ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak
Muan Listen - ມ່ວນຊວນຟັງ

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ແບ່ງປັນ

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ ກິນໃຈ, ບວກກັບສຽງປະສານທີ່ຊົງພະລັງ, ທີ່ຈະພາໃຫ້ຜູ້ຟັງທຸກຄົນໄດ້ຄິດຮອດຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ ແຕ່ຍັງຄົງງົດງາມແລະຝັງຢູ່ໃນຄວາມຊົງຈຳຕະຫຼອດໄປ ເຫຼືອໄວ້ແຕ່ຄວາມຄິດຮອດຄິດເຖິງແກ່ຜູ້ທີ່ຍັງຢູ່ຕໍ່.

ເນື້ອໃນຂອງເພງນີ້ແມ່ນເວົ້າເຖິງ ການໃຊ້ຊີວິດໃນປັດຈຸບັນ ຂອງຄົນທີ່ຍັງຄິດຮອດ ຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ, ມັນບໍ່ແມ່ນການຈົມປັກກັບຄວາມທຸກຈົນກ້າວໄປໜ້າບໍ່ໄດ້, ແຕ່ເນັ້ນເຖິງ ຄວາມຄິດຮອດທີ່ຍັງຝັງໃຈ ແລະ ລືມບໍ່ໄດ້, ບໍ່ວ່າການຈາກໄປນັ້ນຈະເປັນການຈາກເປັນ ຫຼື ຈາກຕາຍກໍຕາມ. ເຖິງຢ່າງໃດ, ຄວາມຊົງຈຳ ກ່ຽວກັບຄົນນັ້ນຍັງຄົງ ງົດງາມ ສະເໝີ, ເຖິງແມ່ນວ່າຄວາມຄິດຮອດນັ້ນຈະເຮັດໃຫ້ຮູ້ສຶກຄິດຮອດ “ຈົນຈະຂາດໃຈ” ກໍຕາມ.

ໃຜທີ່ຟັງເພງນີ້ຈົບແລ້ວ ບອກມ່ວນໄດ້ບໍວ່າ ສິ່ງໃດທີ່ຈາກທຸກຄົນໄປແລ້ວ ແຕ່ຍັງຄິດຮອດຫຼາຍທີ່ສຸດ

ອ່ານຕື່ມ:  Keezy ກັບເພງໃໝ່ “2 SKRRT” ຜົນງານທີ່ສື່ເຖິງຄວາມຫຼົງໄຫຼໃນ Fashion ແລະ ຄວາມໄວ
ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

ອາທຽນ ເສີບຄວາມຫວານຈົນນ້ຳຕານຊິຂຶ້ນຈໍ ໃນເພງໃໝ່ Coz i Love You

ຊວນສ່ອງຄວາມໜ້າຮັກສົດໃສໃນເພງ Coz i Love You ຈາກ ອາທຽນ, ເພງຮັກສຸດຫວານທີ່ສື່ເຖິງອາການຄົນກຳລັງຕົກຢູ່ໃນຄວາມຫຼົງໃຫຼຂອງກັນ ແລະ ກັນ.

ຢ່າປ່ອຍໃຫ້ຕ້ອງຈາກກັນ ໂດຍທີ່ບໍ່ມີໂອກາດຂໍໂທດ ຟັງ “ຕາຍຍ້ອນກຽດ” ຈາກ ຕີ໋ ອຸດາໄລ

ບົດຮຽນລາຄາແພງຈາກເພງ "ຕາຍຍ້ອນກຽດ" ຈາກ ຕີ໋ ອຸດາໄລ ເຕືອນໃຫ້ວາງກຽດສັກສີລົງ ກ່ອນທີ່ຝ່າຍໃດຝ່າຍໜຶ່ງຈະຈາກໄປ ໂດຍທີ່ບໍ່ມີໂອກາດໄດ້ຂໍໂທດ.

ຢາກມີຊີວິດດີໆເລີ່ມທີ່ສະຕິ ຟັງ “ເລີ່ມຕົ້ນຊີວິດໃໝ່” ຈາກສິລະປິນຮຸ່ນໃຫຍ່ Preeda Paramee

ຊີວິດໃນປີເກົ່າມັນອັບໂຊກບໍ່ດີຈົນ Preeda Paramee ຂໍຊວນທຸກຄົນລອງຄິດຫາໂຕເອງໃຫ້ຫຼາຍຂຶ້ນ ເພື່ອເລີ່ມຕົ້ນຊີວິດໃໝ່ໃນເພງ "ເລີ່ມຕົ້ນຊີວິດໃໝ່" ເພງທີ່ມີສະໄຕລ໌ສຸດຄລາສສິກທີ່ຄົງເອກະລັກການໃຊ້ພາສາເວົ້າທີ່ມີສະເໜ່ແບບລາວຍຸກເກົ່າ.

We Running ເພງປຸກໃຈຈາກ PHOENIX BOII ເລົ່າຄວາມຝັນຜ່ານມຸມມອງຂອງນັກກີລາລາວ

PHOENIX BOII ເປີດມຸມມອງໃນເພງໃໝ່ "We Running" ຍິ່ງຮູ້ວ່າຄວາມຝັນມັນຍາກກໍຍິ່ງຕ້ອງທ້າທ້າຍ, ຈຶ່ງລຸຍລົງໃນທຸກການແຂ່ງຂັນ ເຖິງຈະເມື່ອຍກໍບໍ່ມີທາງຍອມແພ້ໃນອຸປະສັກການ ແລະ ຕ້ອງໝັ່ນຝຶກຊ້ອມ ການເປັນສິລະປິນກໍເຊັ່ນກັນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.