ໜ້າຫຼັກ The Crown Exclusive JoJo Miracle ສ້າງປະຫວັດສາດ ຄວ້າລາງວັນ HOFS Award 2025
The Crown Exclusive

JoJo Miracle ສ້າງປະຫວັດສາດ ຄວ້າລາງວັນ HOFS Award 2025

JoJo Miracle ສ້າງປະຫວັດສາດ! ສິລະປິນຫຼາກຫຼາຍຄວາມສາມາດຂອງລາວ ຮັບລາງວັນ HOFS Award 2025 ໃນສາຂາ "Shining International Model" ຖືເປັນຄົນລາວອີກໜຶ່ງຄົນທີ່ໄດ້ຮັບກຽດເຂົ້າສູ່ Hall Of Fame Singapore. ມາຮູ້ຈັກກັບຜົນງານອັນໂດດເດັ່ນຂອງ JoJo Miracle ທັງໃນຖານະນັກຮ້ອງ, ນັກແຕ່ງເພງ, ໂປຣດິວເຊີ, ແລະ ຜູ້ກຳກັບຮູບເງົາ ເຊັ່ນ The Last Voice!

JoJo Miracle: Lao Artist Makes History at HOFS Award 2025
JoJo Miracle: Lao Artist Makes History at HOFS Award 2025
ແບ່ງປັນ

ເປັນອີກໜຶ່ງຂ່າວດີ ເມື່ອ JoJo Miracle ຫຼື ຈິລະສັກ ສາຍສະໜິດ ສິນລະປິນຫຼາຍຄວາມສາມາດຂອງລາວ, ໄດ້ຮັບການພິຈາລະນາໃຫ້ເປັນໜຶ່ງໃນຜູ້ຊົງອິດທິພົນທີ່ໄດ້ຮັບກຽດໃນງານປະກາດລາງວັນ HOFS Award 2025 ສາຂາ “Shining International Model”. ລາວຖືວ່າເປັນຄົນລາວອີກໜຶ່ງຄົນທີ່ສ້າງປະຫວັດສາດໃນການມອບລາງວັນນີ້, ກ້າວເຂົ້າສູ່ທຳນຽບ Hall Of Fame Singapore ໃນລະດັບສາກົນ!

ງານນີ້ບອກເລີຍວ່າບໍ່ທຳມະດາ ເພາະ HOFS (Hall Of Fame Singapore) Award ແມ່ນການຮ່ວມມືລະຫວ່າງພາກເອກະຊົນ ແລະ ພາກລັດຖະບານສິງກະໂປ, ຈັດຂຶ້ນເພື່ອເຊີດຊູກຽດແກ່ບຸກຄົນຜູ້ໂດດເດັ່ນ ແລະ ທຸລະກິດຊັ້ນນຳຈາກທົ່ວໂລກທີ່ມີຄຸນນະພາບ, ເປັນການຕອກຢ້ຳມາດຕະຖານ ແລະ ສົ່ງເສີມຜູ້ນຳທີ່ຈະກ້າວຂຶ້ນສູ່ອີກລະດັບຢ່າງແທ້ຈິງ.

ຄະນະກຳມະການໄດ້ພິຈາລະນາຄຸນສົມບັດຂອງ JoJo Miracle ຢ່າງລະອຽດຖີ່ຖ້ວນ ແລະ ພົບວ່າເຂົ້າເກນໃນໝວດ “Top of Mind/Creative Thinking/Acknowledgement” ສະທ້ອນເຖິງຄວາມຄິດສ້າງສັນ, ຄວາມເປັນທີ່ຈົດຈຳ ແລະ ການໄດ້ຮັບການຍອມຮັບໃນວົງກວ້າງ, ບໍ່ແມ່ນແຕ່ໃນປະເທດ ແຕ່ໃນລະດັບສາກົນ!

ນອກຈາກ Jojo Mirracle ແລ້ວ, ທີ່ຜ່ານມາກໍມີຄົນລາວທີ່ເຄີຍໄດ້ຮັບລາງວັນ HOFS Award ເຊັ່ນກັນ. ໂດຍໃນປີ 2024, ອຸງ – ທົດສະພອນ ສິດພະໄຊ ນາຍແບບ-ນັກສະແດງຈາກສັງກັດ First Modeling ກໍໄດ້ຮັບລາງວັນນີ້ໃນສາຂາ Shining International Artist.


