Meta ຈະແຍກ Reels ອອກຈາກແພລັດຟອມຫຼັກ IG ແລະ Facebook ເອົາໃຈຜູ້ທີ່ມັກເບິ່ງວິດີໂອສັ້ນຫຼາຍກວ່າໂພສຮູບພາບ

ແບ່ງປັນ

Meta ຈະແຍກ Reels ອອກຈາກແພລັດຟອມຫຼັກ IG ແລະ Facebook ເອົາໃຈຜູ້ທີ່ມັກເບິ່ງວິດີໂອສັ້ນຫຼາຍກວ່າໂພສຮູບພາບ

26 March 2025● 226

Meta ອັບເດດຂໍ້ມູນເຊີງເລີກພົບວ່າ Reels ເຊິ່ງເປັນຟີເຈີຣ໌ວິດີໂອສັ້ນໃນແພລັດຟອມ Instagram ແລະ Facebook ມີກຸ່ມຜູ້ໃຊ້ງານທີ່ມີທ່າອ່ຽງ ແລະ ພຶດຕິກຳມັກເບິ່ງວິດີໂອສັ້ນຫຼາຍກວ່າໂພສຮູບພາບແບບເກົ່າ.

ພຶດຕິກຳການເບິ່ງເນຶ້ອຫາຄອນເທັ້ນເຫຼົ່ານີ້ເຮັດໃຫ້ Reel ກາຍເປັນທີ່ນິຍົມຢ່າງຫຼວງຫຼາຍຢູ່ເທິງແພລັດຟອມທັງສອງຂອງ Meta ນີ້.

ຫຼ້າສຸດ Meta ກຳລັງມີແຜນກຽມແຍກຟີເຈີຣ໌ວິດີໂອສັ້ນຢ່າງ Reels ອອກມາເປັນແອັບດ່ຽວ, ເພຶ່ອຕອບສະໜອງພຶດຕິກຳຜູ້ໃຊ້ງານທີ່ປ່ຽນໄປ ແລະ ອາດຈະເປັນການແຂ່ງຂັນກັນກັບແພລັດຟອມ TikTok ທີ່ເນັ້ນວິດີໂອສັ້ນເປັນຫຼັກ.

ຖ້າຫາກວ່າສິ່ງທີ່ Meta ກຳລັງພິຈາລະນາໃນການແຍກຟີເຈີຣ໌ Reels ນີ້ອອກມາກໍຖືວ່າໜ້າສົນໃຈຫຼາຍ, ເພາະມັນຈະຊ່ວຍເພີ່ມການມີສ່ວນຮ່ວມຂອງຜູ້ໃຊ້ໄດ້ຫຼາຍຂຶ້ນ ຫຼື ການເພີ່ມເຄື່ອງມືໃນການຕັດຕໍ່ວິດີໂອທີ່ສາມາດເຮັດຄົບຈົບໄດ້ໃນແອັບດຽວ.

ໂດຍ: ທີມບັນນາທິການ Gadzila

ອ່ານຕື່ມ:  YouTube Shorts ເລີ່ມນະໂຍບາຍໃໝ່ນັບຍອດວິວເມື່ອເລີ່ມຫຼິ້ນ Video ເພື່ອສ້າງເປົ້າໝາຍການວາງແຜນກົນລະຍຸດໃຫ້ຊັດເຈນຂຶ້ນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.