ໜ້າຫຼັກ The Crown Exclusive ສີດຳແຫ່ງຄວາມພາກພູມໃຈ: ກັນນິກາ ສີວັງລາດ ສາວໄຕດຳຄົນທຳອິດທີ່ຄວ້າມຸງກຸດນາງສາວບັນດາເຜົ່າລາວ
The Crown Exclusive

ສີດຳແຫ່ງຄວາມພາກພູມໃຈ: ກັນນິກາ ສີວັງລາດ ສາວໄຕດຳຄົນທຳອິດທີ່ຄວ້າມຸງກຸດນາງສາວບັນດາເຜົ່າລາວ

ກັນນິກາ ສີວັງລາດ ສາວໄຕດຳຄົນທໍາອິດທີ່ຄວ້າມົງກຸດນາງສາວບັນດາເຜົ່າລາວ 2025 ດ້ວຍຄວາມພາກພູມໃຈໃນຮາກເຫງົ້າ ແລະ ພະລັງໃຈເພື່ອການປ່ຽນແປງ

ກັນນິກາ ສີວັງລາດ ໃນຊຸດລາຕີສີດຳ ໃນຮອບຕັດສິນ ນາງສາວບັນດາເຜົ່າລາວ 2025
ແບ່ງປັນ

“ຢາກແກ້ໄຂບັນຫາການແຕ່ງງານກ່ອນໄວອັນຄວນ ເພາະມັນເຮັດໃຫ້ແມ່ຍິງເສຍໂອກາດ, ເສຍທຸກຢ່າງ.”

ຄໍາຕອບທີ່ຊັດເຈນ ແລະ ເຕັມໄປດ້ວຍພະລັງນີ້ ບໍ່ພຽງແຕ່ເຮັດໃຫ້ ກັນນິກາ ສີວັງລາດ ສາມາດຄວ້າມົງກຸດນາງສາວບັນດາເຜົ່າລາວ 2025 ມາຄອງໄດ້ຢ່າງສົມກຽດ, ແຕ່ຍັງເປັນການປະກາດຈຸດຢືນອັນແຂງແກ່ນຂອງຍິງສາວໄວ 22 ປີຄົນນີ້ ທີ່ພ້ອມຈະນໍາໃຊ້ເວທີອັນຊົງກຽດນີ້ ເພື່ອເປັນກະບອກສຽງໃຫ້ກັບສັງຄົມ. ນອກເໜືອໄປຈາກຄວາມງາມ ແລະ ຄວາມຮູ້ຄວາມສາມາດແລ້ວ, ສິ່ງທີ່ເຮັດໃຫ້ ກັນນິກາ ສີວັງລາດ ຫຼື ຈີຈີ່ ແຕກຕ່າງຄືຄວາມພາກພູມໃຈໃນຮາກເຫງົ້າຂອງຕົນເອງໃນຖານະຍິງສາວ ໄຕດຳ ທີ່ພ້ອມຈະຍົກລະດັບມໍລະດົກວັດທະນະທໍາ ແລະ ບັນຫາສັງຄົມໄປພ້ອມໆກັນ.

ບົດຄວາມນີ້ຈະພາທຸກຄົນໄປເຈາະເລິກເຖິງເລື່ອງລາວຊີວິດ ແລະ ວິໄສທັດຂອງສາວໄຕດຳຄົນນີ້ ທີ່ບໍ່ພຽງແຕ່ເປັນນາງງາມ, ແຕ່ຍັງເປັນຕົວແທນຂອງຄົນຮຸ່ນໃໝ່ທີ່ພ້ອມຈະສ້າງການປ່ຽນແປງ.

ຄວາມພາກພູມໃຈໃນຮາກເຫງົ້າໄຕດຳ

ໃນເວທີການປະກວດ ນາງສາວບັນດາເຜົ່າລາວ 2025, ກັນນິກາ ເປັນຕົວແທນຂອງຊົນເຜົ່າໄຕດຳ ເຊິ່ງລາວມີຈຸດປະສົງອັນແນ່ວແນ່ທີ່ຢາກນໍາສະເໜີຄວາມງາມ ແລະ ວັດທະນະທຳອັນເປັນເອກະລັກຂອງຊົນເຜົ່າ.

ກັນນິກາ ໄດ້ເປີດເຜີຍຄວາມໃນໃຈຕໍ່ທີມງານ Muan ວ່າ: “ນ້ອງເອງເຕີບໃຫຍ່ໃນຄອບຄົວຊົນເຜົ່າໄຕດຳ ພ້ອມກັບສີດໍາອັນຊົງກຽດຂອງໄຕດຳ, ຜ້າທໍຂອງແມ່, ນໍ້າໃຈຂອງບັນພະບຸລຸດ ແລະ ພາສາທີ່ເຮົາຮັກ.” ຄໍາເວົ້າເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງຄວາມຜູກພັນອັນເລິກເຊິ່ງທີ່ຍິງສາວຄົນນີ້ມີຕໍ່ເຜົ່າຂອງຕົນເອງ.

