ໜ້າຫຼັກ Muan.la - ສາລະບັນເທີງ Muan RelationTips ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following
Muan RelationTips

ບໍ່ຕ້ອງຕິດຕາມຊີວິດໃຜຖ້າມັນເຮັດໃຫ້ເຈົ້າຮູ້ສຶກບໍ່ດີ ສ່ອງພຶດຕິກຳ Hate-following

ແບ່ງປັນ
Getting your Trinity Audio player ready...

ສ່ອງສະຕໍຣີ່ເຂົາທຸກມື້ ພໍເຫັນເຂົາໂພສຫຍັງກໍຕາມບໍ່ເຄີຍກົດໄລ້ໃຫ້ເລີຍ ແຕ່ຮູ້ໝົດວ່າເຂົາໄປທ່ຽວໃສ ຫຼື ກິນຫຍັງ, ເຫັນເຂົາໃຊ້ຊີວິດດີກໍລັກເບະປາກໃນໃຈ, ແຖມຍັງມັກສົ່ງໂພສຂອງເຂົາໄປຈົ່ມກັບໝູ່ຕົວເອງ ບໍ່ໄດ້ຕິດຕາມຍ້ອນມັກແຕ່ຕິດຕາມເພື່ອ “ຈັບຜິດ” ຫຼື ລໍຖ້າຈັງຫວະທີ່ເຂົາພາດ.

ຮູ້ຈັກພຶດຕິກຳ Hate-following ທີ່ໂລກອອນລາຍກຳລັງຈະເຂົ້າມາປ່ຽນແປງເຮັດໃຫ້ຄົນສ່ວນໃຫຍ່ເກີດຄວາມບໍ່ພໍໃຈໃນຕົວເອງ ແລະ ມັກເກີດການປຽບທຽບກັບຄົນໃນໂຊຊຽວ.

Hate-following ໝາຍເຖິງພຶດຕິກຳທີ່ໃຜບາງຄົນກຳລັງຕິດຕາມຄົນໃດໜຶ່ງໃນໂຊຊຽວມີເດຍທັງໆທີ່ບໍ່ມັກເຂົາ ຫຼື ອາດຮູ້ສຶກໝັ່ນໃສ້, ອິດສາ ຫຼື ບໍ່ເຫັນດີນຳ Lifestyle ຂອງເຂົາ, ບໍ່ວ່າຈະເປັນຄວາມຄິດ ຫຼື ເນື້ອຫາທີ່ລາວໂພສ ແຕ່ກໍຍັງເລືອກທີ່ຈະກົດຕິດຕາມ ແລະ ເບິ່ງຊີວິດເຂົາຜ່ານໂຊຊຽວຢູ່ຕະຫຼອດ.

ທຸກຄົນສົງໄສຄືມ່ວນບໍ່ວ່າເປັນຫຍັງຄົນເຮົາຈຶ່ງເກີດມີພຶດຕິກຳແບບ Hate-following ມື້ນີ້ມ່ວນເລີຍນຳຂໍ້ມູນທີ່ໄດ້ໄປສຶກສາມາແຊຣ໌ໃຫ້ທຸກຄົນໄດ້ລອງມາທຳຄວາມຮູ້ຈັກກັນກັບພຶດຕິກຳນີ້, ເຮົາອາດຈະເຮັດມັນໂດຍທີ່ບໍ່ຮູ້ຕົວກໍໄດ້ ແລະ ຄວນຫຼີກລ້ຽງມັນແນວໃດເພື່ອໃຫ້ໂຊຊຽວມີເດຍຍັງເປັນພື້ນທີ່ສະບາຍໃຈໃຫ້ກັບເຮົາຕໍ່ໄປໄດ້.

