ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເປັນຫຍັງເຮົາຈຶ່ງມັກເວົ້າວ່າ “ບໍ່ເປັນຫຍັງ” ທັງໆທີ່ຂ້າງໃນແສນເຈັບປວດ
Muan RelationTips

ເປັນຫຍັງເຮົາຈຶ່ງມັກເວົ້າວ່າ “ບໍ່ເປັນຫຍັງ” ທັງໆທີ່ຂ້າງໃນແສນເຈັບປວດ

ແບ່ງປັນ
Getting your Trinity Audio player ready...

ການທີ່ບອກວ່າບໍ່ເປັນຫຍັງ ແຕ່ຄວາມໃນໃຈມີເປັນໝື່ນລ້ານຄຳ. “ໂອເຄ ບໍ່ເປັນຫຍັງ”, ເຈົ້າເຄີຍເວົ້າຄຳນີ້ບໍ? ເຮົາມັກຈະເວົ້າຄຳນີ້ເຖິງແມ່ນວ່າຄວາມໃນໃຈຈະເຈັບປວດປານໃດ ແລ້ວເປັນຫຍັງເຮົາຈຶ່ງບໍ່ເວົ້າຄຳອື່ນແທນຄຳນີ້. ມື້ນີ້ເຮົາມາຫາຄຳຕອບພ້ອມໆກັນວ່າເປັນຫຍັງເຮົາຈຶ່ງເວົ້າແບບນັ້ນອອກໄປ ທັງທີ່ພາຍໃນໃຈເຮົາບໍ່ໄດ້ໂອເຄເລີຍ?

1. ຫຼີກເວັ້ນຄວາມຮູ້ສຶກເຈັບປວດ

ຄົນເຮົາມັກທີ່ຈະເລືອກປົກປິດຄວາມຮູ້ສຶກແທ້ໆຂອງຕົວເອງ ສ່ວນໃຫຍ່ຄົນເຮົາມັກຈະຮູ້ສຶກບໍ່ດີຫາກຕ້ອງໃຫ້ຄົນຮອບຕົວຮູ້ສຶກເສົ້າເສຍໃຈ ໃຈຮ້າຍໄປກັບເຮົາ. ບາງເທື່ອກໍມາຈາກພື້ນຖານການລ້ຽງດູຕັ້ງແຕ່ເຮົາຍັງນ້ອຍ ເມື່ອເຮົາຮ້ອງໄຫ້ເຮົາກໍຖືກສັ່ງໃຫ້ຢຸດໂດຍທັນທີ່ ມັນກາຍເປັນພຶດຕິກຳທີ່ຕິດຕົວເຮົາ ເຮົາເລີຍພາຍາຍາມຫຼີກເວັ້ນຄວາມຮູ້ສຶກ ແລະ ກໍຄິດວ່າຖ້າເວົ້າອອກໄປກໍຄົງບໍ່ມີໃຜສົນໃຈ ພ້ອມທັງອາດຈະຖືກຮ້າຍ ຫຼື ຖືກເບິ່ງວ່າເປັນຄົນອ່ອນແອ ເຊິ່ງສິ່ງນັ້ນແຫຼະທີ່ເຮັດໃຫ້ເຮົາເຈັບປວດ.

2. ຫຼີກເວັ້ນຄວາມຂັດແຍ້ງ

ບໍ່ຢາກສ້າງຄວາມຂັດແຍ້ງ ຫຼື ຄວາມອຶດອັດໃຈໃຫ້ກັບໃຜ ພ້ອມທັງຖືກເບິ່ງເປັນໂຕສ້າງປັນຫາທີ່ເຮັດໃຫ້ເກີດເລື່ອງໃດໜຶ່ງຂຶ້ນ ດັ່ງນັ້ນ, ເຮົາຈຶ່ງມັກເລືອກທີ່ຈະບອກວ່າ ບໍ່ເປັນຫຍັງ ໄດ້ແລ້ວບໍ່ຊ່ວຍກະໄດ້ ເຮົາໂອເຄ ເຮົາສະບາຍດີ.

