ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ
Muan RelationTips

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

Highly Sensitive Person ຮູ້ວິທີຮັບມືຄວາມເຈັບປວດດ້ານຈິດໃຈຈາກການຖືກກະຕຸ້ນງ່າຍ

ແບ່ງປັນ

ຖ້າເຈົ້າຮູ້ສຶກວ່າຕົວເອງນັ້ນເປັນຄືຟອງນ້ຳທີ່ມັກຈະດູດຊັບຄວາມຮູ້ສຶກຈາກຄົນອ້ອມຂ້າງມາໃສ່ຕົວເອງສະເໝີ ບໍ່ວ່າຈະເປັນການຮັບຮູ້ຄວາມຮູ້ສຶກຂອງຄົນອື່ນໄດ້ໄວ, ມັກຈະເຂົ້າໃຈອາລົມຂອງຄົນອ້ອມຂ້າງຈົນບາງຄັ້ງກໍເກັບມາຄິດ ແລະ ວຸ່ນວາຍໃຈເປັນຫວ່ງຄົນອ້ອມຂ້າງຈົນຫຼາຍເກີນໄປຈົນເຮັດໃຫ້ເກີນຄວາມຮູ້ສຶກໜັກໃຈ ແລະ ເມື່ອຍກັບສິ່ງທີ່ເປັນຢູ່ ໃຫ້ລອງມາທຳຄວາມຮູ້ຈັກເພື່ອສ້າງຄວາມເຂົ້າໃຈກັບ Highly Sensitive Person (HSP) ກັນກ່ອນ.

Highly Sensitive Person (HSP)

HSP ແມ່ນເປັນຄົນທີ່ມີລັກສະນະລະອຽດອ່ອນ, ມີຄວາມຄິດສ້າງສັນ, ມັກສິລະປະ – ດົນຕີ, ມີປະສາດສຳຜັດໄວຕໍ່ສຽງດັງ – ແສງ, ບັນຍາກາດທີ່ວຸ່ນວາຍ ຫຼື ໄວຕໍ່ກັບສິ່ງກະຕຸ້ນຫຼາຍກວ່າຄົນທົ່ວໄປ. ມັກຈະປະມວນຜົນສິ່ງຕ່າງໆຊັບຊ້ອນຫຼາຍກວ່າຄົນທົ່ວໄປ ແລະ ຍັງຮູ້ສຶກເຈັບປວດກັບຄຳເວົ້າ ຫຼື ພຶດຕິກຳບາງຢ່າງງ່າຍກວ່າຄົນອື່ນສະເໝີ.

ຂໍ້ດີຂອງ Highly Sensitive Person (HSP)

ເຫັນອົກເຫັນໃຈ ແລະ ເຂົ້າໃຈຜູ້ອື່ນ: HSP ມີຄວາມສາມາດໃນການຮັບຮູ້ ແລະ ເຂົ້າໃຈຄວາມຮູ້ສຶກຂອງຄົນອ້ອມຂ້າງ, ເຮັດໃຫ້ເປັນຜູ້ຮັບຟັງທີ່ດີ ແລະ ສາມາດສ້າງຄວາມສຳພັນທີ່ເລິກເຊິ່ງກັບຄົນອ້ອມຂ້າງໄດ້ງ່າຍ.

    ຄວາມຄິດສ້າງສັນ: ມີຄວາມອ່ອນໄຫວຕໍ່ລາຍລະອຽດ ແລະ ອາລົມອັນເລິກເຊິ່ງ ເຮັດໃຫ້ HSP ມັກມີຄວາມຄິດສ້າງສັນສາມາດສະແດງອອກຜ່ານສິລະປະ, ດົນຕີ ຫຼື ການຂຽນໄດ້ດີ.

    ລະອຽດຮອບຄອບ: HSP ມັກຈະສັງເກດເຫັນລາຍລະອຽດທີ່ຄົນອື່ນອາດເບິ່ງຂ້າມ ເຮັດໃຫ້ດີຕໍ່ການເຮັດວຽກທີ່ຕ້ອງການຄວາມລະມັດລະວັງສູງ.

    ສາມາດປະມວນຜົນຢ່າງເລິກເຊິ່ງ: ເປັນຄົນທີ່ຄິດຫຼາຍ, ສາມາດວິເຄາະ ແລະ ຄິດຢ່າງຮອບຄອບໃນທຸກໆເລື່ອງ, ກ່ອນຈະສະແດງຫຍັງອອກມາບໍ່ວ່າທັງການເວົ້າ ຫຼື ການກະທຳ ເຮັດໃຫ້ເປັນຄົນທີ່ມີທັດສະນະຄະຕິທີ່ເປັນເອກະລັກ.

