ໜ້າຫຼັກ Muan Specialty ຈາກສວນສັດມາເດັ້ງເທິງ Google – ເປັນຫຍັງ “ໝູເດັ້ງ” ຈຶ່ງຄອງໃຈຄົນທົ່ວໂລກ?
Muan Specialty

ຈາກສວນສັດມາເດັ້ງເທິງ Google – ເປັນຫຍັງ “ໝູເດັ້ງ” ຈຶ່ງຄອງໃຈຄົນທົ່ວໂລກ?

ແບ່ງປັນ

ຖ້າທຸກຄົນລອງພິມຄຳວ່າ Moodeng ໃນ Google ຕອນນີ້… ທຸກຄົນຈະຕ້ອງປະຫຼາດໃຈ ເພາະເທິງໜ້າຈໍຈະມີ ຮິບໂປແຄະໂຕມົນໆໜ້າຮັກໆແລ່ນດຸກດິກໄປມາ. ຮິບໂປນ້ອຍໂຕນີ້ບໍ່ແມ່ນໃຜອື່ນໄກ ແຕ່ເປັນດາລາສາວຈາກໄທ ນາມວ່າ “ໝູເດັ້ງ” ຮິບໂປແຄະຂວັນໃຈຄົນໄທ ທີ່ກຳລັງສ້າງຄວາມສຸກຈົນກາຍເປັນປາກົດການລະດັບໂລກ.

ຮູ້ຈັກ “ໝູເດັ້ງ” ຮິບໂປແຄະສຸດໜ້າຮັກທີ່ຫຼາຍຄົນຫຼົງຮັກ

ໝູເດັ້ງ ເປັນຮິບໂປແຄະທີ່ອາໄສຢູ່ໃນສວນສັດເປີດເຂົາຂຽວ ປະເທດໄທ ມີອາຍຸພຽງ 4 ເດືອນປາຍ ແຕ່ດ້ວຍຮູບລັກທີ່ມົນປຸກປິກ ແລະ ມັກແລ່ນເດັ້ງໄປມາ ພ້ອມທັງມີຊື່ເອີ້ນທີ່ງ່າຍ ແລະ ໜ້າຮັກ ເຮັດໃຫ້ໝູເດັ້ງໂດ່ງດັງທັງໃນໂລກໂຊຊຽວໄທ ແລະ ກາຍເປັນໄວຣັສລະດັບໂລກໄດ້ຢ່າງວ່ອງໄວ.

ພາບ: ขาหมู แอนด์เดอะแก๊ง / Facebook

ໝູເດັ້ງ x Google ຈາກ ໄວຣັລ ສູ່ Global Phenomenon

ຄວາມຈິງແລ້ວ ຄວາມໂດ່ງດັງຂອງໝູເດັ້ງບໍ່ໄດ້ຢຸດແຕ່ຢູ່ໃນໄທ ແຕ່ຍັງແຜ່ລາມໄປລະດັບນານາຊາດ ເພາະຄວາມໜ້າຮັກທີ່ Internet Culture ມັກ ເຮັດໃຫ້ມີການສົ່ງຕໍ່ຮູບພາບ ແລະ ວິດີໂອ ພ້ອມເລື່ອງລາວໜ້າຮັກໆໄປຢ່າງກວ້າງຂວາງ ດຶງຄວາມສົນໃຈຂອງສື່ລະດັບໂລກ ແລະ ຫຼ້າສຸດກໍໄດ້ຮັບລາງວັນ “ບຸກຄົນມີສະໄຕລ໌ແຫ່ງປີ 2024” ຈາກ The New York Times. ຫຼ້າສຸດກໍຕອກຢໍ້າຄວາມເປັນ Global Phenomenon ຈາກການເປັນ easter egg ເມື່ອພິມຄົ້ນຫາວ່າ Moodeng ໃນ Google.

Easter egg ນີ້ໃນ Google ນັ້ນ ເປັນການສະເຫຼີມສະຫຼອງໃຫ້ກັບຄາແຣັກເຕີສຸດໜ້າຮັກຂອງໝູເດັ້ງ ເຊິ່ງເມື່ອພິມຄຳນີ້ເຂົ້າໄປໃນຊ່ອງຄົ້ນຫາ ກໍຈະມີໄອຄອນໜ້າໝູເດັ້ງປາກົດຂຶ້ນມາ ເຊິ່ງເຮົາສາມາດກົດທີ່ໄອຄອນນັ້ນເພື່ອໃຫ້ໂຕກາຕູນໝູເດັ້ງແລ່ນອອກມາເທິງໜ້າຈໍ.

“ແລ້ວເປັນຫຍັງຮິບໂປນ້ອຍໂຕນີ້ຈຶ່ງໂດ່ງດັງໄດ້ຂະໜາດນີ້?” ກາຍເປັນໜຶ່ງໃນຄຳຖາມທີ່ຫຼາຍຄົນສົງໄສ.