3. ຢ້ານເສຍໜ້າ ຢ້ານຄວາມອັບອາຍ

ເຮົາເວົ້າຄໍານີ້ຍ້ອນເຮົາຢ້ານຄວາມອັບອາຍສິ່ງທີ່ເກີດຂຶ້ນກັບເຮົາ ຫາກຄົນອື່ນຮູ້ຄວາມຈິງກໍຢ້ານທີ່ຈະເສຍໜ້າ ແລະ ຢ້ານຄົນອື່ນເບິ່ງວ່າ ເຮົາບໍ່ມີຄວາມສຸກກັບຊີວິດ ມັກພົບແຕ່ເລື່ອງທຸກໃຈຕະຫຼອດ ຢ້ານຄົນອື່ນຈະຍອມຮັບປັນຫາຂອງເຮົາບໍ່ໄດ້ ແລະ ບາງເທື່ອກໍບໍ່ຮູ້ວ່າເຮົາຄວນເຮັດແນວໃດ ເຮົາເລີຍເວົ້າແບບນີ້ອອກໄປກ່ອນ, ຮູ້ສຶກວ່າຖ້າຄົນອື່ນບໍ່ຮູ້ເລື່ອງຂອງເຮົາ ເຮົາຈະຈັດການບັນຫາໄດ້ງ່າຍຂຶ້ນ.

4. ຈົ່ງບອກຖ້າຫາກເຮົາເປັນຫຍັງໄປ

ສຳລັບຄວາມຮູ້ສຶກນີ້ ພະຍາຍາມເວົ້າໃຫ້ໃຜຈັກຄົນທີ່ຮັບຟັງເຮົາ ຢ່າປະຕິເສດຄວາມຮູ້ສຶກ ຢ່ານີ້ປັນຫາ ຖ້າເຮົາຍອມຮັບມັນ ເຮົາຈະຮູ້ສຶກດິຫຼາຍຂຶ້ນ ມັນອາດຈະຕາຢ້ານໃນເທື່ອທຳອິດ ແຕ່ເຊື່ອເຖາະວ່າເຈົ້າຈະຜ່ານມັນໄປໄດ້ ສື່ສັດກັບຄວາມຮູ້ສຶກຂອງຕົນເອງ ທຸກຄົນລ້ວນແຕ່ມີມື້ທີ່ອ່ອນແອໄດ້ ເຈັບປວດໄດ້ ບໍ່ແມ່ນເຮົາຄົນດຽວທີ່ຈະຕ້ອງພົບກັບເລື່ອງເຫຼົ່ານີ້ ຜູ້ອື່ນກໍມີເລື່ອງທີ່ຕ້ອງທຸກໃຈ ທີ່ຕ້ອງເປັນປັນຫາຄືກັນ. ຫາກວ່າຮູ້ສຶກບໍ່ມີຄວາມສຸກ ຫຼື ທຸກຫຼາຍເກີນໄປຈົນກະທົບຕໍ່ກັບຊີວິດກໍແນະນຳໃຫ້ປຶກສາແພດ ຫຼື ນັກຈິດຕະວິທະຍາ.

ບໍ່ເປັນຫຍັງ ບໍ່ເປັນຫຍັງເລີຍຖ້າຫາກຮູ້ສຶກເຈັບປວດທຸກໃຈມັນກໍເປັນສິ່ງທີ່ຫຼີກເວັ້ນບໍ່ໄດ້ ໃຈດີກັບຕົວເອງແດ່ແລ້ວທຸກຢ່າງຈະດີຂຶ້ນ ບໍ່ຈຳເປັນຕ້ອງປົກປິດເກັບໄວ້ຈົນເປັນທຸກທຳຮ້າຍຕົວເອງ ບາງຄັ້ງກໍຕ້ອງຮູ້ຈັກປ່ອຍວາງ ປອຍຄວາມຮູ້ສຶກ ໃຫ້ຖືວ່າສິ່ງທີ່ພົບຄືບົດຮຽນເຮົາຍັງຕ້ອງຮຽນຮູ້ຫຍັງອີກຫຼາຍໃນຊີວິດ.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.