    ມີຄວາມຈິງໃຈໃນການສ້າງຄວາມສຳພັນ: ໃຜທີ່ຢູ່ໃກ້ຄົນທີ່ເປັນ HSP ຈະສະບາຍໃຈ ແລະ ຮູ້ສຶກວ່າສາມາດພຶງພາໄດ້, ເພາະ HSP ມັກຈະໃຫ້ຄວາມສຳຄັນກັບຄົນອ້ອມຂ້າງ, ເປັນຫ່ວງ ແລະ ມັກຮັກສາຄວາມສຳພັນທີ່ມີຄວາມຫມາຍ ແລະ ມີຄວາມຈິງໃຈ.

    ອ່ານຕື່ມ:  ມີຫຍັງເປັນຂອງຕົວເອງລະ? ຍຸກການແຂ່ງຂັນເພື່ອຜົນສຳເລັດ ອາດເຮັດໃຫ້ Gen Z ຄິດວ່າຕົວເອງ "ບໍ່ດີພໍ"

    ຜົນກະທົບຂອງ Highly Sensitive Person (HSP)

    ຮູ້ສຶກໜັກລົ້ນເກີນໄປ (Overwhelmed): ການທີ່ໄວຕໍ່ສິ່ງກະຕຸ້ນເຊັ່ນ: ສຽງດັງ, ແສງສະຫວ່າງ ຫຼື ສະພາບແວດລ້ອມທີ່ວຸ່ນວາຍ ອາດເຮັດໃຫ້ຮູ້ສຶກເມື່ອຍລ້າ ຫຼື ເກີດຄວາມຮູ້ສຶກກົດດັນ.

    ຄິດຫຼາຍເກີນໄປ: ການປະມວນຜົນທີ່ຊັບຊ້ອນ ແລະ ຄິດຢ່າງເລິກເຊິ່ງ ອາດເຮັດໃຫ້ຕິດຢູ່ກັບຄວາມຄິດ ຫຼື ກັງວົນໂດຍບໍ່ຈຳເປັນ.

    ຮັບຄວາມເຈັບປວດງ່າຍ: ຖ້າຖືກຄຳວິຈານ ຫຼື ຖຶກຕຳໜິພຶດຕິກຳທີ່ບໍ່ດີພຽງເລັກນ້ອຍ ອາດສົ່ງຜົນກະທົບຕໍ່ HSP ຫຼາຍກວ່າຄົນທົ່ວໄປ.

    ຕ້ອງການເວລາພັກຜ່ອນຫຼາຍ: ເນື່ອງຈາກຮັບສິ່ງກະຕຸ້ນໄດ້ຫຼາຍ HSP ອາດຕ້ອງການເວລາພັກຜ່ອນ ຫຼື ຢູ່ຄົນດຽວເພື່ອຟື້ນຟູພະລັງງານ.

      ມີຄວາມກັງວົນໃຈຫຼາຍໃນການຕັ້ງຂອບເຂດ: ຖ້າຫາກພົບສະຖານະການທີ່ບໍ່ດີ ອາດຈະຍອມຮັບ ຫຼື ທົນຕໍ່ສະຖານະການທີ່ບໍ່ສະບາຍໃຈໄວ້ເອງ, ແບກຮັບທຸກຢ່າງໄວ້ພຽງຄົນດຽວເພື່ອຫຼີກລ້ຽງຄວາມຂັດແຍ້ງ ເຊິ່ງອາດເຮັດໃຫ້ຕົນເອງຕົກຢູ່ໃນຄວາມກົດດັນຫຼາຍກວ່າຄົນອື່ນ.

      ວິທີດູແລຕົນເອງຖ້າເປັນ HSP

      ສ້າງພື້ນທີ່ປອດໄພໃຫ້ຕົນເອງໂດຍການຫາມຸມງຽບໆເພື່ອພັກຜ່ອນຈິດໃຈ, ຖ້າການຮັບຄວາມຮູ້ສຶກຂອງຄົນອື່ນມາຫຼາຍຈົນເຮັດໃຫ້ເຈົ້າເມື່ອຍກໍຄວນກຳນົດຂອບເຂດກັບພວກເຂົາໃຫ້ຊັດເຈນເພາະທຸກບັນຫາເຈົ້າບໍ່ສາມາດເຂົ້າໄປຊ່ວຍແກ້ໄຂໄດ້ທັງໝົດ, ອອກຫ່າງຈາກສິ່ງທີ່ມາລົບກວນ ກະຕຸ້ນເຈົ້າຫຼາຍເກີນໄປ.

