ສາຍວາຍກຽມຟິນ ຜູ້ກຳກັບ ຊູໂມ້ ຈັນເທວາ ກຽມສ້າງຊີຣີສ໌ເພື່ອຂຶ້ນສາຍແພລດຟອມໄທ ເລື່ອງ LOSER LOVER ຮັກໝົດໃຈ ອ້າຍຂີ້ແພ້

ແບ່ງປັນ

ສາຍວາຍກຽມຟິນ ຜູ້ກຳກັບ ຊູໂມ້ ຈັນເທວາ ກຽມສ້າງຊີຣີສ໌ເພື່ອຂຶ້ນສາຍແພລດຟອມໄທ ເລື່ອງ LOSER LOVER ຮັກໝົດໃຈ ອ້າຍຂີ້ແພ້

04 August 2026 28

ເປີດຕົວໂຄງການໃໝ່ທີ່ເຮັດໃຫ້ຄົນໃນວົງການສາຍວາຍລາວຕ້ອງຮ້ອງກີດດີໃຈ ສຳລັບໃຜທີ່ເຄີຍຕິດຕາມຜົນງານຂອງ “ຜູ້ກຳກັບ ຊູໂມ້ ຈັນເທວາ” ທີ່ໄດ້ສ້າງຜົນງານຊີຣີສ໌ດັງໆຂອງລາວມາຫຼາຍເລື່ອງຕ່າງກໍຄອງຖ້າການກັບມາ ແລະ ຢາກເຫັນຜົນງານໃໝ່ຂອງລາວກັນສຸດໆ.

ຫຼັງຈາກຫ່າງຫາຍຈາກວົງການໄປດົນເຖິງ 4 ປີເຕັມ, ໃຜທີ່ເປັນແຟນຊີຣີສ໌ຂອງລາວ ແມ່ນຈະໄດ້ອົດໃຈຖ້າອີກບໍ່ດົນເດີ ເພາະຕອນນີ້ລາວກຳລັງຈະກັບມາອີກຄັ້ງພ້ອມກັບຊີຣີສ໌ Boy Love ເລື່ອງໃໝ່ທີ່ມີຊື່ວ່າ LOSER LOVER ຮັກໝົດໃຈ ອ້າຍຂີ້ແພ້.

ການກັບມາຄັ້ງນີ້ຕ້ອງຂໍບອກວ່າບໍ່ແມ່ນເລື່ອງທຳມະດາເລີຍ ເຊິ່ງ ຊູໂມ້ ໄດ້ເຜີຍຄວາມໃນໃຈວ່າ ລາວຮູ້ສຶກຕື່ນເຕັ້ນຫຼາຍໆ ເພາະໂຄງການນີ້ຖືເປັນງານຟອມໃຫຍ່ທີ່ຕັ້ງໃຈເຮັດແບບສຸດສີມື ເພື່ອທີ່ຈະເອົາໄປອອກອາກາດທາງແພລດຟອມຊີຣີສ໌ຂອງໄທ.

ພາບ: Zumo Chantheva

ມ່ວນ ແອບໄປຖາມກັບຜູ້ກຳກັບ ຊູໂມ້ ມາ, ເຊິ່ງກໍໄດ້ຂໍ້ມູນວ່າ ສຳລັບຊີຣີສ໌ເລື່ອງນີ້ຄາດວ່າຈະໄດ້ປ່ອຍຕົ້ນປີ 2027, ຫຼັງຈາກ Casting ແລະ Workshop ແລ້ວ ກໍມີແຜນຖ່າຍທຳໃນຊ່ວງເດືອນ ຕຸລາ – ພະຈິກ 2026 ນີ້ ແລະ ນີ້ຖືວ່າເປັນແນວ Boy Love ເລື່ອງທຳອິດຂອງລາວທີ່ຈະເລົ່າໄປແນວຊີຣີສ໌ວາຍແບບ 100%

ສະຖານະການໃນຕອນນີ້ ຊູໂມ້ ແມ່ນກຳລັງຢູ່ໃນຂັ້ນຕອນການຂຽນ ແລະ ພັດທະນາບົດໃຫ້ເຂັ້ມຂຸ້ນ, ພ້ອມກັບກຽມເປີດຮັບຄັດເລືອກ ຫຼື Casting ນັກສະແດງທີ່ຈະມາຮັບບົດນຳ. ໃຜທີ່ເປັນແຟນຊີຣີສ໌ສາຍນີ້ບອກເລີຍວ່າປັກໝຸດຖ້າຕິດຕາມໄດ້ເລີຍ, ສາຍວາຍກຽມຟິນຕົວແຕກແນ່ນອນ.

ອ່ານຕື່ມ:  ເລື່ອງນີ້ພະເອກບໍ່ຂາຍຫຼໍ່ ແຕ່ຂາຍແປກ ເບິ່ງແບບຖອດສະໝອງກັບຊີຣີສ໌ວາຍ Me and Thee

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.