ອ່ານຕື່ມ:  ສູດລັບປັ້ນຄອນເທັນສະໄຕລ໌ Go Went Go ເປີດມຸມໃໝ່ໃນບ່ອນເກົ່າ ເພີ່ມຄວາມສົດໃໝ່ໃຫ້ທຸກການເດີນທາງ

ການຕະຫຼາດເບື້ອງຫຼັງທີ່ເຮັດໃຫ້ “ໝູເດັ້ງ” ຄອງໃຈຄົນທົ່ວໂລກ

  1. ການສ້າງ story ທີ່ “ໜ້າຮັກ” ເຊື່ອມໂຍງກັບຄວາມຮູ້ສຶກຂອງຜູ້ຄົນ

ການຕັ້ງຊື່ “ໝູເດັ້ງ” ທີ່ໜ້າຮັກ ແລະ ຊວນໃຫ້ຈື່ງ່າຍ ສະທ້ອນທັງຮູບລັກມົນເດັ້ງ ແລະ ຄວາມຄິ້ວທ໌ (cute) ເປັນກະແຈສຳຄັນໃນການເຂົ້າເຖິງໃຈຄົນທຸກເພດທຸກໄວ ເພາະຄົນເຮົາລ້ວນແຕ່ມັກສິ່ງທີ່ໜ້າຮັກໆ.

ມີຜົນການວິໄຈທີ່ຊີ້ໃຫ້ເຫັນວ່າ ຜູ້ໃຊ້ໂຊຊຽວມີເດຍມີທ່າອ່ຽງຈະມັກ ແລະ ມີສ່ວນຮ່ວມກັບເນື້ອຫາຈາກ “ແບຣນທີ່ອາລົມດີ ແລະ ສ້າງຮອຍຍິ້ມ” ໂດຍສະເພາະແມ່ນຄົນອາຊີ ແລະ ໝູເດັ້ງກໍແມ່ນໜຶ່ງໃນນັ້ນທີ່ຕອບໂຈດເລື່ອງນີ້ ເຊິ່ງສະທ້ອນເຖິງຜົນສຳເລັດໃນການສື່ສານການຕະຫຼາດທີ່ມີປະສິດທິພາບ.

  1. ຄວາມໄວຂອງ social media

ການສ້າງຄອນເທັນທີ່ໄວ ແລະ ລຽບງ່າຍຂອງພີ່ລ້ຽງສັດທີ່ດູແລໝູເດັ້ງ ແລ້ວໂພສລົງໃນໂຊຊຽວມີເດຍ ສາມາດຖືກສົ່ງຕໍ່ໄດ້ຢ່າງວ່ອງໄວ ປຽບດັ່ງກັບ words of mouth ທີ່ຖືກເລົ່າຕໍ່ແບບປາກຕໍ່ປາກ ໂດຍສະເພາະໃນຍຸກນີ້ທີ່ໂຊຊຽວມີເດຍມີອິດທິພົນຫຼາຍ ບວກກັບ algorithm ຂອງແພລດຟອມທີ່ຍິ່ງດັງກໍຍິ່ງຖືກດັນໃຫ້ອອກສູ່ສາຍຕາຜູ້ເສບຄອນເທັ້ນໄດ້ກວ້າງຂຶ້ນ.

  1. ຄາແຣັກເຕີທີ່ສ້າງການຈົດຈຳ

ນອກຈາກນັ້ນ ການສ້າງຄາແຣັກເຕີໃຫ້ກັບໝູເດັ້ງທີ່ໜ້າຈົດຈຳ ກໍສາມາດດຶງຄວາມສົນໃຈຈາກຜູ້ຄົນໄດ້ຫຼາຍ ເພາະມີຄວາມແຕກຕ່າງຈາກສັດໂຕອື່ນໆທີ່ບໍ່ໄດ້ມີການວາງຄາແຣັກເຕີໄວ້.

ດ້ວຍຄາແຣັກເຕີນີ້ເອງ ໝູເດັ້ງຈຶ່ງກາຍເປັນຫຼາຍກວ່າສັດໜຶ່ງໂຕໃນສວນສັດ ແຕ່ກາຍເປັນສິນຄ້າ Merchandise ເຊັ່ນ: ຕຸກກະຕາ, ສະຕິກເກີ, ຄໍແລັບກັບແບຣນຕ່າງໆ ເຊິ່ງສ້າງມູນຄ່າເພີ່ມ ແລະ ເຮັດໃຫ້ໝູເດັ້ງກາຍເປັນ brand ທີ່ແຂງແຮງຂຶ້ນ.

