ໜ້າຫຼັກ Gadzila Notes ໃນ iOS 18 ສາມາດແກະສຽງ Record Audio ໂດຍໄຟລ໌ສຽງທີ່ບັນທຶກໄວ້ຈະຝັງລົງ Notes ແບບອັດຈະໂນມັດ
Gadzila

Notes ໃນ iOS 18 ສາມາດແກະສຽງ Record Audio ໂດຍໄຟລ໌ສຽງທີ່ບັນທຶກໄວ້ຈະຝັງລົງ Notes ແບບອັດຈະໂນມັດ

ແບ່ງປັນ

Notes ແອັບບັນທຶກ ໃນ iPhone ສາມາດແກະສຽງ Transcribe voice ໄດ້ແລ້ວ ແລະ Apple ກໍໄດ້ເພີ່ມຄຸນສົມບັດໃໝ່ໃຫ້ກັບແອັບ Notes ຊ່ວຍບັນທຶກ Record audio ແລະ ແກະສຽງເປັນຂໍ້ຄວາມ Transcribe into text ໄດ້ອັດຕະໂນມັດ, ຄຸນນະພາບຂອງການແກະສຽງຖືວ່າເຮັດໄດ້ດີຖ້າສຽງຊັດເຈນ ແລະ ບໍ່ມີສຽງລົບກວນຫຼາຍ.

ອຸປະກອນທີ່ໃຊ້ງານໄດ້ຕ້ອງແມ່ນ iPhone 12 ຂຶ້ນໄປ ແລະ ຕ້ອງອັບເດດເປັນ iOS 18, ສຳລັບການໃຊ້ງານ Notes ໃນ iOS 18 ກໍຍັງມີຂໍ້ຈຳກັດໃນເລື່ອງການໃຊ້ງານບາງສ່ວນເຊັ່ນວ່າ: ພາສາທີ່ຮອງຮັບ ແລະ ຟີເຈີຣ໌ການແກະສຽງຮອງຮັບໄດ້ພຽງແຕ່ພາສາອັງກິດເທົ່ານັ້ນ (English US, UK ແລະ Australia).

ໃນສ່ວນພາສາລາວ ຫຼື ພາສາອື່ນໆຍັງບໍ່ຮອງຮັບໃນຕອນນີ້ເທື່ອ ແຕ່ Apple ອາດເພີ່ມພາສາອື່ນໆໃນອະນາຄົດ, ການໃຊ້ງານກໍງ່າຍໆດາຍເພາະສາມາດບັນທຶກສຽງໃນເວລາປະຊຸມໄດ້ເລີຍ ແລະ ແອັບ Notes ສາມາດແກະສຽງ Record Audio ໄດ້ໂດຍໄຟລ໌ອັດສຽງຈະຝັງລົງ Notes ອັດຈະໂນມັດ.

ວິທີໃຊ້ງານ:

1. ເປີດແອັບ Notes ສ້າງບັນທຶກໃໝ່.

2. ເລີ່ມບັນທຶກສຽງ ກົດປຸ່ມໄອຄອນຄລິປເຈ້ຍ (Paperclip) ໃນແຖບເຄື່ອງມື, ຈາກນັ້ນເລືອກ “Record Audio”.

3. ກົດເຂົ້າປຸ່ມບັນທຶກ, ແລ້ວກົດເຂົ້າປຸ່ມສີແດງເພື່ອເລີ່ມບັນທຶກສຽງ ແລະ ກົດອີກເທື່ອໜຶ່ງເພື່ອຢຸດການບັນທຶກ.

See also  ໄວລຸ້ນຕິກຕັອກເມກາ ລີ້ໄພໄປຫາແອັບ RED NOTE ຫຼັງມີຂ່າວ TikTok ຈະປິດແອັບ

4. ກວດເບິ່ງການແກະສຽງຫຼັງຈາກບັນທຶກແລ້ວ, ກົດເຂົ້າໄປທີ່ໄອຄອນຟອງຄຳເວົ້າ (Quote bubble) ຢູ່ມຸມຊ້າຍມື້ເພື່ອເບິ່ງຂໍ້ຄວາມທີ່ແກະມາ. ຖ້າຕ້ອງການເພີ່ມຂໍ້ຄວາມໃສ່ບັນທຶກໃຫ້ກົດເຂົ້າໄປທີ່ເມນູສາມຈຸດ (Three-dot menu) ແລະ ເລືອກຕື່ມ.

ໂດຍ: ທີມ Gadzila

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ໃກ້ຄຽງ
Gadzila

ສາຍກຣາຟຟິກຟັງທາງນີ້ ໃຊ້ Adobe Photoshop ໃນ iPhone ໄດ້ແລ້ວ ສາມາດສ້າງສັນງານອອກແບບໄດ້ທຸກທີທຸກເວລາ

ສາຍກຣາຟຟິກຟັງທາງນີ້ ໃຊ້ Adobe Photoshop ໃນ iPhone ໄດ້ແລ້ວ ສາມາດສ້າງສັນງານອອກແບບໄດ້ທຸກທີທຸກເວລາ

Gadzila

ລັດຖະທຳມະນູນລາວອັບເກຣດ ເພີ່ມຄຳວ່າ ປັນຍາປະດິດ (AI) ເຂົ້າໃນສະບັບປັບປຸງ 2025

ໃນຍຸກທີ່ເຕັກໂນໂລຊີປັນຍາປະດິດ (Artificial Intelligence ຫຼື AI) ກຳລັງກາຍເປັນໃຈກາງຂອງການພັດທະນາໃນລະດັບໂລກ, ລາວໄດ້ປັບປຸງລັດຖະທຳມະນູນສະບັບໃໝ່ ເຊິ່ງໃນນັ້ນ ມີການເພີ່ມຄຳວ່າ “ປັນຍາປະດິດ” ເຂົ້າໄປ. ການປ່ຽນແປງນີ້ສະແດງໃຫ້ເຫັນເຖິງຄວາມສົນໃຈໃນການສົ່ງເສີມວິທະຍາສາດ,...

Gadzila

Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້

Facebook ປັບເງື່ອນໄຂວິດີໂອຈະຖືກລົບອອກພາຍໃນ 90 ວັນ ແນະນຳໃຫ້ຮີບຍ້າຍອອກຈາກແພລັດຟອມ ຫຼື ດາວໂຫຼດເກັບໄວ້

Gadzila

YouTube ກຽມໃຊ້ AI ກວດຈັບຜູ້ໃຊ້ງານອາຍຸຕໍ່ກວ່າ 18 ປີ ເພື່ອປົກປ້ອງເຍົາວະຊົນຈາກເນື້ອຫາທີ່ບໍ່ເໝາະສົມ

YouTube ກຳລັງກຽມໃຊ້ເຕັກໂນໂລຊີ AI (Machine Learning) ເພື່ອກວດຈັບ ແລະ ປ້ອງກັນການໃຊ້ງານຂອງຜູ້ທີ່ມີອາຍຸຕ່ຳກວ່າ 18 ປີ, YouTube ມີເປົ້າໝາຍ...