ຕົວແມ່ຍັງຍອມ! ເປັນຫຍັງ Kris Jenner Kardashian ຈຶ່ງເລືອກກັນແດດ Cathy Doll?

ແບ່ງປັນ

ຕົວແມ່ຍັງຍອມ! ເປັນຫຍັງ Kris Jenner Kardashian ຈຶ່ງເລືອກກັນແດດ Cathy Doll?

ໂດຍ: Tonmai Phoutthasack Tonmai Phoutthasack
19 May 2026 77

ຖ້າຈະຫານິຍາມຂອງຄຳວ່າ “ຕົວແມ່ລະດັບໂລກ” ທີ່ແທ້ທູ ຕ້ອງຍົກໃຫ້ຕະກູນ “Kardashian” ເທົ່ານັ້ນ! ພວກເຂົາຄືຜູ້ກຸມບັງຫຽນວົງການບິວຕີ້ ແລະ ແຟຊັນໂລກທີ່ແທ້ຈິງ ສ້າງອານາຈັກທຸລະກິດພັນລ້ານໂດລາ ຕັ້ງຮາກຖານມາຕັ້ງແຕ່ລາຍການໃນຕຳນານຢ່າງ Keeping Up with the Kardashians ບອກເລີຍວ່າ ພຽງແຕ່ພວກນາງເໜັງຕົວນິດດຽວ ກໍສະເທືອນໄປທົ່ວໂລກ!

ຫຼ້າສຸດເຮັດເອົາວົງການບິວຕີ້ເຖິງກັບຕະລຶງ! ເມື່ອຕົວແມ່ລຸ້ນໃຫຍ່ ຫົວເຮືອໃຫຍ່ຂອງບ້ານ “ແມ່ Kris Jenner” (ຄຣິສ ເຈນເນີ) ລົງຮູບໃນ IG Story ປ້າຍຢາໄອເທັມເດັດ ແນ່ນອນວ່າການເປັນຕົວແມ່ ໃຜໆກໍຕ້ອງຄິດວ່າແມ່ໃຊ້ຂອງແພງລະດັບທີ່ໃຜໆກໍຕ້ອງເອື້ອມບໍ່ຮອດ.

ແຕ່ສິ່ງນັ້ນພັດເປັນ ຄຣີມກັນແດດ Cathy Doll ແບຣນທີ່ຫຼາຍໆ ຄົນຄຸ້ນເຄີຍກັນດີ! ເປັນໄອເທັມລາຄາໜ້າຮັກທີ່ໃຜໆ ກໍເຂົ້າເຖິງໄດ້ ສ້າງຄວາມຕົກໃຈ ແລະ ປະຫຼາດໃຈໃຫ້ກັບບັນດາແຟນໆ ພ້ອມກັບຜູ້ຕິດຕາມກັນໄປເລີຍວ່າ ເປັນຫຍັງຕົວແມ່ລະດັບໂລກ ທີ່ຈັບຫຍັງກໍເປັນເງິນເປັນທອງ ເຖິງເລືອກໃຊ້ສິນຄ້າລາຄາສະບາຍກະເປົາຂະໜາດນີ້!?

ມື້ນີ້ ມ່ວນ ຈະມາຊວນລົມກັນ ວ່າເປັນຫຍັງຕະກູນທີ່ລວຍລົ້ນຟ້າຂະໜາດນີ້ ເຖິງໄດ້ຖືກແບຣນນີ້ຕົກເຂົ້າດ້ອມກັນເປັນແຖວ!


