ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips Toxic Relationship ຄວນຫຼີກລ້ຽງກ່ອນຈະຊ້າເກີນໄປ
Muan RelationTips

Toxic Relationship ຄວນຫຼີກລ້ຽງກ່ອນຈະຊ້າເກີນໄປ

ແບ່ງປັນ
Getting your Trinity Audio player ready...

ໃຜເຄີຍຕົກຢູ່ໃນຄວາມສຳພັນແບບນີ້ບໍ່? ເປັນຄວາມສຳພັນທີ່ກືນບໍ່ເຂົ້າຄາຍບໍ່ອອກ, ສາມາດເກີດຂຶ້ນໃນທັງຄວາມສຳພັນຮູບແບບຄົນຮັກ, ໝູ່ ແລະ ຄອບຄົວ. ບາງຄົນມີແຟນກໍຮູ້ສຶກຄືບໍ່ມີ. ຢາກເລີກກໍເລີກບໍ່ໄດ້ເພາະຕິດຄຳວ່າ “ຮັກ” ຄວາມສຳພັນແບບນີ້ເອີ້ນວ່າ Toxic Relationship, ມື້ນີ້ມ່ວນຈະພາທຸກຄົນມາຮູ້ຈັກຄວາມສຳພັນຮູບແບບນີ້ຜ່ານບົດຄວາມ.

Toxic Relationship ແມ່ນຫຍັງ?

ຄວາມສຳພັນທີ່ເປັນພິດ ຫຼື ທີ່ຮູ້ກັນດີໃນຄຳວ່າຄວາມສຳພັນແບບ Toxic ເປັນຄວາມສຳພັນທີ່ບໍ່ສ້າງຜົນດີໃຫ້ຝ່າຍໃດຝ່າຍໜຶ່ງ ຫຼື ບໍ່ສ້າງຜົນດີໃຫ້ທັງສອງຝ່າຍ, ເກີດຄວາມເບື່ອໜ່າຍ, ມີການບັ່ນທອນຈິດໃຈກັນຕະຫຼອດເວລາ, ຮ້າຍແຮງໄປກວ່ານັ້ນອາດຈະເກີດການທຳຮ້າຍຮ່າງກາຍ ແລະ ຈິດໃຈກັນ. ຄົນສ່ວນໃຫຍ່ທີ່ກຳລັງຢູ່ໃນຄວາມສຳພັນທີ່ເປັນພິດກໍອາດຈະບໍ່ຮູ້ໂຕ ຫຼື ອາດຈະຄິດວ່າ ເລື່ອງສ່ຳນີ້ມັນຄົງຈະບໍ່ເປັນຫຍັງດອກໂດຍຮູ້ບໍ່ວ່າຖ້າເຮົາປ່ອຍປະລະເລີຍຄວາມສຳຄັນໃນຈຸດນີ້ໄປ ມັນຈະສົ່ງຜົນຕໍ່ຄວາມສຳພັນໃນອະນາຄົດຂອງເຮົາ ແລະ ກໍ່ເກີດຄວາມເຈັບປວດໃນໃຈອີກດ້ວຍ.

ສັນຍານທີ່ບົ່ງບອກວ່າເຮົາກຳລັງຢູ່ໃນ Toxic Relationship.

  • ອີກຝ່າຍບໍ່ໃຫ້ພື້ນທີ່ສ່ວນຕົວເຮົາ ແລະ ບໍ່ຮັບຟັງຄວາມເຫັນເຮົາ.
  • ເຮົາຈະຮູ້ສຶກໂດດດ່ຽວ, ຮູ້ສຶກບໍ່ໝັ້ນໃຈວ່າອີກຝ່າຍຮັກເຮົາແທ້ບໍ່?
  • ເວລາຜິດກັນເຮົາກໍຈະເປັນຝ່າຍເສຍໃຈຝ່າຍດຽວ, ສ່ວນລາວກໍຈະເຮັດຄືກັນບໍ່ມີຫຍັງເກີດຂຶ້ນ.
  • ເຮົາຕ້ອງເປັນຝ່າຍພະຍາຍາມປັບໂຕເຂົ້າຫາອີກຝ່າຍຕະຫຼອດເວລາ.
  • ອີກຝ່າຍມີການໃຊ້ຄວາມຮຸນແຮງເຮັດໃຫ້ເຮົາຮູ້ສຶກຢ້ານລາວ.