      ໃຊ້ສິລະປະ, ດົນຕີ, ການຂຽນ, ທຳມະຊາດ ຫຼື ກິດຈະກຳທີ່ມັກ ເຂົ້າມາຊ່ວຍໃຫ້ເຈົ້າຜ່ອນຄາຍ ໃຫ້ລະບາຍຄວາມຮູ້ສຶກແນວບໍ່ດີອອກມາໃຫ້ຫຼາຍທີ່ສຸດ, ຝຶກ mindfulness ຫຼື meditation ເພື່ອຮັບມືກັບຄວາມຄິດທີ່ລົ້ນໃນຫົວຈົນເກີນໄປ.

      ຂຽນໂດຍ
      Khainapha Chanthathilath - Content Creator

      ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

      ບົດຄວາມທີ່ກ່ຽວຂ້ອງ
      Muan RelationTips

      Doorway Effect: ຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຄິດ ຊວນເຂົ້າໃຈການຈັດລະບຽບຂອງສະໝອງ

      ເຄີຍຍ່າງຜ່ານປະຕູແລ້ວລືມເລື່ອງທີ່ຈະເຮັດບໍ່? ທຳຄວາມເຂົ້າໃຈກັບ Doorway Effect ແລະ ວິທີທີ່ສະໝອງຈັດລະບຽບຄວາມຈຳໃນຊີວິດປະຈຳວັນ. ຊວນຮູ້ຈັກທິດສະດີ Doorway Effect ແລະ 3 ວິທີແກ້ໄຂງ່າຍໆ

      Muan RelationTips

      Trust Issues: ບັນຫາທີ່ເກີດຈາກຄວາມບໍ່ໄວ້ວາງໃຈເຮັດໃຫ້ຮັກເຈັບປວດ

      ບັນຫາທາງຈິດໃຈທີ່ເຮັດໃຫ້ບໍ່ສາມາດໄວ້ວາງໃຈໃຜໄດ້ ມັກເກີດຈາກການຖືກທຳຮ້າຍທາງຈິດໃຈໃນອະດີດ ເຊິ່ງສົ່ງຜົນຕໍ່ຄວາມຄິດ, ອາລົມ ແລະ ພຶດຕິກຳໃນປັດຈຸບັນ.

      Muan RelationTips

      ຄວາມໝັ້ນໃຈສ້າງໄດ້: Self-Efficacy Theory ກຸນແຈສູ່ການສ້າງສະເໜ່ທີ່ດຶງດູດໃຈ

      ຄວາມໝັ້ນໃຈບໍ່ໄດ້ເກີດຂຶ້ນທັນທີ ແຕ່ມາຈາກການຝຶກຝົນແລະການສ້າງຄວາມເຊື່ອໝັ້ນໃນໂຕເອງຢ່າງຕໍ່ເນື່ອງ. ເມື່ອເຮົາໝັ້ນໃຈໃນໂຕເອງ, ເຮົາຈະສົ່ງສະເໜ່ ແລະ ພະລັງງານບວກໃຫ້ກັບຄົນອ້ອມຂ້າງ ສະນັ້ນ, ສິ່ງນີ້ກໍຈະເຮັດໃຫ້ເຮົາເປັນທີ່ຈື່ຈຳ ແລະ ຊວນໃຫ້ປະທັບໃຈໃນສາຍຕາຂອງຄົນອື່ນ.

      Muan RelationTips

      ຮັກແບບນີ້ປົກກະຕິບໍ່? ໄຂທິດສະດີທີ່ຈະຊ່ວຍເລື່ອງຄວາມສຳພັນໃຫ້ດີຂຶ້ນ

      ທິດສະດີຄວາມຜູກພັນ (Attachment Theory) ແມ່ນການອະທິບາຍຮູບແບບຄວາມສຳພັນຂອງມະນຸດ ທີ່ແບ່ງອອກເປັນ 4 ຮູບແບບ: ໝັ້ນຄົງ, ກັງວົນ, ຫຼີກໜີ ແລະ ຢ້ານຄວາມຜູກພັນ....

      ກ່ຽວກັບພວກເຮົາ - About Muan

      ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.