ໜ້າຫຼັກ Muan.la - ສາລະບັນເທີງ Update Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ
Update

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ແບ່ງປັນ

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່! ໂຈໂຈ້ ມິຣາໂຄ້ ເປີດໃຈ ຫຼັງຈາກສູ້ມາຫຼາຍປີ ຕອນນີ້ເຂົ້າສູ່ຈຸດທີ່ດີແລ້ວ!

ໃຜທີ່ຕິດຕາມວົງການ LPOP ຂອງບ້ານເຮົາ ກໍຄົງຈະຮູ້ວ່າຊ່ວງນີ້ຄືຄຶກຄື້ນຫຼາຍ! ແລະເມື່ອວັນທີ 20 ພະຈິກ ທີ່ຜ່ານມາ, ຄ້າຍເພງທີ່ກຳລັງມາແຮງຢ່າງ Miracle Music ກໍບໍ່ປ່ອຍໃຫ້ແຟນໆຕ້ອງລໍຖ້າດົນ, ດ້ວຍການຈັດງານຖະແຫຼງຂ່າວສະຫຼຸບຜົນງານ ແລະ ປະກາດແຜນງານໃຫຍ່ ສໍາລັບປີ 2026!

ງານນີ້, ໂຈໂຈ້ ມິຣາໂຄ້ ຫຼື ຈິລະສັກ ສາຍສະໜິດຜູ້ບໍລິຫານຄ້າຍເພງ ໄດ້ອອກມາເວົ້າວ່າ ຕອນທີ່ສ້າງຄ້າຍໃໝ່ໆປີ 2021 ກໍຍອມຮັບວ່າທົດລອງຜິດລອງຖືກຢູ່ໄລຍະໜຶ່ງ ແລະລາຍໄດ້ກໍຕິດລົບ. ແຕ່ຫຼັງຈາກທີ່ດຳເນີນການມາໄດ້ 3-4 ປີ, ຕອນນີ້ກໍເຫັນການເຕີບໂຕ ແລະໄດ້ກ້າວເຂົ້າສູ່ “ແດນບວກ” ໄດ້ສຳເລັດ. ຖືວ່າເປັນກຳລັງໃຈທີ່ດີຫຼາຍໃຫ້ກັບຄົນເຮັດເພງ!

ໃນປີທີ່ຜ່ານມາ, Miracle Music ກໍມີຜົນງານທີ່ໂດດເດັ່ນຫຼາຍຢ່າງທີ່ໜ້າຊົມເຊີຍ ເຊັ່ນ:

  • ມີສິລະປິນໃນສັງກັດເຖິງ 30 ຄົນ ແລະປ່ອຍເພງໄປເຖິງ 20 ຜົນງານ.
  • MVIIZ ກາຍເປັນສິລະປິນທີ່ມີ ຄ່າໂຕສູງສຸດ ເປັນປະຫວັດການຂອງລາວ ແລະຍັງໄດ້ໄປສະແດງຢູ່ເວທີຄອນເສີດໃຫຍ່ກັບສິລະປິນດັງຂອງໄທ.
  • CLOZER ບອຍແບນຂອງລາວ ໄດ້ຮັບໂອກາດສຳຄັນ ຄືການໄດ້ເປັນ ພຣີເຊັນເຕີ Pepsi Laos ທີ່ໄດ້ຮັບການຢັ້ງຢືນຈາກບໍລິສັດແມ່ ຖືວ່າເປັນຄວາມສຳເລັດທີ່ພາກພູມໃຈຂອງພວກເຂົາຫຼັງຈາກທີ່ຫາກໍເດບິວເມື່ອກາງປີ!
  • ລາຍການແຂ່ງຂັນ Veiled Musician Laos ທີ່ຈັດໄດ້ດີ ຈົນເຈົ້າຂອງລິຂະສິດຍ້ອງຍໍ ແລະ ນຳໄປເປັນຕົວຢ່າງໃຫ້ປະເທດອື່ນໆເບິ່ງ.

ມາເບິ່ງກັນວ່າແຜນຂອງປີ 2026, Miracle Music ຈະມີຫຍັງເດັດໆ ທີ່ຈະມາປຸກກະແສວົງການດົນຕີບ້ານເຮົາອີກ! ບອກເລີຍວ່າ ເດັດແນ່ນອນ.

L.I.T PoP Music FesTivaL: ຄອນເສີດເຊື່ອມວົງການເພງລາວ-ໄທ ຈັດເຕັມຕະຫຼອດປີ 2026

ເປັນຂ່າວດີສຸດໆ! ງານ L.I.T Pop Music Festival ທີ່ປະກາດແບບບໍ່ເປັນທາງການໄປກ່ອນໜ້ານີ້, ຕອນນີ້ກໍມີລາຍລະອຽດຫຼາຍຂຶ້ນແລ້ວ! ງານນີ້ຄືຄອນເສີດທີ່ຢາກ ເຊື່ອມໂຍງດົນຕີລາວ ແລະ ໄທ ເຂົ້າກັນ ໂດຍຈະຈັດຂຶ້ນທີ່ລາວ!

