ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ອຸກອັ່ງເດ້ໝູ່ມັກມາຊ້າ ເທື່ອໃດກະຊິຮອດແລ້ວແຕ່ບໍ່ເຫັນໜ້າ ເຮັດແນວໃດດີກັບພຶດຕິກຳນີ້ຂອງໝູ່?
Muan RelationTips

ອຸກອັ່ງເດ້ໝູ່ມັກມາຊ້າ ເທື່ອໃດກະຊິຮອດແລ້ວແຕ່ບໍ່ເຫັນໜ້າ ເຮັດແນວໃດດີກັບພຶດຕິກຳນີ້ຂອງໝູ່?

ແບ່ງປັນ
Getting your Trinity Audio player ready...

ໃນກຸ່ມໝູ່ມັນກໍຈະມີໝູ່ຄົນໜຶ່ງທີ່ພໍເວລານັດລວມຕົວກັນເທື່ອໃດ, ກໍຈະມາຊ້າຕະຫຼອດ ຫຼື ກໍມາຕອນໝູ່ໃກ້ຈະກັບກັນໆໝົດແລ້ວ ແລະ ມັນກໍບໍ່ແມ່ນພຽງແຕ່ຄັ້ງທຳອິດເພາະຫຼິ້ນນຳກັນມາຫຼາຍປີກໍຍັງເປັນຄືເກົ່າຕະຫຼອດບໍ່ມີປ່ຽນແປງ.

ຍິ່ງພໍນັດກັນເປັນກຸ່ມໝູ່ເພື່ອນທີ່ຈະມີການເດີນທາງໄປທ່ຽວນຳກັນເທື່ອໃດ ກໍ່ມາຊ້າ ແລະ ເກືອບຈະບໍ່ທັນການເດີນທາງທຸກຄັ້ງໄປ, ພໍເປັນແບບນີ້ຫຼາຍໆຄັ້ງມັນອາດຈະເປັນການສະສົມຄວາມບໍ່ພໍໃຈ ແລະ ເຮັດໃຫ້ຈິດໃຈເຈົ້າຮູ້ສຶກເກີດຄວາມອຸກອັ່ງໄດ້, ທຸກຄົນຄິດຄືກັນບໍ? ວ່າມັນຄວນພໍໄດ້ແລ້ວກັບການມາຊ້າ ຫຼື ເຮັດໃຫ້ໝູ່ທຸກຄົນຕ້ອງມາລໍຖ້າແບບນີ້.

ແລ້ວພວກເຮົາຈະຈັດການກັບສະຖານະການນີ້ໄດ້ແນວໃດ? ເພື່ອບໍ່ຢາກໃຫ້ໝູ່ຮູ້ສຶກບໍ່ດີ ແລະ ຕ້ອງປັບປຸງເລື່ອງພຶດຕິກຳນີ້, ມື້ນີ້ມ່ວນເລີຍຊອກຫາວິທີຮັບມືດີໆມາແຊຣ໌ໃຫ້ທຸກຄົນລອງນຳໄປປັບໃຊ້ກັນເບິ່ງເດີ.

1. ສື່ສານກັນໂດຍກົງ

ຢ່າປ່ອຍໃຫ້ຄວາມອຸກອັ່ງຄ້າງຢູ່ດົນ. ຄວນລົມກັບໝູ່ຂອງເຈົ້າວ່າເຈົ້າຮູ້ສຶກແນວໃດກັບການມາຊ້າ ແລະ ຜົນເສຍທີ່ເຈົ້າໄດ້ຮັບຈາກການມາຊ້າຂອງລາວເພື່ອສື່ສານໃຫ້ລາວເຂົ້າໃຈຢ່າງສື່ກົງ ແລະ ຊັດເຈນ.

2. ຢ່າໃຈຮ້າຍທັນທີ ແລະ ໃຫ້ຖາມເຫດຜົນຂອງການມາຊ້າ

ພະຍາຍາມບໍ່ໃຫ້ຄວາມບໍ່ພໍໃຈກາຍເປັນອາລົມຂອງການໃຈຮ້າຍ. ບາງຄັ້ງໝູ່ຂອງເຈົ້າມີເຫດຜົນທີ່ບໍ່ສາມາດຄວບຄຸມໄດ້ເຊັ່ນ: ເລື່ອງເລັ່ງດ່ວນ ຫຼື ການສັນຈອນຕິດຂັດ. ການທີ່ເຈົ້າຖາມວ່າເປັນຫຍັງ? ມັນຈະສາມາດຊ່ວຍໃຫ້ເຈົ້າເຂົ້າໃຈສະຖານະການຂອງໄດ້ດີຂຶ້ນ ແລະ ຫຼຸດຜ່ອນຄວາມຮູ້ສຶກທາງລົບໃຫ້ຫຼຸດລົງ.

3. ການຈັດຕາຕະລາງນັດໝາຍໃຫ້ຍືດຫຍຸ່ນ

ຖ້າເຈົ້າຮູ້ວ່າໝູ່ຂອງເຈົ້າມາຊ້າສະເໝີ, ໃຫ້ພະຍາຍາມກໍານົດເວລາທີ່ມີຄວາມຍືດຫຍຸ່ນເຊັ່ນ: ການນັດເວລາທີ່ໄວກວ່າເວລານັດໝາຍທີ່ເຈົ້າຕ້ອງການແທ້ໆເພື່ອໃຫ້ສອງຝ່າຍໄດ້ພົບປະກັນໃນເວລາທີ່ເໝາະສົມ.

4. ກໍານົດເວລາຂອງເຈົ້າ

ຖ້າເຈົ້າມີຂໍ້ຈຳກັດເລື່ອງຂອງເວລາ, ໃຫ້ລອງບອກໝູ່ຂອງເຈົ້າກ່ອນວ່າເຈົ້າຈະສາມາດລໍຖ້າໄດ້ດົນປານໃດເຊັ່ນ: “ຖ້າເຈົ້າບໍ່ມາຮອດໃນເວລາ 15 ນາທີ, ໝູ່ພວກເຮົາຈະອອກໄປກ່ອນໂດຍບໍ່ຖ້າເດີ.” ເພື່ອໃຫ້ໝູ່ເຈົ້າຮູ້ສຶກເຖິງຄວາມສໍາຄັນຂອງການຮັກສາເວລາ.

5. ປະເມີນຄວາມສໍາພັນ

ຖ້າໝູ່ຂອງເຈົ້າມັກຈະມາຊ້າ, ມັນມີຜົນກະທົບຕໍ່ຄວາມຮູ້ສຶກ ແລະ ຄວາມສໍາພັນຂອງເຈົ້າ. ໃຫ້ຖາມຕົວເອງກ່ອນວ່າໝູ່ຄົນນີ້ໃຫ້ຄຸນຄ່າຄວາມສໍາພັນກັບເຈົ້າບໍ່ ແລະ ລອງປະເມີນວ່າຍັງຈະຫຼິ້ນນຳກັນໄດ້ ຫຼື ຄວນຖອຍອອກມາ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.