ກອດໂຕເອງໃຫ້ເປັນໃນວັນທີ່ໂລກໃຈຮ້າຍກັບເຮົາ ຖອດບົດຮຽນຈາກລູກລີງ “ພັ້ນຄຸງ”

ແບ່ງປັນ

ກອດໂຕເອງໃຫ້ເປັນໃນວັນທີ່ໂລກໃຈຮ້າຍກັບເຮົາ ຖອດບົດຮຽນຈາກລູກລີງ “ພັ້ນຄຸງ”

20 February 2026 62

Highlights

  • ຮຽນຮູ້ ການປອບໃຈໂຕເອງ (Self-Soothing) ຈາກ “ພັ້ນຄຸງ” ບອກໃຫ້ເຮົາຮູ້ວ່າໃນວັນທີ່ບໍ່ມີໃຜ ເຮົາສາມາດສ້າງພື້ນທີ່ປອດໄພ ແລະ ກອດໂຕເອງຈາກຄວາມຜິດຫວັງໄດ້.
  • ທຸກຄົນມີຄວາມເປັນເດັກນ້ອຍທີ່ເຊື່ອງໄວ້ໃນໃຈ (Inner Child) ການຍອມຮັບວ່າເຮົາຕ້ອງການຄວາມຮັກ ແລະ ອະນຸຍາດໃຫ້ໂຕເອງອ່ອນແອ ຈະຊ່ວຍໃຫ້ເຮົາເຂັ້ມແຂງຂຶ້ນ.
  • ເລີ່ມຕົ້ນຮັກໂຕເອງແບບງ່າຍໆ ດ້ວຍການໃຫ້ພະລັງບວກແກ່ໂຕເອງ, ພັກເບກຫົວໃຈໃຫ້ໄດ້ພັກຜ່ອນ ແລະ ໃຫ້ອະໄພໂຕເອງ ເພື່ອປ່ຽນຄວາມໂດດດ່ຽວໃຫ້ເປັນຄວາມສຸກທີ່ສ້າງໄດ້ດ້ວຍເຮົາເອງ.


ໃນວັນທີ່ເຮົາຮູ້ສຶກວ່າບໍ່ມີໃຜຢູ່ຄຽງຂ້າງ, ບໍ່ມີໃຜເລີຍທີ່ຈະສາມາດສະໜັບສະໜຸນເຮົາ ຫຼື ລວມເຖິງຖືກຄົນຮອບຂ້າງ “ຕໍ່ຕ້ານ ຫຼື ຖືກປະຕິເສດຈາກສັງຄົມ (Social Rejection/Exclusion)” ທຸກຄົນຮູ້ບໍ່ວ່າ ເລື່ອງສຸດເສົ້ານີ້ບໍ່ໄດ້ເກີດຂຶ້ນກັບແຕ່ສັງຄົມມະນຸດພຽງເທົ່ານັ້ນ.

ແຕ່ມັນຍັງໄດ້ເກີດຂຶ້ນກັບ “ພັ້ນຄຸງ” ລູກລີງຫິມະຈາກສວນສັດປະເທດຍີ່ປຸ່ນ ທີ່ມີອາຍຸພຽງ 6 ເດືອນ ເລື່ອງມັນໄດ້ເລີ່ມຕົ້ນທີ່ ພັ້ນຄຸງ ຖືກແມ່ປະຕິເສດການລ້ຽງດູ ແລະ ຍັງຖືກປະຕິເສດຈາກສັງຄົມທີ່ຢູ່ (ຝູງລີງ) ເຮັດໃຫ້ ພັ້ນຄຸງ ຕ້ອງໂດດດ່ຽວພຽງລຳພັງ.

ພັ້ນຄຸງ ມີພຽງຕຸກກະຕາລີງໂຕດຽວທີ່ໄດ້ຈາກເຈົ້າໜ້າທີ່ທີ່ດູແລຢູ່ສວນສັດ. ຫຼັງຈາກທີ່ໄດ້ຕຸກກະຕາມາບໍ່ວ່າ ພັ້ນຄຸງຈະໄປໃສກໍຈະລາກໄປນຳ ແລະ ຍັງກອດໄວ້ແໜ້ນໆ ເພື່ອເປັນໂຕແທນຄວາມອົບອຸ່ນ ແລະ ພື້ນທີ່ປອດໄພສຳລັບລູກລີງໂຕນີ້.