  1. Cultural Connection ແລະ realtime marketing

ການສ້າງໃຫ້ ໝູເດັ້ງ ກາຍເປັນ Internet Icon ທີ່ຊົງພະລັງ ແລະ ເປັນ soft power ໜຶ່ງຂອງໄທ ກາຍເປັນວ່າມັນກາຍເປັນຄວາມເຊື່ອມໂຍງທາງວັດທະນະທຳເລີຍກໍວ່າໄດ້ໃນຕອນນີ້ ທີ່ເຮັດໃຫ້ຄົນຕ່າງປະເທດຫັນມາສົນໃຈສັດ, ການອະນຸລັກສັດ ແລະ ເລື່ອງລາວອື່ນໆທີ່ກ່ຽວຂ້ອງກັບໄທ. ໃນດ້ານຂອງແບຣນເອງກໍໃຊ້ໂອກາດນີ້ໃນການເຮັດ realtime marketing ໂດຍ collab ກັບ ໝູເດັ້ງ ເພື່ອສ້າງມູນຄ່າທາງການຕະຫຼາດໃຫ້ກັບແບຣນຂອງໂຕເອງໂດຍອາໄສຄວາມເປັນໄວຣັລຂອງໝູເດັ້ງ ເຊິ່ງທັງສອງຢ່າງນີ້ລ້ວນແລ້ວແຕ່ສົ່ງເສີມພາບລັກຂອງ ໝູເດັ້ງ ໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ.

ອ່ານຕື່ມ:  ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ

ນັ້ນກໍຄືເລື່ອງລາວເບື້ອງຫຼັງທີ່ເຮັດໃຫ້ໝູເດັ້ງກາຍເປັນທີ່ຮັກຂອງຄົນທົ່ວໂລກ ເຊິ່ງນີ້ເປັນເຄື່ອງຢືນຢັນວ່າ “ຄວາມໜ້າຮັກ” ແລະ “ເລື່ອງລາວດີໆ” ສາມາດສ້າງປາກົດການໄດ້ສະເໝີ.

ໃຜຍັງບໍ່ເຄີຍເຫັນຄວາມຄິ້ວທ໌ຂອງໝູເດັ້ງໃນ Google ກໍລອງຄົ້ນຫາດ້ວຍຄຳວ່າ Moodeng ເລີຍ!

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

ເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກການຕະຫຼາດສະໄໝໃໝ່

ເລົ່າເລື່ອງແນວໃດໃຫ້ສຳເລັດໃນໂລກການຕະຫຼາດສະໄໝໃໝ່ ບໍ່ວ່າຈະຜ່ານມາຈັກຍຸກສະໄໝ ໜຶ່ງສິ່ງໃນວົງການການຕະຫຼາດທີ່ຢູ່ເໜືອການເວລາ ແລະ ຖືກພິສູດມາຫຼາຍຕໍ່ຫຼາຍຄັ້ງແລ້ວວ່າ ສາມາດສ້າງຜົນລັບໄດ້ຈິງ ນັ້ນກໍຄື ການເລົ່າເລື່ອງ ຫຼື Storytelling. ດຽວບົດຄວາມ The...

ເກາະກະແສແບບບໍ່ຄິດ: ຈາກປັງປຸລິເຢ ກາຍເປັນພັງພິນາດ

ໃນແຕ່ລະມື້ແຕ່ລະ day ໃນໂຊຊຽວມີເດຍ, ເຮົາເຫັນດຣາມ່າໃໝ່ໆຜຸດຂຶ້ນມາບໍ່ຢຸດ. ສິ່ງທີ່ຕາມມາແມ່ນ ແບຣນ ແລະ ທຸລະກິດຕ່າງໆກໍພະຍາຍາມໂດດລົງໄປ “ເກາະກະແສ” ເພື່ອສ້າງການມີສ່ວນຮ່ວມ (engagement) ກັບຜູ້ຕິດຕາມຂອງໂຕເອງ....

ຈຳນວນຜູ້ຕິດຕາມ ຈະບໍ່ສຳຄັນທີ່ສຸດອີກຕໍ່ໄປ ໃນວຽກການຕະຫຼາດ

ມີງານວິໄຈກ່ຽວກັບການຕະຫຼາດພົບວ່າ ບັນຊີທີ່ມີຜູ້ຕິດຕາມຫຼາຍເກີນໄປ ມັກຈະມີອັດຕາການມີສ່ວນຮ່ວມ ຫຼື Engagement Rate ຕ່ຳລົງ. ຖ້າໃຜເຮັດວຽກການຕະຫຼາດຢູ່ໃນລາວມາຕັ້ງແຕ່ແຖວໆ ປີ 2010-2015 ຄົງຈະຍັງຈື່ກັນໄດ້ວ່າ ຈຳນວນຜູ້ຕິດຕາມ...

ເສບຄອນເທັນບໍ່ມີໂຫຍດຈົນສະໝອງເນົ່າ – Brain Rot ກາຍເປັນຄຳສັບແຫ່ງປີ ແລະ ສິ່ງທີ່ນັກການຕະຫຼາດຄວນຫຼີກເວັ້ນໃນການເຮັດຄອນເທັນ

ໃນແຕ່ລະມື້ ແຕ່ລະ day, ເຮົາໃຊ້ເວລາສະເລ່ຍເຖິງ 6 ຊົ່ວໂມງ 36 ນາທີໃນໂລກອອນລາຍ, ອີງຕາມຂໍ້ມູນຈາກ Statista ແລະ ບາງເທື່ອເຮົາອາດຈະເປັນສ່ວນໜຶ່ງໃນການເບິ່ງວິດີໂອ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.