ຮູ້ຈັກ JoJo Miracle: ສິນລະປິນຫຼາຍຄວາມສາມາດ, ຜູ້ສ້າງສັນຜົນງານບໍ່ຢຸດຢັ້ງ!

ສຳລັບໃຜທີ່ຍັງບໍ່ຄຸ້ນເຄີຍກັບຊື່ນີ້, JoJo Miracle ບໍ່ໄດ້ເປັນພຽງສິນລະປິນທຳມະດາ ແຕ່ລາວຄືຜູ້ຫຼາຍຄວາມສາມາດຮອບດ້ານຢ່າງແທ້ຈິງ. ລາວເປັນທັງ ນັກຮ້ອງ, ນັກແຕ່ງເພງ, ໂປຣດິວເຊີເພງ, ນັກດົນຕີ ທີ່ມີຜົນງານຫຼາກຫຼາຍແນວ ທັງ Pop, R&B, ແລະ Rock ລວມເຖິງຍັງເປັນ ຜູ້ກຳກັບຮູບເງົາ ອີກດ້ວຍ!

ອ່ານຕື່ມ:  ໂຕ້ຄື້ນລູກໃໝ່: Surftape ຄ້າຍເພງສຸດແນວ ໂດຍ just", XXXVIIV & gomen. ຈະປ່ຽນໂສມໜ້າເພງລາວແນວໃດ?

ຜົນງານເພງຂອງ JoJo Miracle ສະທ້ອນເຖິງຄວາມສາມາດ, ບໍ່ວ່າຈະເປັນການຮ່ວມງານກັບສິນລະປິນລະດັບຕຳນານ ເຊັ່ນ: ແອັດ ຄາຣາບາວ ໃນເພງອຳມະຕະ “ຄົນລ່າຝັນ” ທີ່ເປັນທີ່ຮູ້ຈັກກັນດີໃນວົງກວ້າງ, ແລະ ຍັງມີເພງດັງຂອງຕົນເອງອີກຫຼາກຫຼາຍ ເຊັ່ນ: “ປ່ອຍ”, “ເພາະເຫງົາຄຳດຽວ”, “ຮັກກັນວັນນີ້” ລວມເຖິງເພງ “ຢືມ” ທີ່ໄດ້ຮ່ວມງານກັບ Koh Mr. Saxman ສ້າງສັນຜົນງານຄຸນນະພາບອອກມາຢ່າງຕໍ່ເນື່ອງ.

ໃນສ່ວນຂອງການກຳກັບຮູບເງົາ, ຜົນງານທີ່ໂດດເດັ່ນຂອງລາວແມ່ນຮູບເງົາເລື່ອງ ສຽງສຸດທ້າຍ (The Last Voice) ທີ່ສາຍໃນປີ 2018 ນຳສະແດງໂດຍ ຊານົນ ມະນີຜົນ ແລະ ສຸພາພອນ ສົມວິຈິດ.

ນອກຈາກນັ້ນ ລາວຍັງເປັນນັກທຸລະກິດທີ່ມີຊື່ສຽງໃນລາວ ເຊິ່ງດຳເນີນທຸລະກິດຫຼາກຫຼາຍຕັ້ງແຕ່ເອເຈນຊີການຕະຫຼາດ-ການໂຄສະນາ, ການນຳເຂົ້າ-ສົ່ງອອກສິນຄ້າ, ຄ້າຍເພງ ແລະ ອື່ນໆ.

ນອກຈາກຄວາມສາມາດທາງດົນຕີແລ້ວ, JoJo Miracle ຍັງເປັນທີ່ຮູ້ຈັກຈາກການມີສ່ວນຮ່ວມໃນກິດຈະກຳເພື່ອສັງຄົມ ເຊັ່ນ: ການຈັດ Mini Concert ເພື່ອລະດົມທຶນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມໃນ ສປປ ລາວ, ສະແດງໃຫ້ເຫັນເຖິງຄວາມມີນ້ຳໃຈ ແລະ ຈິດສາທາລະນະຂອງລາວ.

ການທີ່ JoJo Miracle ໄດ້ຮັບລາງວັນ HOFS Award ໃນສາຂາ “Shining International Model” ຈຶ່ງບໍ່ແມ່ນເລື່ອງໜ້າແປກໃຈເລີຍ ເພາະຄວາມສາມາດທີ່ຫຼາກຫຼາຍ, ຜົນງານທີ່ເປັນທີ່ຍອມຮັບ ແລະ ການເປັນຕົວຢ່າງທີ່ດີ, ເຮັດໃຫ້ລາວເປັນສິນລະປິນທີ່ຄົບເຄື່ອງ ແລະ ສົມຄວນໄດ້ຮັບການຍົກຍ້ອງໃນລະດັບສາກົນແທ້ໆ.