ອ່ານຕື່ມ:  ປ່ອຍໃຫ້ຄວາມຮູ້ສຶກເຕັ້ນ ກ່ອນທີ່ຄຳຕອບຈະຊັດເຈນ ກັບເພງ Dancing on the floor ຈາກ vvvvanno

ງານທຳອິດຂອງ L.I.T Pop Music Festival ຢືນຢັນສິລະປິນຈາກໄທແລ້ວຄື: 4EVE ແລະ ATLAS! ແຟນໆທັງສອງວົງກຽມພ້ອມ ເພາະຄອນເສີດນີ້ຈະມີຂຶ້ນໃນເດືອນມີນາ 2026 ນີ້.

ຕະຫຼອດປີ 2026 ຈະມີຄອນເສີດໃນຊື່ L.I.T Pop Music Festival ອີກເຖິງ 4 ຄັ້ງ ໃນເດືອນ ພຶດສະພາ, ມິຖຸນາ, ສິງຫາ ແລະ ຕຸລາ. ມ່ວນຍາວຈົນຮອດທ້າຍປີ!

ໂຈໂຈ້ ມິຣາໂຄ້ ບອກວ່າ ສິລະປິນທີ່ຈະມາຮ່ວມໃນແຕ່ລະຄັ້ງ ຖືກໃຈໄວລຸ້ນ Gen Z ແນ່ນອນ ແລະ ທຸກງານຈະເປັນ ຄອນເສີດໃນຮົ່ມ!

ຮູບແບບຂອງຄອນເສີດຈະເປັນການສະແດງຮ່ວມກັນລະຫວ່າງ ສິລະປິນລາວ ແລະ ໄທ ເພື່ອໃຫ້ຄອນເສີດນີ້ເປັນພື້ນທີ່ໃນການສົ່ງເສີມສິລະປິນລາວໄປພ້ອມໆກັນ.

ກຽມເດບິວ Girl Group ໃໝ່ “BELLEZ”

ເປັນອີກໜຶ່ງຈຸດເດັ່ນຂອງປີ 2026 ເລີຍກໍວ່າໄດ້! Miracle Music ກຽມເດບິວສິລະປິນສາວກຸ່ມໃໝ່ຊື່ວ່າ BELLEZ!

ຮອບນີ້ບອກເລີຍວ່າຍົກລະດັບໃຫ້ມີຄວາມເປັນຜູ້ໃຫຍ່ຂຶ້ນ. ໃຜທີ່ມັກຄວາມເຜັດ ຄວາມແຂງແຮງ ຕ້ອງລໍເບິ່ງສາວໆ BELLEZ ທີ່ປະກອບດ້ວຍ ພອຍ, ເອລິສ, ຕາມ້ອນ ແລະ ອິນທາ ເຊິ່ງທັງໝົດແມ່ນເປັນສິດເກົ່າຈາກ Oishi Teen Idol ໃນປີທີ່ຜ່ານໆມາ.

ຕ່າຍ ອາກາດ TAIY AKARD ເຊັນສັນຍາເປັນສິລະປິນໃນສັງກັດ Miracle Music ຢ່າງເປັນທາງການ! ພ້ອມປ່ອຍເພງໃໝ່ຍາວໆ ແລະ ເຜີຍຄອນເສີດດ່ຽວຄັ້ງທຳອິດໃນປີ 2026

ຫຼັງຈາກທີ່ເຄື່ອນໄຫວໃນຖານະສິລະປິນອິດສະລະມາໂດນແລ້ວ, ງານນີ້ກໍປະກາດຢ່າງຊັດເຈນວ່າ ຕ່າຍ ອາກາດ (TAIY AKARD) ເຂົ້າຮ່ວມເປັນສິລະປິນພາຍໃຕ້ສັງກັດ Miracle Music ແລ້ວ.

ອ່ານຕື່ມ:  ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ໃນວັນທີ 28 ພະຈິກ 2025 ຈະມີການປ່ອຍເພງ “ເຄີຍຮັກກັນ” ໂດຍໄດ້ ໂຈໂຈ້ ມິຣາໂຄ້ ມາຮ່ວມຮ້ອງ.

ສ່ວນໃນ ຕະຫຼອດປີ 2026, ຕ່າຍ ອາກາດ ຈະມີຜົນງານອື່ນໆ ຕາມມາອີກ ເຊັ່ນ: “ຄົນມືສອງ”, “ຢາພິດ”, “ຮັກບ້າອິຫຍັງ” ແລະ “ໂງ່”. ລໍຖ້າຕິດຕາມກັນໄດ້ເລີຍ!

ພ້ອມນີ້ ແຟນໆກໍກຽມພ້ອມໄວ້ເລີຍ, ວັນທີ 16 ພຶດສະພາ 2026 ຈະມີ ຄອນເສີດດ່ຽວຄັ້ງທຳອິດ ຂອງ ຕ່າຍ ອາກາດ ນຳອີກ. ຖືວ່າເປັນບາດກ້າວໃຫຍ່ຂອງສິລະປິນໜຸ່ມຄົນນີ້ເລີຍກໍວ່າໄດ້.

