John Ternus ແມ່ນໃຜ? ຮູ້ຈັກ CEO ໃໝ່ຂອງ Apple ຜູ້ນຳເບື້ອງຫຼັງດີຊາຍ iPhone ທີ່ເຮົາໃຊ້ທຸກມື້

ແບ່ງປັນ

John Ternus ແມ່ນໃຜ? ຮູ້ຈັກ CEO ໃໝ່ຂອງ Apple ຜູ້ນຳເບື້ອງຫຼັງດີຊາຍ iPhone ທີ່ເຮົາໃຊ້ທຸກມື້

22 April 2026 77

ທຸກຄົນ ເຮົາມີເລື່ອງໃຫຍ່ໃນວົງການເຕັກໂນໂລຊີໂລກມາເລົ່າສູ່ຟັງ ເພາະຫຼ້າສຸດ Apple ເພິ່ນຫາກໍປະກາດປ່ຽນຕົວ CEO ຄົນໃໝ່ທີ່ຈະມາຮັບຊ່ວງຕໍ່ຈາກ Tim Cook ແລ້ວ.

ຫຼາຍຄົນອາດຈະສົງໄສວ່າ CEO ຄົນໃໝ່ນີ້ແມ່ນໃຜ, ລາວຈະເຮັດສິນຄ້າອອກມາໄດ້ດີຄືກັບຮຸ່ນກ່ອນໆບໍ່? ມື້ນີ້ເລີຍຢາກພາທຸກຄົນໄປຮູ້ຈັກກັບ John Ternus ໃຫ້ຫຼາຍຂຶ້ນ ເພາະປະຫວັດຂອງລາວໜ້າສົນໃຈຫຼາຍ ແລະ ທີ່ສຳຄັນແມ່ນລາວຢູ່ເບື້ອງຫຼັງຂອງສິ່ງທີ່ເຮົາໃຊ້ທຸກມື້ນີ້.

ຈາກນັກກີລາລອຍນ້ຳ ສູ່ມືຂວາທີ່ Tim Cook ໄວ້ໃຈ

ຖ້າໃຜມັກເບິ່ງງານເປີດໂຕຂອງ Apple ເປັນປະຈຳ ຈະຕ້ອງຄຸ້ນໜ້າ John Ternus ຢ່າງແນ່ນອນ ເພາະລາວເປັນຄົນທີ່ຂຶ້ນມານຳສະເໜີເລື່ອງຮາດແວ ບໍ່ວ່າຈະເປັນ iPhone ຫຼື iPad ຮຸ່ນໃໝ່ໆ ຢູ່ຕະຫຼອດ.

ແຕ່ສິ່ງໜຶ່ງທີ່ຫຼາຍຄົນອາດຈະຍັງບໍ່ຮູ້ກໍຄື John ເຄີຍເປັນນັກກີລາລອຍນ້ຳຂອງມະຫາວິທະຍາໄລ Pennsylvania ມາກ່ອນ. ດ້ວຍຄວາມເປັນນັກກີລາທີ່ຕ້ອງມີຄວາມອົດທົນ ແລະ ມຸ່ງໝັ້ນນີ້ເອງ ທີ່ອາດຈະເປັນສ່ວນໜຶ່ງທີ່ຫຼໍ່ຫຼອມໃຫ້ລາວກາຍມາເປັນຜູ້ນຳທີ່ເຂັ້ມແຂງໃນທຸກມື້ນີ້.

John ເລີ່ມຮ່ວມງານກັບ Apple ມາຕັ້ງແຕ່ປີ 2001 ເຊິ່ງເປັນຍຸກທີ່ Apple ກຳລັງເລີ່ມຟື້ນໂຕຄືນໃໝ່.

ລາວບໍ່ແມ່ນຄົນທີ່ມາສາຍການເງິນ ຫຼື ນັກບໍລິຫານທີ່ເນັ້ນແຕ່ຕົວເລກ ແຕ່ລາວຄືວິສະວະກອນສີມືດີທີ່ລົງມືເຮັດແທ້.