ຍ້ອນຮອຍຄວາມປັງຈາກ “ລິບສະຕິກທີ່ລູກໃຊ້” ສູ່ “ກັນແດດຕົວແມ່ຕ້ອງມີ”

ຕ້ອງບອກກ່ອນວ່າ ນີ້ບໍ່ແມ່ນເທື່ອທຳອິດທີ່ບ້ານ Kardashian ຖືກ Cathy Doll ຕົກ! ເພາະກ່ອນໜ້ານີ້ ລູກສາວຄົນຮອງ Khloé Kardashian (ໂຄລອີ ຄາດາຊຽນ) ກໍເຄີຍເຮັດລິບສະຕິກຂອງແບຣນນີ້ຂາດຕະຫຼາດໄປທົ່ວໂລກມາແລ້ວ ຫຼັງຈາກທີ່ຊ່າງແຕ່ງໜ້າຈັບມາທາໃຫ້ລາວຈົນກາຍເປັນໄວຣັລສະເທືອນຊາວເນັດໄປຊ່ວງໜຶ່ງ.

ອ່ານຕື່ມ:  ຢູ່ໃນຄອນເສີດນີ້ໃຫ້ວາງມືຖືລົງ! ເປີດເຫດຜົນທີ່ Cortis ຢາກໃຫ້ແຟນເພງລະສາຍຕາຈາກໜ້າຈໍ

ພໍມາຮອດຄິວຂອງຕົວແມ່ Kris Jenner ແບຣນນີ້ກໍເຈາະເຂົ້າໂຕະເຄື່ອງສຳອາງຂອງບ້ານນີ້ອີກຄັ້ງ ແຕ່ຮອບນີ້ມາໃນໝວດງານຜິວ! ນັ້ນຄື Cathy Doll Ultra Light Sun Fluid ຄຣີມກັນແດດເນື້ອຟລູອິດທີ່ແມ່ຖ່າຍຮູບອວດ ພ້ອມແຄັບຊັນສັ້ນໆ ແຕ່ສັ່ນສະເທືອນວົງການວ່າ “Love this”.

ບອກເລີຍວ່າງານນີ້ບໍ່ໄດ້ມາເພາະໂຊກຊ່ວຍ ແຕ່ເປັນເພາະຄຸນນະພາບລ້ວນໆ!


ຫຼາຍຄົນອາດຈະສົງໄສວ່າ ເຊເລັບລະດັບ Kardashian ໄປຮູ້ຈັກແບຣນນີ້ໄດ້ແນວໃດ? ທີ່ມາທີ່ໄປກໍເລີ່ມຈາກການທີ່ພວກນາງຈະໄດ້ລອງໂປຣດັກສ໌ຜ່ານຊ່າງແຕ່ງໜ້າຄູ່ໃຈລະດັບຮໍລິວູດ ເຊັ່ນ Ash K Holm ຫຼື Patrick Ta ຊຶ່ງເປັນຊ່າງແຕ່ງໜ້າໃຫ້ທັງ Kim, Khloé ແລະ ຄົນດັງອີກຫຼວງຫຼາຍ!

ຊ່າງແຕ່ງໜ້າເຫຼົ່ານີ້ມັກຈະຊອກຫາໄອເທັມໃໝ່ໆ ຈາກທົ່ວໂລກມາໄວ້ໃນຄໍເລັກຊັນຂອງຕົວເອງ ແລະໄດ້ມີເຈິ ພ້ອມໄດ້ລອງໃຊ້ Cathy Doll ແລ້ວຄືປະທັບໃຈໃນຟິນິຊຊິງ (Finishing) ງານຜິວແບບ ກໍເລີຍຈັດແຕ່ງໜ້າໃຫ້ບັນດາເຊເລັບເລີຍຈ້າ ຈົນກາຍເປັນກະແສບອກຕໍ່!