MVIIZ ກ້າວສູ່ອີກຂັ້ນ: ປ່ອຍຊິງເກິນເພີ່ມ ແລະ ອາລະບຳທຳອິດໃນປີ 2026!

7 ສາວ MVIIZ ກໍບໍ່ຢຸດພັດທະນາ! ຫຼັງຈາກທີ່ຜ່ານມາປ່ອຍເພງ, ຂຶ້ນເວທີ, ແລະໄດ້ເປັນພຣີເຊັນເຕີແບຣນໃຫຍ່, ແຜນປີໜ້າຂອງພວກເຂົາແມ່ນໃຫຍ່ກວ່າເກົ່າອີກ ເພາະນອກຈາກຈະມີ ຊິງເກິນໃໝ່ ປ່ອຍອອກມາແລ້ວ ພວກເຂົາຍັງມີແຜນຈະປ່ອຍ ອາລະບຳທຳອິດ “LOUDER” ໃນປີ 2026 ອີກດ້ວຍ! ໃຜທີ່ສະສົມຜົນງານພວກເຂົາຢູ່ ຕ້ອງບໍ່ພາດ!

ສຳລັບຊິງເກິນໃໝ່ທີ່ຈະປ່ອຍມາເພີ່ມມີຊື່ວ່າ “Focus”.

CLOZER ບອຍແບນຄຸນນະພາບ ປີໜ້າມີຜົນງານໃໝ່ອີກ 3 ເພງ!

ການມາຂອງບອຍແບນ CLOZER ໄດ້ສ້າງແຮງກະເພື່ອມໃຫ້ LPOP ຢ່າງເຫັນໄດ້ຊັດ. ຜົນງານ “Fighter” ກໍໄດ້ຮັບການຕອບຮັບດີຫຼາຍທັງໃນລາວ ແລະ ໄທ ແລະ ທີ່ສຳຄັນເມື່ອບໍ່ດົນມານີ້ພວກເຂົາກໍຍັງໄດ້ເປັນພຣີເຊັນເຕີ Pepsi Laos.

ອ່ານຕື່ມ:  ຢາກໃຫ້ລົມຊ່ວຍພັດເຈົ້າມາ ປະໂຫຍກອ້ອນວອນຂອງຄົນທີ່ຍັງບໍ່ລືມ ຟັງເພງ "ວອນສາຍລົມ" ຈາກ GX2

ສຳລັບປີ 2026 ນີ້, CLOZER ກໍມີແຜນທີ່ຈະປ່ອຍ ຜົນງານໃໝ່ ອອກມາໃຫ້ແຟນໆໄດ້ຕິດຕາມອີກເຖິງ 3 ເພງ ປະກອບດ້ວຍ: “Crush Me”, “ຄົນແພ້” ແລະ “Sound of Laos”.

ນອກຈາກສິລະປິນກຸ່ມ ກໍຍັງມີແຜນປ່ອຍສິລະປິນດ່ຽວອີກຫຼາຍຄົນ

ນອກຈາກສິລະປິນກຸ່ມ, Miracle Music ຍັງຈະມີການເປີດໂຕ ສິລະປິນດ່ຽວ ອີກຫຼາຍຄົນຕາມມາໃນປີ 2026 ບໍ່ວ່າຈະເປັນ: ATIAN (ອາທຽນ ກຸນລະວົງ), Victor (ວິກຕໍ້ ສີສຸພົນ), Pingko (ປິ່ງໂກ້ – ພົນສະຫວາດ ພັນດານຸວົງ), Phayu (ພາຍຸ – ທີລະຊາດ ທະຍາບຸດ), Napha (ນະພາ ຢາການາກິ) ແລະ Noy (ນ້ອຍ – ພົງສັກ ແດງປະເສີດ).

ປີ 2026 ນີ້ ວົງການ L-POP ທີ່ນຳໂດຍ Miracle Music ຄືບໍ່ມີຄຳວ່າເຫງົາແນ່ນອນ! ທັງຜົນງານໃໝ່, ການເດບິວ, ແລະ ຄອນເສີດໃຫຍ່! ໃຜທີ່ເປັນແຟນຄລັບວົງການນີ້ຕ້ອງຕິດຕາມກັນແບບບໍ່ກະພິບຕາ!

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ຄ້າຍໆວ່າຈະຮັກ ແຕ່ອາດຈະຍັງນະ! ຟັງເພງ “ເສຍໃຈ” ຈາກ ອາລູນ້າ

ອາລູນ້າ ປ່ອຍ “ເສຍໃຈ” ເພງ Funky Pop ກິ່ນອາຍ '80 ສະທ້ອນຄວາມຮູ້ສຶກຂອງຄົນທີ່ເກືອບຈະຖືກຮັກ ແຕ່ສຸດທ້າຍໄດ້ພຽງຄວາມວ່າງເປົ່າ.

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.