JoJo Miracle ຖືເປັນຕົວຢ່າງທີ່ຊັດເຈນຂອງຄວາມມຸ່ງໝັ້ນ ແລະ ສັກກະຍະພາບອັນໄຮ້ຂີດຈຳກັດຂອງຄົນລາວ, ທີ່ສາມາດສ້າງສັນຜົນງານ ແລະ ສ້າງຊື່ສຽງໃຫ້ເປັນທີ່ປະຈັກໃນລະດັບສາກົນໄດ້ສຳເລັດ. muan.space ຂໍສະແດງຄວາມຍິນດີກັບ JoJo Miracle ສຳລັບຄວາມສຳເລັດອັນຍິ່ງໃຫຍ່ນີ້.

ອ່ານຕື່ມ:  SenJx ເຜີຍ "ຢາກເປັນສິລະປິນຕົວຢ່າງ" ສົ່ງເສີມຄົນຮຸ່ນໃໝ່ໃນທາງທີ່ດີ

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan Watch - ມ່ວນຊວນເບິ່ງ

VEILED MUSICIAN LAOS: ລາຍການປະກວດຮ້ອງເພງເພື່ອຊອກຫາຕົວແທນໄປແຂ່ງທີ່ ປະເທດເົກາຫຼີໃຕ້

VEILED MUSICIAN LAOS ລາຍການປະກວດຮ້ອງເພງທີ່ຄັດເລືອກດ້ວຍ “ສຽງຮ້ອງເພງທີ່ມ່ວນ” ແລະ ດີທີ່ສຸດພຽງ 3 ຄົນ ເພື່ອເປັນຕົວແທນໄປແຂ່ງທີ່ເກົາຫຼີໃຕ້. ໃນຕອນທີ 1...

Update

ກຽມພົບກັບຄອນເສີດໃຫຍ່ຂອງ ອາລູນ້າ “ເມື່ອຄວາມຮູ້ສຶກບອກ” Aluna Live Concert

ມາສ້າງຄວາມຊົງຈຳດີໆ, ສື່ສານຄວາມຮູ້ສຶກຜ່ານສຽງເພງ ແລະ ການແບ່ງປັນນ້ຳໃຈສູ່ສັງຄົມ. ລາຍຮັບຫຼັງຈາກຫັກຄ່າໃຊ້ຈ່າຍທັງໝົດຈະຖືກນຳໄປຊ່ວຍເຫຼືອເດັກນ້ອຍໃນລາວ.

Muan Specialty

The Secret Sauce Summit 2025 ເທດສະການທຸລະກິດສຳລັບຜູ້ປະກອບການທີ່ໃຫຍ່ທີ່ສຸດໃນໄທ

ສະກູ໊ບພິເສດ Muan x the Standard ຖ້າເຈົ້າແມ່ນຜູ້ປະກອບການ ແລະ ນັກທຸລະກິດທີ່ຕ້ອງການເລັ່ງສະປີດການເຕີບໂຕຜູ້ບໍລິຫານທຸກລະດັບທີ່ມີບົດບາດໃນການຂັບເຄື່ອນອົງກອນຄົນເຮັດວຽກຍຸກໃໝ່ ແລະ ນັກສຶກສາທີ່ສົນໃຈທຸລະກິດ ແລະ ຄວາມເປັນຜູ້ນຳ...

The Crown Exclusive

ສີດຳແຫ່ງຄວາມພາກພູມໃຈ: ກັນນິກາ ສີວັງລາດ ສາວໄຕດຳຄົນທຳອິດທີ່ຄວ້າມຸງກຸດນາງສາວບັນດາເຜົ່າລາວ

ກັນນິກາ ສີວັງລາດ ສາວໄຕດຳຄົນທໍາອິດທີ່ຄວ້າມົງກຸດນາງສາວບັນດາເຜົ່າລາວ 2025 ດ້ວຍຄວາມພາກພູມໃຈໃນຮາກເຫງົ້າ ແລະ ພະລັງໃຈເພື່ອການປ່ຽນແປງ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.