ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ກົດໃຈ Story ເຈົ້າຕະຫຼອດ ພໍສ່ອງກໍພົບວ່າ “ມີແຟນແລ້ວ” ຫຼື ເຈົ້າເປັນເປົ້າໝາຍຂອງການອ່ອຍແບບ Micro-Cheating?
Muan RelationTips

ກົດໃຈ Story ເຈົ້າຕະຫຼອດ ພໍສ່ອງກໍພົບວ່າ “ມີແຟນແລ້ວ” ຫຼື ເຈົ້າເປັນເປົ້າໝາຍຂອງການອ່ອຍແບບ Micro-Cheating?

ກົດໃຈໃຫ້ Story ເຈົ້າຕະຫຼອດ ແຕ່ເຂົ້າໄປສ່ອງພົບວ່າ “ເຂົາມີແຟນຢູ່ແລ້ວ” ຫຼື ວ່າເຈົ້າກຳລັງຕົກເປັນເປົ້າໝາຍຂອງການອ່ອຍແບບ Micro-Cheating ຢູ່ບໍນະ?

ແບ່ງປັນ

ມັກລັກກົດໃຈໃຫ້ Story ຄົນອື່ນ ຫຼື ມັກລົມແຊັດກັບອີກຄົນໃນໂຊຊ້ຽວມີເດຍແລ້ວໃຫ້ຄວາມສຳຄັນຫຼາຍເກີນໄປ, ຕອນນີ້ເຮົາກຳລັງຖືກ Micro-Cheating ຢູ່ບໍນະ?

ຫຼາຍໆຄົນອາດຈະຕ້ອງມີເຄີຍເຈິເຫດການນີ້ກັນແນ່ນອນແຫຼະ, ບາງເວລາທີ່ເຮົາໄດ້ແຕ່ງຕົວດູດີມັນກໍມີໜ່ອຍໜຶ່ງທີ່ຢາກອວດລຸກຫຼໍ່-ງາມ ແລ້ວຢາກຖ່າຍຮູບ ຫຼື ວິດີໂອສັ້ນໂພສລົງ Story ຂອງຕົວເອງ, ແຕ່ມັນກໍຈະມີຂາປະຈຳຄົນໜຶ່ງທີ່ມັກມາກົດໃຈໃຫ້ຕະຫຼອດ.

ໃນບາງຄັ້ງກໍ Reply ຈາກ Story ມາຍ້ອງມາຢອກຕະຫຼອດ ລອງສັງເກດເບິ່ງຈາກພຶດຕິກຳແລ້ວນີ້ແມ່ນເຂົ້າຂ່າຍການອ່ອຍແບບອ້ອມໆເລີຍ ຈົນເຮັດໃຫ້ອົດບໍ່ໄດ້ທີ່ຈະຕ້ອງເຂົ້າໄປສ່ອງເບິ່ງສະຖານະເຂົາແຕ່ປະກົດວ່າ “ເຂົາມີແຟນຢູ່ແລ້ວ”.

ການທີ່ບາງຄົນມີແຟນຢູ່ແລ້ວແຕ່ຍັງຄົງເຮັດພຶດຕິກຳທີ່ສະແດງເຖິງການອ່ອຍແບບທາງອ້ອມແບບນີ້ແມ່ນເຈົ້າກຳລັງຖຶກ Micro-Cheating ຢູ່, ເພາະເຖິງວ່າຈະບໍ່ມີການນອກໃຈທີ່ຊັດເຈນ, ແຕ່ກໍມີການກະທຳທີ່ຂ້າມເສັ້ນຂອງຄວາມຊື່ສັດ ແລະ ຄວາມເຄົາລົບຕໍ່ຄູ່ຮັກຂອງຕົນເອງ.

