ພຽງພໍທີ່ຈະສ້າງອະນາຄົດທີ່ໝັ້ນຄົງໄດ້ ຖ້າບໍ່ມີເປົ້າໝາຍ ຫຼື ທິດທາງທີ່ຊັດເຈນ ຈະເລືອກຈັບມືກັນ ຫຼື ປ່ອຍໃຫ້ແຕ່ລະຄົນພົບເສັ້ນທາງຂອງຕົນເອງ?

ຄວນເລືອກ “ຮັກແທ້” ຫຼື “ເງິນ”? ເຈາະວິທີຈັດການບັນຫາທາງການເງິນ ເພື່ອໃຫ້ຄວາມສຳພັນໄປຕໍ່ໄດ້

ບົດຄວາມນີ້ເປີດເຜີຍມຸມມອງກ່ຽວກັບຄວາມຮັກ ແລະ ການເງິນ ພ້ອມຄຳແນະນຳທີ່ເປັນປະໂຫຍດສຳລັບຄູ່ຮັກທຸກຄົນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.