ຈະອອກຈາກ Toxic Relationship ໄດ້ແນວໃດ?

  • ຍອມຮັບຄວາມຈິງ: ເມື່ອຮູ້ແລ້ວວ່າອີກຝ່າຍບໍ່ໄດ້ໃຫ້ຄວາມສຸກເຮົາ, ເຮົາກໍຕ້ອງທຳໃຈຮັບມັນ ເພື່ອທີ່ຈະເດີນໜ້າຕໍ່ໄປໃຫ້ໄດ້.
  • ເຜີຍຄວາມຮູ້ສຶກເຮົາໃຫ້ອີກຝ່າຍຮູ້: ບອກຄວາມຮູ້ສຶກໃນໃຈທີ່ບໍ່ກ້າບອກເຊັ່ນ: ຂ້ອຍຮູ້ສຶກບໍ່ດີຍ້ອນ…
  • ຕັດສິນໃຈໃຫ້ຊັດເຈນ: ເມື່ອເວົ້າຄວາມຣູ້ສຶກໄປແລ້ວ ກໍຕ້ອງຕັດສິນໃຈວ່າຈະເອົາແນວໃດຕໍ່? ຈະຍອມກັບໄປເຈັບ ຫຼື ພໍສ່ຳນີ້?
  • ໃຊ້ເວລາກັບຄົນທີ່ມອບພະລັງບວກ: ເປັນການດູແລຕົນເອງອີກວິທີໜຶ່ງ ເພາະຖ້າຢູ່ກັບແຕ່ຄົນທີ່ມີພະລັງບວກ ເຣົາກໍຈະມີຄວາມສຸກ.

ຂຶ້ນຊື່ວ່າຄວາມສຳພັນ, ບໍ່ວ່າຈະໃນຣູບແບບໃດ ກໍຕ້ອງເປັນຄວາມສຳພັນທີ່ທຸກຝ່າຍຕ່າງມີຄວາມສຸກ. ຖ້າເຣົາຢູ່ໃນຄວາມສຳພັນທີ່ບໍ່ມີຄວາມສຸກ ຫຼື ເປັນພິດແບບນີ້ ການທີ່ຈະຖອຍອອກມາເພື່ອຮັກສາຈິດໃຈຕົນເອງກໍເປັນເລື່ອງທີ່ດີ ແຕ່ຖ້າເລືອກຈະຢູ່ຕໍ່ແລ້ວປ່ຽນແປງໃຫ້ດີຂຶ້ນກໍເປັນເລື່ອງທີ່ດີເຊັ່ນກັນ, ສະນັ້ນ ຈົ່ງເຮັດໃຫ້ຄົນທີ່ເຮົາຮັກມີຄວາມສຸກສະເໝີຢ່າເຮັດໃຫ້ອີກຝ່າຍຮູ້ສຶກວ່າກຳລັງຕົກຢູ່ໃນ ຄວາມສຳພັດທີ່ເປັນພິດ ເດັດຂາດ ເພາະມັນຈະສົ່ງຜົນຮ້າຍຕໍ່ຄວາມສຳພັນນັ້ນໆແນ່ນອນ.

ອ່ານຕື່ມ:  ຍ້ອນຫຍັງເຮົາຈຶ່ງມັກຄົນຕ່າງໄວ? ຈະເຮັດແນວໃດຄວາມສຳພັນນີ້ຈຶ່ງຈະໄປຕໍ່ໄດ້

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

10/10 ວັນສໍາຄັນຂອງຄົນຄິດຫຼາຍ ຊວນດູແລສຸຂະພາບຈິດຕົນເອງເພື່ອພັດທະນາຄວາມສຳພັນ

ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ....

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.