ສໍາລັບນາງແລ້ວ, ການຢືນຢູ່ເທິງເວທີນີ້ບໍ່ແມ່ນພຽງແຕ່ເພື່ອແຂ່ງຂັນ, ແຕ່ເປັນການເຮັດຕາມຄວາມຮັບຜິດຊອບ ແລະ ຄໍາໝັ້ນສັນຍາຕໍ່ກັບບັນພະບຸລຸດ ເພື່ອຍົກລະດັບສະຖານະຂອງຊ່າງສີມື ແລະ ສົ່ງກໍາລັງໃຈໃຫ້ຄົນຮຸ່ນໃໝ່ເຫັນຄຸນຄ່າຂອງວັດທະນະທໍາທີ່ເປັນເອກະລັກຂອງຕົນເອງ.

ມາຮູ້ຈັກ “ໄຕດຳ” ຊົນເຜົ່າທີ່ມີມໍລະດົກອັນຍາວນານ

ເພື່ອໃຫ້ຜູ້ອ່ານເຂົ້າໃຈຮາກເຫງົ້າຂອງ ກັນນິກາ ຫຼາຍຂຶ້ນ, ເຮົາຂໍພາທຸກຄົນໄປຮູ້ຈັກກັບ ເຜົ່າໄຕດຳ ໂດຍສັງເຂບ.

ເຜົ່າໄຕດຳ ຈັດຢູ່ໃນກຸ່ມຂອງເຜົ່າໄຕ ເຊິ່ງມີປະຫວັດການເຂົ້າມາປັກຫຼັກໃນດິນແດນລາວເປັນເວລາຫຼາຍຮ້ອຍປີແລ້ວ. ຖິ່ນຖານເດີມຂອງພວກເຂົາແມ່ນຢູ່ສິບສອງຈຸໄທ ບໍລິເວນລຸ່ມແມ່ນໍ້າດຳ ແລະ ແມ່ນໍ້າແດງທາງພາກເໜືອຂອງຫວຽດນາມ. ປັດຈຸບັນ ຊາວໄຕດຳກະຈາຍຕົວດຳລົງຊີວິດຢູ່ຫຼາຍພື້ນທີ່ຕັ້ງແຕ່ພາກເໜືອຈົນຮອດພາກກາງຂອງລາວ, ລວມເຖິງບາງສ່ວນທີ່ອາໄສຢູ່ໃນປະເທດໄທ.

ນອກຈາກຈະມີພາສາປາກເວົ້າເປັນຂອງຕົນເອງແລ້ວ, ເຜົ່າໄຕດຳຍັງມີພາສາຂຽນທີ່ມີຕົວອັກສອນຄ້າຍຄືກັບອັກສອນພາສາໄທ ແລະ ອັກສອນລາວບູຮານ ເຊິ່ງຍັງຄົງຮັກສາໄວ້ຈົນເຖິງປັດຈຸບັນ.

ອ່ານຕື່ມ:  "ຄວາມພູມໃຈເລີ່ມຈາກໂຕເຮົາ" ມິດປະຊາ ບຸດສາວົງ TOP3 MR BEAR INTERNATIONAL 2025

ໃນສ່ວນຂອງເຄື່ອງນຸ່ງຫົ່ມ, ກັນນິກາໄດ້ບອກວ່າ ສີດຳ ເປັນສັນຍາລັກຂອງຄວາມສຸພາບ ແລະ ຄວາມຖ່ອມຕົນ ທີ່ສະທ້ອນຢູ່ໃນຊຸດເຄື່ອງນຸ່ງຕ່າງໆ ເຊັ່ນ: ເສື້ອທີ່ມີກະດຸມທີ່ເອີ້ນວ່າ ມະແປັມ, ຜ້າສ້ວມ, ແລະ ສິ້ນທໍລາຍເກົ່າ. ລາຍຜ້າທໍຂອງໄຕດຳທີ່ເປັນເອກະລັກກໍຄື: ລາຍນາກ, ລາຍເຂົ້າ ແລະ ລາຍນ້ຳ ທີ່ໝາຍເຖິງຄວາມອຸດົມສົມບູນ ແລະ ຄວາມແຂງແກ່ນ.

