ໜ້າຫຼັກ Gadzila ມາກ ຊັກເຄີເບີກ ບອກເອງຈະເຊົາເຊັນເຊີຄອນເທັນ ເປີດເສລີການສະແດງອອກໃນ FACEBOOK & INSATANGRAM
Gadzila

ມາກ ຊັກເຄີເບີກ ບອກເອງຈະເຊົາເຊັນເຊີຄອນເທັນ ເປີດເສລີການສະແດງອອກໃນ FACEBOOK & INSATANGRAM

ແບ່ງປັນ
Getting your Trinity Audio player ready...

ພໍແລ້ວພໍ! ອ້າຍມາກ ຊັກເຄີເບີກ ອອກມາບອກເອງ ນີ້ເປັນໂລກຍຸກໃໝ່ ຈະຢຸດການເຊັນເຊີຄອນເທັນໃນ Facebook ແລະ Instagram ພ້ອມບອກວ່າ ເຮົາຕ້ອງມີເສລີພາບໃນການສະແດງອອກ

ມາກ ໄດ້ອອກມາປະກາດເມື່ອຕອນກາງຄືນຂອງວານນີ້ ໂດຍບັນຫາເກີດຈາກການທີ່ລະບົບເຊັນເຊີຂອງ Meta ທີ່ຫຼາຍຂຶ້ນເລື້ອຍໆ ຕໍ່ກັບປະເດັນຮ້າຍແຮງຕ່າງໆ ເຖິງວ່າມັນຈະສາມາດຊ່ວຍປ້ອງກັນເນື້ອຫາເຫຼົ່ານັ້ນໄດ້ ແຕ່ກໍປາສະຈາກບໍ່ໄດ້ທີ່ຫຼາຍໆຄັ້ງລະບົບໄດ້ມີຄວາມຜິດພາດ ແລະ ສ້າງຂໍ້ຈຳກັດຫຼາຍເກີນໄປ.

ສິ່ງທີ່ຈະເກີດຂຶ້ນກັບຄອນເທັນໃນ Facebook & Instagram ໃນຕໍ່ໄປນີ້ປະກອບມີ:

1. ເຊົາໃຊ້ fact-checkers ຫຼື ນຳເອົາມາດຕະການກວດສອບຂໍ້ເທັດຈິງອອກໄປ ແລະ ໃຊ້ Community Notes ຄືກັບໃນ X ແທນ.

2. ຍົກເລີກມາດຕະການຕ່າງໆທີ່ຈຳກັດການເຂົ້າເຖິງເນື້ອຫາ ເຮັດໃຫ້ຜູ້ໃຊ້ສາມາດແບ່ງປັນຄວາມເຊື່ອ, ຄວາມຄິດເຫັນ ແລະ ປະສົບການຜ່ານທາງແພລດຟອມໄດ້ຫຼາຍຂຶ້ນ.

3. ປ່ຽນນະບາຍການເຊັນເຊີທີ່ເຂັ້ມງວດຈາກການໃຊ້ລະບົບກັ່ນຕອນເນື້ອຫາທີ່ເຂັ້ມງວດ ໂດຍຫັນໄປໃຫ້ຄວາມສຳຄັນກັບຄອນເທັນທີ່ຜິດກົດໝາຍ ຫຼື ມີຄວາມຮຸນແຮງຫຼາຍ ໂດຍອີງຈາກການລາຍງານຂອງຜູ້ໃຊ້.

4. ຍົກເລີກການຫຼຸຸດການເຂົ້າເຖິງເນື້ອຫາກ່ຽວກັບການເມືອງ ເຊິ່ງກ່ອນໜ້ານີ້ມີການປິດກັ້ນ ເພາະພວກເຂົາເຊື່ອວ່າມັນເຮັດໃຫ້ຜູ້ຄົນເຄັ່ງຄຽດ ແລະ ໃນຕອນນີ້ຜູ້ໃຊ້ຕ້ອງການທີ່ຈະເຫັນເນື້ອຫາແບບນີ້ຫຼາຍຂຶ້ນ.

5. ຍ້າຍທີມກວດສອບເນື້ອຫາ ແລະ ຄວາມປອດໄພອອກຈາກແຄລິຟໍເນຍ ໄປຢູ່ທີ່ເທັກຊັສແທນ.

ນອກຈາກນັ້ນ ລາວຍັງຈະເຮັດວຽກຮ່ວມກັບປະທານາທິບໍດີ Trump ເພື່ອຊຸກຍູ້ເລື່ອງເສລີພາບໃນການສະແດງອອກຫຼາຍຂຶ້ນໃນທົ່ວໂລກ.

ໂດຍ: ທີມ Gadzila

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ມັກໃຜຢູ່ “ສະກິດ” ເລີຍ ຄົນໂສດອາດມີແຟນກ່ອນຈົບປີ ເພາະ Meta ນຳຟີເຈີເກົ່າສຸດຮິດໃນຍຸກທຳອິດກັບມາ

ຂ່າວດີສຳລັບຄົນໂສດ Meta ດຶງເອົາຟີເຈີ Poke ສຸດຮິດໃນຍຸກທຳອິດຂອງ Facebook ກັບມາໃຊ້ໃນສະຖານະການທີ່ເໝາະກັບການສະແດງອອກຄືການ Flirting ຫຼື Playfu ໃຫ້ເຮົາສາມາດທັກທາຍຄົນທີ່ກຳລັງສົນໃຈ.

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

OpenAI ເປີດໂຕ ChatGPT-5 ຜູ້ຊ່ວຍ AI ສ່ວນຕົວທີ່ສະຫຼາດຍິ່ງກວ່າເກົ່າ

ChatGPT-5 ອັບເດດໃໝ່ຈາກ OpenAI ທີ່ຍົກລະດັບຄວາມສະຫຼາດ ແລະ ຄວາມເຂົ້າໃຈເນື້ອຫາທີ່ຊັບຊ້ອນ ພ້ອມຄວາມສາມາດໃນການຂຽນ Code ແລະ Content ຢ່າງມືອາຊີບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.