ອ່ານຕື່ມ:  ສະຫຼຸບງານ Google I/O 2025: AI ບໍ່ໄດ້ມາຫຼິ້ນໆ ມາເບິ່ງນຳກັນວ່າມັນເຮັດຫຍັງໄດ້ແດ່

ລາວມີສ່ວນຮ່ວມໃນການອອກແບບ ແລະ ພັດທະນາສິນຄ້າເກືອບທຸກຢ່າງ ຕັ້ງແຕ່ AirPods ທີ່ເຮົາໃສ່ຟັງເພງ, iPad ທີ່ເຮົາໃຊ້ເຮັດວຽກ ໄປຈົນຮອດ iPhone ທີ່ເຮົາຖືຢູ່ໃນມື.

ການທີ່ລາວຢູ່ກັບ Apple ມາເກືອບ 25 ປີນີ້ເອງ ທີ່ເຮັດໃຫ້ລາວເຂົ້າໃຈທຸກລາຍລະອຽດຂອງສິນຄ້າ ຕັ້ງແຕ່ໄສ້ໃນຈົນຮອດການອອກແບບພາຍນອກ.

Tim Cook ແລະ John Ternus ທີ່ Apple Park. ພາບ: Apple

ຍຸກຂອງ John Ternus ຈະມີຫຍັງປ່ຽນແປງແດ່?

ໃນໄລຍະ 10 ກວ່າປີທີ່ຜ່ານມາພາຍໃຕ້ການນຳພາຂອງ Tim Cook, ພວກເຮົາໄດ້ເຫັນ Apple ເຕີບໂຕຢ່າງມະຫາສານໃນແງ່ຂອງການບໍລິການ ແລະ ມູນຄ່າບໍລິສັດ.

ແຕ່ພໍມາຮອດຍຸກຂອງ John Ternus ທີ່ເປັນສາຍວິສະວະກອນຮາດແວໂດຍກົງ ມັນເຮັດໃຫ້ເຮົາກໍຕື່ນເຕັ້ນບໍ່ໜ້ອຍວ່າ Apple ອາດຈະກັບມາເນັ້ນເລື່ອງນະວັດຕະກຳທີ່ຈັບຕ້ອງໄດ້ຫຼາຍຂຶ້ນ.

John ຄືຄົນທີ່ຢູ່ເບື້ອງຫຼັງການປ່ຽນແປງຄັ້ງໃຫຍ່ຂອງ Mac ໂດຍການປ່ຽນມາໃຊ້ຊິບ Apple Silicon ຂອງຕົນເອງ ເຊິ່ງເຮັດໃຫ້ຄອມພິວເຕີ ຂອງ Apple ແຮງຂຶ້ນ ແລະ ປະຢັດໄຟຫຼາຍຂຶ້ນແບບກ້າວກະໂດດ.

ດັ່ງນັ້ນ ໃນຍຸກຂອງລາວ ເຮົາອາດຈະໄດ້ເຫັນສິນຄ້າໃໝ່ໆ ທີ່ເປັນຫຼາຍກວ່າພຽງແຕ່ການອັບເດດສະເປັກທຳມະດາ ບໍ່ວ່າຈະເປັນແວ່ນຕາອັດສະລິຍະທີ່ໃສ່ສະບາຍຂຶ້ນ ຫຼື ການອອກແບບ iPhone ທີ່ແຕກຕ່າງໄປຈາກເດີມ.

ລາວເຄີຍບອກວ່າ Apple ບໍ່ໄດ້ຢາກພຽງແຕ່ເອົາເຕັກໂນໂລຊີໃໝ່ໆ ມາໃສ່ ແຕ່ຢາກໃຊ້ມັນເພື່ອສ້າງສິນຄ້າທີ່ດີທີ່ສຸດໃຫ້ກັບຜູ້ໃຊ້ແທ້ໆ.

ຜູ້ນຳທີ່ອ່ອນນ້ອມຖ່ອມຕົວ ແຕ່ເຮັດວຽກໄດ້ຊັດເຈນ

ຈຸດເດັ່ນອີກຢ່າງໜຶ່ງທີ່ເຮັດໃຫ້ John ເປັນທີ່ຮັກຂອງທີມງານກໍຄືນິໄສສ່ວນຕົວຂອງລາວ. ລາວຂຶ້ນຊື່ເລື່ອງຄວາມເປັນຄົນທີ່ໃຈເຢັນ, ຮັບຟັງຄົນອື່ນ ແລະ ໃຫ້ກຽດເພື່ອນຮ່ວມງານສະເໝີ.

