ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ເບື່ອ! ບໍ່ຢາກເຮັດແລ້ວແຕ່ມັນຈຳເປັນ 4 ສິ່ງທີ່ຈະຊ່ວຍກະຕຸ້ນໃຫ້ເຮົາເຮັດໃນສິ່ງທີ່ບໍ່ຢາກເຮັດ
Muan RelationTips

ເບື່ອ! ບໍ່ຢາກເຮັດແລ້ວແຕ່ມັນຈຳເປັນ 4 ສິ່ງທີ່ຈະຊ່ວຍກະຕຸ້ນໃຫ້ເຮົາເຮັດໃນສິ່ງທີ່ບໍ່ຢາກເຮັດ

ແບ່ງປັນ
Getting your Trinity Audio player ready...

‘‘ອີຫຍັງທີ່ບໍ່ຢາກເຮັດ ກໍບໍ່ຈຳເປັນຕ້ອງຝືນເຮັດ’’

ປະໂຫຍກນີ້ເຮົາມັກຈະໄດ້ຍິນຄຳແນະນຳໃນການໃຊ້ຊີວິດຫຼາຍຄັ້ງ ເຊິ່ງມັນມີທັງສ່ວນຖືກ ແລະ ບໍ່ຖືກ. ໃນໂລກແຫ່ງຄວາມເປັນຈິງແລ້ວການທີ່ເຮົາເລືອກທີ່ຈະບໍ່ຝືນທົນໃນສິ່ງທີ່ບໍ່ຢາກເຮັດນັ້ນ ເປັນສິ່ງທີ່ເປັນໄປບໍ່ໄດ້ທັງໝົດ ເພາະການທີ່ເຮົາຝືນເຮັດບາງຢ່າງມັນອາດຈະເປັນຜົນດີຕໍ່ເຮົາຫຼາຍກໍໄດ້.

ແຕ່ກໍມີຫຼາຍຄົນທີ່ຮູ້ສຶກບໍ່ຢາກເຮັດສິ່ງໃດສິ່ງໃດໜຶ່ງ ບໍ່ແມ່ນວ່າຍ້ອນເຮົາຂີ້ຄ້ານ, ໝົດໄຟ ຫຼື ອີຫຍັງກໍຕາມ ແຕ່ ເຫດຜົນງ່າຍໆກໍຄືຕັ້ງບໍ່ຢາກເຮັດນິລະ! ບໍ່ວ່າຈະເປັນເຮັດວຽກບ້ານ,ອານະໄມເຮືອນ, ອອກກຳລັງກາຍ, ອອກໄປສັງສັນ ແລະ ເຮັດວຽກ.

ເຊິ່ງມ່ວນກໍມີ 4 ສິ່ງທີ່ຈະກະຕຸ້ນເຮັດໃຫ້ເຮົານັ້ນມີແຮງໃຈໃນການຈະເຮັດສິ່ງໃດໜຶ່ງຫຼາຍຂຶ້ນຄື:

1. ຊອກຫາແຮງບັນດານໃຈ

ແຮງບັນດານໃຈນັ້ນຢູ່ຮອບຕົວເຮົາ ເມື່ອເຮົາພົບແລ້ວກໍຈະເຮັດໃຫ້ການໃຊ້ຊີວິດນັ້ນຮູ້ສຶກມີແຮງຊຸກຍູ້ຫຼາຍຂຶ້ນໃນການເຮັດສິ່ງຕ່າງໆ.

2. ເຮັດທຸກຢ່າງຄືຫຼິ້ນເກມ

ເປັນການນຳເອົາອົງປະກອບພາຍໃນເກມນຳມາໃຊ້ໃນຊີວິດເຊັ່ນ: ເພີ່ມຄວາມທ້າທາຍ,ຄວາມຕື່ນເຕັ້ນ ແລະ ໃຫ້ລາງວັນຕົວເອງເມື່ອສິ່ງນັ້ນສຳເລັດ.

3. ກຳນົດເວລາ

ບາງເທື່ອຄວາມກົດດັນກໍເປັນສິ່ງທີ່ດີ ໂດຍສະເພາະເມື່ອເຮົາກຳນົດເວລາທີ່ຊັດເຈນ ຫຼື Date line. ມັນຈະກະຕຸ້ນໃຫ້ເຮົາຮູ້ສຶກຢາກເຮັດຫຼາຍຂຶ້ນ, ຫົວແລ່ນ ແລະ ສາມາດບໍລິຫານຈັດການເວລາໄດ້ດີຂຶ້ນອີກນຳ.

4 . ຄ່ອຍເປັນຄ່ອຍໄປ

ເລີ່ມຈາກເທື່ອລະເລັກເທື່ອລະໜ້ອຍເພື່ອບໍ່ໃຫ້ຮູ້ສຶກວ່າສິ່ງທີ່ເຮົາກໍາລັງເຮັດຢູ່ນັ້ນໜັກໜາ ແລະ ບໍ່ໜ້າສົນ. ຫຼັງຈາກນັ້ນເຮົາກໍຈະລຶ້ງເຄີຍໄປກັບສິ່ງທີ່ເຮັດເອງ.

ສຸດທ້າຍການທີ່ຕ້ອງຝືນທົນກັບສິ່ງທີ່ຕົວເອງບໍ່ຢາກເຮັດນັ້ນກໍມີທັງຂໍ້ດີ ແລະ ຂໍ້ເສຍ, ເຮົາຕ້ອງຮູ້ຈັກນຳມາປັບໃຊ້ໃຫ້ເຂົ້າກັບຊີວິດຂອງເຮົາ ເຊິ່ງສິ່ງທີ່ຈະໄດ້ມານັ້ນຈະມີປະໂຫຍດຕໍ່ເຮົາບໍ່ຫຼາຍກໍໜ້ອຍ ແລະ ຍັງເປັນການຮຽນຮູ້ທີ່ຈະຢູ່ກັບມັນຢ່າງມີຄວາມສຸກ .

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ຄົນນີ້ໜ້າຄຸ້ນໜ້າຄືແຟນເກົ່າເຈົ້າແທ້? 3 ເຫດຜົນທີ່ເຮັດໃຫ້ເຮົາວົນວຽນກັບສະເປັກເກົ່າໆ
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.