ພຶດຕິກຳ Micro-Cheating ແບບນີ້ມັກຈະສ້າງຄວາມບໍ່ສະບາຍໃຈໃຫ້ກັບຜູ້ທີ່ຕົກເປັນເປົ້າໝາຍຂອງການອ່ອຍ ແລະ ການກະທຳທີ່ເບິ່ງຄືວ່າເປັນເລື່ອງນ້ອຍໆທີ່ບໍ່ຕ້ອງຄິດຈິງຈັງ ແລະ ບໍ່ຊັດເຈນວ່າເປັນການນອກໃຈ, ແຕ່ເປັນພຶດຕິກຳທີ່ອາດທຳລາຍຄວາມເຊື່ອໝັ້ນໃນຄວາມສຳພັນໄດ້, ການກະທຳເຫຼົ່ານີ້ສາມາດເຮັດໃຫ້ຄູ່ຮັກຮູ້ສຶກບໍ່ສະບາຍໃຈ ແລະ ສົ່ງຜົນກະທົບຕໍ່ຄວາມໄວ້ວາງໃຈໃນຄວາມສຳພັນ.

Micro-Cheating ມັກເກີດຂຶ້ນເມື່ອຄົນໜຶ່ງໃນຄວາມສຳພັນມີການປະຕິສຳພັນ ຫຼື ພຶດຕິກຳທີ່ຂ້າມເສັ້ນໄປໃຊ້ຄວາມຮູ້ສຶກແບບໂຣແມນຕິກກັບຄົນອື່ນໂດຍທີ່ພວກເຂົາອາດບໍ່ຮູ້ຕົວວ່າເປັນການກະທຳຄວາມຜິດ ແລະ ຄວນເຮັດແນວໃດເມື່ອພົບກັບ Micro-Cheating ແບບນີ້?

ຊັດເຈນ ແລະ ສື່ສານຢ່າງເປີດໃຈ

ຖ້າຈົ້າຮູ້ສຶກບໍ່ສະບາຍໃຈກັບພຶດຕິກຳແບບນີ້, ຄວນໂອ້ລົມປຶກສາຢ່າງຊື່ກົງໄປກົງມາກັບລາວກ່ຽວກັບຄວາມຮູ້ສຶກຂອງເຈົ້າ, ຢ່າປ່ອຍໃຫ້ມັນດຳເນີນຕໍ່ໄປ

ບໍ່ສົ່ງເສີມພຶດຕິກຳ

ຖ້າເຈົ້າຮູ້ວ່າລາວມີແຟນຢູ່ແລ້ວ, ການບໍ່ຕອບສະໜອງ ຫຼື ສົ່ງເສີມພຶດຕິກຳທີ່ອາດຂ້າມເສັ້ນຈະຊ່ວຍປ້ອງກັນບໍ່ໃຫ້ສະຖານະການຮ້າຍແຮງລົງ.

ເຄົາລົບຕົນເອງ ແລະ ຄູ່ຮັກຂອງລາວ

ການໃຫ້ຄວາມສຳຄັນກັບການເຄົາລົບຂອບເຂດຂອງຄວາມສຳພັນເປັນສິ່ງສຳຄັນ, ເພາະບໍ່ພຽງແຕ່ຈະຊ່ວຍຮັກສາຈິດໃຈຂອງເຈົ້າເອງ ແຕ່ຍັງເປັນການປົກປ້ອງຄວາມສຳພັນຂອງຜູ້ອື່ນດ້ວຍ.

Micro-Cheating ອາດເບິ່ງຄືນ້ອຍໆ, ແຕ່ຖ້າປ່ອຍປະໄວ້, ອາດເຮັດໃຫ້ຄວາມສຳພັນພັງທະລາຍໄດ້, ການເຂົ້າໃຈພຶດຕິກຳເຫຼົ່ານີ້ ແລະ ຮີບຮ້ອນແກ້ໄຂບັນຫາທີ່ຕົ້ນເຫດນັບວ່າເປັນກ້າວທຳອິດໃນການຮັກສາຄວາມສຳພັນໃຫ້ຍືນຍົງ.

ພຶດຕິກຳ Micro-Cheating ອາດເບິ່ງຄືບໍ່ຮ້າຍແຮງ, ແຕ່ກໍສາມາດສ້າງຄວາມສັບສົນ ແລະ ເຮັດໃຫ້ເກີດຄວາມບໍ່ໝັ້ນຄົງໃນຄວາມສຳພັນຕ່າງໆໄດ້.