ບົດຮຽນທີ່ມີຄ່າທີ່ເຮັດໃຫ້ Muan RelationTips ໄດ້ຮຽນຮູ້ຈາກ ພັ້ນຄຸງ ກໍຄື ບໍ່ວ່າຈະເປັນສັດ ຫຼື ຄົນ ລ້ວນແລ້ວຕ້ອງຮູ້ຈັກການ “ກອດໂຕເອງ ຫຼື ການປອບໃຈໂຕເອງ (Self-Soothing)” ໃຫ້ເປັນ ເມື່ອເຮົາຕ້ອງເຈິກັບຄວາມຜິດຫວັງ.

ອ່ານຕື່ມ:  ໃຈດີໂພດຈົນຖືກເອົາປຽບ 4 ຂໍ້ສັງເກດທີ່ບອກວ່າເຮົາຄວນພໍແລ້ວກັບຄວາມໃຈດີ

ພໍເຫັນພາບແສນເສົ້ານີ້, ຫຼາຍຄົນຄົງຮູ້ສຶກແບບດຽວກັນຄື ການເສົ້າຊຶມ ຫຼື ເສຍນ້ຳຕາ ແລ້ວເປັນຫຍັງເຮົາຈຶ່ງເກີດຄວາມຮູ້ສຶກແບບນັ້ນລະ? ມັນບໍ່ແມ່ນເລື່ອງແປກເລີຍ ເພາະມະນຸດເຮົາມີຄວາມສາມາດໃນການຮັບຮູ້ຄວາມຮູ້ສຶກຂອງຜູ້ອື່ນໄດ້ນັ້ນເອງ.

ນ້ຳຕາທີ່ໄຫຼອອກມາ… ຄືສຽງເອີ້ນຄວາມເປັນເດັກນ້ອຍທີ່ເຊື່ອງຢູ່ໃນໃຈເຮົາ.

ໃນໃຈເຮົາທຸກຄົນມີ ເດັກນ້ອຍ (Inner Child)

ເປັນຫຍັງເລື່ອງລາວຂອງ ພັ້ນຄຸງ ຄືເຮັດໃຫ້ເຮົາສະເທືອນໃຈຈົນຕ້ອງເສຍນ້ຳຕາ? ມັນບໍ່ແມ່ນເລື່ອງແປກເລີຍ ເພາະໃນໃຈເຮົາທຸກຄົນມີ “ເດັກນ້ອຍ (Inner Child)” ເຊື່ອງໄວ້ ແລະ ນ້ຳຕາເຫຼົ່ານັ້ນກໍຄື ຄວາມເຫັນອົກເຫັນໃຈ (Empathy) ທີ່ສະແດງວ່າ ເຮົາກໍມີຊ່ວງເວລາຂອງການໂຫຍຫາຄວາມຮັກ, ຄວາມປອດໄພ ຫຼຶ ເຄີຍຖືກປະຕິເສດເຊັ່ນກັນ.

ການຮ້ອງໄຫ້ບໍ່ແມ່ນຄວາມອອ່ອນແອ ແຕ່ຄືການຍອມຮັບວ່າ ຄວາມຮັກ-ຄວາມເຂົ້າໃຈຄື ພື້ນຖານທີ່ເຮົາຕ້ອງການ ເຮົາຄວນອະນຸຍາດໂຕເອງໃຫ້ສາມາດຮ້ອງໄຫ້ ແລ້ວເຊັດນ້ຳຕາເພື່ອຍ່າງຕໍ່.

ສິລະປະແຫ່ງການປອບໃຈໂຕເອງ

ພັ້ນຄຸງ ລອດພົ້ນຈາກຄວາມເສົ້າໄດ້ຍ້ອນຕຸກກະຕາລີງທີ່ກອດໄວ້, ນີ້ຄືສິ່ງສຳຄັນທີ່ເຮົາຕ້ອງຮຽນຮູ້ຈາກການເອົາຊະນະຄວາມຄາດຫວັງທີ່ມີຕໍ່ຄົນອື່ນ ແລະ ລອງກັບມາ ກອດໂຕເອງ ຫຼື ປອບໃຈໂຕເອງ (Self-Soothing) ໃນວັນທີ່ບໍ່ມີໃຜ ການຫາສິ່ງທີ່ສາມາດຍຶດໜ່ຽວທາງໃຈ ບໍ່ວ່າຈະເປັນກິດຈະກຳທີ່ມັກ, ຄວາມຝັນ ຫຼື ສິ່ງຂອງທີ່ມີຄ່າທາງໃຈ ຈະຊ່ວຍສົ່ງສັນຍານບອກສະໝອງວ່າ “ເຮົາປອດໄພແລ້ວ ເຖິງຈະບໍ່ມີອ້ອມກອດຈາກໃຜ, ແຕ່ເຮົາກໍສາມາດມີຊີວິດລອດໄດ້ດ້ວຍການກອດໂຕເອງ”.

