HUENCREW ມາປະກາດຈຸດຢືນແບບຟາດໆຜ່ານເພງໃໝ່ “ສິວິໄລ CIVILIZED” ຮ້ອງໂດຍສະມາຊິກ 4 ຄື: SENJX, UKNOWHATIMEAN, TongFlow11 ແລະ SNAKEF ບອກເລີຍວ່າເປັນການລ້າງພາບຈຳເກົ່າໆ ເພາະການກັບມາຄັ້ງນີ້ພວກເຂົາມຸ່ງໝັ້ນທີ່ຈະສ້າງຊຸມຊົນສິລະປິນທີ່ເນັ້ນການປະດິດ-ສ້າງສັນຜົນງານ ແລະ ສັງຄົມແບບໃໝ່ທີ່ພວກເຂົາຕ້ອງການ.
ພວກເຂົາມີສະໄຕລ໌ເປັນຂອງຕົນເອງ ແລະ ໃຫ້ຄວາມສຳຄັນກັບການ “ປະດິດ ແລະ ສ້າງ” ສິ່ງໃໝ່ໆ ບໍ່ວ່າຈະເປັນຈັງຫວະ (Beat) ແນວດົນຕີໃໝ່ໆ ທີ່ບໍ່ຊ້ຳໃຜ ແລະ HUENCREW ກໍຂໍສ້າງແນວທາງເປັນຂອງໂຕເອງ.
HUENCREW ຄືສູນຮວມໄວຮຸ່ນທີ່ບໍ່ຍອມຈຳນົນຕໍ່ການວິຈານທີ່ເປັນພິດ, ບໍ່ສົນຄຳເວົ້າລົບໆທີ່ຄອຍຂັດຂວາງຄວາມຄິດສ້າງສັນ ແລະ ຍິ່ງເປັນການສ້າງໄຟໃນໃຈໃຫ້ກ້າທີ່ສ້າງສັນຜົນງານທາງດ້ານດົນຕີທີ່ມີຄວາມຫຼາກຫຼາຍ ບໍ່ຍຶດຕິດກັບກະແສຫຼັກທີ່ຊ້ຳຊາກ ແລະ ບໍ່ຈຳເປັນຕ້ອງເຮັດຕາມໃຜ.
ສິລະປິນກຸ່ມນີ້, ຖ້າເວົ້າເລື່ອງແນວທາງດ້ານດົນຕີເບິ່ງຄືພວກເຂົສຈະບໍ່ສົນໃຈຫຍັງຫຼາຍ ແຕ່ຄວາມຈິງແລ້ວພວກເຂົາໃຫ້ຄ່າກັບ “ຄຳສອນໃນຄຳພີ” ແບບສຸດໆ. ເພງ “ສິວິໄລ CIVILIZED” ຄືການປະສົມປະສານຄວາມຄິດລະຫວ່າງ “ແບບເກົ່າ ແລະ ແບບໃໝ່” ເພື່ອພັດທະນາຂັບເຄື່ອນໄປທາງໜ້າໃຫ້ໄວກວ່າທາງດ່ວນ.
ໃນເພງນີ້ຍັງສອດແຊກຄວາມຄິດດີໆຄື: “ຄວາມເທ້ ຕ້ອງມາພ້ອມກັບລະບຽບ” ບໍ່ວ່າຈະເປັນການເຄົາລົບກົດຈໍລາຈອນ ຫຼື ການມີຈິດສຳນຶກຕໍ່ສັງຄົມ. ເພາະການເປັນໄວຮຸ່ນທີ່ “ສິວິໄລ” ແທ້ໆ ບໍ່ແມ່ນແຕ່ການແຕ່ງຕົວດີ, ແຕ່ຕ້ອງມີຄວາມຮັບຜິດຊອບຕໍ່ສ່ວນລວມນຳ ແລະ ເປົ້າໝາຍທີ່ພວກເຂົາປັກໝຸດໄວ້ຄືການທຳລາຍທຸກຂີດຈຳກັດ ເພື່ອປະສົບຄວາມສຳເລັດໃນແບບທີ່ໄວຮຸ່ນຍຸກໃໝ່ຕ້ອງການ.