ຫຼຸດຄວາມຢາກຮູ້ ຫຼື ປຽບທຽບກັບຊີວິດຕົນເອງ

ການທີ່ໄດ້ເຫັນສິ່ງທີ່ຄົນອື່ນມີ ແຕ່ເຮົາບໍ່ສາມາດມີໄດ້ມັນເຮັດໃຫ້ເຮົານັ້ນເກີດການປຽບທຽບ ແລະ ມັກນຳມາດ້ອຍຄ່າຕົວເອງມັນຍິ່ງເປັນການທີ່ເຮົາຈະແຮງແນມໂລກໄປໃນດ້ານລົບ, ເກີດການທໍ້ແທ້ໃນຊິວິດ.

ຄວາມອິດສາ

ມະນຸດເຮົາມັກຈະມີດ້ານມືດໃນຕົວເອງສະເໝີ ຍິ່ງເຫັນເຂົາມີຄວາມສຳເລັດ ຫຼື ຄວາມໝັ້ນໃຈໃນການເຮັດໃນສິ່ງທີ່ເຮົາເຮັດບໍ່ໄດ້ຄືເຂົາ, ຄວາມອິດສາຄືສິ່ງທີ່ຢູ່ເລີກສຸດຂອງໃຈມັນກໍຈະອອກມາຖ້າເຮົາຂາດວິຈາລະນະຍານ ມ່ວນຄິດວ່າບໍ່ມີໃຜທີ່ຈະມັກຕົວເອງໃນດ້ານນີ້ແນ່ນອນ. 

ຢ່າໃຊ້ໂຊຊຽວເປັນຊ່ອງທາງລະບາຍອາລົມ ຫຼື ຄວາມບໍ່ພໍໃຈຂອງຕົນເອງ

ເພາະການໂພສຍັງໄປໃນໂຊຊຽວດ້ວຍອາລົມ-ຂາດສະຕິ ເຖິງວ່າມັນຈະເປັນໜ້າ Feed ຂອງເຮົາກໍຕາມ, ແຕ່ຢ່າລືມວ່າທຸກຄົນສາມາດເຫັນໃນສິ່ງທີ່ຢູ່ໃນໃຈເຮົາຈົນໝົດ ມັນຈະສະແດງໃຫ້ເຫັນເຖິງທັດສະນະຄະຕິໃນດ້ານທີ່ບໍ່ດີຂອງເຮົາໄດ້ ເພາະບໍ່ແມ່ນວ່າທຸກຄົນໃນໂຊຊຽວຈະຮູ້ຈັກ, ຮັກ ແລະ ຫວັງດີກັບເຮົາແທ້ໆ.

ຮູ້ວ່າບໍ່ມັກແຕ່ກໍຢຸດເບິ່ງບໍ່ໄດ້

ຄວາມຮູ້ສຶກທີ່ຂັດແຍ້ງໃນໃຈນີ້ເປັນສິ່ງທີ່ເວົ້າງ່າຍແຕ່ກໍເຮັດຍາກຫຼາຍ, ໃຫ້ຕັ້ງໃຈຄັກໆແລ້ວຖາມຕົວເອງວ່າ “ຈະຢຸດຕອນໃດຮີບປ່ຽນແປງເລີຍດີກວ່າບໍ່?” ເພາະຖ້າຍິ່ງປ່ອຍໃຈເຮົາຈະຍິ່ງເໝື່ອຍ, ທຸກຫຼາຍກວ່າສຸກ ໃຫ້ Unfollow ລ້າງ Feed ເຂົາໄປເລີຍຈະໄດ້ບໍ່ຮັບຮູ້ອີກຕໍ່ໄປ.

ຕິດຕາມສິ່ງທີ່ເຮັດໃຫ້ໄດ້ຮັບແຮງບັນດານໃຈ

ຢູ່ກັບຕົວເອງກ່ອນແລ້ວລອງຄິດວ່າສິ່ງທີ່ເບິ່ງເຫັນໃນໂຊຊຽວມີເດຍແມ່ນຫຍັງທີ່ເຮັດໃຫ້ເຮົາສະບາຍໃຈ, ຮູ້ສຶກມີຄວາມສຸກທຸກຄັ້ງທີ່ເບິ່ງ ແລະ ຍິ້ມໄດ້ເຊັ່ນ: ສັດລ້ຽງ, ທຳມະຊາດ, ສິລະປິນທີ່ມັກ ຫຼື ເລື່ອງລາວຕະຫຼົກ.