ສໍາລັບວັດທະນະທຳປະເພນີ, ຊາວໄຕດຳມີພິທີກຳຕ່າງໆ ເຊັ່ນ: ງານສະຫຼອງປີໃໝ່ໃນໄລຍະເດືອນ 12 ຫາ ເດືອນ 2 ຫຼື ພິທີປາດໂຕງເຂົ້າໃໝ່ເມື່ອຮອດລະດູເກັບກ່ຽວ. ກັນນິກາ ເຊື່ອວ່າການບັນທຶກ ແລະ ຖ່າຍທອດຜ່ານສື່ອອນລາຍ, ການນໍາລາຍຜ້າເກົ່າອອກແບບເປັນຜະລິດຕະພັນໃໝ່ ຫຼື ການຮັກສາສິດທິທາງປັນຍາ ແມ່ນວິທີການຮັກສາມໍລະດົກເຫຼົ່ານີ້ໃຫ້ຢູ່ຄຽງຄູ່ກັບການປ່ຽນແປງຂອງຍຸກສະໄໝໃໝ່ໄດ້ຢ່າງຍືນຍົງ.

ເສັ້ນທາງນາງງາມ: ຈາກຄົນຂີ້ອາຍສູ່ຜູ້ຊະນະເລີດ

ຍ້ອນກັບໄປປີ 2022, ກັນນິກາ ປາກົດໂຕຄັ້ງທຳອິດໃນຖານະຜູ້ເຂົ້າປະກວດຂອງ Miss Universe Laos. ໃນການປະກວດຄັ້ງນັ້ນ, ລາວໄດ້ກ່າວຢ່າງເປີດໃຈວ່າ ຕົນເອງເປັນຄົນຂີ້ອາຍ, ແຕ່ກໍເຊື່ອວ່າ ທຸກຄົນສາມາດປ່ຽນແປງໄດ້ສະເໝີພຽງແຕ່ຕັ້ງໃຈ ແລະ ມຸ່ງໝັ້ນໃນສິ່ງທີ່ເຮັດ. ເຖິງວ່າຈະບໍ່ສາມາດຄວ້າໄຊຊະນະໄດ້, ແຕ່ນັ້ນກໍຄືຈຸດເລີ່ມຕົ້ນໃນເສັ້ນທາງນາງງາມຂອງສາວໄຕດຳຄົນນີ້.

ໜຶ່ງປີຕໍ່ມາ, ນາງໄດ້ກັບຄືນສູ່ເວທີການປະກວດ ນາງສາວລາວ 2023, ໃນນາມຕົວແທນຈາກແຂວງຫຼວງນໍ້າທາ ເຊິ່ງເປັນບ້ານເກີດຂອງຕົນເອງ. ເວັ້ນຫວ່າງໄປອີກໜຶ່ງປີ, ຈົນມາຮອດປີ 2025 ນາງກໍໄດ້ກັບມາປະກວດອີກຄັ້ງໃນເວທີ ນາງສາວບັນດາເຜົ່າລາວ ດ້ວຍເປົ້າໝາຍທີ່ຢາກເຮັດຕາມຄວາມຝັນໃຫ້ສຳເລັດ.

ກັນນິກາ ສີວັງລາດ ໃນຄໍ່າຄືນການປະກວດຮອບຕັດສິນ ນາງສາວບັນດາເຜົ່າລາວ 2025

ໃນຄັ້ງນີ້, ຄວາມພະຍາຍາມຂອງລາວກໍໄດ້ຕອບສະໜອງກັບຜົນສໍາເລັດອັນຍິ່ງໃຫຍ່, ຈົນສາມາດຄວ້າຕຳແໜ່ງນາງສາວບັນດາເຜົ່າລາວ 2025 ມາຄອງໄດ້ຢ່າງສົມກຽດ.

ພະລັງຂອງການສຶກສາ: ອາວຸດສຳຄັນແກ້ໄຂບັນຫາສັງຄົມ

ຄໍາຖາມໃນຮອບ 6 ຄົນສຸດທ້າຍທີ່ຖາມວ່າ: “ຖ້າສາມາດໃຊ້ເວທີນາງສາວບັນດາເຜົ່າລາວເພື່ອແກ້ໄຂບັນຫາໃດໜຶ່ງທີ່ແມ່ຍິງໃນຊຸມຊົນຂອງເຈົ້າກໍາລັງປະເຊີນຢູ່, ບັນຫານັ້ນແມ່ນຫຍັງ ແລະ ຈະແກ້ໄຂມັນແນວໃດ?”

ອ່ານຕື່ມ:  ວິກຕໍ້: ຈາກສະໜາມບານສູ່ແຊ້ມ Oishi Teen Idol The Final Season

ກັນນິກາ ຕອບຢ່າງໝັ້ນໃຈວ່າ: “ນ້ອງຢາກແກ້ໄຂບັນຫາການແຕ່ງງານກ່ອນໄວອັນຄວນ ເພາະມັນເຮັດໃຫ້ແມ່ຍິງເສຍໂອກາດ, ເສຍທຸກຢ່າງ.” ນາງຍັງເນັ້ນຍໍ້າວ່າ ການສຶກສາ ແມ່ນກະແຈສຳຄັນທີ່ຈະຊ່ວຍໃຫ້ຜູ້ຍິງມີຄວາມຮູ້, ຄວາມສາມາດ ແລະ ເປັນເຈົ້າຂອງຊີວິດຂອງຕົນເອງໄດ້.