ອ່ານຕື່ມ:  ວັນຈັນອີກແລ້ວ? ວິທີເລີ່ມຕົ້ນອາທິດໃໝ່ແນວໃດບໍ່ໃຫ້ໝົດໄຟໄປກ່ອນ

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເປັນຫຍັງຕ້ອງກອດກັນ? ເພາະຊ່ວຍເຮັດໃຫ້ຄວາມສຳພັນດີຂຶ້ນ ຊວນສ້າງພະລັງໃຈຈາກການກອດ

ວັນກອດແຫ່ງຊາດ ທີ 21 ມັງກອນ, ຢ່າລືມໃຊ້ການກອດຊ່ວຍຟື້ນຟູຈິດໃຈ ແລະ ເສີມສ້າງຄວາມສຳພັນ. ກອດເພື່ອບອກຮັກ, ສ້າງພື້ນທີ່ປອດໄພ ແລະ ສົ່ງຕໍ່ຄວາມອົບອຸ່ນພຽງກອດກັນ ນີ້ແມ່ນກຸນແຈສຳຄັນທີ່ເຮັດໃຫ້ຄວາມສຳພັນໝັ້ນຄົງ...

New Year, New Me? ຊວນປັບເປົ້າໝາຍແບບເພີ້ຝັນ ເຮັດໄດ້ຍາກ ໃຫ້ກາຍເປັນ ‘Micro Goal’ ເຮັດງ່າຍ ບໍ່ແກງໂຕເອງ

ຜ່ານມາເກືອບເດືອນ ເປົ້າໝາຍປີໃໝ່ຍັງຢູ່ດີບໍ່? ມາປັບ Goal ໃຫ້ເປັນ Micro ທີ່ເຮັດໄດ້ແທ້ ບໍ່ເພີ້ຝັນ ພ້ອມ Tips ງ່າຍໆ ໃຫ້ກັບມາລຸຍຕໍ່ໄດ້ແບບບໍ່ກົດດັນ

ຮັກກັນຢ່າມີແຕ່ຮ້າຍ ໃຊ້ Critical Reflection ແບບມີສະຕິໃນການຮັກສາຄວາມສຳພັນ

Critical Reflection ບໍ່ໄດ້ໝາຍຄວາມວ່າເຮົາຕ້ອງທົນ ຫຼື ການຕ້ອງຍ່າງອອກມາຈາກຄວາມສຳພັນທັນທີ ແຕ່ມັນແມ່ນການຂີດ "ຄວາມຊັດເຈນ" ບໍ່ແມ່ນການຕັດສິນໃຈເລືອກທາງອອກຈາກຄວາມຢ້ານ ຫຼື ບາດແຜເກົ່າທີ່ເກີດຂຶ້ນ.

ເປັນຫຍັງຄົນທີ່ບໍ່ຢູ່ຊື່ໆຈຶ່ງໂຊກດີກວ່າຄົນອື່ນ? ຮູ້ຈັກຄຳວ່າ 走运 ໂຊກດີ ໃນພາສາຈີນ  ພ້ອມວິທີເປີດດວງໃຫ້ໂອກາດດີໆແລ່ນມາຫາ

ເຄີຍສົງໄສບໍ່ວ່າເປັນຫຍັງບາງຄົນຄືໂຊກດີຕະຫຼອດ? ມາຮູ້ຈັກຄຳວ່າ “走运” (Zou Yun) ຄຳໃນພາສາຈີນທີ່ບອກວ່າ: ຢາກເຮັງຕ້ອງບໍ່ຢູ່ຊື່ໆ! ໄປຖອດລະຫັດຮາກຄຳທີ່ຊ່ວຍປ່ຽນດວງໃຫ້ເປັນຂາຂຶ້ນຕະຫຼອດປີ ພ້ອມເຄັດລັບດຶງດູດໂອກາດດີໆໃຫ້ແລ່ນເຂົ້າຫາ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.