ສ້າງຄວາມຮັກໃຫ້ໂຕເອງໃນ 1 ວັນ

ການດູແລໃຈ, ບໍ່ແມ່ນການເຮັດໃຫ້ຄວາມທຸກຫາຍໄປທັງໝົດ ແຕ່ມັນຄືການທີ່ເຮົາໄດ້ຕັ້ງຄ່າໃຫ້ສະໝອງຮູ້ຈັກກັບການ “ສ້າງພື້ນທີ່ປອດໄພ (Safe Zone)” ໄວ້ໃນໃຈຂອງເຮົາເອງ. Muan RelationTips ຈື່ງນຳສິ່ງທີ່ຄິດວ່າຈະເປັນປະໂຫຍດມາແຊຣ໌ໃຫ້ກັບທຸກຄົນໄດ້ລອງອ່ານ ເພື່ອເປັນພື້ນຖານໃນການ ສ້າງຄວາມຮັກໃຫ້ໂຕເອງແບບງ່າຍໆໃນ 1 ວັນ (Daily Self-Love Routine) ດ້ວຍ 4 ວິທີ.

  1. ເລີ່ມຕົ້ນວັນດ້ວຍພະລັງບວກ: ໃຊ້ເວລາ 5 ນາທີທຳອິດຫຼັງຕື່ນນອນ ໂດຍບໍ່ຈັບໂທລະສັບ ເພື່ອຍິ້ມໃຫ້ໂຕເອງໃນແວ່ນ, ບອກຂອບໃຈທີ່ຕື່ນມາ ແລ້ວເຮັດໃຫ້ໂຕເອງສົດຊື່ນດ້ວຍການດື່ມນ້ຳສະອາດ ແລະ ຕັ້ງເປົ້າໝາຍຄວາມສຸກນ້ອຍໆໄວ້ສໍາລັບມື້ນີ້.
  2. ມີເວລາພັກຫົວໃຈລະຫວ່າງວັນ: ເມື່ອຮູ້ສຶກຄຽດ ຫຼື ກົດດັນ ໃຫ້ຝຶກຫາຍໃຈແບບ 4-7-8, ຫາມຸມທຳມະຊາດ ຫຼື ຕົ້ນໄມ້ສີຂຽວ (Digital Detox) ເພື່ອພັກສາຍຕາ ແລະ ໃຈ ນວດຫຼັງຄໍເບົາໆເພື່ອປອບໃຈໂຕເອງໃຫ້ຮູ້ສຶກປອດໄພ.
  3. ຊຳລະລ້າງຄວາມເມື່ອຍລ້າກ່ອນນອນ: ທົບທວນສິ່ງດີໆ 3 ຢ່າງທີ່ຢາກຂອບໃຈໃນມື້ນີ້, ຜ່ອນຄາຍຮ່າງກາຍດ້ວຍການອາບນ້ຳອຸ່ນ ແລະ ບອກໃຫ້ອະໄພໂຕເອງໃນທຸກຄວາມຜິດພາດ ເພື່ອເລີ່ມຕົ້ນໃໝ່ໃນມື້ອື່ນ.
  4. ສະສົມຄວາມສຸກໄວ້ໃຊ້ໃນວັນທີ່ທໍ້ແທ້ໃຈ: ຂຽນບັນທຶກກິດຈະກຳທີ່ເຮັດໃຫ້ຍິ້ມໄດ້ລົງໃນເຈ້ຍ ແລ້ວຢອດໃສ່ “ກ່ອງຄວາມສຸກ (Happiness Jar)” ເພື່ອດຶງອອກມາອ່ານໃນວັນທີ່ຮູ້ສຶກໂດດດ່ຽວ ຫຼື ຕ້ອງການກຳລັງໃຈເປັນພິເສດ.
ອ່ານຕື່ມ:  ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

ທີ່ມາAPAPsychology Today

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.