ນີ້ບໍ່ແມ່ນຄັ້ງທໍາອິດທີ່ ກັນນິກາ ເວົ້າເຖິງຄວາມສໍາຄັນຂອງການສຶກສາ. ໃນການປະກວດຄັ້ງກ່ອນ, ນາງກໍເຄີຍສະແດງຄວາມຕັ້ງໃຈທີ່ຈະໃຊ້ເວທີນີ້ເພື່ອຊ່ວຍເຫຼືອດ້ານການສຶກສາໃຫ້ທົ່ວເຖິງຫຼາຍຂຶ້ນ. ນາງເຊື່ອວ່າ ການສຶກສາຈະເປັນພື້ນຖານທີ່ເຂັ້ມແຂງໃຫ້ກັບຜູ້ຍິງທຸກຄົນໄດ້ຢ່າງຍືນຍົງ.

ເປັນຫຍັງການແຕ່ງງານກ່ອນໄວອັນຄວນຍັງຄົງເປັນບັນຫາໃຫຍ່ໃນສັງຄົມ?

ເລື່ອງລາວຂອງ ກັນນິກາ ສີວັງລາດ ເປັນເຄື່ອງຢືນຢັນວ່າ ນາງງາມຍຸກໃໝ່ບໍ່ໄດ້ມີພຽງແຕ່ຄວາມງາມພາຍນອກ, ແຕ່ຍັງເຕັມໄປດ້ວຍວິໄສທັດທີ່ກວ້າງໄກ ແລະ ເຈດຕະນາອັນດີງາມທີ່ຈະສ້າງຜົນກະທົບຕໍ່ສັງຄົມຢ່າງແທ້ຈິງ. ວິທີຄິດ ແລະ ຄວາມຕັ້ງໃຈຂອງນາງໄດ້ສ່ອງແສງເຖິງປັນຫາທີ່ຍັງຝັງເລິກໃນຫຼາຍຊຸມຊົນ ແລະ ເປັນສິ່ງທີ່ທຸກຄົນຄວນຫັນມາໃຫ້ຄວາມສໍາຄັນ.

ນອກຈາກຄວາມພະຍາຍາມຂອງ ກັນນິກາ ແລ້ວ, ພວກເຮົາທຸກຄົນໃນສັງຄົມສາມາດມີສ່ວນຮ່ວມໃນການສ້າງການປ່ຽນແປງໄດ້ແນວໃດ? ທຸກຄົນຄິດວ່າຈະມີປັດໄຈອັນໃດອີກແດ່ທີ່ຈະຊ່ວຍແກ້ໄຂບັນຫາການແຕ່ງງານກ່ອນໄວອັນຄວນໄດ້ຢ່າງແທ້ຈິງ?

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຟັງເພງຮັກສຸດເສົ້າ “ເປັນດັ່ງມື້ວານ” ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ

ເພງ ເປັນດັ່ງມື້ວານ ຈາກ Dr.Isolate ນັກຮ້ອງໜ້າໃໝ່ສຸດເລິກລັບ ປ່ອຍເພງຮັກສຸດເສົ້າທີ່ສູນເສຍໄປ ສຽງມີສະເໜ່ທີ່ມີເອກະລັກ ແລະ ກິ່ນອາຍເພງ Pop Indie.

MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ”

MVIIZ ກັບມາດ້ວຍເພງໃໝ່ “ສຳຄັນຕົວເອງຜິດໄປ” ທີ່ຖ່າຍທອດຄວາມຮູ້ສຶກຮັກຝ່າຍດຽວ ຜ່ານສຽງເພງ L-POP. ຟັງໄດ້ແລ້ວທຸກແພລດຟອມ!

“ຕ້າໂຢ່ວ” ແລະ “ບ່ອງສະໂໜດບຽງ” ສອງຄຳທີ່ຕ້ອງຮູ້ ກ່ອນເບິ່ງ “ຖີ່ຫຍົດ 3”

ຄົ້ນຄວາມໝາຍຂອງ 'ຕ້າໂຢ່ວ' ແລະ 'ບ່ອງສະໂໜດບຽງ' ສອງຄຳສັບລີ້ລັບໃນຕົວຢ່າງໜັງ ຖີ່ຫຍົດ 3 ກ່ອນເຂົ້າໂຮງວັນທີ 1 ຕຸລາ 2025.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.