ຂຶ້ນຊື່ວ່າເປັນຄອບຄົວທີ່ສະໜິດກັນຫຼາຍ ມີຫຍັງດີໆ ກໍຕ້ອງບອກຕໍ່ກັນ ພໍຊ່າງແຕ່ງໜ້າປະທັບໃຈຕັ້ງແຕ່ຕອນແຕ່ງໃຫ້ Khloé ກໍບໍ່ແປກເລີຍທີ່ຈະມີການປ້າຍຢາສົ່ງຕໍ່ມາເຖິງ “ແມ່ Kris Jenner”

ແລ້ວເປັນຫຍັງແມ່ຄຣິສເຖິງຕິດໃຈກັນແດດຕົວນີ້? ກໍເພາະວ່າມື້ໜຶ່ງໆ ຂອງສາວໆ ບ້ານນີ້ ຕ້ອງສູ້ທັງແດດແຮງຢູ່ LA ແຖມຍັງຕ້ອງຟາດກັບແສງແຟຼຊຈາກປາປາຣັດຊີ່ຕະຫຼອດເວລາ!

ແຕ່ກັນແດດໂຕນີ້ຄືຕອບໂຈດສຸດໆ ເພາະເນື້ອຟລູອິດເພິ່ນບາງເບົາ, ຊຶມໄວ, ບໍ່ໜຽວ ແລະທີ່ສຳຄັນຄື “ບໍ່ຖິ້ມຄາບຂາວ” ແລະ “ບໍ່ເຮັດໃຫ້ຮອງພື້ນປ່ຽນສີ” ເຮັດໃຫ້ເມກອັບຕິດທົນ, ໜ້າເປະປັງຕະຫຼອດມື້ ແຟຼຊສາດມາກໍບໍ່ຢ້ານ, ສັບພະຄຸນແໜ້ນລາຄາໜ້າຮັກແບບນີ້ ແມ່ກໍເລີຟເລີຍ! ຈົນໃນທີ່ສຸດກໍກາຍເປັນໄອເທັມລູກຮັກທີ່ຕ້ອງມີຕິດໂຕະເຄື່ອງສຳອາງພັນລ້ານໄປຮຽບຮ້ອຍ!


ຢາກງາມແບບຕົວແມ່ ບໍ່ຕ້ອງຈ່າຍແພງ!

ປາກົດການນີ້ພິສູດແລ້ວວ່າ “The Kardashian Effect” ນັ້ນມີຢູ່ຈິງ! ແລະ ຄັ້ງນີ້ມັນເກີດຂຶ້ນກັບແບຣນທີ່ເຮົາຫາຊື້ໄດ້ງ່າຍໆ.

ອ່ານຕື່ມ:  ເປີດ Playlist 10 ເພງຮິດຂອງ HORI7ON ຈາກຟີລິບປິນ ທີ່ຈະພາທຸກຄົນຈົມສູ່ໂລກແຫ່ງສຽງເພງ

ການທີ່ຜະລິດຕະພັນລາຄາຫຼັກຮ້ອຍ ໄປວາງສະແດງຄວາມປັງຢູ່ທ່າມກາງສະກິນແຄຣຫຼັກໝື່ນຫຼັກແສນຂອງ Kris Jenner ໄດ້ ຖືເປັນເລື່ອງທີ່ໜ້າພູມໃຈ ແລະ ໜ້າຕື່ນເຕັ້ນແທ້ໆ.

ເພາະສະນັ້ນ, ສາວໆ ຄົນໃດທີ່ຢາກມີຜິວງາມ, ສະຕຣອງ, ສູ້ແດດ, ສູ້ກ້ອງແຟຼຊແບບສັບໆ ຕາມຮອຍຕົວແມ່ລະດັບໂລກ ບໍ່ຕ້ອງບິນໄປຊື້ສະກິນແຄຣໄກຮອດ LA ເດີ້ ພຽງແຕ່ຍ່າງລ້ຽວເຂົ້າຮ້ານບິວຕີ້ ຫຼື ຮ້ານສະດວກຊື້ແຖວບ້ານ ແລ້ວຄວ້າກັນແດດ Cathy Doll ມາທາຕາມແມ່ຄຣິສໄດ້ເລີຍ ງາມແພງໃນລາຄາຫຼັກຮ້ອຍ ມີຢູ່ຈິງ!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.