ອ່ານຕື່ມ:  ມີແຟນເກົ່າຫຼາຍຄົນໃຜວ່າບໍ່ດີ ຜ່ານຄວາມສຳພັນມາຫຼາຍມີຂໍ້ດີໃດ

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ຮັກແນວໃດ? ຍິ່ງເຂົ້າໃກ້ຍິ່ງຖອຍຫ່າງ ສຳຫຼວດຄວາມສຳພັນວ່າເຮົາແມ່ນ Avoidant ຫຼືບໍ່?

ຮູບແບບຄວາມສຳພັນແບບ "Avoidant ຫຼື ການຫຼີກໜີອາລົມຄວາມໃກ້ຊິດ" ຈະມີອາການທີ່ຕິດຢູ່ເລີກພາຍໃນຈິດໃຈທີ່ຫຼາຍຄົນບໍ່ຮູ້, ບໍ່ແມ່ນວ່າບໍ່ຮັກ ແຕ່ສະແດງອອກບໍ່ເປັນ ແລະ ມີຢ້ານຄວາມໃກ້ຊິດທີ່ມັນເລີກເຊິ່ງຈົນຂາດມັນບໍ່ໄດ້ ເລີຍເຮັດໃຫ້ເກີດຄວາມຮູ້ສຶກບໍ່ປອດໄພໃນຄວາມສຳພັນ, ຢ້ານເສຍຄວາມເປັນໂຕເອງ, ຫວງພື້ນທີ່ສ່ວນໂຕ...

ສະຫຼຸບປີ-ສະຫຼຸບໃຈ ຊວນທົບທວນໂຕເອງ ເພື່ອ Reset ໃຈກຽມອອກເດີນທາງໃນປີຕໍ່ໄປ

ເດືອນທັນວາ ເປັນເວລາທີ່ດີໃນການຄິດທົບທວນຄວາມຮູ້ສຶກ, ການສະຫຼຸບ ແລະ ການຕັ້ງເປົ້າໝາຍໃໝ່ ທີ່ອີງຕາມທິດສະດີຂອງເວລາປ່ຽນຜ່ານແນວຄິດ December Theory.

ຮູ້ສຶກກຳລັງຈະຖືກບອກເລີກ? ຄົນຮັກມິດໃສ່ເຮັດຄືເຮົາບໍ່ມີໂຕຕົນ ພຶດຕິກຳຄົນມີຄູ່ທີ່ຈະທຳຮ້າຍຄວາມສຳພັນ

Stonewalling Relationship ມັນຈະສົ່ງຜົນກະທົບຕໍ່ຄົນຄູ່ຮັກ ຫຼື ເປັນການທຳຮ້າຍຄວາມສຳພັນແບບເຮື້ອຮັງ ເຮັດໃຫ້ອີກຝ່າຍຮູ້ສຶກໂດດດ່ຽວ-ນ້ອຍໃຈ, ຄວາມໄວ້ໃຈທີ່ມີຫຼຸດລົງ ຫຼື ເຮັດໃຫ້ເກີດມີຊ່ອງວ່າງ.

ອົກຫັກທັງທີ່ບໍ່ເຄີຍເປັນແຟນ! 4 ບົດຮຽນຄວາມສຳພັນຈາກເພງ “ເສຍໃຈ (ໃຈເສຍໄປ)” ຂອງ Aluna ເຈິແບບນີ້ຈະເຮັດແນວໃດດີ?

ເພງ “ເສຍໃຈ” ຂອງ Aluna ບໍ່ໄດ້ເປັນພຽງແຕ່ເລື່ອງອົກຫັກ ແຕ່ເປັນການສະທ້ອນຄວາມເຈັບຈາກ Situationship ແລະ Ghosting ທີ່ບໍ່ມີຄຳຕອບ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.