ລາວເຄີຍເວົ້າໃນງານຮັບປະລິນຍາວ່າມັນສຳຄັນຫຼາຍທີ່ເຮົາຕ້ອງຄິດວ່າ ຕົນເອງສະຫຼາດເທົ່າກັບຄົນອື່ນ ແຕ່ຢ່າຄິດວ່າຕົນເອງຮູ້ຫຼາຍກວ່າເຂົາ ເພາະມັນຈະເຮັດໃຫ້ເຮົາຢຸດຮຽນຮູ້.

ການເປັນຜູ້ນຳຮູບແບບນີ້ຖືວ່າເປັນ ສິ່ງທີ່ດີຫຼາຍສຳລັບຄົນເຮັດວຽກຍຸກໃໝ່ ເພາະລາວເນັ້ນການເຮັດວຽກເປັນທີມ ແລະ ການແກ້ໄຂບັນຫາດ້ວຍຄວາມຈິງ.

ອ່ານຕື່ມ:  ຢ້ອນຜົນງານ 15 ປີ Tim Cook ທີ່ Apple: 7 ເຕັກໂນໂລຊີປ່ຽນໂລກ ແລະ ຊີວິດເຮົາ

ລາວມັກລົງໄປລົມກັບວິສະວະກອນເບື້ອງຫຼັງເພື່ອຫາທາງອອກທີ່ດີທີ່ສຸດໃຫ້ກັບສິນຄ້າ. ນີ້ແຫຼະຄືເຫດຜົນທີ່ເຮັດໃຫ້ Apple ຍັງຄົງຮັກສາມາດຕະຖານຄວາມເປະໄວ້ໄດ້ ບໍ່ວ່າຈະເປັນເລື່ອງເລັກນ້ອຍທີ່ຜູ້ໃຊ້ທົ່ວໄປອາດຈະບໍ່ສັງເກດເຫັນກໍຕາມ.

ການປ່ຽນຜ່ານທີ່ລົງຕົວ ແລະ ໝັ້ນຄົງ

ການປະກາດໃນຄັ້ງນີ້ Apple ເພິ່ນວາງແຜນມາຢ່າງດີເລີຍ ເພາະ Tim Cook ຈະຍັງບໍ່ໄດ້ຫາຍໄປໃສ ແຕ່ຈະຍ້າຍໄປຮັບຕຳແໜ່ງເປັນປະທານບໍລິຫານ ຫຼື Executive Chairman ເພື່ອເບິ່ງແຍງພາບລວມ ແລະ ເປັນທີ່ປຶກສາໃຫ້ກັບ John. ມັນຄືການຮັກສາຄວາມໝັ້ນຄົງທາງທຸລະກິດທີ່ Tim ເຮັດໄວ້ໄດ້ດີແລ້ວ ມາປະສົມກັບພະລັງນະວັດຕະກຳໃໝ່ໆ ທີ່ John ຈະເອົາມາໃສ່.

ໂດຍລວມແລ້ວ ການກ້າວຂຶ້ນມາຂອງ John Ternus ຄືສັນຍານບອກໂລກວ່າ Apple ພ້ອມແລ້ວທີ່ຈະກ້າວເຂົ້າສູ່ອີກບົດໃໝ່ທີ່ເນັ້ນເລື່ອງຄຸນນະພາບ ແລະ ນະວັດຕະກຳຂອງສິນຄ້າຢ່າງແທ້ຈິງ.

ສ່ວນພວກເຮົາໃນຖານະຜູ້ໃຊ້ ກໍຄົງຕ້ອງຖ້າຕິດຕາມເບິ່ງນຳກັນວ່າ ໃນຍຸກຂອງ CEO ຄົນໃໝ່ນີ້ Apple ຈະມີຫຍັງມາເຮັດໃຫ້ພວກເຮົາວ້າວໄດ້ອີກ.

ທຸກຄົນເດຄິດແນວໃດ? ເຊື່ອໝັ້ນໃນ CEO ສາຍວິສະວະກອນຄົນນີ້ບໍ່ ຫຼື ຢາກໃຫ້ Apple ອອກສິນຄ້າຫຍັງໃໝ່ໃນຍຸກນີ້ ມາຄອມເມັ້ນລົມກັນແດ່ເດີ.

ທີ່ມາApple NewsroomBBC

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.