Edits ແມ່ນເອັບຕັດຕໍ່ວິດີໂອໃໝ່ຫຼ້າສຸດຈາກ Instagram, ຖືວ່າເປັນອີກໜຶ່ງແອັບທີ່ກຳລັງມາແຮງ ແລະ ໜ້າຈັບຕາເບິ່ງ, ບັນດາ Content Creator ຕ້ອງຮັກເພາະ Export ອອກມາໃນວິດີໂອກໍບໍ່ມີລາຍນ້ຳ, ບໍ່ມີໂຄສະນາໃຫ້ຮູ້ສຶກລຳຄານໃຈໃນເວລາໃຊ້ງານ ແລະ ສາມາດສ້າງສັນຜົນງານວິດີໂອໄດ້ຍາວເຖິງ 10 ນາທີ. ທຳອິດທີ່ລອງໃຊ້ແມ່ນມັກໜ້າຕາການອອກແບບ UX/UI ຂອງແອັບທີ່ເຮັດໃຫ້ຮູ້ສຶກວ່າເຂົ້າໃຈງ່າຍ ແລະ ບໍ່ສັບຊ້ອນໃນການລອງໃຊ້ງານ, ມືໃໝ່ທີ່ຢາກລອງຮຽນຕັດວິດີໂອກໍເຮັດໄດ້ເລີຍໃຫ້ຄວາມຮູ້ສຶກສະບາຍໃຈວ່າມັນຈະບໍ່ມີຫຍັງຫຍຸ້ງຍາກຫຼາຍ....
Meta ເປີດຕົວແອັບ Edits ສ້າງມາເພື່ອສາຍ Content Creators ໂດຍສະເພາະ ດ້ວຍຄຸນສົມບັດເດັດເຄື່ອງມືສ້າງສັນເຕັມຮູບແບບ